ກັບຄືນສູ່ເຂດມໍລະດົກສວນສາທາລະນະທໍລະນີທົ່ວໂລກ Unesco ດັກນົງ

(VOVWORLD) -ສວນສາທາລະນະທໍລະນີທົ່ວໂລກ Unesco ດັກນົງ ຫາກໍ່ຖືກອົງການ Unesco ຮັບຮອງຄືນກ່ຽວກັບນາມມະຍົດ “ສວນສາທາລະນະທໍລະນີທົ່ວໂລກ Unesco ດັກນົງ”. ໂດຍແມ່ນດິນແດນທີ່ມີມູນເຊື້ອວັດທະນະທຳ ຊ້ຳພັດທຳມະຊາດໄດ້ດົນບັນດານດ້ວຍທັດຊະນີຍະພາບທີ່ໃຫຍ່ໂຕມະໂຫຖານ ມີບັນດາທິວທັດທຳມະຊາດງົງງາມ, ຢູ່ແຫ່ງນີ້ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນມາຢ້ຽມຊົມ ທັດສະນະສຶກສາ. 
ກັບຄືນສູ່ເຂດມໍລະດົກສວນສາທາລະນະທໍລະນີທົ່ວໂລກ Unesco ດັກນົງ - ảnh 1ສວນສາທາລະນະທໍລະນີທົ່ວໂລກ Unesco ດັກນົງແມ່ນແຫ່ງດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ

    ແຂວງ ດັກນົງ ຖືກທຳມະຊາດດົນບັນດານ ດ້ວຍແຫຼ່ງຊັບພະຍາກອນທ່ອງທ່ຽວທີ່ອຸດົມສົມບູນຄື ນ້ຳຕົກຕາດ, ລະບົບຖ້ຳພູເຂົາໄຟ, ເຂດອະນຸລັກຮັກສາທຳມະຊາດນ້ຳນຸງ , ປ່າສະຫງວນແຫ່ງຊາດຕ່າດຸ່ງ, ໜອງຕາດຸ່ງ ດ້ວຍເກາະນ້ອຍໃຫຍ່ເກືອບ 40 ແຫ່ງຖືກອຸປະມາດັ່ງອ່າວ ຮະລອງ ຢູ່ເຂດ ເຕິຍງວຽນ. ພິເສດ ດັກນົງ ເຂັ້ມຂົ້ນໄດ້ວຍສີສັນວັດທະນະທຳພື້ນເມືອງດ້ວຍ 40 ເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນ. ທັງໝົດເຫຼົ່ານັ້ນ ໄດ້ສ້າງເປັນເຂດສະເພາະ ມີພຽງແຕ່ ຢູ່ ສວນສາທາລະນະທໍລະນີທົ່ວໂລກ Unesco ດັກນົງ ເຊິ່ງໄດ້ຮັບການຮັບຮອງຈາກໂລກ. ລຸງ ເກີບາງ ຊາວເຜົ່າ ເມີນົງ ນັກສິລະປະການເຮັດເຄື່ອງຈັກສານ ຢູ່ຕາແສງ ດັກຮ່າ ໃຫ້ຮູ້ວ່າ:

  “ຂະແໜງອາຊີບຫັດຖະກຳຂອງເຜົ່າຕົນໃນປັດຈຸບັນໄດ້ຂະຫຍາຍຕົວດີທີ່ສຸດ ທັງຮັບໃຊ້ຄວາມຕ້ອງການນຳໃຊ້ ທັງຂາຍໃຫ້ແຂກທ່ອງທ່ຽວ. ທັງນີ້ກໍ່ເປັນການຮັກສາອາຊີບ ແລະ ສ້າງລາຍຮັບຕື່ມອີກ”.

 ໃນການເດີນທາງກັບສູ່ເຂດມໍລະດົກ ສວນສາທາລະນະທໍລະນີທົ່ວໂລກ Unesco ດັກນົງ , ເມືອງ ກຣົງໂນ ແມ່ນຖ້ອງຖິ່ນທີ່ມີທິວທັດທຳມະຊາດຫຼາຍແຫ່ງ ດ້ວຍວົງຄະນາຍາດບັນດາເຜົ່າສ່ວນໜ້ອຍຍັງເຂັ້ມຂົ້ນໄປດ້ວຍວັດທະນະທຳພື້ນເມືອງ. ລຸງ ອີຊູເຮີລອງ ບອນເດີຣູ ຢູ່ເທດສະບານ ດັກນົງ ເມືອງ ກຣົງໂນ ແບ່ງປັນວ່າ:

 “ຂ້າພະເຈົ້າດີໃຈທີ່ສຸດ ເມື່ອໄດ້ເຫັນທິວທັດທຳມະຊາດງົດງາມຄືດັ່ງນ້ຳຕົກຕາດ ໄດຣຊາບ ຫຼື ຖ້ຳຢູ່ພູເຂົາໄຟ ໄດ້ຖືກນຳເຂົ້າຂຸດຄົ້ນຮັບໃຊ້ການທ່ອງທ່ຽວ, ພ້ອມທັງເສີມຂະຫຍາຍພ້ອມກັບວັດທະນະທຳພື້ນເມືອງ ເພື່ອພັດທະນາເສດຖະກິດສັງຄົມ ພໍ່ແມ່ພີ່ນ້ອງຫຼາຍຄົນກໍ່ໄດ້ເຂົ້າຮ່ວມບັນດາການບໍລິການທ່ອງທ່ຽວ ແລະ ຊີວິດການເປັນຢູ່ໄດ້ດີຂຶ້ນ”.

