ກຸ່ມວັດບາຍດີງ-ສະຖານທີ່ທ່ອງທ່ຽວຈິດວິນຍານຢູ່ ນີງບີງ


(vovworld)- ວັດ​ບາຍ​ດີງ ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ເມືອງ​ຫລວງ ຮ​ວາ​ລື ຂຶ້ນ​ກັບ​ຕາ​ແສງ ຢາ​ຊີງ ເມືອງ ຢາ​ຫວຽນ ແຂວງ ນີງ​ບີງ ຫ່າງ​ຈາກ​ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄປທາງ​ທິດ​ໃຕ້ ​ປະ​ມານ 95 ກິ​ໂລ​ແມັດ. ກຸ່ມ​ວັດ​ບາຍ​ດີງ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຈິດ​ວິນ​ຍານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ ເປັນ​ຈຳ​ນ​ວນ​ຫລວງ​ຫລາຍ. ນີ້​ກ​ໍ​ແມ່ນ​ກຸ່ມ​ວັດ​ໄດ້​ຮັບ​ການ​ຮັບ​​ຮູ້ວ່າ​ບັນ​ລຸ​ຫລາຍ​ສະ​ຖ​ິ​ຕິ​ຂອງ​ຫວຽດ​ນາມ ແລະ ພາກ​ພື້ນ.      

ກຸ່ມວັດບາຍດີງ-ສະຖານທີ່ທ່ອງທ່ຽວຈິດວິນຍານຢູ່ ນີງບີງ - ảnh 1
ວັດ​ບາຍ​ດີງ
ພາບ:undv2014vietnam.com

        ກຸ່ມ​ວັດ​ບາຍ​ດີງ ລວມ​ມີ: ວັດ​ບາຍ​ດີງເກົ່າ ແລະ ວັດ​ບາຍ​ດີງ​ໃຫມ່. ໃນ​ຄຳ​ວ່າ “ບາຍ​ດີງ, “ບາຍ” ໝາຍ​ຄວາມ​ວ່າ​ນົບໄຫ​ວ້​, ສ່ວນ “ດີງ” ໝາຍ​ຄວາມ​ວ່າ ​ຈອມ​ພູ. ວັດ ບາຍ​ດີງ ໄດ້​ຮັບ​ການກໍ່​ສ້າງ​ບົນ​ເຂດ​ດິນ​​ທາງ​ທິດ​ຕາ​ເວັນ​ຕົກ ​ກຳ​ແພງ ຮ​ວາລື ແລະ ໃກ້​ກັບ​ເມືອງ​ຫລວງ ເກົ່າ ຮ​ວາ​ລື.

        ວັດ ບາຍ​ດີງ​ເກົ່າ ຕັ້ງ​ຢູ່​ເທິງ​ພູ ດີງ, ມີ​ຄວາມ​ສູງ 187 ແມັດ ແລະ ໄດ້​ຮັບ​ການກໍ່​ສ້າ​ງ​ກ່ອນນີ້ກວ່າ 1000 ປີ. ຂຶ້ນ​ຂັ້ນ​ໄດ​ຫ​ີນກວ່າ 300 ຂັ້ນ, ຜ່ານ​ປະ​ຕູ​ໂຂງ​ແມ່ນ​ຈະ​ຮອ​ດ​​ໃຈ​ກາງວັດ ບາຍ​ດີງ​ເກົ່າ. ​ວັດແຫ່ງ​ນີ້​​ແມ່ນ​ມຸ່ງ​ຫນ້າ​​​ໄປ​ສູ່ທາງ​ທິດ​ຕາ​ເວັນ​ຕົກ ແລະ ຖືກ ຕັ້ງ​ໃກ້​ກັບ​ຍອດ​ພູ​​ຂອງ​ເຂດ​ພູ​ຜາ​ປ່າໄມ້ທີ່​ສະ​ຫງົບ​ງຽບ, ລວມ​ມີ​ຫ້ອງ​ໂຖງຢູ່​ໃຈ​ກາງ, ເບື້ອງ​ຂວາ ແມ່ນ​ຖ້ຳ ຊາງ (hang Sáng) ບູ​ຊາ​ພະ​ພຸດ​ທະ​ເຈົ້າ, ເບື້ອງ​ຊ້າຍ​ຖ້ຳ ໂຕຍ (hang tối) ບູ​ຊາ​ພະ​ແມ່ ແລະ ເທ​ວະ​ດາ.  ວັດ​ແຫ່ງນີ້​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ວັດ​ທີ່ຕັ້ງ​ຢູ່​ໃນ​ຖ້ຳ ຊື່ງ​ຢູ່​ຫວຽດ​ນາມ​ມີ​ຫລາຍ​ແຫ່ງ. ນາງ ໂດງອກ​ແອງ, ຜູ້​ນຳ​ທ່ຽວ​ໃຫ້​ຮູ້​ວ່າ:

