(VOVWORLD) -ຢູ່ແຂວງ ແຄັ໊ງຮວ່າ ເຂດແຄມທະເລຕອນໃຕ້ພາກກາງ, ບັນດາທາດຈຳ ບູຮານຍັງຄົງຕົວຕາມການເວລາ. ປັດຈຸບັນຂະນະທີ່ແຂວງ ນິງຖ້ວນ ແລະ ແຂວງ ແຄັ໊ງຮວ່າ ໄດ້ໂຮມເຂົ້າກັນເປັນແຂວງດຽວ, ການເດີນທາງຄົ້ນຫາທາດ ໂປນາກາ ຢູ່ ຍາຈາງ ແລະ ກຸ່ມທາດ ໂປກຣົງກາຣາຍ ຢູ່ ຟານຣາງ ໄດ້ກາຍເປັນສາຍທ່ອງທ່ຽວທີ່ຫາຍາກ. ບໍ່ພຽງແຕ່ເປັນສະຖານທີ່ທ່ອງທ່ຽວເທົ່ານັ້ນ ນີ້ຍັງແມ່ນການເດີນທາງອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍທາງດ້ານວັດທະນະທຳຈຳປາ ເຊິ່ງແມ່ນພື້ນຖານອະລິຍະທຳ ເຄີຍສ້າງຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມຢູ່ດິນແດນພາກກາງ
ທາດໂປກຣົງກາຣາຍ ຖືກກໍ່ສ້າງໃນສະຕະວັດທີ XIII ຫາ XIVເພື່ອໄຫວ້ບູຊາເຈົ້າຊີວິດ ໂປກຣົງກາຣາຍ |
ຢູ່ ໂນນເຈົ່າ ທີ່ໃຈກາງນະຄອນ ຟານຣາງ, ທາດຈຳ, ກຸ່ມທາດໂປກຣົງກາຣາຍ ພັດງົດງາມຫຼາຍຂຶ້ນເມື່ອດຳເນີນພິທີພາວະນາໃຫ້ດິນຟ້າອາກາດອຳນວຍຄວາມສະດວກ. ນີ້ແມ່ນພິສຳຄັນຂອງຊາວເຜົ່າຈຳ ຖືກຈັດຂຶ້ນໃນຕົ້ນລະດູແລ້ງ ເມື່ອເນື້ອທີ່ໄຮ່ນາຕ້ອງການຟ້າຝົນ. ທ່ານ ປາດໝັນ ສັງກັດກຸ່ມຍົດຖາບັນດາສັກຂອງຊາວເຜົ່າຈຳ ແບ່ງປັນວ່າ:
“ພິທີພາວະນາໃຫ້ດິນຟ້າອາກາດອຳນວຍຄວາມສະດວກຖືກຈັກຂຶ້ນໃນແຕ່ລະປີ, ໃນພິທີນີ້ກໍ່ໄຫວ້ບູຊາຜູ້ກໍ່ຕັ້ງໝູ່ບ້ານເຊິ່ງໄດ້ມີຄຸນງາມຄວາມດີໃນການສ້າງຕັ້ງດິນແດນແຫ່ງນີ້”.
ທາດໂປກຣົງກາຣາຍ ຖືກກໍ່ສ້າງໃນສະຕະວັດທີ XIII ຫາ XIVເພື່ອໄຫວ້ບູຊາເຈົ້າຊີວິດ ໂປກຣົງກາຣາຍ ຜູ້ມີຄຸນງາມຄວາມດີໃນການສ້າງບ້ານແປງເມືອງ ຊ່ວຍກູ້ປະຊາຊົນຫຼຸດພົ້ນອອກຈາກໄພແຫ້ງແລ້ງ. ສຳລັບຊາວເຜົ່າຈຳແລ້ວ ບັນດາທາດບູຮານບໍ່ພຽງແຕ່ແມ່ນບ່ອນສັກສິດ ເພື່ອໄຫວ້ບູຊາເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈຕໍ່ໄລຍະພັດທະນາທີ່ຮຸ່ງເຮືອງຂອງລະບອບຈຳປາບູຄຸຖຮານ
ຈາກ ຟານຣາງ ໄປລຽບຕາມທາງຫຼວງແຄມທະເລ ແຂກທ່ອງທ່ຽວຈະໄປຮອດນະຄອນ ຍາຈາງ ແຫ່ງທີ່ມີທາດ ໂປນາກາ ຄົງຕົວຢູ່ຂ້າງປາກແມ່ນ້ຳ ກ໊າຍ ເຊິ່ງໄດ້ຮັບການກໍ່ສ້າງ ມາແຕ່ສະຕະທີ XIII ຫາ XIV, ກຸ່ມທາດນີ້ແມ່ນໄຫວ້ບູຊາເທວະດາ ໂປນາກາ ຕາມການເລົ່າຂານກັນມາວ່າ ພະນາງໄດ້ສອນປະຊາຊົນທຳການປູກຝັງຕ່ຳແຜ່ນແພ ແລະ ປົກປັກຮັກສາດິນດອນຕອນຫຍ້າ. ນີ້ແມ່ນສູນກາງເຫຼື້ອມໃສໃຫຍ່ ດຶງດູດແຂກທ່ອງທ່ຽວນັບແສນເທື່ອຄົນຕໍ່ປີ.