 ໃນຊຸມປີທີ່ຜ່ານມາ ຕາແສງ ນ້ຳນຸງ ທີ່ເມືອງ ກຣົງໂນ ໄດ້ເຮັດທ່ອງທ່ຽວຊຸມຊົນ. ແຂກທ່ອງທ່ຽວເມື່ອມາຢາມນ້ຳນຸງ ຈະໄດ້ຂອກຮູ້ຮີດຄອງປະເພນີ, ງານບຸນ ແລະ ອາຫານການກິນຂອງຊາວທ້ອງຖິ່ນ. ທ່ານ ອີເກຣວ ຮອງປະທານບ້ານ ເຢິກບຢູ ໃຫ້ຮູ້ວ່າ:

 “ເມື່ອສ້າງຕັ້ງຮູບແບບທ່ອງທ່ຽວ, ທີໜຶ່ງ ແມ່ນມີຄວາມຫວັງຢາກຮັກສາສີສັນວັດທະນະທຳຂອງເຜົ່າຕົນ; ທີສອງ ແມ່ນສືບທອດອາຊີບຫັດຖະກຳຄືເຮັດເຄື່ອງຈັກສານຕ່ຳແຜ່ນແພພື້ນເມືອງ ແລະ ອາຫານການກິນຂອງບັນດາເຜົ່າ. ຈາກນັ້ນກໍ່ໂຄສະນາເຜີຍແຜ່ຜະລິດຕະພັນກະເສດໂດຍຕົນເອງຜະລິດຄື ກາເຟ ໝາກໄມ້ ຜັກ ເພື່ອຮັບໃຊ້ແຂກທ່ອງທ່ຽວ ທັງເປັນການເພີ່ມລາຍຮັບໃຫ້ແກ່ຊາວທ້ອງຖິ່ນ”.

   ໃນໄລຍະທີ່ຜ່ານມາແຂວງ ດັກນົງ ໄດ້ກຳນົດວ່າ ທ່ອງທ່ຽວແມ່ນໜຶ່ງໃນສາມເສົາຄ້ຳເສດຖະກິດຂອງແຂວງ, ເພາະສະນັ້ນ ໄດ້ລົງທຶນພັດທະນາບັນດາຮູບແບບທ່ອງທ່ຽວ ໃນນັ້ນ ມີການທ່ອງທ່ຽວຢູ່ ສວນສາທາລະນະທໍລະນີທົ່ວໂລກ Unesco ດັກນົງ. ທ່ານ ນາງ ໂຕນທິຫງອກແຫ້ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກນົງ ໃຫ້ຮູ້ວ່າ:

  “ເພື່ອສ້າງເປັນຄົບຊຸດ ແລະ ເຊື່ອມຈອດທຸກໆຮູບແບບທ່ອງທ່ຽວ ແມ່ນວຽກງານທີ່ຈຳເປັນ ແລະ ພວກຂ້າພະເຈົ້າໄດ້ສ້າງບັນດາຮູບແບບນີ້ສຳເລັດເທື່ອລະກ້າວ. ເຮັດແນວໃດເພື່ອໃຫ້ປະຊາຊົນສາມາດເຂົ້າໃຈ, ເຊື່ອມຈອດ ແລະ ເຂົາເຈົ້າເອງກໍ່ເປັນເຈົ້າກຳຂອງການອະນຸລັກເສີມຂະຫຍາຍພັດທະນາບັນດາມໍລະດົກ ຮັກສາຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ”.

 ບົນພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ, ທິວທັດທຳມະຊາດໃຫຍ່ໂຕມະໂຫຖານ, ອາກາດປອດໂປ່ງເຢັນສະບາຍຕະຫຼອດປີ ພ້ອມກັບບັນດາການກຳນົດທິດລົງທຶນຢ່າງຖືກຕ້ອງ, ໃນອະນາຄົດອັນໃກ້ໆນີ້ ທ່ອງທ່ຽວຢູ່ ດັກນົງ ຈະບືນຕົວຂຶ້ນຢ່າງແຂງແຮງ ແລະ ດຶງດູດແຂກທ່ອງທ່ຽວກັບຄືນສູ່ເຂດມໍລະດົກ ສວນສາທາລະນະທໍລະນີທົ່ວໂລກ Unesco ດັກນົງ.

ຕອບກັບ

ຂ່າວ/ບົດ​ອື່ນ