ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດຖານທີ່ໝັ້ນປະຕິວັດ ກວ໋າງນາມ

(VOVWORLD) - ພາຍຫຼັງວັນປົດປ່ອຍເປັນເວລາ 50 ປີ ຢູ່ເຂດຖານທີ່ໝັ້ນປະຕິວັດໃນແຂວງ ກວ໋າງນາມ ພາກກາງ ຫວຽດນາມ ນັບມື້ນັບປາກົດມີເຂດທ່ອງທ່ຽວຊຸມຊົມຫຼາຍແຫ່ງ. ບັນດາຜະລິດພັນທ່ອງທ່ຽວຕິດພັນກັບທຳມະຊາດ ແລະ ວັດທະນະທຳທ້ອງຖິ່ນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍໃນທ່າມກາງພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ແມ່ນສະຖານທີ່ດູດດື່ມຂອງແຂກທ່ອງທ່ຽວທັງຫຼາຍ
ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດຖານທີ່ໝັ້ນປະຕິວັດ ກວ໋າງນາມ - ảnh 1ແຂກທ່ອງທ່ຽວຈະໄດ້ຈັບຫາປາພ້ອມກັບຊາວເຜົ່າກະຕູ

    ພາຍຫຼັງຂີ່ລົດໂອໂຕເປັນເວລາກວ່າ 3 ຊົ່ວໂມງ, ແຂກທ່ອງທ່ຽວກໍ່ຈະຮອດ ເຕິຍຢາງ ທີ່ເຂດຊາຍແດນແຂວງ ກວ໋າງນາມ   ຫ່າງຈາກນະຄອນ ດ່າໜັງ ປະມານ110 ກິໂລແມັດ. ຢູ່ແຫ່ງນີ້ມີປ່າໂລ່ງເລັ່ງ ດ້ວຍຕົ້ນໂລ່ງເລັ່ງນັບ 100 ຕົ້ນໄດ້ຮັບການຮັບຮອງແມ່ນຕົ້ນໄມ້ມໍລະດົກ, ພ້ອມກັນນັ້ນກໍ່ມີປ່າໄມ້ແດງ, ໄມ້ດູ່ ທີ່ມີຈຸດວັດທະນະທຳທ້ອງຖິ່ນທີ່ເປັນເອກະລັກຂອງຊາວເຜົ່າກະຕູ.                    

    “ພາຍຫຼັງຫຼາຍຊົ່ວໂມງ, ພວກຂ້າພະເຈົ້າໄດ້ມີໜ້າຢູ່ເຂດປ່າທີ່ມີຄວາມສູງ 2.000 ແມັດ. ຢູ່ທີ່ນີ້ມີເຂດດອກໄມ້ເປັນເອກະລັກທີ່ສຸດໃນລະບົບຊີວະພາບປ່າຂອງ ຫວຽດນາມ”

      ແຂກທ່ອງທ່ຽວຍັງສາມາດຄົ້ນຫາ, ຕ້ອນຮັບແສງອາລຸນ ແລະ ຮັບຊົມກຸ່ມເມກເລື່ອນລອຍຢູ່ຈອມພູ ເຕິຍຢາງ ເຊິ່ງໄດ້ຮັບຖືວ່າແມ່ນ ຊາປາ ຢູ່ພາກກາງ. ນາງ ແຈັງຈີລຸນ ແຂກທ່ອງທ່ຽວມາຈາກ ໄຕ້ຫວັນ ປະເທດຈີນ ມີຄວາມປະທັບໃຈ ເມື່ອໄດ້ຄົ້ນຫາທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ພ້ອມກັບວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງຊາວເຜົ່າ ກະຕູ ຢູ່ແຫ່ງນີ້. ຕິດກັບເມືອງຊາຍແດນ ເຕິຍຢາງ ແມ່ນເມືອງພູດອຍ ດົງຢາງ ທີ່ມີເຂດທ່ອງທ່ອງທ່ຽວທຳມະຊາດ ກົ໋ງເຈີ່ຍ ດົງຢາງ ແຫ່ງທີ່ມີນ້ຳຕົກຕາດທຳຊາດຫຼາຍກວ່າໝູ່ຢູ່ ຫວຽດນາມ ດ້ວຍລະບົບ 25 ນ້ຳຕົກຕາດ                                   

     ເປັນຄັ້ງທຳອິດທີ່ໄດ້ມາຢ້ຽມຊົມທັດສະນະສຶກສາຢູ່ເຂດທ່ອງທ່ຽວແຫ່ງນີ້, ນາງ ເຈິ່ນທິທູ ຢູ່ນະຄອນ ດ່າໜັງ ມີຄວາມປະທັບໃຈ ດ້ວຍວັດທະນະທຳ ແລະ ທັດຊະນີຍະພາບທີ່ຮົກເຮື້ອ. ນາງເວົ້າວ່າ:

     “ສິ່ງທີ່ຂ້າພະເຈົ້າປະທັບໃຈທີ່ສຸດ ແມ່ນທ້ອງຖິ່ນສາມາດຮັກສາເນື້ອທີ່ປ່າ ແລະ ໄດ້ມອບໃຫ້ປະຊາຊົນອະນຸລັກຮັກສາ. ນອກຈາກນັ້ນຂ້າພະເຈົ້າຍັງມີຄວາມປະທັບໃຈຕໍ່ງານບຸນຂອງຊາວທ້ອງຖິ່ນຢູ່ແຫ່ງນີ້ ດ້ວຍການເຕັ້ນ ຕຸງໆຢາໆ ທີ່ດູດດື່ມ”.

