ທຳນຽບເຈົ້າຊີວິດ ບ໋າວດ້າຍ ຕັ້ງຢູ່ທ່າມກາງປ່າແປກ ດ່າຫຼາດ ແຂວງ ເລິມດົ່ງ

(VOVWORLD) -ໃນສາຍລົມເຢັນສະບາຍຂອງເຂດພູພຽງ ເລິມວຽນ ໃນທ່າມກາງປ່າແປກຂຽວອຸ່ມທຸ່ມ ກໍ່ມີທຳນຽບແຫ່ງໜຶ່ງທີ່ຖືກປຸກສ້າງມາເປັນເວລາກວ່າ 80 ປີ ເຊິ່ງເປັນທີ່ພັກ ແລະ ເຮັດວຽກຂອງເຈົ້າຊີວິດອົງສຸດທ້າຍ ຂອງລາດຊະວົງ ຫງວຽນ ແລະ ກໍ່ແມ່ນລາດຊະວົງສຸດທ້າຍໃນສະໄໝສັກດີນາ ຫວຽດນາມ. ນັ້ນແມ່ນທຳນຽບເຈົ້າຊີວິດ ບ໋າວດ້າຍ ປຽບເໝືອນແກ້ວມະນີບູຮານຂອງ ດ່າຫຼາດ ທີ່ງົດງາມ
ທຳນຽບເຈົ້າຊີວິດ ບ໋າວດ້າຍ ຕັ້ງຢູ່ທ່າມກາງປ່າແປກ ດ່າຫຼາດ ແຂວງ ເລິມດົ່ງ - ảnh 1ທຳນຽບ ເຈົ້າຊີວິດ ບ໋າວດ້າຍ ຢູ່ ດ່າຫຼາດ ແຂວງ ເລິມດົ່ງ

     ໂດຍແມ່ນຊາວພາກເໜືອຄົນທຳອິດໄປຮອດ ດ່າຫຼາດ ແລະ ກໍ່ແມ່ນເທື່ອທຳອິດມາຢ້ຽມຊົມທຳນຽບເຈົ້າຊີວິດ ບ໋າວດ້າຍ, ນາງ ດິງທິເຟືອງ ແຂກທ່ອງທ່ຽວມາຈາກແຂວງ ຕວຽນກວາງ ມີຄວາມປະທັບໃຈຕໍ່ຄວາມງາມຂອງສະຖາປັດຕະຍະກຳ ກໍ່ຄືຄຸນຄ່າທາງດ້ານປະຫວັດສາດຂອງທຳນຽບແຫ່ງນີ້. ນາງ ເຟືອງ ໃຫ່ຮູ້ວ່າ:

“ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ມານີ້. ກ່ອນໜ້ານັ້ນກໍ່ໄດ້ຮຽນໃນລະບົບສາມັນແລ້ວ ແຕ່ກໍ່ບໍ່ຈື່ຫຼາຍດອກ. ມານີ້ທັງໄດ້ຢ້ຽມຊົມ ທັງໄດ້ຊອກຮູ້ປະຫວັດສາດຢູ່ແຫ່ງນີ້. ຂ້າພະເຈົ້າ ເຫັນວ່າ ທຳນຽບມີສະຖາປັດຕະຍະກຳສວຍງາມທີ່ສຸດ, ເບິ່ງໃນລັກສະນະທັນສະໄໝ ກໍ່ໃນຊ່ວງເວລາປີ 1933 ນັັ້ນ, ກ່ຽວກັບສະຖາປັດຕະຍະກຳ ແລະ ການປະກອບເຄື່ອງພາຍໃນເຮືອນຢູ່ທີ່ນີ້ກໍ່ທັນສະໄໝທີ່ສຸດ”.

 ທຳນຽບແຫ່ງນີ້ຖືກປຸກສ້າງແຕ່ປີ 1933 ຫາປີ 1938 ປະກອບດ້ວຍສອງຊັ້ນແບບເອີລົບ ປະສົມກັບອາຊີຕາເວັນອອກ ລວມມີ 25 ຫ້ອງ. ຊັ້ນໜຶ່ງແມ່ນບ່ອນທີ່ເຈົ້າຊີວິດ ບ໋າວດ້າຍ ເຮັດວຽກ ແລະ ຕ້ອນຮັບແຂກ, ຊັ້ນເທິງແມ່ນບ່ອນຮ່ວມຊີວິດຂອງລາດຊະວົງ ພ້ອມດ້ວຍບັນດາຫ້ອງສະເພາະຂອງເຈົ້າຊີວິດ, ພະມະເຫສີ ແລະ ເຈົ້າຊາຍເຈົ້າຍິງ. ອ້າຍ ຮວ່າງວັນຈິງ ຜູ້ນຳທ່ຽວເປີດເຜີຍວ່າ:

“ແຂກທ່ອງທ່ຽວມານີ້ ກໍ່ລ້ວນແຕ່ຕີລາຄາວ່າ ແຫ່ງນີ້ແມ່ນງົດງງາມ, ເຄື່ອງໃຊ້ໄມ້ສອຍຢູ່ທີ່ນີ້ກໍ່ໄດ້ຮັບການຮັກສາໄວ້ເໝືອນເດີມ, ສະອາດ. ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ດີ ແລະ ເພື່ອທົບທວນຄືນປະຫວັດສາດ ແລະ ນຳມາຊຶ່ງລາຍຮັບຈາກການທ່ອງທ່ຽວໃຫ້ແກ່ ດ່າຫຼາດ”.

