(VOVWORLD) -ກຸ່ມປູຊະນີຍະສະຖານ ແລະ ທິວທັດທຳມະຊາດ ອຽນຕື໋ - ຫວິງອຽມ - ໂກນເຊີນ - ກຽບບາກ ຫາກໍ່ໄດ້ຮັບຮອງຈາກອົງການ Unesco ແມ່ນມໍລະດົກໂລກ ທີ່ກອງປະຊຸມຄັ້ງທີ 47. ກຸ່ມປູຊະນີຍະຍະຖານມໍລະດົກນີ້ ບໍ່ພຽງແຕ່ເປັນຫຼັກຖານປະຫວັດສາດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນລວງເລິກດດ້ານຈິດວິນຍານເຊື່ອມຕໍ່ມະນຸດກັບທຳມະຊາດ ຫວຽດນາມ ອີກດ້ວຍ.
ກຸ່ມປູຊະນີຍະສະຖານ ອຽນຕື໋ - ຫວິງງຽມ - ໂກນເຊີນ - ກຽບບາກແມ່ນມໍລະດົກ ເຊິ່ງປະກອບດ້ວຍປູຊະນີຍະສະຖານ 12 ແຫ່ງ |
ກຸ່ມປູຊະນີຍະສະຖານ ອຽນຕື໋ - ຫວິງງຽມ - ໂກນເຊີນ - ກຽບບາກແມ່ນມໍລະດົກ ເຊິ່ງປະກອບດ້ວຍປູຊະນີຍະສະຖານ 12 ແຫ່ງ ນອນໃນ 6 ເຂດ ປູຊະນີຍະສະຖານລະດັບຊາດພິເສດ ຂຶ້ນກັບສາມແຂວງ ກວ໋າງນິງ, ບັກຢາງ ປັດຈຸບັນແມ່ນ ບັກນິງ ແລະ ຫ໋າຍເຢືອງ ປັດຈຸບັນແມ່ນນະຄອນຫ໋າຍຟ່ອງ. ກຸ່ມປູຊະນີຍະສະຖານແຫ່ງນີ້ ມີຍອດເນື້ອທີ່ 525,75 ເຮັກຕາ ນອນໃນສາຍພູອຽນຕື໋ ທາງທິດຕາເວັນອອກພາກເໜືອ ຫວຽດນາມ. ກຸ່ມປູຊະນີຍະສະຖານມໍລະດົກນີ້ ບໍ່ພຽງແຕ່ແມ່ນບັນດາກິດຈະກຳ ສະຖານປັດຕະຍະກຳທີ່ເກົ່າແກ່ເທົ່ານັ້ນ ຫາກຍັງເປັນພະຍານຫຼັກຖານຢ່າງມີຊີວິດຊີວາ ໃຫ້ແກ່ການກຳເກີດ ແລະ ຂະຫຍາຍຕົວຂອງສາສະໜາພຸດຈຸກເລິມ ໂດຍພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ສ້າງຂຶ້ນໃນສະຕະວັດທີ XIII
ຄວາມງາມຢູ່ ອຽນຕື໋ ແມ່ນຄວາມໃຫຍ່ໂຕ ມະໂຫຖານຂອງພູຜາປ່າໄມ້ປະສານເຂົ້າກັບຈຸດທີ່ເກົ່າແກ່ຂອງວັດວາອາຮາມ, ຄວາມງາມດັ່ງໃນຝັນຂອງຫ້ວຍນ້ຳລຳເຊ,ຕົ້ນໄມ້ໃບຫຍ້າ ແລະ ສັດສາວາສິ່ງນາໆ ຊະນິດ. ຢູ່ແຫ່ງນີ້ ຍັງມີຫໍບູຊາທາດ, ສຸສານ ຂອງພະມະຫາອາຈານອົງຕ່າງໆ, ຮູບແກະຄວັດສະຫຼັກຫີນ, ແຜ່ນສີລາ... ເຂດປູຊະນີຍະສະຖານປະຫວັດສາດ ແລະ ທິວທັດທຳມະຊາດ ອຽນຕື໋ ຖືກຢັ້ງຢືນ ແມ່ນປູຊະນີຍະສະຖານລະດັບຊາດພິເສດ ເມື່ອປີ 2012. ແຕ່ລະປີປູຊະນີຍະສະຖານແຫ່ງນີ້ ໄດ້ດຶງດູດແຂກທ່ອງທ່ຽວ ແລະ ຊາວພຸດນັບລ້ານເທື່ອຄົນມາຢ້ຽມຊົມ ແລະ ນະມັດສະການ. ມີນັກທ່ອງທ່ຽວຄົນໜຶ່ງໃຫ້ຮູ້ວ່າ:
“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢາມ ອຽນຕື໋ ໄດ້ຍ່າງບໍ່ໃຊ້ອູ່ໄຟຟ້າ. ນີ້ແມ່ນໜຶ່ງໃນບັນດາສະຖານທີ່ງົດງາມ ເຊິ່ງຂ້າພະເຈົ້າເຄີຍໄປຢ້ຽມຊົມ, ທິວທັດທຳມະຊາດສວຍສົດງົດງາມອີຫຼີ”.
