ຄົ້ນຫາສວນສັດ ຢໍໂດ ຢູ່ ດ່າຫຼາດ ແຂວງ ເລິມດົ່ງ.

(VOVWORLD) -ໃນທ່າມກາງເຂດພູຜາປ່າໄມ້ ແຂວງ ເລິມດົ່ງ ທີ່ຂຽວອຸ່ມທຸ່ມກໍ່ມີແຫ່ງໜຶ່ງບໍ່ພຽງແຕ່ດຶງດູດເດັກນ້ອຍເທົ່ານັ້ນ ຫາກຍັງດຶງດູດທັງຜູ້ໃຫຍ່ອີກດ້ວຍ ນັ້ນແມ່ນສວນສັດ ຢໍໂດ ດ່າຫຼາດ, ດ້ວຍເນື້ອທີ່ກວ້າງໃຫຍ່, ແຫ່ງນີ້ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຈັບໃຈສຳລັບແຂກທ່ອງທ່ຽວຢາກມີຄວາມຜູກພັນກັບທຳມະຊາດ
ຄົ້ນຫາສວນສັດ ຢໍໂດ ຢູ່ ດ່າຫຼາດ ແຂວງ ເລິມດົ່ງ. - ảnh 1ສວນສັດ ຢໍໂດ ຢູ່ ດ່າຫຼາດ

     “ໂດຍແມ່ນສວນສັດທີ່ສະໜິດຕິດພັນກັບແຂກທ່ອງທ່ຽວ, ດັ່ງນັ້ນສວນ ຢໍໂດ ມີສັດປານກາງ ແລະ ສັດນ້ອຍສາມາດສຳຜັດໄດ້ຢ່າງງ່າຍດາຍ. ຜ່ານນັ້ນກໍ່ຊ່ວຍໃຫ້ພວກເຮົາເປັນຕົ້ນແມ່ນພວກເດັກນ້ອຍ ຍົກສູງຄວາມຮັກແພງຕໍ່ສັດໃນສະພາບແວດລ້ອມທຳມະຊາດ ກໍ່ຄືໄດ້ຊອກຮູ້ກ່ຽວກັບຂໍ້ມູນຂ່າວສານທີ່ດີ ກ່ຽວກັບສັດຕື່ມອີກ”

ຢູ່ສວນ ຢໍໂດ ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມຈາກໄກ, ພວກ ກັງກູລູ, ອູດ,ມ້າເຕ້ຍຊີແລນ ຫຼື ຝູງແກະທີ່ໜ້າຮັກ, ພວກແມວເປັນໜ້າຮັກ… ຂອງເດັກນ້ອຍ ຫວຽດນາມ, ແຂກທ່ອງທ່ຽວກໍ່ລ້ວນແຕ່ສາມາດເຂົ້າໃກ້ ແລະ ສຳຜັດເກືອອາຫານໄດ້. ສິ່ງນີ້ໄດ້ເຮັດໃຫ້ເດັກຫຼາຍຄົນມີຄວາມຊົມຊອບທີ່ສຸດ, ຫຼານ ບ໋າວທີ ອາຍຸ 5 ປີ ເວົ້າວ່າ:

 “ມານີ້ນ້ອງຊົມຊອບພວກໜູ ຫັນເຕີ ແລະ ກະຕ່າຍທີ່ສຸດ ເພາະພວກມັນເປັນໜ້າຮັກແທ້”

ສຳລັບຫຼານ ຕ໊ວນຮວ່າງ ອາຍຸ 4 ປີຖືກພໍ່ແມ່ພາມາຢ້ຽມຊົມສວນສັດ ຢໍໂດ ໄດ້ຮັບຊົມສັດຫຼາຍປະເພດ ເຊິ່ງໄດ້ເຮັດໃຫ້ຫຼານມີຄວາມພູມໃຈທີ່ສຸດ ຫຼານໃຫ້ຮູ້ວ່າ:

“ລູກມັກໂຕແມວທີ່ສຸດ ເພາະວ່າມັນເປັນສັດທີ່ດີ”.

ບໍ່ພຽງແຕ່ພວກເດັກນ້ອຍເທົ່ານັ້ນ ຜູ້ໃຫຍ່ກໍ່ຊອກເຫັນຢູ່ທີ່ນີ້, ຈຸດເວລາເພື່ອບັນເທົາຄວາມອິດເມື່ອຍ. ໃນທ່າມກາງເຂດທຳມະຊາດມີເນື້ອທີ່ກວ້າງ 16 ເຮັກຕາ, ສວນສັດ ຢໍໂດ ຖືກວາງແຜນຜັງກາຍເປັນເຂດຕ່າງຫາກ ເຮັດໃຫ້ຜູ້ຄົນທັງຫຼາຍຮູ້ສຶກໃກ້ສິດສະໜິດສະໜົມ ແລະ ມີຄວາມປອດໄພ. ນາງ ຮົ່ງຍຸງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າເຫັນວ່າ ສວນ ຢໍໂດ ເປັນໜ້າຈັບໃຈອີຫຼີສຳລັບຄອບຄົວຂ້າພະເຈົ້າ. ພວກເດັກສາມາດຮຽນຮູ້ວິທີຮັກທຳມະຊາດ, ສ່ວນຜູ້ໃຫຍ່ຄືພວກຂ້າພະເຈົ້າ ກໍ່ໄດ້ຮັບຊົມຖ່າຍຮູບເປັນທີ່ລະນຶກ.  ອີກອັນໜຶ່ງຢູ່ທີ່ນີ້ມີອາກາດປອດໂປ່ງ ແລະ ມີຄວາມແຕກຕ່າງກັບນະຄອນທີ່ເນືອງນັນອື່ນໆ”.

