ຢ້ຽມຊົມບັນດາຟາມປູກກາເຟພິເສດຢູ່ແຂວງ ດັກລັກ

(VOVWORLD) -ດັກລັກ ໄດ້ຮັບຖືວ່າ ແມ່ນເມືອງເອກກາເຟຂອງ ຫວຽດນາມ ຢູ່ເຂດ ເຕິຍງວຽນ. ຢູ່ແຫ່ງນີ້ບໍ່ພຽງແຕ່ມີຊື່ສຽງດ້ວຍບັນດາເມັດກາເຟຄຸນນະພາບສູງເທົ່ານັ້ນ ຫາກຍັງເຮັດໃຫ້ແຂກທ່ອງທ່ຽວຫຼົງໄຫຼ ຍ້ອນຄວາມງາມຂອງລະດູດອກໄມ້ບານທີ່ງົດງາມອີກດ້ວຍ. ບັນດາຟາມປູກກາເຟ ທີ່ມີດອກໄມ້ຂາວບານສະພັ່ງສົ່ງກິ່ນຫອມໄປທົ່ວ ໄດ້ເຮັດໃຫ້ແຫ່ງນີ້ກາຍເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ
ຢ້ຽມຊົມບັນດາຟາມປູກກາເຟພິເສດຢູ່ແຂວງ ດັກລັກ - ảnh 1ພວກນ້ອງນ້ອຍພ້ອມດ້ວຍຄອບຄົວຢ້ຽມຊົມສວນກາເຟ

      ໂດຍເຊື່ອມຕົວເຂົ້າກັບສີຂຽວອຸ່ມທຸ່ມຂອງສວນກາເຟ ພວມຢູ່ໃນໄລຍະແຕກດອກຢູ່ຟາມ ອາໂຣໂກ ໃນນະຄອນ ບວນມາທ້ວດ ແຂວງ ດັກລັກ, ນາງ ເຈິ່ນທິທູຖຸ໋ຍ ແຂກທ່ອງທ່ຽວມາຈາກແຂວງ ນິງບິ່ງ ກໍ່ມີຄວາມປະທັບໃຈ ຂະນະທີ່ໄດ້ເຫັນປະຈັກຕາບັນດາຂັ້ນຕອນຜະລິດກາເຟຕາມທິດຍືນຍົງ. ນາງມີຄວາມເຂົ້າໃຈກວ່າກ່ຽວກັບຄຸນຄ່າຂອງແຕ່ລະຈອກກາເຟ ແລະ ເຫື່ອແຮງຂອງຊາວສວນເຂົ້າໃນແຕ່ລະເມັດກາເຟ. ນາງ ຖຸ໋ຍ ເວົ້າວ່າ:

   “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຄົ້ນຫາຊອກຮູ້ກ່ຽວກັບການປູກກາເຟຕາມທິດອົງຄະທາດ. ຂ້າພະເຈົ້າຕົກສະເງິພາຍຫຼັງໄປຢ້ຽມຊົມບັນດາເຂດຜະລິດກາເຟຢູ່ທີ່ນີ້ຂ້າພະເຈົ້າເຫັນວ່າ ເພື່ອຜະລິດອອກເມັດກາເຟທີ່ມີຄຸນນະພາບສູງນັ້ນກໍ່ຕ້ອງຜ່ານຫຼາຍຂັ້ນຕອນຢ່າງເຄັ່ງຄັດ”.

ມາແຫ່ງນີ້ ແຂກທ່ອງທ່ຽວຍັງສາມາດນັ່ງພັກຜ່ອນຢູ່ທ່າມກາງໂນນປູກກາເຟຂຽວອຸ່ມທຸ່ມຢູ່ ໄຢ໊ຍ່າຊີ. ນີ້ແມ່ນໜຶ່ງໃນບັນດາສະຖານທີ່ດູດດື່ມຢູ່ເມືອງ ກືເມີກາ ແຂວງ ດັກລັກ ປະສານຢ່າງກົມກຽວລະຫວ່າງການທ່ອງທ່ຽວທຳມະຊາດ ແລະ ການຄົ້ນຫາວັດທະນະທຳກາເຟ. ອ້າຍ ຊີໂອໂນຕາດ ຊູຢາ ແຂກທ່ອງທ່ຽວມາຈາກ ຍີ່ປຸ່ນ ແບ່ງປັນວ່າ:

   “ຂ້າພະເຈົ້າຊົມຊອບການຄື່ອນໄຫວຄົ້ນຫາກ່ຽວກັບກາເຟຢູ່ທີ່ນີ້. ມັນເປັນໜ້າປະທັບໃຈ. ເຖິງວ່າໄດ້ຊີມລົດຊາດກາເຟຢູ່ຫຼາຍແຫ່ງແລ້ວກໍ່ຕາມ ແຕ່ເມື່ອເຫັນບັນດາຂັ້ນຕອນຜະລິດກາເຟຈາກການປູກ, ເດັດໝາກກາເຟ, ຕາກ ແລະ ປຸງແຕ່ງກໍ່ໄດ້ເຮັດໃຫ້ຂ້າພະເຈົ້າເພີ່ມຄວາມເຂົ້າໃຈກ່ຽວກັບກາເຟ ຫວຽດນາມ, ຄຸນນະພາບຂອງກາເຟ ຫວຽດນາມ ດີທີ່ສຸດ ແລະ ມີລົດຫອມພິເສດ”.

