ກົນດາວ, ແດນສະຫວັນແຫ່ງການທ່ອງທ່ຽວ

(vovworld) - ກົນ​ດາວ ແມ່ນ​ເກາະ​​ແຫ່ງ​ໜຶ່ງ​ທີ່​ຂຶ້ນ​ກັບ ແຂວງ​ບ່າ​ເຮ້ຍ-​ວຸ້ງ​ເຕົ່າ. ກ່ອນນີ້​, ໃນ​ໄລ​ຍະ​ຕໍ່​ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ແລະ ຈັກ​ກະ​ພັດ​ອາ​ເມ​ລິ​ກາ, ກົນ​ດາວ ເຄີຍ​ແມ່ນ​ແຫ່ງ​ຄຸມ​ຂັງບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ​ ​ແລະ ​ໄດ້​ຮັບ​ການ​ເລືອກ​ເຟັ້ນຈາກວາ​ລະ​ສານ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ ວ່າ​ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ເກາະ 20 ແຫ່ງ​ທີ່​ຊ້ອນ​ແຝງຫຼາຍ​ສິ່ງ​ທີ່ເລິກ​ລັບ​ກວ່າ​ໝູ່​ຢູ່​ໂລກ. ກົນ​ດາວ​ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ດ້ວຍ​ພູ​ຜາ​ປ່າ​ໄມ້​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ, ທັດສະນີ​ຍະ​ພາບທີ່​ຮົກ​ເຮື້ອ ແລະ ​ຄວາມ​ງາມ​ຂອງ​ທະ​ເລ. ເຊີນ​ທ່ານ​ຄົ້ນ​ຫາ​ເກາະ​ທີ່​ສວຍ​ງາມ​ແຫ່ງນີ້ ຜ່ານ​ບົດ​ສາ​ລະ​ຄະ​ດີ “ກົດ​ດາວ, ແດນ​ສະ​ຫວັນ​ແຫ່ງ​ການ​ທ່ອງ​ທ່ຽວ” ຂອງ​ນັກ​ຂ່າວ​ ລານ​ແອງ.

ກົນດາວ, ແດນສະຫວັນແຫ່ງການທ່ອງທ່ຽວ - ảnh 1

ເກາະກົນດາວ

(ພາບ: ອິນເຕີແນດ)

​ໂດຍຫຼີກ​ຄວາມ​ຮ້ອນ​ເອົ້າ ແລະ ແສງ​ແດດ​ກ້າ​ຂອງ​ລະ​ດູ​ຮ້ອນ, ນັກ​ທ່ອງ​ທ່ຽວ​​ໄດ້ມາ​ກົນ​ດາວ ເພື່ອ​ສູບອາກາດ​ທີ່​ປອດ​ໂປ່ງ, ພຽງ​ແຕ່​ມາ​ຮອດ​ສະ​ໜາມ​ບີນ​ກົນດາວ, ນັກ​ທ່ອງ​ທ່ຽວ​ກໍ່​ຮູ້​ສຶກສະຫວາດສະ​ເຫວີຍ. ສຽງ​ຄື້ນທະ​ເລ​ປະ​ສານ​ພ້ອມ​ກັບ​ສຽງ​ລົມ​ພັດສ້າງ​ເປັນ​ສຽງ​ດົນ​ຕີ​ທີ່​ອ່ອນ​ຊອນ​ຄື​ດັ່ງ​ສະ​ແດງ​ຄວາມ​ຍິນ​ດີຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວມາ​ຢ້ຽມຢາມ. ນັ່ງ​ເທິງ​ລົດ, ຜູ້​ນຳ​ທ່ຽວ​ໄດ້​ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ກົນ​ດາວ ວ່າ:

ພວກ​ເຮົາ​ຫາ​ກໍ່​ມາ​ຮອດ​ສະ​ໜາມ​ບິນ​ກົນ​ດາວ, ເນື້ອ​ທີ່​ທັງ​ໝົດ​ຂອງ​ໝູ່​ເກາະ​ແມ່ນ 76 ຕາ​ລາງ​ກິ​ໂລ​ແມດ, ເຊິ່ງ​ລວມ​ມີ​ເກາະ​ໃຫ​ຍ່​ນ້ອຍ 16 ແຫ່ງ. ກົນ​ດາວ​​ແມ່ນ​ເກາະ​ແຫ່ງ​ໜຶ່ງ​ໃນ​ໝູ່​ເກາະ​ດັ່ງກ່າວ, ດ້ວຍເນື້ອ​ທີ່ 12 ຕາ​ລາງ​ກິ​ໂລ​ແມດ. ຢືນ​ຢູ່​ບ່ອນ​ສູງຫຼຽວ​ລົງ​ມາກໍ່​ເຫັນ​ວ່າ​ກົນ​ດາວ ​ຄ້າຍ​ຄືຮູບ​ໂຕ​ໝີ, ສັນຫຼັງມຸ່ງ​ໄປ​ສູ່​ດິນ​ຕໍ່​ແຜ່ນ, ຕີນ​ມຸ່ງ​ໄປ​ສູ່​ທະ​ເລ​ຕາ​ເວັນ​ອອກ ແລະ ພວກ​ເຮົາ​ພວມ​ໄປ​ບົນ​ເສັ້ນ​ທາງ​ໜຶ່ງ​ດຽວ​ຂອງ​ກົນ​ດາວ ຢູ່​ລຽບ​ຕາມ​ແຄມ​ຝັ່ງທະ​ເລ, ຈາກ​ສະ​ໜາມ​ບິນ​ໄປ​ຍັງ​ໃຈ​ກາງ​ກົນ​ດາວ​ ແມ່ນ 15 ກມ ແລະ ຈາກ​ສູນ​ກາງ​ໄປ​ຍັງ​ທ່າ​ກ່ຳ​ປັ່ນແມ່ນ 13 ກມ .

ກົນດາວ, ແດນສະຫວັນແຫ່ງການທ່ອງທ່ຽວ - ảnh 2

ເສັ້ນທາງຢູ່ແຄມຝັ່ງທະເລກົນດາວ
(ພາບ: ອິນເຕີແນດ)

​​ມາ​ຢ້ຽມ​ຢາມ​ກົນ​ດາວ​ ໃນ​ປະ​ຈຸ​ບັນ, ນັກ​ທ່ອງ​ທ່ຽວ​ສາ​ມາດ​​ເຂົ້າຮ່ວມ 2 ຮູບ​ການທ່ອງທ່ຽວ​ຄື: ທ່ອງ​ທ່ຽວເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ຄຸກກົນ​ດາວ ແລະ ທ່ອງ​ທ່ຽວປ່າ​ສະ​ຫງວນ​ແຫ່ງ​ຊາດ​ກົນ​ດາວ. ບ່ອນ​ທຳ​ອິດ​ທີ່​ນັກ​ທ່ອງ​ທ່ຽວ​ຈະມາ​ຢ້ຽມ​ຢາມ​ໃນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ຄຸກ​ກົນ​ດາວ, ນັ້ນ​ແມ່ນ​ບ່ອນ​​ຄຸມ​ຂັງບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ​ຫວຽດ​ນາມ​ ໃນ​ໄລ​ຍະ​ຕໍ່​ຕ້ານ​ຕ້ານ​​ລ່າ​ເມືອງ​ຂຶ້ນຝ​ລັ່ງ ແລະ ຈັກ​ກະ​ພັດອາ​ເມ​ລິ​ກາ. ເອື້ອຍ​ ຫງວຽນ​ທິ​ເຕິມ, ຜູ້ນຳ​ທ່ຽວ​ແນະ​ນຳ​ວ່າ:

ຄຸກ​ກົນ​ດາວ ໂດຍ​ຝ​ລັ່ງ​ ກໍ່​ສ້າງ​ແບບ​ຖາ​ວອນ. ເມື່ອ​ຜ່ານ​ປະ​ຕູ​ໂຂງ​ເຂົ້າ​ບໍລິ​ເວນຄຸກ, ນັກ​ທ່​ອງ​ທ່ຽວ​ຈະ​ເຫັນ​ກິດ​ຈະ​ກຳ​ມະ​ນຸດ​ສະ​ທຳ 2 ແຫ່ງ, ນີ້​ແມ່ນ​ສາງ​ບັນ​ຈຸ​ທັນ​ຍາ​ຫານ 2 ແຫ່ງ, ນີ້​ແມ່ນ​ເຮືອນ​ຄົວ, ຢູ່ພຸ້ນ​ແມ່ນ​ສຸກ​ສາ​ລາ, ສ່ວນຢູ່​ເບື້ອງຫຼັງ​ບັນ​ດາ​ກິດ​ຈະ​ກຳ​ນັ້ນ​ແມ່ນ​ເຂດຄຸມ​ຂັງລວມ​ມີ 384 ຫ້ອງ​ຕິດ​ກັນ. ຢູ່​ທີ່ນີ້​​ເຖິງວ່າບໍ່​​ຖືກທໍ​ລະ​ມານ, ກໍ່​ພາໃຫ້ນັກ​ໂທດ​ເສຍ​ຊີວິດຍ້ອນ​ການ​ປະພຶດ​ຢ່າງ​ເຄັ່ງ​ຄັດ ​ແລະ ຄວາມ​ຫຍຸ້ງຍາກຂາດ​ເຂີນຈົນ​ອົດທົນ​ບໍ່​ໄດ້“.

ກົນດາວ, ແດນສະຫວັນແຫ່ງການທ່ອງທ່ຽວ - ảnh 3

ຄຸກກົນດາວ

(ພາບ: ອິນເຕີແນດ)

ປະ​ຈຸ​ບັນ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ກົນ​ດາວ ຍັງ​ຄົງ​ຮັກ​ສາ​ລະ​ບົບ​ຄຸກ, ເຂດ​ຄຸມ​ຂັງ​ພິ​ເສດ​ໄວ້​ຄື​ເກົ່າ​ຄື: ເຮືອນ​ຂອງ​ເຈົ້າຖິ່ນ, ຂົວ​ກ່ຳ​ປັ່ນ, ລະ​ບົບ​ຄຸກ​ຂອງ​ລ່າ​ເມືອງຂຶ້ນ​ຝ​ລັ່ງ ແລະ ອາ​ເມ​ລິ​ກາ, ເຂດຄຸມ​ຂັງ​ພິ​ເສດ​ຄື: ຄອກ​ເສືອ, ຄອກ​ງົວ…ຫ່າງ​ຈາກນີ້​ບໍ່​ໄກ​ປານ​ໃດ​ແມ່ນ​ເຂດ​ສຸ​ສານ​ຮ່າງ​ເຢືອງ ລວມ​ເນື້ອ​ທີ 19 ເຮັກ​ຕາ. ອ້າຍ ຫງວຽນ​ບິ່ງ, ຜູ້​ເບິ່ງ​ແຍງ​ສຸ​ສານ, ໃຫ້​ຮູ້​ວ່າ, ປະ​ຈຸ​ບັນ, ສຸ​ສານ​ຮ່າງ​ເຢືອງ ເຄີຍ​ຕ້ອນ​ຮັບ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ສາ​ລະ​ທິດ​ມາ​ຈູດ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ວິ​ລະ​ຊົນ​, ນັກ​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ເອ​ກະ​ລາດ​ແຫ່ງ​ຊາດ.

ແຂກ​ມາຫຼາຍ​ທີ່​ສຸດ​ແມ່ນ​ໃນ​ວັນ​ສຸກ ແລະ ວັນ​ເສົາ, ບາງ​ເທື່ອ​ເຂົາ​ເຈົ້າ​ມາ​ເວ​ລາ 12 ໂມງ, ແຕ່​ຈູດ​ທູບ​ທຽນ​​ອາ​ໄລ​ຫາ​ບັນດາ​ນັກຮົບ​ປະຕິວັດ​ທີ່​ເສຍສະຫຼະ​ຊີວິດ​ຈົນ​ຮອດ​ເວລາ 3 ໂມງ - 4 ໂມງ​ຈຶ່ງ​ແລ້ວ. ພວກ​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ຢູ່​ທີ່ນີ້ ດ້ວຍ​ຄວາມ​​ເຄົາລົບ​ນັບຖື​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ ​ແລະ ຢາກ​ປະກອບສ່ວນ​ຮັກສາ​​ເຂດສຸສານ​ນີ້ໃຫ້​ສະອາດ, ສວຍ​ງາມ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ“.

