ຄົ້ນຫາເນີນພູທາງທິດຕາເວັນອອກ ຕາມດ໋າວ ໃນແຂວງ ຖາຍງວຽນ.
The Hung -  
(VOVWORLD) -ເມື່ອເວົ້າເຖິງ ຕາມດ໋າວ ມີຫຼາຍຄົນເຄີຍຄິດເຖິງເທດສະນານນ້ຳໝອກຢູ່ແຂວງ ຫວິງຟຸກ. ແຕ່ມີບໍ່ເທົ່າຄົນຈະຮູ້ວ່າ ຢູ່ທາງກ້ຳຕາເວັນອອກຂອງສາຍພູນີ້ຂຶ້ນກັບບໍລິເວນເມືອງ ດ້າຍຕື່ ແຂວງ ຖາຍງວຽນ ແມ່ນເນີນພູທາງທິດຕາເວັນອອກ ຕາມດ໋າວ ເຊິ່ງແມ່ນແຫ່ງຮັກສາຄວາມງາມຮົກເຮື້ອດັ້ງເດີມ ແລະ ເຕັມໄປດ້ວຍສິ່ງທ້າທາຍຕໍ່ບັນດາຜູ້ມັກຄົ້ນຫາ.
ເນີນພູທາງທິດຕາເວັນອອກ ຕາມດ໋າວ ເຊິ່ງແມ່ນແຫ່ງຮັກສາຄວາມງາມຮົກເຮື້ອດັ້ງເດີມ |
ການເດີນທາງຄົ້ນຫາເນີນພູທາງທິດຕາເວັນອອກ ຕາມດ໋າວ ໃນປັດຈຸບັນແມ່ນເລີ່ມເດີນທາງຈາກຕາແສງ ລາບັ່ງ ຫຼື ຕາແສງ ກີ໊ຝູ. ຈາກນີ້ແຂກທ່ອງທ່ຽວຈະຜ່ານເສັ້ນທາງປ່າດົງດິບ ຜ່ານນ້ຳຕົກຕາດ, ຫ້ວຍນ້ຳລຳເຊ ແລະ ບັນດາທາງຄ້ອຍທີ່ທຸລະກັນດານ. ໜຶ່ງໃນບັນດາສະຖານທີ່ພົ້ນເດັ່ນໃນການເດີນທາງແມ່ນຫ້ວຍແກມ ເຊິ່ງແມ່ນຫ້ວຍນ້ອຍມີນ້ຳໃສເຢັນໄຫຼຕະຫຼອດປີ. ສືບຕໍ່ເດີນທາງຄົ້ນຫາ, ແຂກທ່ອງທ່ຽວຈະພົບເຫັນນ້ຳຕົກຕາດ ຈັ໊ງ ປຽບເໝືອນແຖບຜ້າໄໝສີຂາວຢູ່ໃນທ່າມກາງພູຜາປ່າໄມ້ຂຽວສົດງົດງາມ. ເດີນທາງໄປໄກກວ່າອີກ ແມ່ນນ້ຳຕົກຕາດ ດົ້ງຕຽນ ດ້ວຍນ້ຳໄຫຼສາມຊັ້ນທີ່ໃຫຍ່ໂຕມະໂຫຖານ ກໍ່ແມ່ນສະຖານທີ່ແວ່ຢາມທີ່ເປັນໜ້າຈັບໃຈ. ອ້າຍ ຫງວຽນວັນກວາງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:
“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ໄປຄົ້ນຫານ້ຳຕົກຕາດ ຈັ໊ງ, ສຳລັບຂ້າພະເຈົ້າແລ້ວ ເສັ້ນທາງຄົ້ນຫານີ້ກໍ່ພໍດີງາມ. ພາຍຫຼັງເດີນຜ່ານ ບັນດາເສັ້ນທາງເບຕົງ, ພວກຂ້າພະເຈົ້າກໍ່ໄດ້ຜ່ານເສັ້ນທາງລະອິດລະອ້ຽວ ເພື່ອຂຶ້ນຮອດນ້ຳຕົກຕາດ ຂາວ. ທິວທັດຢູ່ເຂດພູຜາປ່າໄມ້ຢູ່ແຫ່ງນີ້ຍັງຮົກເຮື້ອອາກາດປອດໂປ່ງເຢັນສະບາຍດ້ວຍຄວາມສູງປະມານ 500 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ ຂ້າພະເຈົ້າກໍ່ເຫັນວ່າ ນ້ຳຕົກຕາດຈັ້ງ ຢູ່ແຫ່ງນີ້ສວຍງາມອີຫຼີ”.
