(VOVWORLD) - ໂດຍຜ່ານເຄິ່ງສະຕະວັດທີ່ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ, ຖານທີ່ໝັ້ນແຂວງດັກລັກຫຼືເອີ້ນວ່າ ຖານທີ່ໝັ້ນ H9 ປະຈຸບັນຂຶ້ນກັບເມືອງ ກຮົງປົງ ແຂວງດັກລັກ ຍັງເກັບຮັກສາບັນດາຮ່ອງຮອຍສະຖານປະຫວັດສາດທີ່ສະຫງ່າອົງອາດ. ໃນໄລຍະ 1965-1975 ຢູ່ແຫ່ງນີ້ ມີບັດບາດເປັນສູນກາງຂອງແຂວງ , ແມ່ນກອງບັນຊາການ, ແມ່ນຈຸດເຊື່ອມຕໍ່ເສັ້ນທາງລຳລຽງກ່ຽວກັບກຳລັງຄົນ ແລະ ວັດຖຸເຄື່ອງຂອງ ອກກສູ່ສະໜາມຮົບພາກໃຕ້, ສ້າງທ່ວງທ່າເພື່ອຍາດໄດ້ໄຊຊະນະບວນມາທວດ ວັນທີ 10-3-1975 ປະກອບສ່ວນສ່າງມະຫາໄຊລະດູບານໃໝ່ 1975 ທ້ອນໂຮມປະເທດຊາດເປັນເອກະພາບ. ດ້ວຍຄວາມໝາຍປະຫວັດສາດນີ້, ຖານທີ່ໝັ້ນ H9ໄດ້ຮັບການຮັບຮອງແມ່ນສະຖານທີ່ປະຫວັດສາດລະດັບຊາດ ແມ່ນສະຖານທີ່ແດງເພື່ອສຶກສາອົບຮົບມູນເຊື້ອຮັກຊາດຢູ່ແຂວງດັກລັກ
ທ່ານ ເລຈີກຽດ (ຜູ້ທີ 2 ນັບແຕ່ເບື້ອງຊ້າຍ)
|
ຖານທີ່ໝັ້ນ H9 ດັກລັກຖືກຕັ້ງຢູ່ເນີນພູ ກືຢາງຊິນ ທີ່ເມືອງກຮົງບົງ. ໃນການຕໍ່ຕ້ານເພື່ອທ້ອນໂຮມປະເທດຊາດເປັນເອກະພາບ, ຖານທີ່ໝັ້ນແມ່ນແຫ່ງຕັ້ງສຳນັກງານຂອງຄະນະພັກດັກລັກ, ບັນດາອົງການສຳນັກງານ, ຂະແໜງການໃນແຂວງ. ພິເສດ, ຖານທີ່ໝັ້ນ H9 ດັກລັກ ຍັງແມ່ນແຫ່ງຈັດຕັ້ງບັນດາກອງປະຊຸມໃຫຍ່ອົງຄະນະພັກແຂວງດັກລັກ ໃນປີ 1966, 1969 ແລະ 1971. ທ່ານ ເລຈີກຽດ ອະດີດຮອງເລຂາພັກແຂວງໆດັກລັກ ຍັງຈືດີໄລຍະປະຕິບັດງານຂອງຕົນຢູ່ ຖານທີ່ໝັ້ນແຫ່ງນີ້ເປັນເວລາ 10ປີວ່າ :
“ ກອງປະຊຸມຄັ້ງທຳອິດຂອງຄະນະປະຈຳພັກແຂວງທີ່ຈັດຂຶ້ນຢູ່ນີ້ ໄດ້ປຶກສາຫາລື 2 ວຽກງານ. ກ່ອນອື່ນໝົດ ແມ່ນການຕ້ານພວກປະຕິການ, ຮັກວສາ ຖານທີ່ໝັ້ນເຂດພາກໃຕ້, ບໍ່ປະໃຫ້ສັດຕູຕີຢຶດຄອງ ພ້ອມກັນນັ້ນ ກໍສ້າງ ຖານທີ່ໝັ້ນ ເທື່ອລະກ້າວ ເພື່ອສ້າງເປັນເຂດຖານທີ່ໝັ້ນທີ່ສົມບູນຂອງແຂວງ ຈາກທາງທິດເໜືອລົງຮອດທິດໃຕ້ ”
ສວນອ້າຍຄູ ຮ່າງອກດາວ, ອະດີດຫົວໜ້າພະແນກສຶກສາ ແລະ ບຳລຸງສ້າງແຂວງ ດັກລັກ ໃຫ້ຮູ້ວ່າ ຖານທີ່ໝັ້ນ H9 ກຮົງບົງ ທັງໂຮມຮຽນ ທັງແມ່ນສະໜາມຮົບ ແລະ ກໍແມ່ນນິຄົມກະເສດ. ຢູ່ແຫ່ງນີ້ ບັນດາອ້າຍຄູໜຸ່ມທີ່ເພີ່ມຈຳນວນໃຫ້ແກ່ແຂວງດັກລັກ ໄດ້ປະຕິບັດ 3 ໜ້າທີ່ພ້ອມກັນ, ນັ້ນແມ່ນການສອນ, ການຜະລິດສະບຽງອາຫານ ແລະ ເຂົ້າຮ່ວມສູ້ຮົບ. ທ່ານ ຮ່າງອກດາວ ຫວນຄືນວ່າ :