ຈາກ ອຽນຕື໋ ໄປຮອດ ຫວິງງຽມ ແລະ ໂກນເຊີນ ກຽບບາກ, ລະບົບປູຊະນີຍະສະຖານໄດ້ສະແດງໃຫ້ເຫັນສາຍສຳພັນ ລະຫວ່າງລັດ, ສາສະໜາ ແລະ ຊຸມຊົນໃນໄລຍະປະຫວັດສາດລະອຽດ. ຢູ່ ຫວິງງຽມ ເຊິ່ງແມ່ນວັດທີ່ເກົ່າແກ່ ໄດ້ຮັບການຮັບຮອງຈາກ Unesco ແມ່ນມໍລະກົກເອກະສານ ເມື່ອປີ 2012. ພະອາຈານໃຫຍ່ ທິກແທັງວິ້ງ ຮອງເຈົ້າອະທິການວັດ ຫວີງງຽມ ໃຫ້ຮູ້ວ່າ:
“ວັດ ຫວິງງຽມ ມີສອງບົດບາດໃຫຍ່, ເມື່ອກ່ອນນີ້ ແມ່ນສູນສອນສາສະໜາຂອງພຸດທະສາສະໜາຈຸກເລິມ ແລະ ແມ່ນແຫ່ງເພື່ອພິມຈຳໜ່າຍຄຳພີ. ພວກອັດຕະມາພວມມຸ່ງໄປສູ່ການອະນຸລັກແມ່ພິມດ້ວຍວິທີແປພາສາ. ນັບແຕ່ປີ 2015 ມານີ້ ວັດໄດ້ແປຄຳພີໄດ້ສາມຊຸດທີ່ມີຄຸນຄ່ານຳໃຊ້ສູງ”.
ວັດ ຫວິງງຽມ ຍັງແມ່ນສະຖາປັດຕະຍະກຳທີ່ໂດດເດັ່ນ ຍັງຮັກສາຈິດໃຈພຸດທະສາສະໜາໃນສະໄໝລາດຊະວົງ ຫຼີ -ລາດຊະວົງ ເຈິ່ນ, ຈາກປະຕູໂຂງຕະຫຼອດຮອດສະຖານທີ່ບູຊາ, ຫໍບູຊາ, ຫໍລະຄັງ 8 ຫຼັງຄາ.
ໂດຍໄດ້ກຳເນີດ ແລະ ຄົງຕົວມາເປັນເວລາດົນນານ ແມ່ນແຫ່ງເຕົ້າໂຮມສິ່ງຍອດຍິ່ງວັດທະນະທຳຂອງບັນດາເຂດແຄວ້ນ, ໂກນເຊີນ - ກຽບບາກ ໄດ້ກາຍເປັນສາງວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ອຸດົມສົມບູນທາງດ້ານເນື້ອໃນ ແລະ ແມ່ນການເຕົ້າໂຮມຍອດຍິ່ງທາງດ້ານສະຕິປັນຍາແນວຄິດ ຂອງຄົນລຸ້ນກ່ອນໆ ທີ່ໄດ້ເສີມສ້າງ ແລະ ຮັກສາຈົນຮອດວັນນີ້. ນາງ ຟ້າມທິເຫວະ ຮອງຫົວໜ້າພະແນກທ່ອງທ່ຽວການບໍລິການ, ຄະນະຄຸ້ມຄອງເຂດປູຊະນີຍະສະຖານ ໂກນເຊີນ - ກຽບບາກ ໃຫ້ຮູ້ວ່າ:
“ວິຫານ ກຽບບາກ ປັດຈຸບັນ ຍັງອະນຸລັກ ແລະ ເກັບຮັກສາບັນດາຄຸນຄ່າເປັນວັດຖຸ ແລະ ບໍ່ເປັນວັດຖຸທີ່ອຸດົມສົມບູນທີ່ສຸດ. ນອກຈາກນັ້ນວິຫານ ກຽບບາກ ຍັງອະນຸລັກ ແລະ ເກັບຮັກສາບັນດາຮີດຄອງປະເພນີ ຄື ປະເພນີບາຍຂາຊ້າງທັງຄູ່ ເພື່ອພາວະນາໃຫ້ມີສຸຂະພາບແຂງແຮງ, ປະເພນີເຂົ້າປະຕູພໍ່ ອອກປະຕູແມ່”.
ຈາກຈອມພູ ອຽນຕື໋ ໄປຮອດວັດ ຫວິງງຽມ ແລ້ວກໍ່ຮອດໂກນເຊີນ - ກຽບບາກ, ແຕ່ລະແຫ່ງກໍ່ແຕ່ໄດ້ຮັບການຮັບຮອງຈາກ Unesco ແມ່ນມໍລະດົກໂລກ ໄດ້ກາຍເປັນແຫຼ່ງປະຫວັດສາດ, ແມ່ນແຫ່ງປະສານລະຫວ່າງການເຫຼື້ອມໃສ ແລະ ສີສັນ, ລະຫວ່າງອະດີດຕະການ ແລະ ປັດຈຸບັນ, ມໍລະດົກເຫຼົ່ານີ້ໄດ້ກາຍເປັນທີ່ຮູ້ຈັກກັນດີໃນທົ່ວໂລກ ໄດ້ຮັບການຮັບຮອງ ແລະ ໝັ້ນໝາຍຈະໃຫ້ກຳເນີດບັນດາຄຸນຄ່າໃໝ່ໃນໄລຍະເຊື່ອມໂຍງສາກົນຂອງ ຫວຽດນາມ.