 ຍ່າງລຽບຕາມລະບຽງຖືກປູກາໂຣຫີນ, ກິ່ນຫອມຂອງໄມ້ເກົ່າ ແລະ ດອກໄມ້ໃນສວນປະສົມເຂົ້າກັນສ້າງເປັນລົດຫອມພິເສດສະເພາະຍາກທີ່ຈະຫາໄດ້ຢູ່ແຫ່ງອື່ນ. ຍ່າງຈົນສຸດລະບຽງກໍ່ຮອດເຂດ ວ້ອງງວຽດ ເຊິ່ງແມ່ນບ່ອນທີ່ສະຫງົບງຽບ ແລະ ແມ່ນແຫ່ງທີ່ເຈົ້າຊີວິດ ແລະ ມະເຫສີເຄີຍນັ່ງຊົມດວງພະຈັນ. ຢູ່ອ້ອມແອ້ມທຳນຽບແມ່ນສວນດອກໄມ້ຫຼາກຫຼາຍສີສັນ. ແຕ່ລະກົກໄມ້ ແຕ່ລະຂັ້ນໄດກໍ່ລ້ວນແຕ່ເປັນຂີດໝາຍວັນເວລາ. ນາງ ທູຖຸ໋ຍ ອາຍຸ 30 ປີມາຈາກ ຮ່າໂນ້ຍ ແບ່ງປັນກ່ຽວກັບຄຸນຄ່າຂອງທຳນຽບເຈົ້າຊີວິດ ບ໋າວດ້າຍ ເມື່ອພາພວກລູກຂອງຕົນມາຢ້ຽມຊົມ ທັດສະນະສຶກສາຢູ່ແຫ່ງນີ້ວ່າ:

“ກ່ຽວກັບທິວທັດທຳມະຊາດ ແລະ ສະຖາປັດຕະຍະກຳ, ຂ້າພະເຈົ້າຄິດວ່າ ນີ້ແມ່ນສະຖານທີ່ບໍ່ຄວນພາດໂອກາດແວ່ຢາມເມື່ອມາຮອດ ດ່າຫຼາດ. ທຳນຽມແຫ່ງນີ້ຖືກຕັ້ງຢູ່ໂນນແປກທີ່ງົດງງາມເປັນໜ້າຈັບໃຈ, ອາກາດຢູ່ນີ້ປອດໂປງ. ພວກເຮົາຕ້ອງຢັ້ງຢືນວ່າ ກ່ອນນີ້ 80 ປີ, ເຂົາເຈົ້າໄດ້ປຸກສ້າງດ້ວຍສະຖາປັດຕະຍາກຳ ແລະ ການປະກອບເຄື່ອງພາຍໃນທີ່ງົດງາມທັນສະໄໝ ບໍ່ນ້ອຍໜ້າກວ່າປັດຈຸບັນ ອັນໄດ້ເຮັດໃຫ້ເຮົາຕົກສະເງິ. ບໍ່ພຽງແຕ່ມີຄວາມສວຍງາມເທົ່ານັ້ນ, ທຳນຽບເຈົ້າຊີວິດ ບ໋າວດ້າຍ ຍັງຊ່ວຍໃຫ້ເຮົາມີຄວາມເຂົ້າໃຈ ກ່ຽວກັບປະຫວັດສາດ ແລະ ການດຳລົງຊີວິດຂອງເຈົ້າຊີວິດ ບ໋າວດ້າຍ ຕື່ມອີກ, ຊ່ວຍໃຫ້ພວກລູກຂອງຕົນເພີ່ມຄວາມເຂົ້າໃຈ ກ່ຽວກັບປະຫວັດສາດ ກ່ຽວກັບເຈົ້າຊີວິດອົງສຸດທ້າຍຂອງ ຫວຽດນາມ”.

ແຕ່ລະມື້ມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບຮ້ອຍເທື່ອຄົນມາຢ້ຽມຊົມທຳນຽບ ເຈົ້າຊີວິດ ບ໋າວດ້າຍ ຢູ່ ດ່າຫຼາດ ແຂວງ ເລິມດົ່ງ. ແຂກທ່ອງທ່ຽວມານີ້ ບໍ່ພຽງແຕ່ຖ່າຍຮູບທີ່ລະນຶກເທົ່ານັ້ນ ຫາກຍັງຮັບຊົມຄວາມງາມແບບເກົ່າແກ່ ລະຫວ່າງທຳມະຊາດທີ່ປອດໂປ່ງ, ໄດ້ຮັບຟັງການເລົ່າເລື່ອງ ກ່ຽວກັບລາດຊະວົງສະໄໝໜຶ່ງ ໃນອາດີດຕະການ. ທຳນຽບແຫ່ງນີ້ຍັງຮັກສາຫຼັກຖານ ຂອງອະດີດຕະການ. ຢູ່ແຫ່ງນີ້ບໍ່ພຽງແຕ່ເກັບຮັກສາຂີດໝາຍປະຫວັດສາດເທົ່ານັ້ນ ຫາກຍັງແມ່ນຮູບພາບທີ່ກົມກຽວລະຫວ່າງມະນຸດ,ສະຖາປັດຕະຍະກຳ ແລະ ທຳມະຊາດຢູ່ດ່າຫຼາດ, ແລະ ແມ່ນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນ ເຊິ່ງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຄວນມາຊອກຮູ້ ແລະ ຄົ້ນຫາ. 

ຕອບກັບ

ຂ່າວ/ບົດ​ອື່ນ