ບັນດາຮ້ານກາເຟ ຢູ່ ເມືອງເອກແຫ່ງກາເຟ ຫວຽດນາມ


(vovworld)- ບວນ​ມາ​ທວດ ​ແມ່ນນະ​ຄອນໃຫຍ່​ຢູ່ ດັກ​ລັກ ຊື່ງໄດ້​ຮັບ​ການຮູ້​ຈັກ​ເຖິງດ້ວຍເມືອງ​​ ເອກ​ແຫ່ງ ກາ​ເຟ ຢູ່​ ຫວຽດ​ນາມ. ຢູ່​ທີ່ນີ້ ປ​ະ​ຊາ​ຊົນ ບໍ່​ພຽງ​ແຕ່​ປູກ​ ແລະ ປຸງ​ແຕ່ງ​ກາ​ເຟ ເທົ່າ​ນັ້ນ ຫາກ​ຍັງ​ດື່ມ​ກາ​ເຟ​ທຸກມື້​ອີກ​ດ້ວຍ. ສະ​ນັ້ນ ໄລ່​ສະ​ເພາະ​ໃນເຂດ​ຕົວ​ເມືອງ, ​​ມີຮ້ານ​ກາ​ເຟ​ເຖິງ 300 ກວ່າຮ້ານ. ບັນ​ດາ​ຮ້ານ​ກາ​ເຟ ຢູ່ ບວນ​ມາ​ທວດ ລ້ວນ​ແຕ່​ມີ​ສີ​ສັນ​ສະ​ເພາະ.

ບັນດາຮ້ານກາເຟ ຢູ່ ເມືອງເອກແຫ່ງກາເຟ ຫວຽດນາມ - ảnh 1
ໝູ່​ບ້ານ ກາ​ເຟ ຈູງງວຽນ
ພາບ:internet

        ຢູ່​ຖະ​ຫນົນ​ສາຍ​​ຕ່າງໆ ​ຂອງ​ນະຄອນບວນ​ມາ​ທວດ ກໍ່​ມີ​ຮ້ານ​ກາ​ເຟ. ບັນ​ດາ​ຮ້ານ​ກາ​ເຟເຫລົ່າ​ນັ້ນ​ ​ໄດ້​ຕັ້ງ​ຊື່​ມ່ວ​ນ​ທີ່​ສຸດຄື: ມີ​ໂມ​ຢາ, ແອງ​ຈັງ (ແສງພະ​ຈັນ).. ມີບາງຮ້ານ​ກາ​ເຟຕັ້ງ​ຢູ່​ກາງ​ສວນ​ຕົ້ນ​ໄມ້​ຂຽວ ເພື່ອ​ສະ​ຫງວນ​ໃຫ້​ຜູ້​ມັກນຶກຄິດ ​ແລະ ມັກ​ຄວາມ​ສະ​ຫງົບ​ງຽບດ້ວຍ​ຊື່​ລຽບ​ງ່າຍ​ທີ່ວ່າ: ​ເຊືອ ວ່າ ໄນ (ອະ​ດີ​ດ​ຕະ​ການ ແລະ ປະ​ຈຸ​ບັນ) ແລະ ບາງ​ຮ້ານ​ສະ​ຫງວນ​ໃຫ້​ແກ່​ໄວ​ຫນຸ່ມທີ່​ໃສ່​ຊື່​ວ່າ: Rock, Melody.. ບັນດາ​ຮ້ານ​ກາ​ເຟນີ້ຍາມ​ໃດ​ກໍ​ຟົດ​ຟື້ນ​ມ່ວນ​ຊື່ນ​ດ້ວຍ​ສຽງ​ດົນຕີ ​ແລະ ​ແສງ​ດອກ​ໄຟ​ນາ​ໆ​ສີ

