ງານບຸນບູຊາປາວານ ເກິ່ນເຢີ່ - ສະຖານທີ່ວັດທະນະທຳທ່ອງທ່ຽວສີຂຽວ.
Ngoc Anh -  
(VOVWORLD) -ຕາແສງ ເກິ່ນເຢີ່ ແມ່ນຕາແສງແຄມທະເລຂອງນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນສະຖານທ່ອງທ່ຽວທີ່ດູດດື່ມ ດ້ວຍບັນດາເນື້ອທີ່ປ່າຊາຍເລນ, ສວນອຸທິຍານວັດທະນະທຳ, ສະຖານທີ່ປະຫວັດສາດລະດັບຊາດ, ຖານທີ່ໝັ້ນປ່າສັກ, ສາລາ ເກິ່ນແທັ້ງ ເທົ່ານັ້ນ ງານບຸນ ງີອົງ ໝາຍເຖິງງານບຸນບູຊາປາວານ ຍັງແມ່ນຈຸດວັດທະນະທຳທີ່ເປັນເອກະລັກ ແລະ ດູດດື່ມອີກດ້ວຍ.ງານບຸນບູຊາປາວານ ເກິ່ນເຢີ່ ຖືກຈັດຂຶ້ນປະຈຳປີ ແລະ ໄດ້ກາຍເປັນເຫດການວັດທະນະທຳໃຫຍ່
ພິທີບູຊາປາວານຢູ່ທະເລ |
ງານບຸນບູຊາປາວານ ແມ່ນງານບຸນປະເພນີຂອງຊາວປະມົງຢູ່ແຄມທະເລ, ແມ່ນແຫ່ງທີ່ຊາວປະມົງໄດ້ສະແດງການເຫຼື້ອມໃສພາວະນາໃຫ້ທະເລສະຫງົບງຽບ, ມີຄວາມໂຊກດີ, ການທຳມາຫາກິນໄດ້ຮັບຜົນດີ. ຢູ່ ເກິ້ນເຢີ່, ງານບຸນບູຊາປາວານໄດ້ເລີ່ມຂຶ້ນແຕ່ເດືອນ 3 ໄລ່ຕາມຈັນທະປະຕິທິນ, ແຕ່ນັບແຕ່ປີ 1914 ງານບຸນຖືກເລື່ອນໄປເດືອນ 8 ໄລ່ຕາມຈັນທະປະຕິທິນ ກໍ່ກົງກັບລະດູຈັບຫາປາໄດ້ຮັບຜົນດີຂອງຊາວປະມົງ ແລະ ບຸນໄຫວ້ພະຈັນວັນເພງເດືອນ 8. ງານບຸນແກ່ຍາວເປັນເວລາສາມວັນແຕ່ວັນທີ 15 ຫາ 17ເດືອນ 8 ດ້ວຍບັນດາການເຄື່ອນໄຫວຢູ່ປູຊະນີຍະສະຖານສຸສານປາວານ, ສາລາ ເກິ່ນແທັ້ງ. ທ່ານ ໂງວັນທູ ສະມາຄົມວ້ານແຫຼັກ ເກິ່ນເຢີ່ ໃຫ້ຮູ້ວ່າ:
“ງານບຸນບູຊາປາວານ ເກິ້ນເຢິ່ ແມ່ນງານບຸນປະພີນີໄດ້ມີມາແຕ່ດົນນານ ນັບແຕ່ສະໄໝປູ່ຍ່າຕາຍາຍຂ້າພະເຈົ້າມາຮອດປັດຈຸບັນ”.
ການເຫຼື້ອມໃສບູຊາປະວານຂອງຊາວປະມົງ ເກິ່ນເຢີ່ ຕິດພັນກັບເລື່ອງລາວເລົ່າຂານປາກຕໍ່ປາກ, ເຂົາເຈົ້າຖືປາວານແມ່ນເທວະດາທະເລ, ປົກປ້ອງເຂົາເຈົ້າຢູ່ທະເລ. ເພາະສະນັ້ນງານບຸນບູຊາປາວານ ກໍ່ແມ່ນໂອກາດສົມມະນາຄຸນພາວະນາໃຫ້ລະດູການຈັບຫາປາໄດ້ຮັບຜົນດີ ແລະ ປອດໄພ. ງານບຸນບໍ່ພຽງແຕ່ສ່ອງແສງການເຫຼື້ອມໃສ, ຄວາມສຳນຶກ ແລະ ພູມປັນຍາພື້ນເມືອງຂອງຊາວປະມົງ ໃນເມືອງ ເກິ່ນເຢີ່ ເທົ່ານັ້ນ ຫາກຍັງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸສະແດງໃຫ້ສີສັນທີ່ເປັນເອກະລັກຂອງຊາວປະມົງຢູ່ແຄມທະເລອີກດ້ວຍ. ເຖິງວ່າມີຈຸດຄ້າຍຄືກັນກັບບັນດາງານບຸນບູຊາປາວານອື່ນໆໃນເຂດກໍ່ຕາມ ແຕ່ງານບຸນບູຊາປາວານຢູ່ ເກິ່ນເຢີ່ ແມ່ນເຂັ້ມຂົ້ນໄປດ້ວຍສີສັນທ້ອງຖິ່ນ ດ້ວຍບັນດາພິທີກຳ ພິເສດສະເພາະ ແລະ ເທບນິຍາຍກ່ຽວກັບເຂດປ່າຊາຍເລນ ເກິ່ນເຢີ່. ງານບຸນຍັງແມ່ນຈຸດເວລາທີ່ຊາວປະມົງໄດ້ພັກຜ່ອນລະຫຼິ້ນມ່ວນຊື່ນ ພາຍຫຼັງຊຸມວັນອອກແຮງງານດ້ວຍຄວາມລຳບາກ ພ້ອມກັນນັ້ນກໍ່ແມ່ນໂອກາດເພື່ອອາໄລຫາບັນດາຜູ້ທີ່ມີຄຸນງາມຄວາມດີ ໃນການພັດທະນາອາຊີບການປະມົງ. ເພື່ອນ ຫງວຽນຮວ່າຍຢືອີ໊ ຢູ່ ເກິ່ນເຢີ່ ໃຫ້ຮູ້ວ່າ:
“ນັບແຕ່ຄາວຍັງນ້ອຍ ແມ່ຍ່າ ແລະ ແມ່ໄດ້ໃຫ້ນ້ອງເຂົ້າຮ່ວມງານບຸນ. ຕອນຄ່ຳໄດ້ໄປປ່ອຍລອຍກະທົງ. ຕອນເຂົ້າມື້ຕໍ່ມາຈະໄປແຮ່ປາວານມາ”.
