ຄົ້ນຫາເຂດພູພຽງເມກຂາວ - ບັກຮ່າ

(VOVWORLD) -ເມືອງບັກຮ່າ ນອນຢູ່ທາງທິດຕາເວັນອອກສຽງເໜືອຂອງແຂວງ ລ່າວກາຍ. ຢູ່ແຫ່ງນີ້ມີເມກຂາວປົກຄຸມບັນດາພູສູງຕະຫຼອດປີ, ທິວທັດທຳມະຊາດໃຫຍ່ໂຕມະໂຫຖານ ພ້ອມກັບບັນດາປູຊະນີຍະສະຖານປະຫວັດສາດ, ບັນດາຈຸດວັດທະນະທຳ ງານບຸນປະເພນີຂອງບັນດາເຜົ່າສ່ວນໜ້ອຍ. ບັກຮ່າ ໄດ້ ແລະ ພວມດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຊົມຄົ້ນຫາ
ຄົ້ນຫາເຂດພູພຽງເມກຂາວ - ບັກຮ່າ - ảnh 1ສີຂາວຂອງດອກໝັ້ນຢູ່ບັກຮ່າໃນແຂວງລາວກາຍ

     ໃນລະດູບານໃໝ່ ບັກຮ່າ ຖືກປົກຄຸມໄປດ້ວຍສີຂາວ ຂອງດອກໝັ້ນ ກໍ່ຮອດເດືອນ ມິຖຸນາ ແຂກທ່ອງທ່ຽວເມື່ອມາຢາມ ບັກຮ່າ ຈະໄດ້ເຫັນບັນດາສວນຕົ້ນໄມ້ກິນໝາກພວມສຸກເຫຼືອງໃນທົ່ວບ້ານ. ຈຸດເວລານີ້ ບັກຮ່າ ເຄີຍຈັງຕັ້ງການແຂ່ງມ້າ, ງານບຸນປະເພນີ ແລະ ໄດ້ກາຍເປັນເຄື່ອງໝາຍຕິດພັນກັບເຂດພູພຽງຂາວ ດັ່ງນັ້ນຍິ່ງມີແຂກທ່ອງທ່ຽວຫຼາຍຄົນມາທ່ຽວຢູ່ທີ່ນີ້. ທ່ານ ບຸ່ຍວັນວິງ ຫົວໜ້າຂະແໜງວັດທະນະທຳ - ຖະແຫຼງຂ່າວເມືອງ ບັກຮ່າ ໃຫ້ຮູ້ວ່າ:

 “ຕ້ອງຢືນຢັນໄດ້ວ່າການແຂ່ງມ້າຢູ່ ບັກຮ່າ ແມ່ນໜຶ່ງໃນບັນດາຈຸດທີ່ເປັນເອກະລັກທີ່ສຸດ. ເບິ່ງຄືວ່າ ບໍ່ມີຢູ່ແຫ່ງໃດທີ່ການແຂ່ງມ້າພັດບໍ່ມີການປ້ອງກັນ ແລະ ບໍ່ມີອານມ້າ ແລະ ບັນດາໂຕມ້າກໍ່ແມ່ນມ້າພວມຕາງເຄື່ອງ ແລະ ຜູ້ແຂ່ງມ້າກໍ່ແມ່ນຊາວກະສິກອນ”.

ບັນດາຜູ້ແຂ່ງມ້າຢູ່ ບັກຮ່າ ລ້ວນແຕ່ແມ່ນຊາວກະສິກອນຢ່າງແທ້ຈິງ. ແຕ່ລະວັນເຂົາເຈົ້າຍັງເຮັດໄຮ່ໄຖນາ ປູກສາລີ ບົວລະບັດຮັກສາສວນໝາກໝັ້ນ ແລະ ໃຊ້ມ້າເພື່ອຕ່າງເຄື່ອງ ພຽງແຕ່ຮອດເວລາໃກ້ຈະແຂ່ງມ້າ ເຂົາເຈົ້າຈຶ່ງຝຶກແອບເທົ່ານັ້ນ. ອ້າຍ ວ່າງວັນເລິມ ຊາວເຜົ່າໄຕ່ ຢູ່ຕາແສງ ນາໂຮ່ຍ ໃຫ້ຮູ້ວ່າ:

“ນ້ອງໄດ້ເຂົ້າຮ່ວມການແຂ່ງມ້າເປັນຄັ້ງທີ 7 ແລ້ວ. ຖ້າຫາກມີມ້າໃໝ່ ກໍ່ປ່ຽນມ້າຢ່າງຕໍ່ເນື່ອງ. ສຳລັບການເກືອມ້າກໍ່ມີຄວາມແຕກຕ່າງ ໃຫ້ກິນຫຍ້າທຳມະດາ ພິເສດແມ່ນຫຍ້າອ່ອນ ແລະ ຮຳສາລີ”.

