ມໍລະດົກວັດທະນະທຳ ໝີເຊີນ, ສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ຫວຽດນາມ

(vovworld)- ເວັບ​ໄຊ​ທ່ອງ​ທ່ຽວ​ສາ​ກົນ Touropia(touropia.com) ຫາ​ກໍ​​ຄັດເ​ລືອກ​ເຂດມ​ໍ​ລະ​ດົກວັດ​ທ​ະ​ນະ​ທຳ ໝີ​ເຊີນ ​ຢູ່ແຂວງ ກວ໋າງ​ນາມ ​ຂອງ​ຫວຽດ​ນາມ ແມ່ນ​ຫ​ນຶ່ງ​ໃນ​ຈຳ​ນວນສະຖານ​ທີ່​ທ່ອງ​ທ່ຽວ 10 ແຫ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວກວ່າ​ໝູ່​ຢູ່​ຫວຽດ​ນາມ. ຕາມ​​ເວັບ​ໄຊ touropia.com ແລ້ວ, ໝີ​ເຊີນ​ແມ່ນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ ລັກ​ສະ​ເພາະ, ​ມີທີ່​ຕັ້ງ​ພິ​ເສດ, ນັ້ນ​ແມ່ນ​ຖືກ​ຕັ້ງຢູ່​ຮ່ອມ​ພູ​ ​​ທີ່​ປົກ​ຄຸມ​ໄປດ້ວຍ​ສີ​ຂ​ຽວ​ຂອງ​ພູຜາ​ປ່າ​ໄມ້​. ນີ້​ແມ່ນ​ສູນ​​ແຫ່ງການ​ເຫລື້ອ​ມ​ໃສ​ສາ​ສະ​ຫ​ນາ​ຂອງ​ລາ​ຊະ​ອາ​ນາ​ຈັກ ຈຳ​ປາ ​ເດີມ. ນັກ​ທ່ອງ​ທ່ຽວ​ສາ​ມາດ​ຄົ້ນ​ຫາ​ຄວາມ​ງາມ​ທີ່​ແຕກ​ຕ່າງ​ກັນ​ຂ​ອງໝີ​ເຊີນໃນ​ຊ່​ວງ​ເວ​ລາ​ຕ່າງ​ກັນ​​ຂອງມື້​ຫ​ນຶ່ງ.

ມໍລະດົກວັດທະນະທຳ ໝີເຊີນ, ສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ຫວຽດນາມ - ảnh 1

ລະ​ດູ​ຮ້ອນ​ຢູ່​ໝີ​ເຊີນ ອາ​ກາດ​ຮ້ອນ​ເອົ້າ​ທີ່​ສຸດ​ ແຕ່​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ໝີ​ເຊີນ ບໍ່​ຫລຸດ​ລົງ​ເທື່ອ. ເຖິງວ່າ ອາ​ກາດ​ຮ້ອນ​ເອົ້າ​ຄື​ແນວນັ້ນກໍ​ຕາມ, ແຕ່​ເມື່ອ​ຍ່າງ​ເຂົ້າ​ເຂດ ວິຫານ​ທາດຢູ່ ໝີ​ເຊີນ, ທ່ານ​ຈະ​ຮູ້​ສຶກ​ເຢັນ​ສະ​ບາຍ​ທີ່​ສຸດ. ສຽງແມງ​ຈັກ​ຈັ່ນ​ທ່າມ​ກາງ​ຄວາມ​ສະ​ຫງົບ​ງຽບ​ຢູ່​ ໝີ​ເຊີນໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່ນັກ​ທ່ອງ​ທ່ຽວ. ນັກ​ທ່ອງ​ທ່ຽວ​ຜູ້​ຫ​ນຶ່ງ​ມາ​ຈາກ ເຢຍ​ລະ​ມັນ​ໃຫ້​ຮູ້​ວ່າ:

“ເປັນ​ຄັ້ງ​ທຳ​ອິດ​ທີ່ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ ໝ​ີ​ເຊີນ ແລະ ຮູ​້​ສຶກ​​ເພິ່ງ​ພໍ​ໃຈ ເພາະ ວ່າ ທິວ​ທັດ​ຢູ່ວິ​ຫານ​ທາດ ໝີ​ເຊີນ​ ງາມ​ຫລາຍ”

ໝີ​ເຊີນ​ແມ່ນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ສາ​ສະ​ຫ​ນາ​ຮີ​ນ​ດູ ຂອ​ງ​ລາ​ຊະ​ອາ​ນາ​ຈັກ ຈຳ​ປາ  ຊື່ງໄດ້​ຮັບ​ການກໍ່​ສ້າງ​ແຕ່​ສັດ​ຕະ​ວັດ​ທີ 4 ຮອດ​ສັດ​ຕະ​ວັດ​ທີ 13, ປະ​ຈຸ​ບັນຢູ່​ທີ່​ນີ້ ຍັງມີ ກິດ​ຈະ​ກຳສະຖາປັດຕະຍະກຳ 70 ແຫ່ງ​ ທີ່ກໍ່​ສ້າງ​ດ້ວຍດິ​ນ​ຈີ່. ຢູ່​ທີ່​ນີ້​ບູ​ຊາ​ເທວະ​ດາ Bhadresvara, ຊື່ງແມ່ນ​ເຈົ້າ​ຊີ​ວິດ​ທີ່ໄດ້​ກໍ່​ຕັ້ງ​ລາ​ຊະ​ວົງ​ແຫ່ງທຳ​ອິດ​ຢູ່​ເຂດ Amaravati ໃນ​ທ້າຍສັດ​ຕະ​ວັດ​ທີ 4, ພ້ອມ​ກັບ​​ເທວະ​ດາ Siva ​ອັນໄດ້ກາຍ​ເປ​ັນ​ການເຫລື້ອ ​ມ​ໃສ​ຕົ້ນ​ຕໍ​​ໃນ​ການບູ​ຊາເທວະ​ດາ, ເຈົ້າ​ຊີ​ວິດ ແລະ ປູ​ຍ່າ​​ຕ່າ​ຍາຍ​​ຂອງລາ​ຊະ​ວົງ. ເຂດ​ທີ່​ເປັນ​ເອກ​ະ​ລັກ​ສະ​ເພາະ​ກວ່າ​ໝູ່​ໃນສະຖາປັດຕະຍະກຳ​ທາດ​ຈຳ​ປາ ນັ້ນ​ ແມ່ນ​ບັນ​ດາ​ພາບ​ຄວັດ​ແກະ​ສະ​ຫລັ​ກຢູ່​ເທິງ​ຝາ​ຜະໜັງດິນ​ຈີ່. ບັນ​ດາ​ນັກ​ສິ​ລະ​ປະ​ການຊາວ​ຈຳ​ປາ​ ​ໄດ້​ຄວັດ​ແກະສະຫລັກ​​ບັນ​ດາ​ລວດ​ລາຍໂດຍ​ກົງ​ເທິງ​ຝາ​ຜະ​ຫ​ນັງ​ດິນ​ຈີ່ ຢ່າງ​ຄ່ອງ​ແຄ້ວ​. ນີ້​ເປັນ​ສິ່ງທີ່ສ້າງ​ຄວາມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ນັບ​ມື້ນ​ັບ​ ຫລາຍ ເພື່ອ​​ເຫັນ​ປະ​ຈັກ​ຕາ​ກິດ​ຈະ​ກຳ​​ມະ​ຫັດ​ສະ​ຈັນຢູ່​ແຫ່ງນີ້..