    ຢູ່​ໃຈ​ກາງນະຄອນບວນ​ມາ​ທວດ ມີ​ສະ​ຖານ​ທີ່​ແຫ່ງ​ຫນຶ່ງ​, ຊື່ງບໍ່​ວ່າ​ຜູ້​ໃດ​ມາ​ຢ້ຽມ​ຢາມນະຄອນກໍມັກແວ່​ຢາມ, ນັ້ນ​ແມ່ນໝູ່​ບ້ານ​ກາ​ເຟ ຈູງງວຽນ. ໝູ່​ບ້ານ​ກາ​ເຟ ຈູງງວຽນ ແມ່ນ​ກຸ່ມ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳທີ່ມີ​ເນື້ອ​ທີ່ກວ້າງປະ​ມານ 20.000 ຕາ​ລາງ​ແມັດ, ຕັ້ງ​ຢູ່ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອນະ​ຄອນບວນ​ມາ​ທວດ. ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລື​ຊື່ ຢູ່ ໄຕ​ງວຽນ ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ. ໝູ່​ບ້ານ ກາ​ເຟ ຈູງງວຽນ ໄດ້​ຮັບ​ການ​ອອກ​ແບບ​ຄື​ຫໍ​ພິ​ພິດ​ທະ​ພັນ​ທີ່​ມີ​ຊີ​ວິ​ດຊີ​ວາ​ກ່ຽວ​ກັບ​ປະ​ຫວັດ​​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຕົ້ນກາ​ເຟ​ຢູ່​ ໂລກ ແລະ ຢູ່ ຫວຽດ​ນາມ. ມາ​ຢ້ຽມ​ຢາມ​ແຫ່ງນີ້ ນັກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ໄດ້​ຊອກ​ຮູ້​ກ່ຽວ​ກັບ ກາ​ເຟ​ຢູ່​​ໂລກ ແລະ ກາ​ເຟຫວຽດ​ນາມ. ໂດຍ​ໄດ້​ຮັບ​ການກໍ່​ສ້າງ​​ເປັນ “ເຂດ​ສະ​ຫງວນ​ສະ​ເພາະ​ໃຫ້​ແກ່ກາ​ເຟ, ໝູ່​ບ້ານກາ​ເຟ ຈູງງວຽນ ແມ່ນ​​ແຫ່ງ​ເພື່ອ​ໃຫ້​ນັກທ່ອງ​ທ່ຽວ​ສາ​ມາດ​ຊີ​ມ​ລົດ​ຊາດ​ບັນ​ດາ​ຈອກກາ​ເຟ​ແຊບ​ທີ່​ສຸດ, ນັບ​ແຕ່ຈອກ​ກາ​ເຟ​ພື້ນ​ເມືອງ​ຂອງ ຫວຽດ​ນາມ ຕະ​ຫລອດ​ຮອດກາ​ເຟ​ແບບ​ທັນ​ສະ​ໄຫມ​ຄື: capuchino, Latte, L’mour, Mother Land, Red Rose ແລະ ສິ່ງ​ທີ່​ສ້າງ​ຄວາມປະ​ທັບ​ໃຈ​ກວ່າ ນັ້ນ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈະ​ໄດ້ຮັບ​ການແນະນຳ​ກ່ຽວ​ກັບ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ກາ​ເຟ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ໂລກ​ຄື: Ethiopia, ຕວກ​ກີ, Syphon, ອີ​ຕາ​ລີ… ໃນ​ນັ້ນ ກາ​ເຟ ຫວຽດ​ນາມ, ກາ​ເຟ ຈູງງວຽນ ລວມ​ມີບັນ​ດາ​ປະ​ເພດ​ຄື: Weasel, ກາ​ເຟ​ຈົນ (ກາ​ເຟ​ເຫງັນ), Legendee, ຮ່ວ​ຽ​ນ​ທ້ວຍ (ເທບ​ນິ​ຍາຍ),  ຊາງ​ຕ້າວ (ຫົວ​ຄິດ​ປະ​ດິດ​ສ້າງ), ກາ​ເຟ G7, Passiona, ກາ​ເຟ​ສົດ. ນອກນັ້ນ ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ແນະນຳ​ກ່ຽວ​ກັບ​ວິທີປຸງ​ແຕ່ງ ກາ​ເຟ​ ແລະ ຊີມ​ກາ​ເຟ​​ພິ​ເສດສະ​ເພາະ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່ ໄຕ​ງວຽນ. ເອື້ອຍ ເຮີ​ແທນ​ກະ​ເບີນ (H’thanh K pon) ຊາວ​ເຜົ່າ ເອ​ເດ ຜູ້​ນຳ​ທ່ຽວ​ໝູ່​ບ້ານ ກາ​ເຟ ຈູງງວຽນ ໃຫ້​ຮູ້​ວ່າ:

        “ຢູ່​ບ້ານ​ພວກ​ນ້ອງ ເມື່ອ​ເກັບ​ກູ້ ກາ​ເຟ ສຳ​ເລັດ​ແລ້ວ, ຈະ​ຕາກ​ແດດ​ໃຫ້​ແຫ້ງ ແລ້ວ​ ​ຕຳ​ດ້ວຍ​ມື. ພາຍ​ຫລັງ​​ຕຳໃຫ້​ເປືອກ​ອອກ​ແລ້ວ, ເອົາ​ແກ່ນ​ມາ​ຂົ້ວແລ້ວຕຳອີກໃຫ້​ເປັນ​ແປ້ງ​ກາ​ເຟ ​ເຊິ່ງເອີ້ນ​ວ່າກາ​ເຟ​ສົດ”

ບັນດາຮ້ານກາເຟ ຢູ່ ເມືອງເອກແຫ່ງກາເຟ ຫວຽດນາມ - ảnh 2
ຮ້ານ​ກາ​ເຟ ຢູ່ ໝູ່​ບ້ານ​ກາ​ເຟ​ ຈູງງວຽນ
ພາບ:trungnguyen.com.vn

        ຊາວ​ທ້ອງ​ຖິ່ນມັກ​ດື່ມ​ກາ​ເຟ ໂດຍ​ຕົນ​ເອງ​ປຸງ​ແຕ່ງ, ນັບ​ແຕ່​ຂັ້ນ​ຕອນ​ຄັດ​ເລືອກ​ເມັດ​ກາ​ເຟ ຕະ​ຫລອດ​ຮອດ​ການ​ປຸງ​ແຕ່ງ ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​​ກາ​ເຟ​ມີ​ລົດ​ແຊບ​ນົວ. ໂດຍ​ຕອບ​ສະ​ຫນອງ​ຄວາມ​ນິ​ຍົມ​ດັ່ງ​ກ່າວ, ເຈົ້າ​ຂອງ​ຮ້ານ​ການ​ເຟ​ຫລາຍ​ຄົນ​ຢູ່ ບວ​ນ​ທາ​ທວດ ​ໄດ້​ຂົ້ວ, ​ຕຳ​​ກາ​ເຟ​ຢູ່​ກັບ​ທີ່, ​ເພື່ອຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຜູ້​ທີ່​ມັກດື່ມ​ກາ​ເຟ​​ສົດຂອງ​ເຂດ​ພູ​ຜາ​ປ່າ​ໄມ້ ໄຕ​ງວຽນ. ອ້າຍ ຫວູ​ວັນ​ດຽບຜູ້​ເຄີຍ​​ດື່ມ​ກາ​​​ເຟໃນຮ້ານກາ​ເຟ “ມົກ” ຢູ່ ໃຈ​ກາງ​ນະ​ຄອນ ໃຫ້​ຮູ້​ວ່າ:

        “ເພື່ອ​ຮັບ​ຮູ້​ໄດ້​ລົດ​ຊາດ​​ແທ້ຂອງ​ກາ​ເຟ ເຂົາ​ເຈົ້າ​ເຄີຍ​ດື່ມ​ກາ​ເຟ​ສົດ. ກາ​ເຟ​ສົດ ຍາມ​ໃດ​ກໍ​ມີ​ກີ່ນ​ຫອມ​ ແລະ ຂົມຫນ້ອຍ​ຫນຶ່ງ. ເມື່ອ​ດື່ມ​ກາ​ເຟ​ແບບນີ້ ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍກວ່າ ແລະ ແຊບກວ່າ.”

        ນັບ​ແຕ່​ຮຸ່ງ​ເຊົ້າ, ບັນດາຮ້ານ​ກາ​ເຟ ຢູ່ ບວນ​ມາ​ທວດ ເກືອບ​ທັງ​ໝົດລ້ວນ​ແຕ່ມີ ​ແຂກ​​ມາ​​ດື່ມເຕັ​ມ​. ເພາະ​ວ່າ ດື່ມ​ກາ​ເຟ​ໃນ​ຍາມເຊົ້າ​​ໄດ້​ກາຍ​ເປັນ​ຄວາ​ມນິຍົມ​ຂອງ​ຊາວ ບວນ​ມາ​ທວ​ດ​ມາ​ແຕ່​ດົນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