ກົນດາວ, ແດນສະຫວັນແຫ່ງການທ່ອງທ່ຽວ - ảnh 4
ສຸສານຮ່າງເຢືອງ
(ພາບ: ອິນເຕີແນດ)

ມາ​​ກົນ​ດາວ, ນັກ​ທ່ອງ​ທ່ຽວ​ຍັງ​ມີ​ໂອ​ກາດ​ໄດ້​ໄປ​ຢ້ຽມ​ຢາມ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ກົນ​ດາວ, ນີ້​ແມ່ນ​ປ່າ​ສະ​ຫງວນ​ທັງ​ມີ​ລະ​ບົບ​ຊີ​ວະ​ພາບ​ປ່າ ແລະ ຊີ​ວະ​ພາບ​ທະ​ເລ. ເນື້ອ​ທີປ່າ​ເຊິ່ງ​ໄດ້​ຮັບ​ການປົກ​ຄອງ​ທັງ​ໝົດ​ແມ່ນ 20.000 ເຮັກ​ຕາ, ໃນ​ນັ້ນ 14.000 ເຮັກ​ຕາ​ແມ່ນ​ທະ​ເລ, ສ່ວນ​ຍັງ​ເຫຼືອ​ແມ່ນ​ປ່າ. ຢູ່​ທີ່ນີ້​ສິ່ງ​ແວດ​ລ້ອມ, ຊັບ​ພະ​ຍາ​ກອນ​ປ່າ, ທະ​ເລ​ຍັງ​ຄົງ​ຮັກ​ສາ​ຄວາມ​ງາມ​ແບບ​ທຳ​ມະ​ຊາດໄວ້, ຊີ​ວະ​ນາໆ​ພັນ, ທັດ​ສະ​ນີ​ຍະ​ພາບ​ບໍ່​ຖືກ​ກະ​ທົບ​ຫຼາຍປານ​ໃດ.

ອ້າຍ ເລ​ຮົ່ງ​ຢ​ວານ, ພະ​ນັກ​ງານຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ກົນ​ດາວ, ແນະ​ນຳ​ວ່າ:

ໃນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ກົນ​ດາວ​ ມີ​ນົກ​ອັນ​ລ້ຳ​ຄ່າຫາ​ຍາກ 2 ປະ​ເພດ. ນັ້ນ​ແມ່ນ​ນົກ Gam Gi ຂາວ ພຽງ​ແຕ່​ມີ​ຢູ່​ກົນ​ດາວ, ຫວຽດ​ນາມ​ ເທົ່າ​ນັ້ນ ແລະ ນົກ​ສັນ​ຕິ​ພາບ Nicoba ເພາະ​ວ່າ​ນົກ​ປະ​ເພດ​ນີ້ຖືກ​ຄົ້ນ​ພົບ​ເປັນ​ເທື່ອ​ທຳ​ອິດ​ຢູ່​ເກາະ Nicoba, ສ່ວນ​ຢູ່​ຫວຽດ​ນາມ ​ພຽງ​ແຕ່​ຄົ້ນ​ພົບ​ຢູ່​ກົນ​ດາວ ເທົ່າ​ນັ້ນ ”.

ກົນດາວ, ແດນສະຫວັນແຫ່ງການທ່ອງທ່ຽວ - ảnh 5

ປ່າສະຫງວນແຫ່ງຊາດກົນດາວ
(ພາບ: ອິນເຕີແນດ)

ກົນ​ດາວ ຍັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຍ້ອນ​ຄວາມ​ຮົກ​ເຮື້ອ​ອີກ​ດ້ວຍ. ນ້ຳ​ທະ​ເລ​ກົນ​ດາວ​ຂຽວ​ສະ​ອາດ. ກົນ​ດາວມີຝັ່ງ​ທະ​ເລ​ຍາວ​ເຖິງ 200 ກມ, ດ້ວຍ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ນັບ​ສິບ​ແຫ່ງ​ຄື: ອານ​ຫາຍ, ເດິ່ມ​ເຈົາ, ລໍ່​ໂວຍ, ສ໋ວຍ​ເອີດ, ຫ່ອນ​ບ່າ… ທັງ​ໝົດ​ເຫຼົ່າ​ນັ້ນ ໄດ້​ສ້າງ​ຄວາມ​ນິ​ຍົມ, ຄວາມ​ໃໝ່​ອ່ຽມ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