(VOVWORLD) -ໃນອາຍຸການທີ່ຜ່ານມາ ນະຄອນ ດ່າໜັງ ເອົາໃຈໃສ່ເປັນພິເສດເຖິງການລົງທຶນພັດທະນາຂົງເຂດວັດທະນະທຳ. ພຽງໄລຍະ 5 ປີມານີ້, ນະຄອນໄດ້ລົງທຶນນັບພັນຕື້ດົ່ງ ເພື່ອບູລະນະປະຕີສັງຂອນບັນດາສະຖານທີ່ປະຫວັດສາດວັດທະນະທຳ ພ້ອມທັງປຸກສ້າງໃໝ່ຫຼາຍກິດຈະກຳວັດທະນະທຳອີກດ້ວຍ.
ລາຍການຍິງບັ້ງໄຟດອກ |
ໂຮງລະຄອນກາງແຈ້ງກໍ່ມີໜ້າຈໍນ້ຳ ແລະ ສາມາດຮັບເອົາແຂກມາຊົມຫຼາຍກວ່າໝູ່ໃນໂລກ ເຊິ່ງໄດ້ຮັບການຮັບຮອງຈາກອົງສະຖີຕິ ຢູແນັດ ໂລກ ເມື່ອເດືອນ ເມສາ ທີ່ຜ່ານມາ ແມ່ນສະຖານທີ່ດຳເນີນການສະແດງສິລະປະຫຼາຍປະເພດທີ່ລືຊື່ຂອງ ຝູກວັກ. ໜ້າຈໍນ້ຳທະເລ ກວ້າງ 1.000 ຕາແມັດ ແລະ ປະກອບດ້ວຍພາຫະນະ 300 ເຄື່ອງຖືກນຳໃຊ້ ເພື່ອສ້າງລະບົບແສງ ສີ ໄຟ ນ້ຳເລເຊີ ອັນໄດ້ນຳຜູ້ຊົມເຊື່ອມຕົວເຂົ້າກັບໂລກທີ່ລຶກລັບມະຫັດສະຈັນ. ນາງ ຈິ້ງເຟືອງມາຍ ແຂກທ່ອງທ່ຽວມາຈາກນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ເຮົາກໍ່ຕົກສະເງິຕໍ່ລາຍການສະແດງທີ່ໜ້າປະທັບໃຈ. ນັ້ນແມ່ນການປະສານສົບທົບະຫວ່າງນ້ຳ, ດົນຕີ ແລະ ແສງ ສີ ສຽງ ທີ່ມີຊີວິດຊີວາ ອັນໄດ້ສ້າງເປັນຮູບພາບທີ່ງາມຕາ. ເຮົາໄດ້ຮູ້ວ່າ ບັນດາຕົວລະຄອນກໍ່ລ້ວນແຕ່ແມ່ນບັນດານັກສະແດງແທ້ ຂະນະທີ່ເຂົາເຈົ້າໄດ້ທຳການສະແດງ ແລະແຜ່ພາບທາງໜ້າຈໍນ້ຳ, ເຮົາກໍ່ເຫັນປຽບເໝືອນຄືພວມຮັບຊົມຮູບເງົາສາມມິຕິ”.
ລາຍການສະແດງໄດ້ເລົ່າເລື່ອກ່ຽວກັບຄວາມຮັກທີ່ໜ້າເພີນຈີດຂອງອ້າຍບ່າວ ຝູກວັກ ແລະ ນາງສາວ ພະຫຸດາວ.ເລືີອງລາວໄດ້ພາຜູ້ຊົມຈາກການພັກຜ່ອນຢ່ອນໃຈ ຢູ່ຫາດຊາຍທະເລ ຝູກວັກ ທີ່ງົດງາມ, ແຕ່ຮອດຍອດສູງຄົນຍັກໃຫຍ່ ໄດ້ນຳໄຟລົງສູ່ໜ່ວຍໂລກ ແລະ ການຮ່ວມແຮງຮ່ວມໃຈຕໍ່ສູ້ຢ່າງເຄ່ັງຕຶງ ລະຫວ່າງບັນດາອິດທິກຳລັງທີ່ເກີດຂຶ້ນ. ນາງ ຫວູທິຊວັນທູ ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມປະທັບໃຈ ຕໍ່ການຈັດສ້າງຢ່າງລະອຽດຂອງລາຍການ, ໃນນັ້ນເນື້ອໃນກໍ່ມວນທີ່ສຸດ ຂະນະທີ່ຜູ້ກຳກັບການສະແດງ ໄດ້ປະສານຄວາມຮັກກ່ຽວກັບມະນຸດ, ຄວາມຮັກທະເລ ແລະຄວາມຄາດຫວັງບືນຕົວຂຶ້ນຂອງມະນຸດ ເພື່ອຄວາມສຸດຈະລິດຍາມໃດກໍ່ໄຊຊະນະຕໍ່ສິ່ງທີ່ໂຫດນຮ້າຍ”.