ປະ​ຈຸ​ບັນ ຮ່ອງ​ຮອຍ​ຂອງວິ​ຫານ​ທາດ 30 ແຫ່ງ​ທີ່​ຍັງ​ເຫລືອ​ຢູ່ ໝີ​ເຊີນ ກໍ​ສາ​ມາດ​ສ້າງ​ເປັນ​ຫໍ​ພິ​ພິດ​ທະ​ພັນ​ສະ​ຖາ​ປັດ​ຕະ​ຍະ​ກຳ ແລະ ປະ​ຕິ​ມາ​ກຳ​ ກາງ​ແຈ້ງ​ ອັນ​ລ້ຳ​ຄ່າ ກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ ຈຳ​ປາ. ສິ​ລະ​ປະ​ໃນ​ການກໍ່​ສ້າງ, ຄວັດ​ແກະ​ສະ​ຫລັກ, ທັດ​ສະ​ນະ​ຂອງ​ຊາວ ຈຳ​ປາ ກ່ຽວ​ກັບ​ຈັກ​ກະ​ວານ, ເທວະ​ດາ​ຟ້າ​ແຖນ, ມະ​ນຸດ... ​​ເຮັດ​ໃຫ້​ວິ​ຫານ​ທາດ​ ໝີ​ເຊີນ ກາຍເປັນແຫ່ງ​ຫ​ນຶ່ງ​ດຽວ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່ມີ​ຄວ​າມ​ງາມ​ພິ​ເສດສະ​ເພາະ. ສິ່ງ​ທີ່​ເລີກ​ລັບ​ອີກ​ອັນ​ຫ​ນຶ່ງ​ຢູ່ ໝີ​ເຊີນ ນັ້ນ​ແມ່ນ ສິ​ລະ​ປະ ຄວັດ​ແກະ​ສະ​ຫລັກ​ທີ່​ລະ​ອຽດ​ຄ່ອງ​ແຄ້ວເທິງ​ດິນ​ຈີ່. ຜ່ານ​ການ​ເວ​ລາກໍ​ຄື​ຖືກ​ສົງ​ຄາມ​ທຳ​ລາຍ, ແຕ່​ຮ່ອງ​ຮອຍ​​ຍັງ​ເຫລືອ​ຢູ່ເຂດ​ວິ​ຫານ​ທາດ ໝີ​ເຊີນ ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ແບບ​ເລີກ​ລັບ, ​ເຊິ່ງ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ຫລາຍ​ປະ​ເທດ​ໃນ​ໂລກ​ມາ​ຢ້ຽມ​ຢາມ​ນັບ​ມື້​ ນັບ​ຫລາຍ. ທ່ານ ດາດ​ຈື, ຊາວ​ເຜົ່າ​ຈຳ ຢູ່ ນີງ​ທ້ວນ ມີ​ຄວາມ​ຕືນ​ຕັ້ນ​ໃຈ​ເມື່ອ​ຢ້ຽມ​ຢາມເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ໝີ​ເຊີນ ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ໄດ້​ຢ້ຽມ​ຢາມເຂດ​ວິ​ຫານ​ທາດ​ໝີ​ເຊີນ ທັງ​ໝົດ​ແລ້ວ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ດາ​ກ້ອນ​ດິນ​ຈີ່, ສາ​ລາ ແລະ ຮູບ​ພາບ​ທີ່ວາງ​ສະ​ແດງ​ໃນ​ຫໍ​ພິ​ພິດ​ທະ​ພັນ ​ໄດ້ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ ຈຳ​ປາ​​ແມ່ນອຸ​ດົມ​ສົມ​ບູນ, ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ​ເລີກ​ລັບ.”