“ຊາວເຜົ່າຈຳກໍ່ສ້າງວິຫານ,ທາດ ເພື່ອໄຫວ້ບູຊາເຈົ້າຊີວິດ, ບູຊາເທວະດາຟ້າແຖນໃນສາສະໜາອິນເດຍ. ຊາວເຜົ່າຈຳກໍ່ສ້າງທາດເຫຼົ່ານີ້ດ້ວຍດິນຈີ່ ແລະ ໃຊ້ຫີນເພື່ອປະດັບປະດາ, ເມື່ອກໍ່ສ້າງ ເຂົາເຈົ້າບໍ່ໃຊ້ສີມັງຈັກໜ້ອຍ. ແຕ່ທາດຕິດຈອດລະຫວ່າງດິນຈີ່ກ້ອນຕ່າງໆນັ້ນແມ່ນຫຍັງກໍ່ແມ່ນບັນຫາໃນປັດຈຸບັນທີ່ ບັນດານັກວິທະທະຍາສາດ ຍັງບໍ່ທັນຮູ້ຈັກເຖິງ”.
ອ້າຍ ຫງວຽນວັນຫຼວດແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ໄດ້ສະແດງຄວາມປະທັບໃຈຕໍ່ສະຖານປັດຕະຍາກຳທີ່ເປັນເອກະລັກຂອງທາດເຜົ່າຈຳຍູຮານ. ອ້າຍ ຫຼວດ ເປີດເຜິຍວ່າ:
“ຊາວເຜົ່າຈຳກໍ່ມີສະຖາປັດຕະຍະກຳທີ່ເປັນເອກະລັກທີ່ສຸດ ງົດງາມທີ່ສຸດ. ຈາກດິນຈີ່ກ້ອນຕ່າງໆບໍ່ມີທາດຕິດຈອດກັນ ແຕ່ເຂົາເຈົ້າກໍ່ສາມາດປຸກສ້າງທາດທີ່ໃຫຍ່ໂຕເຊັ່ນນັ້ນ”.
ຈາກເດີ່ນໜ້າທາດ, ມຸ່ງສາຍຕາລົງສູ່ເຂດຕົວເມືອງ, ນະຄອນຍາຈາງຍິ່ງງົດງາມຫຼາຍຂຶ້ນ ດ້ວຍຂົວແຫ່ງຕ່າງໆຕັ້ງຂ້າມແມ່ນ້ຳ, ຫາດຊາຍທະເລນ້ຳຂຽວໃສເຢັນ ແລະ ບັນດາເກາະດອນຢູ່ກາງທະເລ. ມາທ່ຽວຢູ່ແຫ່ງນີ້ ໃນຍາມງານບຸນທາດ ພະແມ່, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບວາດຟ້ອນ, ສຽງກອງ ປາຣານຶງ ຄຶກຄື້ນມ່ວນຊື່ນ ແລະ ເຫັນບັນດາພາເຄື່ອງບູຊາຫຼາກຫຼາຍສີສັນ
ການປະສົມປະສານລະຫວ່າງທາດ ໂປນາກາ ແລະ ທາດໂປກຣົງກາຣາຍ ໄດ້ສ້າງເປັນສາຍທ່ອງທ່ຽວທີ່ເປັນເອກະລັກຢູ່ ຍາຈາງ. ນີ້ແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວສາມາດຄົ້ນຫາພື້ນຖານອະລິຍະທຳທີ່ຮຸ່ງເຮືອງ ຢູ່ອາຊີຕາເວັນອອກສຽງໃຕ້ ພ້ອມທັງປະກອບສ່ວນໂຄສະນາ ອະນຸລັກຮັກສາມໍລະດົກອີກດ້ວຍ.