(VOVWORLD) -ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່ ດ້ວຍລະບົບຊີວະນາໆພັນນຳມາເຊິ່ງຫຼາຍຄຸນຄ່າໃຫ້ແກ່ແຂວງ ນິງບິ່ງ. ບໍ່ພຽງແຕ່ແມ່ນເຂດດິນນ້ຳຖ້ວມແຫ່ງທຳອິດຢູ່ອາຊີຕາເວັນອອກສຽງໃຕ້ ທີ່ເຂົ້າຮ່ວມສົນທິສັນຍາ ຣາມຊາ ເທົ່ານັ້ນ, ຢູ່ແຫ່ງນີ້ຍັງໄດ້ຮັບການຮັບຮອງຈາກ Unesco ແມ່ນເຂດເຄິ່ງກາງຂອງເຂດນິເວດທຳມະຊາດໂລກຢູ່ບໍລິເວນແມ່ນ້ຳແດງ ແລະ ພວມໄດ້ຮັບການສະເໜີກາຍເປັນມໍລະດົກອາຊຽນ.
ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່ |
ເຂດເຄິ່ງກາງຂອງປ່າສະຫງວນມີເນື້ອທີ່ 7.100 ເຮັກຕາ ເຊິ່ງລວມມີບຶງ, ເກາະດອນ ແລະ ປ່າຊາຍເລນ. ປ່າສະຫງວນແຫ່ງນີ້ຍັງແມ່ນແຫ່ງດຳລົງຊີວິດຂອງພຶກສາຊາດຫຼາຍກວ່າ 200 ຊະນິດ ແລະ ສັດປ່າ 500 ຊະນິດ, ປາ 155 ຊະນິດ, ແມງໄມ້ 427 ຊະນິດ.ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ຍັງເປັນແດນສະຫວັນຂອງນົກນາໆຊະນິດ ແລະ ເປັນໜ້າສົນໃຈ ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ຍັງຄົງຕົວກຸ່ມນົກຍາງໃຫຍ່
ດ້ວຍລະບົບຊີວະພາບປ່າຊາຍເລນທີ່ກວ້າງໃຫຍ່, ທິວທັດທີ່ຮົກເຮື້ອ, ຊີວະນາໆພັນ ພ້ອມກັບແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງເທດ. ທ່ານ ຫວູກວັກດາດ ຮອງຜູ້ອຳນວຍການ ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ໃຫ້ຮູ້ວ່າ:
“ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ມີຊື່ສຽງດ້ວຍລະບົບດິນນ້ຳຖ້ວມໃນເຂດປາກແມ່ນ້ຳແຄມທະເລຂອງພາກເໜືອ ຫວຽດນາມ. ໃນຊຸມປີມໍ່ໆມານີ້ ໂດຍຜ່ານພາຫະນະສື່ມວນຊົນ, ດ້ວຍການເມົາມົວຊອກຮູ້ກ່ຽວກັບທຳມະຊາດ, ຈຳນວນແຂກທ່ອງທ່ຽວໄດ້ມາທ່ຽວຢູ່ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ນັບມື້ນັບເພີ່ມຂຶ້ນ”.
ຈຳນວນແຂກທ່ອງທ່ຽວມາແຫ່ງນີ້ສະເລ່ຍບັນລຸແຕ່ 20.000 – 25.000 ເທື່ອຄົນຕໍ່ປີ, ສະເພາະໃນໂອກາດວັນບຸນໃຫຍ່ສາມາດຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 4.500 ເທື່ອຄົນ. ພວກນ້ອງນັກຮຽນສັງກັດໂຮງຮຽນປະຖົມແຫ່ງໜຶ່ງຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ລູກກໍ່ເຫັນນົກຍາງ, ນົກຫົງ ແລະ ນົກຊະນິດຕ່າງໆ ພວກມັນໃຫຍ່ທີ່ສຸດ. ລູກໄດ້ເຫັນນົກທັງໝົດທີ່ລູກມັກທີ່ສຸດ”
. “ໄປຢ້ຽມຊົມທັດສະນະສຶກສາເຊັ່ນນັ້ນ, ນ້ອງກໍ່ດີໃຈທີ່ສຸດ ຍ້ອນໄດ້ຊ່ວຍໃຫ້ລູກຮູ້ຈັກກ່ຽວກັບນົກຫຼາຍຊະນິດ ແລະ ລູກກໍ່ໄດ້ຢ້ຽມຊົມໄດ້ຫຼາຍແຫ່ງ”.
ສ່ວນອ້າຍ ຟີລິກຢູແນັດ ຊາວ ອັງກິດ ເມື່ອມາຄົ້ນຫາພ້ອມກັບພວກນ້ອງນັກຮຽນຢູ່ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ເປີດເຜີຍວ່າ:
“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມເຂດອະນຸລັກແຫ່ງຊາດຂອງ ຫວຽດນາມ. ອາດເວົ້າໄດ້ວ່າ ຂ້າພະເຈົ້າມີຄວາມປະທັບຕໍ່ຄວາມງາມທຳມະຊາດ ແລະ ຄວາມກວ້າງໃຫຍ່ໄພສານຂອງດິນແດນແຫ່ງນີ້. ເຂດດິນນ້ຳຖ້ວມກໍ່ງົດງາມດ້ວຍການຄົງຕົວຂອງທຳມະຊາດທີ່ຮົກເຮື້ອ”.
ຈຸດທີ່ພົ້ນເດັ່ນຂອງຮູບແບບທ່ອງທ່ຽວທຳມະຊາດຢູ່ປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ແມ່ນການຜູກມັດຢ່າງໜັກແໜ້ນລະຫວ່າງການພັດທະນາການທ່ອງທ່ຽວກັບການຮັກສາສິ່ງແວດລ້ອມ. ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຊອກຮູ້ຕົວຈິງກ່ຽວກັບລະບົບຊີວະພາບປ່າຊາຍເລນເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມບັນດາລາຍການຊອກຮູ້ກ່ຽວກັບນົກອົບພະຍົບ, ພຶກສາຊາດໃຕ້ນ້ຳ… ນ້ອງ ຈິ້ງທິແຄັ໊ງລິງ ສັງກັດມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍໃຫ້ຮູ້ວ່າ:
“ມື້ນີ້ນ້ອງໄດ້ຄົ້ນຫາຢູ່ເຂດປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ. ນ້ອງເຫັນວ່າ ນີ້ແມ່ນສະຖານທີ່ຈັບໃຈ, ຢູ່ອ້ອມແອ້ມມີທະເລ ມີປ່າຊາຍເລນ. ນ້ອງຄິດວ່າ ນີ້ແມ່ນສະຖານທີ່ດູດດື່ມເພື່ອດຶງດູດແຂກທ່ອງທ່ຽວ”.
ມາຢ້ຽມຊົມເຂດປ່າສະຫງວນແຫ່ງຊາດ ຊວັນທຸ໋ຍ ເພື່ອຢ້ຽມຊົມນົກຫຼາຍຊະນິດທີ່ມີຄ່າຫາຍາກຖືກຈັດເຂົ້າໃນປຶ້ມແດງ ພວມໄດ້ຮັບການປ້ອງກັນໂດຍດ່ວນ, ໄດ້ຍ່າງໃນທ່າມກາງປ່າຊາຍເລນ ກໍ່ແມ່ນການຄົ້ນຫາທີ່ເປັນໜ້າຈັບໃຈ ໂດຍສະເພາະແມ່ນສຳລັບບັນດາຜູ້ມັກຮຽນຮູ້ຄົ້ນຫາ ແລະ ຮັກທຳມະຊາດ.