(ເທບ).
ຂັ້ນຕອນຈັດພິທີຖືກດຳເນີນຢ່າງເຄັງຂຶມຢູ່ສຸສານປາວານ ແລະ ເຂດທະເລ ເກິ່ນແທັ້ງ ດ້ວຍບັນດາພິທີກຳທີ່ສຳຄັນຄື ພິທີຊັກທຸງ, ພິທີຍ້ອງຍໍຊົມເຊີຍຊາວປະມົງ ເກິ້ນເຢີ່, ພິທີພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກ.
(ເທບ).
ວັນທີ 16 ເດືອນ 8 ໄລ່ຕາມຈັນທະປະຕິທິນ ພິທີໃຫຍ່ຂອງງານບຸນ ແມ່ນພິທີໄຫວ້ບູຊາປາວານຢູ່ທະເລ ເຊິ່ງໄດ້ເລີ່ມຂຶ້ນແຕ່ຮຸ່ງເຊົ້າ ຂະນະທີ່ຊາວປະມົງ ແລະ ແຂກທ່ອງທ່ຽວມາເຕົ້າໂຮມຢູ່ຕໍ່ໜ້າສຸສານປາວານ. ພາຍຫຼັງພິທີໄຫວ້ບູຊາ, ຝຸງເຮືອຈະກັບຄືນດິນຕໍ່ແຜ່ນໃນທ່າມກາງສຽງກອງສຽງຄ້ອງ ສຽງໂຮຮ້ອງຂອງຊາວປະມົງ, ນາງ ຫງວຽນທິແຮງ ຢູ່ຕາແສງ ເກິ່ນເຢີ່ ເປີດເຜີຍວ່າ:
“ງານບຸນບູຊາປາວານ, ພາວະນາໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ພາວະນາໃຫ້ຊາວປະມົງເດີນເຮືອໄປຫາປາໄດ້ຮັບຜົນດີ ແລະ ປະຊາຊົນທຸກໆຄົນມີຄວາມຢູ່ເຢັນເປັນສຸກ ແລະ ມີສຸຂະພາບແຂແຮງ”.
ວັນທີ 17 ເດືອນ 8 ໄລ່ຕາມຈັນທະປະຕິທິນ ງານບຸນບູຊາປາວານໄດ້ສິ້ນສຸດລົງດ້ວຍພິທີສົມມະນາຄຸນເທວະດາທະເລຢູ່ສຸສານປາວານ. ທ່ານ ຟາມວັນເຈິ໊ນ ສັງກັດຄະນະຈັດຕັ້ງງານບຸນບູຊາປາວານ ເກິ່ນເຢີ່ ໃຫ້ຮູ້ວ່າ:
“ພິທີຈູດທູບທຽນບູຊາ ເພື່ອອາໄລຫາບັນດາຜູ້ທີ່ມີຄຸນງາມຄວາມດີໃນການບຸກເບີກພື້ນທີ່, ພິເສດແມ່ນບັນດານັກຮົບໄດ້ເສຍສະຫຼະຊີວິດໃນການຕໍ່ຕ້ານສອງຄັັ້ງ ໃນນັ້ນມີທະຫານພິເສດຫຼາຍກວ່າ 800 ຄົນ ຢູ່ປ່າສັກໄດ້ເສຍສະຫຼະຊີວິດເພື່ອຊາດ”.
ປີນີ້ງານບຸນຖືກຈັດຂຶ້ນ ແຕ່ວັນທີ 5 ຫາ ວັນທີ 7 ຕຸລາ ງານບຸນບໍ່ພຽງແຕ່ແມ່ນວັນບຸນຂອງຊາວປະມົງເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ນະຄອນ ໂຮ່ຈີມິນ ແນະນນຳດິນແດນທີ່ເປັນເອກະລັກໃຫ້ແກ່ແຂກທ່ອງທ່ຽວ, ຈາກນັ້ນສ້າງ ເກິ່ນເຢີ່ ໃຫ້ກາຍເປັນສະຖານທີ່ປອດໄພ ສະໜິດສິໜົມ ແລະ ເອກະລັກສະເພາະ.
Ngoc Anh