        “ຢູ່​ເທິງ​ປະ​ຕູ ຖ້ຳ​ຊ​າງ ມີ​ແຖວ​ຕົວ​ຫນັງ​ສື​ແກະ​ຄວັດ​​ບົນ​ຫນ້າ​ຫີນ​ເພື່ອ​ສັນ​ລະ​ເສີນ​ຄວາມ​ງາມ​ຢູ່​ແຫ່ງນີ້. ເພ​​ດານຖ້ຳ​ຄື​ດັ່ງ​ຫລັງ​ຄາ​ແບບຖາ​ວອນ. ຮ້ານ​ບູ​ຊາ​ໃນ​ຖ້ຳ​ກໍໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຄື​ໃນວັດ​ເກົ່າ​ຫລາຍ​ແຫ່ງ​ຢູ່​ຫວຽດ​ນາມ.”

ກຸ່ມວັດບາຍດີງ-ສະຖານທີ່ທ່ອງທ່ຽວຈິດວິນຍານຢູ່ ນີງບີງ - ảnh 2
​ຮູບ​ປັ້ນ​ພະອໍ​ລະ​ຫັນ
ພາບ:phuonghoangtours.com

        ພິ​ເສດ, ຢູ່​ຕອນ​ທ້າຍ​ຂອງ​ຖ້ຳ​ຊາງ ມີ​ປະ​ຕູ​ທີ່ກວ້າງ​ໃຫຍ່, ຖ້າ​ທ່ານ​ຢືນ​ຢູ່​​ທີ່ນີ້​​ກໍສາ​ມາດ​ເຫັນ​​ຮ່ອມ​ພູ​ຂຽວ​ທີ່​ຫນ້າ​ຈັບ​ໃຈ.

        ພາຍ​ຫລັງ​ຢ້ຽມ​ຢາມ ວັດ​ບາຍ​ດີງ​ເກົ່າ​ແລ້ວ, ນັກ​ທ່ອງ​ທ່ຽວ​ໄປ​ຕາມ​​ທາງ​ຊອຍ​​ມີ​ຄວາມ​ຍາວປະ​ມານ 1 ກິໂລ​ແມັດ​ອ້ອມ​ຮອບ ພູ​ດີງ ແມ່ນ​​ຮອດ​ບໍ​ລິ​ເວນ ວັດ​ບາຍ​ດີງ​ໃຫມ່. ວັດ​ແຫ່ງນີ້​ຖື​ກ​ຕັ້ງ​ຢູ່​ເນີນ​ພູ ບາ​ເຢົາ ໃຕ້​ຕີນ​ພູ ດີງ ຊື່ງ​ແມ່ນ​​ຈອມ​ພູ​​ສູງກວ່າ​ໝູ່ ແລະ ໃຫຍ່​ໂຕ​ມະ​ໂຫ​ຖານກວ່າ​ໝູ່​ໃນ​ເຂດນີ້. ເບື້ອງ​ຫນ້າ​ຂອງວັດ​ບາຍ​ດີງ​ໃຫມ່ ແມ່ນ​ບັນ​ດາ​ຈອມພູ​ໃຫຍ່​ໂຕ​ມະ​ໂຫ​ຖານ ແລະ ຫນອງ ດາ​ມ​ທິ ແລະ ແມ່​ນ້ຳ ຮ​ວ່າງ​ລອງ. ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​​ສຳ​ລັບນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ ນັ້ນ​ແມ່ນ​ຮູບ​ປັ້ນ​ພະອໍ​ລະ​ຫັນ 500 ຮູບຖືກ​ຕັ້ງ​ຢູ່ ສອງ​ຟາກລະ​ບຽງ, ມີ​ຄວາມ​ຍາວ​ປະ​ມານ 1700 ແມັດ ​ແລະ ໄດ້​ຮັບ​ການກໍ່​ສ້າງ​ຄື​ດັ່ງ​ເສັ້​ນ​ທາງ​​ພາໄປ​ເຖິງ​ພະ​ພຸດທະ​ເຈົ້າ​ຂອງ​ບັນ​ດາ​​ພະອໍ​ລະ​ຫັນ. ນີ້​ໄດ້​ຮັບ​ການ​ຮັບ​​ຮູ້ວ່າ​ແມ່ນ​ເສັ້ນ​ທາງ​​ພະອໍ​ລະ​ຫັນ​ຍາວກວ່າ​ໝູ່​ຢູ່ ອາ​ຊີ. ນາງ ໂດງອກ​ແອງ ອະ​ທິ​ບາຍກວ່າ:

        “ບັນ​ດາ​ຮູບ​ປັ້ນພະອໍ​ລະ​ຫັນ ແມ່ນ​ເຮັດ​ດ້ວຍ​ຫີນ​ຂຽວ​ພິ​ເສດ ຜ່ານ​ບັນ​ດາ​ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ນັກ​​ສິ​ລະ​ປະ​ກາ​ນແກະ​ຄວັດ​ສະ​ລັກ​ຫີນ ຢູ່​ນີງ​ບີງ. ຮູບ​ປັ້ນ​ແຕ່​​ລະຮູບ​ມີ​ຄວາມ​ສູງ 2-2,5 ແມັດ​, ນ້ຳ​ຫນັກ 2-2,5 ໂຕນ ແລະ ມີ​ຮູບ​ຊົງແຕກ​ຕ່າງ​ກັນ. ຮູບ​ປັ້ນ​ແຕ່​ລະ​ຮູບ​ລ້ວນ​ແຕ່​ມີ​ຊື່​ຂອງ​ພະອໍ​ລ​ະ​ຫັນ​ແຕ່​ລະ​ອົງ​ເພື່ອ​ໃຫ້​ທຸກ​ຄົນ​ຮູ້​ຈັກ​ເຖິງ.”

        ສິ່ງ​ພິ​ເສດ​ຢູ່​ວັດ​ບາຍ​ດີງ​ໃຫມ່ ນັ້ນ​ແມ່ນ ລະ​ຄັງ​​ທອງຫນ່ວຍ​ຫນຶ່ງ ມີ​ນ້ຳ​ຫນັກ 36 ໂຕນ ແລະ ໄດ້​ຮັບ​ການ​ຮັບ​ຮູ້ວ່າ​ແມ່ນລະ​ຄັງ​​ທອງ​ຫນ່ວຍ​ໃຫຍ່ກວ່າ​ໝ​ູ່ ຢູ່ ຫວຽດ​ນາມ.  ຢູ່​ກ​ອ້​ງລະ​ຄັງ​ຫນ່ວຍນີ້ ແມ່ນຄ້ອງ​ບ້າງ​ມີ​ນ້ຳ​ຫນັກ 70ໂຕນ. ລະ​ບຽງ​​ທີ່​ຕັ້ງ​ຮູບ​ປັ້ນ​ພະອ​ໍ​ລ​ະ​ຫັນ ສືບ​ຕໍ່​ພາ​ນັກ​ທ່ອງ​ທ່ຽວ​ຂຶ້ນສູ່​ຫໍ​ບູ​ຊາ​ເຈົ້າ​ແມ່ນກວນ​ອີນ ແລະ ຫໍ​ບູ​ຊາ​ສາດ​ສະ​ດາ. ຢູ່ ອ​າ​ຄານ​ສອງ​ຫລັງ​ນີ້​ມີ ຮູບ​ປັ້ນ​ເຈົ້າ​ແມ່ກວນ​ອີນ​ພັນ​ມື​ພັນ​ຕາ ຖືກ​ຫລໍ່​ດ້ວຍ​ທອງ. ນີ້ແມ່ນ​ຮູບ​ປັ້ນ​ພະ​ແມ່ກວນ​ອີນ​ໃຫຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ ແລະ ຮູບ​ປັ້ນ​ພະ​ພຸດ​ທະ​ຮູບ​ຫລໍ່​ດ້ວຍ​ທອງ​ໃຫຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ. ຢູ່ໂນນ​ພູ ແມ່ນ​ຫໍ​ບູ​ຊາ​ພະ​ພຸດ ຊື່ງ​ລວມ​ມີ​ພະ​ພຸດ​ທະ​ຮູບ 3 ຮູບ, ຫໍ​ບູ​ຊານີ້​ແມ່ນອາ​ຄານ​ສູງ, ກວ້າງ, ໃຫຍ່​ໂຕ​ທີ່​ສຸດ​ຢູ່​ວັດ​ບາຍ​ດີງ. ອ້າຍ ຫ​ວູ​ແອງ​ກວນ, ມາ​ຈາກ ນະ​ຄອນ ດາ​ລາດ ແບ່ງ​ປັນ​ວ່າ:

        “​ຜ່ານ​ໂທ​ລະ​ພ​າບຂ້າ​ພ​ະ​ເຈົ້າ​​ໄດ້​ເຫັນບັນ​ດາ​ຮູບ​ຫລໍ່ນີ້ໃຫຍ່​ໂຕ​. ແຕ່​ເມື່ອ​ມານີ້​ເຫັນ​ປະ​ຈັກ​ຕາ ຂ້າ​ພະ​ເຈົ້າ​ບໍ່​​ຄິດ​​ວ່າ​ແມ່ນໃຫຍ່ໂຕ​ຄື​ແນວນັ້ນ. ພະ​ພຸດ​ທະ​ຮູບ 3 ຮູບແມ່ນ​ສະ​ແດງ​ໃຫ້​ເຫັນ​ອະ​ດີ​ດ​ຕະ​ການ, ປະ​ຈຸ​ບັນ ແລະ ອະ​ນາ​ຄົດ ລ້ວນ​ແຕ່​ຖືກ​ຟອກ​ຄຳ ຍິ່ງ​ເຫັນ​ວ່າ​ສວຍ​ງາມກວ່າ. ກິດ​ຈະ​ກຳ​ນີ້​ສົມ​ກັບ​ສະ​ຖິ​ຕິ​ມີ​​ພະ​ພຸດ​ທະ​ຮູບ​ໃຫ​ຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ.”

        ແຕ່​ລະ​ປີ, ເມື່ອ​ຮອດວັນ​ບຸນ​ຕົ້ນ​ຕໍຈັດ​ຂຶ້ນ​ໃນ​ວັນ​ທີ 6 ເດ​ືອນ​ຈຽງ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ກຸ່ມ​ວັດ​ບາຍ​ດີງ ​ໄດ້ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດ​ນັບ​ໝື່ນໆ​ຄົນ​ມາ​ຢ້ຽມ​ຢາມ. ພຸດ​ທະ​ສາ​ສະ​ນີ​ກະ​ຊົນ ລ້າຍ​ງອກ​ງ່າ ແບ່ງ​ປັນ​ວ່າ:

        “ປີ​ໃດ ຂ້າ​ພະ​ເຈົ້າ​ກໍ​ມາ​ຢ້ຽມ​ຢາມ ວັດ​ບາຍ​ດີງ. ວັດ​ແຫ່ງນີ້​ແມ່ນ​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ມານີ້​ເພື່ອ​ພາ​ວະ​ນາ​ໃຫ້​ຄອບ​ຄົວ​ຍາມ​ໃດ​ກໍ​ມີ​ສຸ​ຂະ​ພາບ​ແຂງ​ແຮງ, ມີ​ໂຊກ​ມີ​ໄຊ.”

        ໂດຍນອນ​ໃນ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່ ນີງ​ບີງ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ເມືອງ​ຫລວງ​ເກົ່າ ຮ​ວາ​ລື, ເຂດ​ທ່ອງ​ທ່ຽວ ຕາມ​ກົກ ບີກດົ້ງ, ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ…ກຸ່ມ​ວັດ ບາຍ​ດີງ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ຈິດ​ວິນ​ຍານ​ດູດ​ດື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