     ສ່ວນນາງ ຫງວຽນທິລານ ຢູ່ນະຄອນ ດ່າໜັງ ໄດ້ແບ່ງປັນວ່າ:

    “ໄດ້ຮັບຊົມການເຕັ້ນລຳ ຕຸງໆຢາໆ ຂ້າພະເຈົ້າຮູ້ສຶກເບີກບານໃຈ ແລະ ມີຄວາມສະໜິດສະໜົມ. ຂ້າພະເຈົ້າໄດ້ເຫັນບັນດາຄວາມງາມຂອງໝູ່ບ້ານວັດທະນະທຳຢູ່ແຫ່ງນິີ້ ຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍກໍ່ລ້ວນແຕ່ຮັກສາຈຸດວັດທະນະທຳນີ້”.

     ເພື່ອສ້າງຈຸດທີ່ພົ້ນເດັ່ນ ເມື່ອມາຢາມເຂດຖານທີ່ໝັ້ນປະຕິວັດເກົ່າ, ຕົ້ນເດືອນມີນາທີ່ຜ່ານມາ ແຂວງ ກວ໋າງນາມ ໄດ້ປະກາດແລວພັດທະນາການທ່ອງທ່ຽວໃໝ່ “ເສັ້ນທາງມໍລະດົກ ໂຮ້ຍອານ - ໝີເຊີນ - ກົ໋ງເຈີ່ຍ ດົງຢາງ” ແລວທ່ອງທ່ຽວນີ້ ແມ່ນການປະສົມປະສານຄວາມງາມຂອງສະຖາປັດຕະຍະກຳ - ປະຫວັດສາດ - ວັດທະນະທຳ. ທ່ານ ເລືອງຫງວຽນມິງຈຽດ ເລຂາຄະນະພັກແຂວງ ກວ໋າງນາມຖືວ່າ: ເສັ້ນທາງມໍລະດົກນີ້ ແມ່ນເສັ້ນທາງທ່ຽວພາຍໃນແຂວງ ໄດ້ຮັບການປະກາດຢ່າງເປັນທາງການເທື່ອທຳອິດໃນການກຳນົດທິດພັດທະນາແລວທ່ອງທ່ຽວໃໝ່ຢູ່ແຂວງ ກວ໋າງນາມ. ທັງນີ້ຈະເປັນການຍູ້ແຮງການກໍ່ສ້າງ ແລະ ພັດທະນາບັນດາຜະລິດຕະພັນທ່ອງທ່ຽວຫຼາຍຮູຍຫຼາຍສີ, ສາມາດເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວເຂົ້າກັນ. ທ່ານກ່າວວ່າ:

       “ເພືຶ່ອໃຫ້ແຂວງ ກວ໋າງນາມ ກາຍເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວນັ້ນ, ນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດພ້ອມກັບການກຳນົດທິດພັດທະນາສ້າງກົນໄກນະໂຍບາຍໂຄງການພັດທະນາທ່ອງທ່ຽວໄດ້ມີລັກສະນະຍາວນານຍຸດທະສາດ ກໍ່ຕ້ອງມີການປະສານສົມທົບໜູນຊ່ວຍຈາກບັນດາອົງການຈັດຕັ້ງທັງຢູ່ພາຍໃນປະເທດ ແລະ ສາກົນ, ມີການຮ່ວມມື ຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນ ແລະ ພິເສດຕ້ອງມີການຮ່ວມເດີນທາງຂອງບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດທ່ອງທ່ຽວ”.

     ປີກາຍນີ້ຈຳນວນແຂກທ່ອງທ່ຽວມາທ່ຽວແຂວງ ກວ໋າງນາມ ຄາດວ່າບັນລຸຫຼາຍກວ່າ 8 ລ້ານເທື່ອຄົນ ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນແຜນຜັງເມືອງ ແຂວງ ໄລຍະ 2021 – 2030 ແລະ ວິໄສທັດເຖິງປີ 2050 ຂະແໜງທ່ອງທ່ຽວໄດ້ຮັບຖືວ່າແມ່ນພື້ນຖານສ້າງກຳລັງໜູນແກ່ການເຕີບໂຕເສດຖະກິດສັງຄົມຂອງແຂວງ.ການພັດທະນາບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຢູ່ເຂດຖານທີ່ໝັ້ນປະຕິວັດ ຈະສ້າງຈຸດທີ່ພົ້ນເດັ່ນສະເພາະເພື່ອໃຫ້ແຂວງ ກວ໋າງນາມນັບມື້ນັບດຶງດູດແຂກທ່ອງທ່ຽວ. 

ຕອບກັບ

ຂ່າວ/ບົດ​ອື່ນ