ລົງຢາມບ້ານທ່ອງທ່ຽວຊຸມຊົນຕິດພັນກັບຊົນນະບົດໃໝ່ຢູ່ ອຽນເຈົາ

(VOVWORLD) -ບ້ານ ຂາ ຕາແສງ ເສິບຫວາດ ເມືອງ ອຽນເຈົາ ແຂວງ ເຊີນລາ ປັດຈຸບັນຍັງເກັບຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າຜູ້ໄທ ສົມທົບກັບທິວທັດທຳມະຊາດທີ່ງົດງາມ. ຢູ່ແຫ່ງນີ້ ໄດ້ຮັບການລົງທຶນເພື່ອພັດທະນາຮູບແບບທ່ອງທ່ຽວຊຸມຊົນ ເປັນຕົວຢ່າງຕິດພັນກັບການກໍ່ສ້າງຊົນນະບົດໃໝ່. ນີ້ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ ບົນເສັ້ນທາງຄົ້ນຫາ ເຊີນລາ - ເຕິຍບັກ
ລົງຢາມບ້ານທ່ອງທ່ຽວຊຸມຊົນຕິດພັນກັບຊົນນະບົດໃໝ່ຢູ່ ອຽນເຈົາ - ảnh 1ຊາວບ້ານຂາຈັດງານບຸນດົງເຊື່ອ

     ບ້ານ ຂາ ນອນຢູ່ທາງຫຼວງເລກ 6, ສ້າງຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວຈາກເຂດທົງພຽງມານີ້. ໝູ່ບ້ານມີຫຼາຍກວ່າ 90 ຄອບຄົວ ເຊິ່ງລ້ວນແຕ່ແມ່ນຊາວເຜົ່າຜູ້ໄທ. ມາຢາມບ້ານ ຂາ ແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບບັນຍາກາດສະຫງົບສຸກທິວທັດສວຍສົດງົດງາມເປັນໜ້າປະທັບໃຈ. ບ້ານ ຂາ ໃນປັດຈຸບັນກໍ່ມີເຮືອນຮ້ານຫຼາຍຫຼັງຂອງຊາວເຜົ່າຜູ້ໄທ, ບັນດາຄອບຄົວຍັງເກັບຮັກສາ ແລະ ເສີມຂະຫຍາຍບັນດາຈຸດວັດທະນະທຳທີ່ເປັນເອກະລັກຄື ງານບຸນດົງເຊື່ອ, ງານບຸນເຊັນບານ, ການຂັບລຳທຳເພງພື້ນເມືອງ ການສະແດງດົນຕີພື້ນເມືອງ, ອາຊີບເຮັດເຄື່ອງຈັກສານ… ລຸງ ກວ່າງວັນແຟັງ ຊາວບ້ານ ຂາ ໃຫ້ຮູ້ວ່າ:

    “ແຕ່ລະປີຮອດວັນທີ 10 ເດືອນ ຈຽງ ໄລ່ຕາມຈັນທະປະຕິທິນ ກໍ່ຕ້ອງທຳພິທີໄຫວ້ບູຊາເທື່ອໜຶ່ງ. ພາວະນາໃຫ້ຊາວບ້ານມີສຸຂະພາບເຂັ້ມແຂງ ລະດູການຜະລິດໄດ້ຮັບຜົນດີ, ງົວຄວາຍແຂງແຮງບໍ່ເຈັບບໍ່ເປັນ”.

     ຍ້ອນມີທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ນັ້ນ, ເມືອງ ອຽນເຈົາໄດ້ປະຕິບັດຜັນຂະຫຍາຍປະຕິບັດແຜນພັດທະນະຮູບແບບທ່ອງທ່ຽວຊົນນະບົດຢູ່ບ້ານ ຂາ. ການສ້າງຜະລິດຕະພັນທ່ອງທ່ຽວໃນໄລຍະ 5 ປີ ດ້ວຍຍອດເງິນລົງທຶນ 43 ຕື້ດົ່ງ ເຊິ່ງໄດ້ສຸມໃສ່ກໍ່ສ້າງບັນດາກິດຈະກຳໃຫຍ່ຄື ປະຕູໂຂງ, ສ້າງສະຖານທີ່ຕ້ອນຮັບແຂກຢູ່ຕາມບ່ອນຈອດລົດ, ລະບົບລົດໄຟຟ້າສົ່ງແຂກເຂົ້າໄປບ້ານ; ບັນດາສະຖານທີ່ຂາຍເຄື່ອງ ແລະ ຫຼິ້ນເກມ… ທ່ານ ລູ່ວັນເກື່ອງ ປະທານຄະນະກຳມະການປະຊາຊົນເມືອງ ອຽນເຈົາ ໃຫ້ຮູ້ວ່າ :