ສ່ວນອ້າຍ ເລກວາງຕ໊ວນ ແບ່ງປັນວ່າ:
“ຂ້າພະເຈົ້າໄດ້ມາຄົ້ນຫາຢູ່ແຫ່ງນີ້ເປັນເວລາ 3 ຊົ່ວໂມງ, ຂ້າພະເຈົ້າຮູ້ສຶກເປັນໜ້າຈັບໃຈທີ່ສຸດ. ນີ້ກໍ່ແມ່ນສະຖານທີ່ແທດເໝາະກັບແຂກທ່ອງທ່ຽວຜູ້ຢາກຄົ້ນຫາ ແລະ ນັກທ່ອງທ່ຽວຜະຈົນໄພ”.
ປັດຈຸບັນຢູ່ເຂດ ລາບັ່ງ, ກີ໊ຝູ ກໍ່ມີໂຮມສະເຕຫຼາຍຫຼັງຖືກກໍ່ສ້າງແບບເປັນມິດກັບສິ່ງແວດລ້ອມ. ບັນດາລາຍການທ່ອງທ່ຽວຄົ້ນຫາກໍ່ເຄີຍມີຖັນແຖວຜູ້ນຳທ່ຽວຊາວທ້ອງຖິ່ນໄປນຳແຂກທ່ອງທ່ຽວ ເພື່ອຮັບປະກັນຄວາມປອດໄພໃນການເດີນທາງຄົ້ນຫາ. ທ່ານ ຫງວຽນແທັງລວນ ຫົວໜ້າສູນ້ມູນຂ່າວສານສົ່ງເສີມການທ່ອງທ່ຽວແຂວງ ຖາຍງວຽນ ແບ່ງປັນວ່າ:
“ໃນການເດີນທາງຄົ້ນຫາເທື່ອນີ້ ພວກຂ້າພະເຈົ້າໄດ້ວາງເປົ້າໝາຍສ້າງລາຍການທ່ອງທ່ຽວຊຸມຊົນ ຕິດພັນກັບການທ່ອງທ່ຽວຄົ້ນຫາ. ນີ້ແມ່ນຜະລິດຕະພັນທ່ອງທ່ຽວໃໝ່ຂອງແຂວງ ຖາຍງວຽນ ແລະ ຫວັງວ່າໃນອະນາຄົດຈະພັດທະນາເປັນຢ່າງດີ”.
ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວເທົ່ານັ້ນ ເນີນພູທາງທິດຕາເວັນອອກ ຕາມດ໋າວ ຍັງມີບົດບາດແມ່ນສະຖານທີ່ມີອາກາດປອດໂປ່ງຢູ່ເຂດທິດຕາເວັນອອກພາກເໜືອ. ລະບົບຊີວະພາບຢູ່ແຫ່ງນີ້ ຫຼາຍຮູບຫຼາຍສີດ້ວຍສັດພຶກສາຊາດ ຫຼາຍປະເພດທີ່ມີຄ່າຫາຍາກ. ກ່ຽວກັບຄວາມສາມາດບົ່ມຊ້ອນຂຸດຄົ້ນການທ່ອງທ່ຽວຄົ້ນຫາໃນບໍລິເວນແຂວງ ຖາຍງວຽນ, ທ່ານ ເລງອກລິງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ຖາຍງວຽນ ໃຫ້ຮູ້ວ່າ:
“ໃນບໍລິເວນແຂວງ ຖາຍງວຽນ ກໍ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາການທ່ອງທ່ຽວຄົ້ນຫາໃນບໍລິເວນເນີນພູທາງທິດຕາເວັນອອກ ຕາມດ໋າວ. ມີສະຖານທີ່ຫຼາຍແຫ່ງໃນບໍລິເວນແຂວງ ກໍ່ສາມາດນຳເຂົ້າຂຸດຄົ້ນບັນດາການເຄື່ອນໄຫວທ່ອງທ່ຽວຄົ້ນຫາ ແນໃສ່ສ້າງການເຄື່ອນໄຫວທ່ອງທ່ຽວຫຼາຍຢ່າງທີ່ໃໝ່ອ່ຽມ ເພື່ອດຶງດູດແຂກທ່ອງທ່ຽວ”.
ສຳລັບແຂກທ່ອງທ່ຽວສາກົນຢາກຊອກຫາສະຖາທີ່ໃໝ່ອ່ຽມ ດ້ວຍຄວາມງາມຊ້ອນແຝງຈາກທຳມະຊາດແບບຮົກເຮື້ອຍັງບໍ່ທັນຖືກມະນຸດແຊກແຊງເລິກນັ້ນ ການເດີນທາງຄົ້ນຫາຢູ່ເນີນພູທາງທິດຕາເວັນອອກຕາມດ໋າວ ຢູ່ແຂວງ ຖາຍງວຽນ ກໍ່ຈະແມ່ນການທ່ອງທ່ຽວຄົ້ນຫາຍາກຈະຫຼົງລືມໄດ້.
The Hung