ໃນໂອກາດງານບຸນແຂ່ງມ້າ, ແຂກທ່ອງທ່ຽວ ຄວນແວ່ຢາມບັນດາໝູ່ບ້ານຢ້ຽມຊົມທັດສະນະສຶກສາ ເພື່ອຊອກຮູ້ຈຸດວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າ. ພິເສດແຂກທ່ອງທ່ຽວອາດຈະແວ່ຢາມຕະຫຼາດນັດ ບັກຮ່າ ເຊິ່ງແມ່ນແຫ່ງເຕົ້າໂຮມວັດທະນະທຳອາຫານການກິນຂອງບັນດາເຜົ່າເຂດພູພຽງ. ທ່ານ ບຸ່ຍວັນວິງ ໃຫ້ຮູ້ວ່າ:

 “ຕະຫຼາດນັດ ບັກຮ່າ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນຈຳນວນ 10 ຕະຫຼາດນັດທີ່ເປັນເອກະລັກທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້. ຢູ່ຕະຫຼາດ ບັກຮ່າ ບັນດາຄຸນຄ່າສີສັນວັດທະນະທຳຖືກສະແດງອອກຢ່າງຈະແຈ້ງທີ່ສຸດ. ດັງນັ້ນແຂກທ່ອງທຽວຜູ້ໃດເມື່ອມາຢາມ ບັກຮ່າ ຕ່າງກໍ່ລໍຖ້າຮອດຈຸດເວລາເປີດຕະຫຼາດນັດ ເພື່ອໄປຄົ້ນຫາ ໄດ້ເຊື່ອມຕົວເຂົ້າກັບເຂດວັດທະນະທຳທີ່ເປັນເອກະລັກຂອງ 14 ເຜົ່າຢູ່ແຫ່ງນີ້”.

ຕະຫຼາດນັດບັກຮ່າ ແມ່ນຮູບພາບທີ່ມີຫຼາຍສີສັນ ສະແດງໃຫ້ເຫັນຊີວິດການເປັນຢູ່ຂອງຊາວທ້ອງຖິ່ນ. ໃນຕະຫຼາດນັດທີ່ຟົດຟື້ນ ແຫ່ງທີ່ມ່ວນຊື່ນກວ່າໝູ່ຍັງຄົງແມ່ນເຂດອາຫານການກິນ ດ້ວຍບັນດາເຍື່ອງອາຫານພື້ນເມືອງຂອງພໍ່ແມ່ພີ່ນ້ອງເຂດພູສູງຄື ຖັງໂກ໊, ແມນແມ່ນ, ເຝີສົ້ມ, ເຂົ້າໜຽວ 5 ສີ… ໃນນັ້ນເປັນເອກະລັກທີ່ສຸດແມ່ນເຍື່ອງອາຫານ ຖັງໂກ໊. ນາງ ລູ່ທິເຕືອຍ ຊາວເຜົ່ານຸ່ງຢູ່ຕາແສງ ນາໂຮ່ຍ ເຈົ້າຂອງຮ້ານຂາຍ ຖັງໂກ໊ ທີ່ຕະຫຼາດນັດ ບັກຮ່າ ແບ່ງປັນວ່າ:

“ຄອບຄົວນ້ອງໄດ້ປຸງແຕ່ເຍື່ອງອາຫານຖັງໂກ໊ ມາແຕ່ດົນແລ້ວ. ນັບແຕ່ຄາວຍັງນ້ອຍກໍ່ໄດ້ໄປຕາພໍ່ໄປຕະຫຼາດນັດ ແລະ ມາຮອດປັດຈຸບັນ ນ້ອງກໍ່ໄດ້ສືບຖອດອາຊີບນີ້ຈາກປູ່ ຈາກພໍ່. ນ້ອງກໍ່ພວມພະຍາຍາມເລືອກເອົາມ້າໂຕທີ່ດີໆ ແລະ ແຊບທີ່ສຸດ ເພື່ອໃຫ້ທຸກໆຄົນທັງຢູ່ໃກ້ ແລະ ໄກ ເມື່ອມາທ່ຽວຈະໄດ້ຊີມລົດຊາດອາຫານຖັງໂກ໊ ທັງສະອາດທັງແຊບນົວ”.

ບັກຮ່າ ເຄີຍມີຊື່ສຽງເປັນຕະຫຼາດມ້າ, ງານແຂ່ງມ້າ ອັນເປັນປະເພນີທີ່ເປັນເອກະລັກສະເພາະ ຍ້ອນແນວນັ້ນ ເຍື່ອງອາຫານຖັງໂກ໊ ກໍ່ແມ່ນຈຸດວັດທະນະທຳອາຫານການກິນ ດຶງດູດ ແຂກທ່ອງທ່ຽວມາຕະຫຼາດນັດເພື່ອຊີມລົດຊາດຂອງເຍື່ອງອາຫານນີ້. ສີສັນບັນດາເຜົ່າ, ຄວາມງາມຂອງບັນດາງານບຸນປະເພນີ, ຄວາມຫຼາກຫຼາຍສີສັນຂອງບັນດາປະເພດສິນຄ້າ ສິນພິເສດຢູ່ເຂດພູສູງ ແລະ ຄວາມອຸດດົມສົມບູນທາງດ້ານອາຫານການກິນໃນຕະຫຼາດນັດໄດ້ສ້າງຄວາມດຶງດູດໃຈ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາທ່ຽວບັກຮ່າ ໃຫ້ນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