      “ປັດຈຸບັນພວກຂ້າພະເຈົ້າໄດ້ສ້າງແຜນການຈັດສົ່ງບັນດາຄອບຄົວໄປທັດສະນະສຶກສາຮຽນຮູ້ຢູ່ຕາມບັນດາສະຖານທີ່ທ່ອງທ່ຽວ ທີ່ມີລັກສະນະຄ້າຍຄືກັນ ພ້ອມກັນນັ້ນ ພວກຂ້າພະເຈົ້າກໍ່ຍັງຈັດສົ່ງພີ່ນ້ອງໄປຍັງສະຖານທີ່ ເຊິ່ງເຂົາເຈົ້າພວມມີໂຄງການແນະນຳວິທີເຮັດທ່ອງທ່ຽວ ເພື່ອໃຫ້ພໍ່ແມ່ພີ່ນ້ອງຮຽນຮູ້ ພວກຂ້າພະເຈົ້າກໍ່ໄດ້ລາຍງານກັບແຂວງ ແລະ ໄດ້ຮັບການຊີ້ນຳກໍ່ສ້າງບ້ານ ຂາ ໃຫ້ກາຍເປັນບ້ານທ່ອງທ່ຽວວັດທະນະທຳທ່ອງທ່ຽວແບບຢ່າງ ເພື່ອນຳໃຊ້ບັນດາແຫຼ່ງເງິນລົງທຶນຈາກໂຄງການເປົ້າໝາຍແຫ່ງຊາດ ແລະ ບັນດາແຫຼ່ງງົບປະມານທີ່ເໝາະສົມ”.

     ໂດຍປະຕິບັດຕາມແຜນພັດທະນາຮູບແບບທ່ອງທ່ຽວຊົນນະບົດ, ບ້ານ ຂາ ໄດ້ເລືອກເອົາ 5 ຄອບຄົວທີ່ມີຄວາມສາມາດຍົກລະດັບເຮືອນເປັນໂຮມສະເຕ; ສ້າງຄອບຄົວທີ່ມີຄວາມສາມາດເປີດພັດຕະຄານຊົນເຜົ່າ; ສ້າງຄອບຄົວມີຄວາມສາມາດຕ່ຳແຜ່ນແພ ເຮັດເຄື່ອງຈັກສານເພື່ອຮັບໃຊ້ແຂກທ່ອງທ່ຽວ. ມີຫຼຫຼາຍຄອບຄົວຢູ່ບ້ານ ຂາ ເຂົ້າຮ່ວມຊຸດອົບຮົມກ່ຽວກັບວິທີເຮັດທ່ອງທ່ຽວຊຸມຊົນ. ທາງບ້ານກໍ່ສ້າງຕັ້ງສອງກອງສິລະປະວັນນະຄະດີພື້ນເມືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ນາງ ວີທິແທັງ ຢູ່ບ້ານ ຂາ ເປີດເຜີຍວ່າ:

     “ຄອບຄົວຂ້າພະເຈົ້າໄດ້ຈົດທະບຽນເຂົ້າຮ່ວມເຮັດທ່ອງທ່ຽວ. ພາຍຫຼັງຈົດທະບຽນແລ້ວ ຄອບຄົວຈະຊື້ໝອນ ຜ້າຫົ່ມໃໝ່ ເພື່ອກຽມພ້ອມຕ້ອງຮັບແຂກ. ເມື່ອແຂກມາພັກເຊົາ ພວກຂ້າພະເຈົ້າຈະປຸງແຕ່ງບັນດາເຍື່ອງອາຫານຂອງຊາວເຜົ່າຜູ້ໄທ ເພື່ອຮັບໃຊ້ແຂກທ່ອງທ່ຽວ”.

      ສ່ວນທ່ານ ກວ່າງວັນຈ໊ຽນ ຮອງປະທານຄະນະກຳມະການປະຊາຊົນຕາແສງ ເສິບຫວາດ  ໃຫ້ຮູ້ວ່າ:

       “ທາງແຂວງ ແລະ ເມືອງກໍ່ມີຄວາມເອົາໃຈໃສ່ ໄດ້ວາງນະໂຍບາຍສ້າງບ້ານກາຍເປັນສະຖານທີ່ທ່ອງທ່ຽວຊຸມຊົນ, ທາງຕາແສງພວກຂ້າພະເຈົ້າກໍ່ມີຄວາມພາກພູມໃຈ. ພວກຂ້າພະເຈົ້າພ້ອມກັບເມືອງ ແລະ ຫົວໜ່ວຍທີ່ປຶກສາເຮັດວຽກງານສຳຫຼວດວາງແຜນຜັງບັນດາກິດຈະກຳເສັ້ນທາງໃນບ້ານ, ສ້າງຕັ້ງສະຫະກອນທ່ອງທ່ຽວ”.

    ດ້ວຍທ່າດີທາງດ້ານພູມສາດ, ເງື່ອນໄຂດິນຟ້າອາກາດພ້ອມກັບການຊ່ວຍເຫຼືອອຳນາດການປົກຄອງ ແລະ ຊາວທ້ອງຖິ່ນ, ບ້ານ ຂາ ໄດ້ສ້າງຮູບແບບບ້ານທ່ອງທ່ຽວຊຸມຊົນຢ່າງສຳເລັດຜົນ, ຜ່ານັ້ນກໍ່ເປັນການອະນຸລັກຮັກສາວັດທະນະທຳທ້ອງຖິ່ນ ເພີ່ມແຫຼ່ງລາຍຮັບໃຫ້ແກ່ບັນດາຄອບຄົວ ຈາກການບໍລິການທ່ອງທ່ຽວທັງເປັນການຊຸກຍູ້ເສດຖະກິດສັງຄົມຂອງທ້ອງຖິ່ນນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