ມໍລະດົກວັດທະນະທຳ ໝີເຊີນ, ສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ຫວຽດນາມ - ảnh 2
ພາບ:internet

​ປີ 2013, ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ມີ​ໂອ​ກາດ​ໄດ້​ຢ້ຽມ​ຢາມ​ເຂດ​ທາດ G, ຊື່ງ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ກຸ່ມ​ວິ​ຫານ​ທາດ​ສຳ​ຄັນ​ຂອງ​ເຂດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ໝີ​ເຊີນ, ພາຍ​ຫລັງ 14 ປີ​ແຫ່ງ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ. ໃນ​ວິ​ວັດ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນນັ້ນ, ບັນ​ດາ​ຜູ້​ຊ່ຽວ​ຊານໄດ້ຄົ້ນ​ພົບ ​ແລະ ບູລະ​ນະບັນດາວັດ​ຖຸ​ພັນ​ທີ່ຖືກ​ເປ່​ເພ ແລະ ຖືກຝັງ​ໃຕ້​ດິນກວ່າ 60 ຢ່າງ. ທ່ານ Federico, ນັກ​ວິ​ສາ​ວະ​ກອນມາ​ຈາກ ອີ​ຕາ​ລີ, ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນເຂດ​ທາດ G ໄລ​ຍະ​ແຕ່​ປີ 2004-2005 ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ແມ່ນ​ນັກ​ວິ​ສາ​ວະ​ກອນ, ກ່ອນນີ້​ຂ້າ​ພະ​ເຈົ້າກໍໄດ້​​ຮຽນ​ກ່ຽວ​ກັບ​ເຕັກ​ນີກ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ ຊາວ ຈຳ​ປາ ແລະ ກ່ອນ​ທີ່​ເຂົ້າ​ຮ່ວມ​ວຽກ​ງານ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ທາດ​ໝີ​ເຊີນ, ພວກ​ຂ້າ​ພະ​ເຈົ້າ​ ໄດ້​ອ່ານ​ປື້ມ​ກ່ຽວ​ກັບ​ເຂດ​ວິ​ຫານ​ທາດ. ​ເວ​ລາບໍ່​ທັນ​ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ, ເຂດ​ວິ​ຫານ​ທາດ​ຖືກ​ປົກ​ຄຸມ​ດ້ວຍ​ຕົ້ນ​ໄມ້​ໃບ​ຫ​ຍ້າ​ທີ່​ຂຽວອຸ່ມ​ທຸ່ມ. ແຕ່​ພາຍ​ຫລັງ​ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ແລ້ວ, ກິດ​ຈະ​ກຳ​ນີ້​ໄດ້​ນຳ​ເອົາຄວາມ​ງາມ​ແບບ​ມະ​ຫັດ​ສະ​ຈັນມາ​ໃຫ້​ເຂດ​ນີ້.”

ໝີ​ເຊີນ ແມ່ນ​ແຫ່ງ​ເຕົ້າ​ໂຮມ​​ ຮູບ​ແບບສິ​ລະ​ປະສະ​ຖາ​ປັດ​ຕະ​ຍະ​ກຳວິ​ຫານ​ທາດ ຈຳ​ປາທັງ​ໝົດ​ທີ່ ​ຍັງ​ຄົງ​ຕົວ​ຢູ່​ເຂດ​ດິນ​ແດນ​ພາກ​ກາງ​ຫວ​ຽດ​ນາມ​ໃນ​ປະຈຸ​ບັນ. ເຖິງວ່າ ເຂດ​ວິ​ຫານ​ທາດ​ແຫ່ງນີ້ ບໍ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ​ຄື Angkor Wat ຂອງ​ກຳປູ​ເຈຍ, Borobudur ຂອງ​ອິນ​ໂດ​ເນ​ເຊຍ, Pagan ຂອງ​ມ້ຽນ​ມາ ກໍ່​ ຕາມ ແຕ່​ໝີ​ເຊີນ ຍັງ​ຄົງ​​ແມ່ນທີ່ ​ຕັ້ງ​ສຳ​ຄັນ​ໃນ​ພື້ນ​ຖານ​ສິ​ລະ​ປະສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽ່ງ​ໃຕ້ດ້ວຍ​ຄຸນ​ຄ່າ​ສິ​ລະ​ປະ​ສາ​ສະ​ຫ​ນາ​ທີ່​ເປັນ​ເອ​ກະ​ ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ຈຳ​ປາ.

 

 

ຂ່າວ/ບົດ​ອື່ນ