“ ຂ້າພະເຈົ້າໄດ້ມານີ້ເມືອ່ແ 1965, ຮອດວັນປົດປ່ອຍ ກໍຢູ່ນີ້ເປັນເວລາ 10ປີເຕັມ, ມີຫຼາຍຄົນໄດ້ເຕີບໃຫຍ່ຂຶ້ນຈາກແຫ່ງນີ້. ມີບັນດານັກວິລະຊົນໄດ້ເຕີບໃຫຍ່ຈາກຂະບວນການກອງຫຼອນ, ຂະບວນການປະຕິວັດຢູ່ກຮົງບົງ. ນັກວິລະຊົນ ອາມມາເລ ໄດ້ເຕີບໃຫຍ່ຂຶ້ນຢູ່ແຫ່ງນີ້, ດັ່ງນັ້ນ ເມື່ອກັບຄືນມາຢາມແຫ່ງນີ້, ຂ້າພະເຈົ້າມີຄວາມຕື້ນໃຈ, ຄິດຮອງຄິດເຖິງ ເພື່ອນຮ່ວມກົມກອງ, ພໍ່ແມ່ພີນ້ອງຢູ່ສະໜາມຮົບ ”
ໃນສົງຄາມທີ່ດຸເດືອດ, ຊາວທ້ອງຖິ່ນກໍບໍ່ເສຍດາຍເຫືອ່ແຮງ, ຊີວິດອີນຊີເພື່ອປ້ອງກັນ ຖານທີ່ໝັ້ນຕໍ່ຕ້ານ. ຊາວບ້ານ ເມີນາງຢົງ, ບ້ານດັກຕົວ, ບ້ານເຮໂງ ໄດ້ປົກປິດໃຫ້ການປະຕິວັດ ເພື່ອໃຫ້ກອງປະຊຸມໃຫຍ່ອົງຄະນະພັກ 3 ຄັ້ງຖືກດຳເນີນຢູ່ທີ່ນີ້ຢ່າງສຳເລັດຜົນ. ລຸງ ອີຊວມ ນີ້ເອ ຢູ່ບ້ານເຮີໂງ A ເມືອງ ກຮົງບົງ ເລົ່າຄືນສູ່ຟັງວ່າ :
“ ຜູ້ລະວຽກ ຂຶ້ນກັບຄວາມສາມາດຂອງຕົນ, ຜູ້ເຫຼົາຂວາກ, ຜູ້ປູກມັນ ແລ້ວຕັດເປັນສ່ວນນ້ອຍ ເພື່ອຕາກໃຫ້ແຫ້ງ ເພື່ອນຳໄປສະໜັບສະໜູນທະຫານຕີສັດຕູ ”
ນັບແຕ່ປີ 2017 , ເຂດຖານທີ່ໝັ້ນ ຕໍ່ຕ້ານແຂວງ ດັກລັກ (1965-1975) ໄດ້ ຮັບການຮັບຮອງແມ່ນສະຖານທີ່ປະຫວັດສາດລະດັບຊາດ ຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ. ຮອດທ້າຍປິ 2023, ສະຖານທີ່ 39 ແຫ່ງ ຂຶ້ນກັບຕາແສງ ຮ່ວາເລ້, ຮ່ວາຟອງ, ກືປຸຍ, ຢາງມາວ ແລະ ກືດຮຳ ສືບຕໍ່ໄດ້ຮັບການເພີີ່ມເຕີມ ຮັບຮອງຮອງເປັນສະຖານທີ່ປະຫວັດສາດ ຂຶ້ນກັບ ເຂດຖານທີ່ໝັ້ນ ຕໍ່ຕ້ານແຂວງ ດັກລັກ. ທ່ານ ອີທຶກເອບານ ຮອງປະທານຄະນະກຳມະການປະຊາຊົນເມືອງ ກຮົງບົງ ໃຫ້ຮູ້ວ່າ :
“ ນີ້ແມ່ນສະຖານທີ່ແດງເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ສຶກສາອົບຮົບມູນເຊື້ອປະຕິວັດ ພິເສດແມ່ນສຳລັບໄວໜຸ່ມ. ໃນໄລຍະທີ່ຈະມາເຖິງ, ບັນຫາພັດທະນາການທ່ອງທ່ຽວ, ເສີມຂະຫຍາຍຄຸ່ນຄາປະຫວັດສາດຈະໄດ້ຮັບການເພີ່ມທະວີຢ່າງແຂງແຮງດ້ວຍການເຄື່ອນໄຫວທີ່ແທດຈິງ ”
ພາຍຫຼັງມີເອກະລາດເປັນເວລາເຄິ່ງສະຕະວັດ, ບັນດາຮ່ອງຮອຍສະຖານເມື່ອກ່ອນນີ້ ໄດ້ກາຍເປັນສະຖານທີ່ປະຫວັດສາດ ແມ່ນຄວາມເອກອ້າງທະນົງໃຈຂອງຊາວກຮົງບົງ ກ່ຽວກັບໄລຍະຕໍ່ສູ້ທີ່ພິລະອາດຫານຂອງຄົນລຸ່ນກ່ອນໆ.