ໝາ ຝູກວັກ ກໍ່ກາຍເປັນຕົວລະຄອນໃນລາຍການສະແດງຢູ່ແຄມທະເລ, ພິເສດແມ່ນບັນດາສັດປ່າພວມມີຄວາມສ່ຽງຖືກສູນພັນ. ນາງ ໂຮ່ທິຖຸຍບິ່ງ ແຂກທ່ອງທ່ຽວມາຈາກ ເທື່ອທຽນເຫວ້ ເປີດເຜີຍວ່າ:
“ເນື້ອໃນມຸ່ງໄປສູ່ເລື່ອງຮັກທຳມະຊາດເພື່ອຮັກສາສີຂຽວ. ຮູບພາບໝາກັບປາກໍ່ແມ່ນທຳມະຊາດພວມລະຫຼິ້ນເຊັ່ນນັ້ນ, ແຕ່ກໍ່ມີຜູ້ຍັກໃຫຍ່ນຳໄຟມາດັບສູນໜ່ວຍໂລກ. ຕໍ່ຈາກນັ້ນມະນຸດໄດ້າກົດຕົວເພື່ອຕໍ່ສູ້ຕ້ານຄົນຮ້າຍ”.
ພາຍຫຼັງລາຍການສະແດງສິລະປະກໍ່ຮອດລາຍການຍິງບັ້ງໄຟດອກແກ່ຍາວ 7 ນາທີ. ປະຊາຊົນຢູ່ທາງກ້ຳໃຕ້ເກາະ ຝູກວັກ ສາມາດຮັບຊົມການຍິງບັ້ງໄຟດອກເກືອບທຸກໆມື້ໃນເວລາ 21 ໂມງ 30 ນາທີ. ນາງ ຫງວຽນທິຮວາ ແຂກທ່ອງທ່ຽວມາຈາກ ດົ່ງນາຍ ໃຫ້ຮູ້ວ່າ:
“ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢາມ ຝູກວັກ ເພື່ອຮັບຊົມລາຍການສະແດງດົນຕີບົນເວທີສະແດງເທິງໜ້ານ້ຳ ພ້ອມທັງໄດ້ຮັບຊົມການຍິງບັ້ງໄຟດອກ ຂ້າພະເຈົ້າເຫັນວ່າ ສວຍງາມທີ່ສຸດ”.
ມີໜັງສືພິມວານລະສານສາກົນຫຼາຍສະບັບໄດ້ລົງພິມຂ່າວ ແລະ ບົດຍ້ອງຍໍສັນລະເສີນລາຍການສະແດງອັນດີງາມທີ່ສຸດ. ສຳລັບແຂກທ່ອງທ່ຽແລ້ວ ເມື່ອໄດ້ຮັບຊົມຄົ້ນຫາໂດຍກົງ, ພ້ອມກັບການເຫັນລະດັບຫູຼຫຼາຂອງ ຝູກວັກ ແລ້ວ ກໍ່ຍັງມີຄວາມເຂົ້າໃຈ ແລະ ເພີ່ມຄວາມຮັກຕໍ່ເກາະແຫ່ງນິີ້ ພ້ອມທັງຢາກກັບຄືນຢ້ຽມຢາມ ເພື່ອເຊື່ອມຕົວເຂົ້າກັບສຽງດົນຕີລະບົບແສງ ສີ ສຽງ ເພື່ອຮູ້ສຶກໄດ້ເຖິງທະເລ ຝູກວັກ ທີ່ກວ້າງໃຫຍ່ໄພສານ ແລະ ງົດງາມຜ່ານເຕັກໂນໂລຢີທັນສະໄໝ.