  ບັນດາລາຍການທ່ອງທ່ຽວແນະນຳບັນດາແນວພັນກາເຟ ເຊິ່ງແມ່ນສິນພິເສດຂອງແຂວງ ດັກລັກ ໄດ້ຊ່ວຍໃຫ້ແຂກທ່ອງທ່ຽວເພີ່ມຄວາມເຂົ້າໃຈ ກ່ຽວກັບຄວາມແຕກຕ່າງລະຫວ່າງບັນດາປະເພດກາເຟແນະນຳກ່ຽວກັບສິລະປະການຂົົ້ວ, ບົດກາເຟຕາມແຕ່ລະລະດັບ, ຄົ້ນຫາວິທີປ່ຽນແປງລົດຫອມຕາມເວລາ ແລະ ອຸນຫະພູມ. ໃນໂອກາດບຸນກາເຟ ບວນມາທ້ວດ ຄັ້ງທີ 9 ແຕ່ວັນທີ 10 ຫາວັນທີ 13 ມີນາ, ບັນດາຟາມປູກກາເຟຢູ່ ດັກລັກ ກໍ່ໄດ່ລົງທຶນເປີດກວ້າງການເຄື່ອນໄຫວນີ້. ນາງ ເຢືອງໜືທຽນອານ ຜູ້ສ້າງຕັ້ງເຄື່ອງໝາຍ ສີກາເຟ ແບ່ງປັນວ່າ:

   “ຢູ່ຟາມປູກກາເຟຂອງຂ້າພະເຈົ້າກ່ຽວກັບວິທີປຸງແຕ່ງກາເຟຄືແນວໃດ, ຂົວກາເຟຄືແນວໃດໃຫ້ຖືກວິທີ. ແຂກທ່ອງທ່ຽວກໍ່ຍັງສາມາດດື່ມກາເຟ ໂດຍເຂົາເຈົ້າປຸງເອງ ນັ້ນກໍ່ແມ່ນການຄົ້ນຫາກາເຟ ເຊິ່ງແຂກທ່ອງທ່ຽວກໍ່ສາມາດເຂົ້າຮ່ວມ”.

   ຕາມທ່ານ ຫງວຽນທຽນວັນ ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ ແລ້ວ, ທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວຫຼາຍຢ່າງສົມທົບກັບການຄົ້ນຫາວັດທະນະທຳກາເຟ. ນີ້ແມ່ນທິດກ້າວເດີນທີ່ສຳຄັນຊ່ວຍຍົກສູງມູນຄ່າດ້ານເສດຖະກິດຂອງຂະແໜງກາເຟຂອງແຂວງ. ປັດຈຸບັນທາງແຂວງພວມສຸມໃສ່ໜູນຊ່ວຍບັນດາຮູບແບບຜະລິດກາເຟຍືນຍົງສົມທົບກັບການພັດທະນາການທ່ອງທ່ຽວຄົ້ນຫາ ທັງເປັນການອະນຸລັກສີສັນວັດທະນະທຳ ທັງເປັນການເພີ່ມທະວີຜົນປະໂຫຍດ ທາງດ້ານເສດຖະກິດໃຫ້ແກ່ປະຊາຊົນ. ທ່ານ ວັນ ໃຫ້ຮູ້ວ່າ:

   “ໂດຍປະຕິບັດການທ່ອງທ່ຽວຄົ້ນຫາ, ຂອບທ່ອງທ່ຽວທຳມະຊາດ, ທ່ອງທ່ຽວສີສັນ, ທາງແຂວງຈະຜັນຂະຫຍາຍບັນດາວິທີການແກ້ໄຂ, ໃນນັ້ນພວກຂ້າພະເຈົ້າເລັ່ງໃສ່ສ້າງເງື່ອນໄຂໃຫ້ບັນດາເຂດສວນ, ບັນດານັກລົງທຶນມີການບໍລິການ, ມີສະຖານທີ່ຮັບໃຊ້ແຂກທ່ອງທ່ຽວ. ເພື່ອໃຫ້ແຂກທ່ອງທ່ຽວສາມາດຊອກຮູ້ຈຸດວັດທະນະທຳຄວາມເປັນເອກະລັກສະເພາະໃນການຜະລິດ ແລະ ປຸງກາເຟຢູ່ແຂວງ ດັກລັກ”.

    ດ້ວຍບັນດາສະຖານທີ່ດູດດື່ມຄື ຟາມກາເຟອົງຄະທາດ, ການທ່ອງທ່ຽວກະສິກຳກາເຟ ເມື່ອໄດ້ຮັບຄວາມເອົາໃຈໃສ່ລົງທຶນ,ມີການກຳນົດທິດ ຈະປະກອບສ່ວນໂຄສະນາຮູບພາບຂອງປະເທດຊາດ ແລະ ຊາວ ຫວຽດນາມ ພ້ອມກັບເຄື່ອງໝາຍກາເຟ ບວນມາທ້ວດ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