ກ໊າດບ່າ - ສະຖານທີ່ທ່ອງທ່ຽວຍາມລະດູຮ້ອນ.

(VOVWORLD) -ກ໊າດບ່າ ຂຶ້ນກັບເຂດພິເສດ ກ໊າດຫ໋າຍ ນະຄອນ ຫ໋າຍຟອງ ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທຸກໆຄົນ ເມື່ອລະດູຮ້ອນວຽນມາ. ນີ້ກໍ່ແມ່ນສະຖານທີ່ເປັນໜ້າຈັບໃຈສຳລັບບໍ່ວ່າຜູ້ໃດ ຮັກທຳມະຊາດ ແລະ ຢາກເຊື່ອມຕົວເຂົ້າກັບທິວທັດເຂດທະເລໝູ່ເກາະທີ່ຮົກເຮື້ອ.
ກ໊າດບ່າ - ສະຖານທີ່ທ່ອງທ່ຽວຍາມລະດູຮ້ອນ. - ảnh 1ຫາດຊາຍທະເລ ກ໊າດກໍ໋ ຂອງເກາະ ກ໊າດບ່າ

     ໂດຍນອນຢູ່ຫ່າງຈາກໃຈກາງນະຄອນ ຫ໋າຍຟອງ ປະມານ 30 ກິໂລແມັດຕາມທາງບົກ ແລະ ຕ້ອງໃຊ້ເວລາ 30 ນາທີ ຂີ່ເຮືອບັກ ຫຼື ເຄື່ອນຍ້າຍດ້ວຍລະບົບອູ່ໄຟຟ້າທາງທະເລ, ເກາະກ໊າດບ່າ ບໍ່ແມ່ນສະຖານທີ່ທີ່ຫ່າງໄກສຳລັບຫຼາຍຄົນອີກແລ້ວ. ສິ່ງທີ່ເຮັດໃຫ້  ກ໊າດບ່າ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນຊຸມປີມໍ່ໆມານີ້ ແມ່ນຄວາມຮົກເຮື້ອໄດ້ຮັບການອະນຸລັກຮັກສາ ພ້ອມກັບການພັດທະນາການທ່ອງທ່ຽວ ໂດຍມີການຄວບຄຸມ ແລະ ມີຄວາມເຄົາລົບທຳມະຊາດ.

 “ກ໊າດບ່າ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວງາມທີ່ສຸດໃນໂລກ”

 “ຢູ່ແຫ່ງນີ້ບຽບເໝືອນຮູບພາບໃນຮູບເງົາ”.

ກ໊າດບ່າ ຍາມລະດູຮ້ອນຍິ່ງມີຊີວິດຊີວາເປັນພິເສດ. ບໍ່ມີຄົນຄັບຄາໜາແໜ້ນເກີນໄປຄືດັ່ງຫາດຊາຍທະເລທີ່ມີຊື່ສຽງອື່ນໆ. ນ້ຳທະເລຢູ່ນີ້ແມ່ນໃສຂຽວເຢັນ ແລະ ບໍ່ເລິກ ແທດເໝາະກັບຫຼາຍຄອບຄົວ

      ນັບແຕ່ຮຸ່ງເຊົ້າຢູ່ຫາດຊາຍທະເລ ກ໊າດກໍ໋ ຂອງເກາະ ກ໊າດບ່າ ກໍ່ໄດ້ຟົດຟື້ນມ່ວນຊື່ນດ້ວຍສຽງເວົ້າສຽງຫົວຂອງພວກລູກອ້າຍ ຖັງ ແລະ ນາງ ຕິ໊ງ ທີ່ມາຈາກແຂວງ ລາຍເຈົາ. ຢູ່ ລາຍເຈົາ ອ້ອມຮອບແມ່ນພູຜາປ່າໄມ້ ດັ່ງນັ້ນ ການເດີນທາງໄປທ່ອງທ່ຽວທະເລເຊັ່ນນີ້ ບໍ່ພຽງແຕ່ແມ່ນໂອກາດໄດ້ພັກຜ່ອນເທົ່ານັ້ນ ຫາກຍັງແມ່ນຄວາມໄຝ່ຝັນຂອງພວກເດັກ. ແບ່ງປັນກ່ຽວກັບຄວາມພູມໃຈຂອງພວກເດັກ. ອ້າຍ ກ໋ຽວວັນຖັງ ໃຫ້ຮູ້ວ່າ:

 “ພວກຫຼານພວມຢູ່ເຂດພູຜາປ່າໄມ້ ແຕ່ເມື່ອໄດ້ມານີ້ຮັບຊົມທະເລດັ່ງນັ້ນພວກຫຼານມັກທີ່ສຸດ. ແຕ່ຮຸ່ງເຊົ້າກໍ່ໄດ້ເອີ້ນພໍ່ແມ່ນຕື່ນນອນ ເພື່ອໄປອາບນ້ຳທະເລ ເວົ້າລວມແລ້ວ ພວກເດັກແມ່ນຊົມຊອບອາບນ້ຳທະເລທີ່ສຸດ”.