 ດ້ວຍທ່າໄດ້ປຽບທີ່ຫ່າງຈາກໃຈກາງ ດ່າຫຼາດ ປະມານ 30 ກິໂລແມັດ. ສວນ ຢໍໂດ ແມ່ນການເດີນທາງໄລຍະສັ້ນ ແຕ່ສາມາດຄົ້ນຫາໄດ້ຫຼາຍສິ່ງຫຼາຍຢ່າງ. ແຂກທ່ອງທ່ຽວຍັງຈະໄດ້ເຂົ້າຮ່ວມລາຍການຢ້ຽມຊົມສວນສັດ ໄດ້ຮັບຟັງການແນະນຳກ່ຽວກັບປະຫວັດຄວາມເປັນມາ ແລະ ປະເພນີຂອງສັດປະເພດຕ່າງໆຢູ່ທີ່ນີ້ ຈາກນັ້ນກໍ່ສາມາດເພີ່ມຄວາມເຂົ້າໃຈກ່ຽວກັບໂລກທຳມະຊາດຕື່ມອີກ 

     ເຖິງວ່າຢູ່ສວນສັດມີສັດຫຼາຍກວ່າ 40 ປະເພດກໍ່ຕາມແຕ່ລ້ວນແຕ່ແມ່ນສັດປະເພດທີ່ມະນຸດສາດມາດເຂົ້າໃກ້ໄດ້ ແຕ່ພວກມັນກໍ່ລ້ວນແຕ່ແມ່ນສັດປ່າ, ດັ່ງນັ້ນການຮັບປະກັນຄວາມປອດໄພໃຫ້ແຂກທ່ອງທ່ຽວ ກໍ່ຖືວ່າເປັນສິ່ງສຳຄັນແຖວໜ້າ. ອ້າຍ ຕ໊ຽນຮຸຍ ຜູ້ນຳທ່ຽວຊົມຢູ່ສວນສັດ ຢໍໂດ ໃຫ້ຮູ້ວ່າ:

“ແຕ່ລະລາຍການທ່ຽວຊົມ ຈະໄດ້ຮັບການແນະນນຳຈາກຜູ້ນຳທ່ຽວ ແລະ ໃນແຕ່ລະເຂດກໍ່ລ້ວນແຕ່ມີຜູ້ໜູນຊ່ວຍ. ສຳລັບກໍລະນີມີແຂກມາຫຼາຍເກີນໄປ ຫຼືວ່າມີເດັກນ້ອຍເປັນສ່ວນຫຼາຍ,ມີພາລະກອນສວນສັດກໍ່ເດີນຕາມ ແລະ ໜູນຊ່ວຍການຢ້ຽມຊົມ. ພິເສດສຳລັບສັດປະເພດຕ່າງໆ ຢູ່ສວນແຫ່ງນີ້ທີ່ໄດ້ຫຼິ້ນກັບພວກຫຼານນ້ອຍ, ສ່ວນຫຼາຍກໍ່ລ້ວນແຕ່ໄດ້ຜ່ານໄລຍະຝຶກສອນ.”

      ເດີນທາງອອກຈາກສວນ  ຢໍໂດ ແຂກທ່ອງທ່ຽວນຳຮູບຖ່າຍຫຼາຍແຜ່ນທີ່ສວຍງາມ ເຊິ່ງແມ່ນອະນຸສອນທີ່ດີ. ແຕ່ສິ່ງທີ່ເປັນໜ້າປະເສີດເລີດລ້ຳກວ່າ ກໍ່ແມ່ນຄວາມຮູ້ສຶກມີຄວາມສະຫງົບສຸກຂະນະທີ່ໄດ້ເຊື່ອມຕົວເຂົ້າກັບທຳມະຊາດ. ຢູ່ ດ່າຫຼາດ ແຂວງ ເລິມດົ່ງ ໃນທ່າມກາງເຂດພູຜາປ່າໄມ້, ສວນສັດ ຢໍໂດ ໄດ້ກາຍເປັນຈຸດທີ່ພົ້ນເດັ່ນເປັນເອກະລັກໃນການເດີນທາງຄົ້ນຫານະຄອນມວນມະລາ.

ຕອບກັບ

ຂ່າວ/ບົດ​ອື່ນ