ອະທິບາຍກ່ຽວກັບເລື່ອງເລືອກເອົາ ກ໊າດບ່າ ແມ່ນສະຖານທີ່ທ່ອງທ່ຽວໃຫ້ຄອບຄົວ ໃນຍາມລະດູຮ້ອນປີນີ້, ນາງ ຫງວຽນທິຕິ໊ງ ແຂກທ່ອງທ່ຽວມາຈາກແຂວງ ລາຍເຈົາ ໃຫ້ຮູ້ວ່າ:

 “ເຫດຜົນຫຼັກທີ່ຂ້າພະເຈົ້າພາຄອບຄົວຈາກ ລາຍເຈົາ ມາທ່ຽວ ກ໊າດບ່າ ກໍ່ຍ້ອນວ່າ ກ໊າດບ່າ ງົດງາມທີ່ສຸດ. ອາຫານທະເລກໍ່ແຊບ ແລະ ເປັນອາຫານສົດ ສຳລັບຊາວທ້ອງຖິ່ນມີຄວາມຮັກແພງແຂກ. ຄອບຄົວຂ້າພະເຈົ້າໄປທ່ຽວເທື່ອນີ້ລວມມີ 6 ຄົນ. ພວກເດັກນ້ອຍຂອງຄອບຄົວຂ້າພະເຈົ້າແມ່ນຊົມຊອບທີ່ສຸດ”.

 ເມື່ອແສງແດດຄ່ອຍໆຫາຍໄປຢູ່ຝັ່ງທະເລ ກໍ່ແມ່ນຈຸດເວລາທີ່ລະບົບດອກໄຟເລີ່ມສົ່ງແສງສະຫວ່າງເຍືອງທາງຢູ່ເກາະ ກ໊າດບ່າ. ໃນລະດູຮ້ອນປີນີ້ມີຜະລິດຕະພັນໃໝ່ຂອງສະຫະພັນ 7 ວິສາຫະກິດທ່ອງທ່ຽວ ແມ່ນສະມາຊິກສະໂມສອນທ່ອງທ່ຽວ Unesco  ຮ່າໂນ້ຍ ສົມທົບກັນລະຫວ່າງການຄົ້ນຫາທຳມະຊາດ, ປະຫວັດສາດ, ອາຫານການກິນ, ສິລະປະ ພວມຖືກຜັນຂະຫຍາຍຢ່າງມີຄວາມປະທັບໃຈຢູ່ເກາະ ກ໊າດບ່າ

ຈຸດທີ່ພົ້ນເດັ່ນຂອງຜະລິດຕະພັນທ່ອງທ່ຽວ ນັ້ນແມ່ນລາຍການສະແດງສິລະປະຖືກຈັດຂຶ້ນບົນເວທີສະແດງ ໃນກາງທະເລ ກ໊າດບ່າ ກວ້າງເຖິງ 50ພັນຕາແມັດ ສົມທົບລະຫວ່າງດົນຕີ, ແສງສີ, ການຍິງບັ້ງໄຟດອກ, ລາຍການສະແດງ ແຈັດສະກີຂອງນັກກິລາປະເທດຕ່າງໆ. ນັກກິລາ ເຢນກູຕິດ ເຂົ້າຮ່ວມລາຍການສະແດງເປີດເຜີຍວ່າ:

“ເປັນໜ້າປະທັບໃຈທີ່ສຸດທີ່ພວກຂ້າພະເຈົ້າໄດ້ປະຕິບັດການສະແດງ. 8 ຟຣາຍໂບດ ໄດ້ບິນລົງໃນພາບດຽວ. ຈຸດເວລາບິນຂຶ້ນທຳອິດຜູ້ຊົມກໍ່ຕົກສະເງິວ່າ ນີ້ແມ່ນຫຍັງ, ຂ້າພະເຈົ້າພວມຢູ່ໃສ. ນີ້ແມ່ນລາຍການໃໝ່ ແລະ ເປັນສິ່ງທົດສອບໃໝ່”.

 ກ໊າດບ່າ ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວທາງທະເລເທົ່ານັ້ນ ນີ້ຍັງແມ່ນສະຖານທີ່ເພື່ອໃຫ້ບັນດາຄອບຄົວສາມາດມາພັກຜ່ອນຍ່ອນໃຈ, ຜູກມັດລະຫວ່າງທຸກໆຄົນໃນຄອບຄົວຜ່ານການເດີນທາງທ່ອງທ່ຽວ. ທຸກໆຄົນຈະໄດ້ຊົມໃຊ້ບັນດາຜະລິດຕະພັນທ່ອງທ່ຽວໃໝ່ທີ່ເປັນໜ້າຈັບໃຈ ແລະ ເປັນຂີດໝາຍຍາກທີ່ຈະລືມໄດ້ ເມື່ອມາທ່ຽວກ໊າດບ່າ ຍາມລະດູຮ້ອນ. 

ຕອບກັບ

ຂ່າວ/ບົດ​ອື່ນ