ວັດນອນເນືອກ - ວັດທີ່ເກົ່າແກ່ ແລະ ເປັນເອກະລັກ.
Vinh Phong -  
(VOVWORLD) -ວັດນອນເນືອກ ຕັ້ງຢູ່ກຸ່ມປູຊະນີຍະສະຖານວິຫານຊອັກ ຢູ່ເມືອງ ຊອັກເຊີນ ນະຄອນ ຮ່າໂນ້ຍ ຖືກຂະໜານນາມວ່າ ວັດມີຈຳນວນເສົາໄມ້ແດງຫຼາຍກວ່າໝູ່ຢູ່ ຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາວັດທີ່ເກົ່າແກ່ສວຍງາມທີ່ສຸດຢູ່ ຫວຽດນາມ
ວັດນອນເນືອກ ຕັ້ງຢູ່ກຸ່ມປູຊະນີຍະສະຖານວິຫານຊອັກ ຢູ່ເມືອງ ຊອັກເຊີນ ນະຄອນ ຮ່າໂນ້ຍ |
ວັດນອນເນືອກ ແມ່ນບ່ອນບູຊາພະອໍລະຫັນ ແທັ໊ງຢ໊ອງ ເຊິ່ງແມ່ນໜຶ່ງໃນຈຳນວນພະອໍລະຫັນ4 ອົງທີ່ອະມາຕະໃນຈິດສຳນຶກຂອງຊາວ ຫວຽດນາມ ເຊິ່ງໄດ້ມີຄຸນງາມຄວາມດີໃນການຕີຂັບໄລ່ພວກສັດຕູ ເອິນ ເຂົ້າມາຮຸກຮານໃນສະໄໝເຈົ້າຊີວິດອົງທີ 6 ໃນລາດຊະວົງ ຮຸ່ງ (1972 – 1632 ກ່ອນ ຄສ). ຕາມການຈັດສັນແບບ ໂຮ໋ເຮັງ ແລ້ວ ວັດນອນເນືອກ ຖືກຕັ້ງໃນເນື້ອທີ່ດິນທີ່ມີຮູບມັງກອນ ແລະ ເສືອນັ່ງຍາມເຝົ້າ. ຫໍບູຊາໃຫຍ່ໃນວັດມີເນື້ອທີ່ 260 ຕາແມັດ ສູງ 14 ແມັດ. ໃນການກໍ່ສ້າງວັດກໍ່ໄດ້ນຳໃຊ້ທອງແດງ 30 ໂຕນ ເພື່ອຫຼໍ່ຮູບ ແລະ ໄມ້ແດງ 600 ແມັດກ້ອນ, ຫີນຂຽວ 300 ແມັດກ້ອນ. ພິເສດໃນຫໍບູຊາໃຫຍ່ມີເສົາໄມ້ແດງເຖິງ 80 ເສົາ ດ້ວຍຄວາມຍາວປະມານ 13 ແມັດ ເສັ້ນຜ່າກາງຂອງເສົາໄມ້ປະມານ 35 ຊັງຕີແມັດ. ພອາຈານ ທິກຄາຍຕ໊ວນ ຜູ້ຄຸ້ມຄອງວັດນອນເນືອກ ໃຫ້ຮູ້ວ່າ:
“ວັດໄດ້ຮັບການກໍ່ສ້າງຕາມສະຖາປັດຕະຍາກຳສະໄໝບູຮານກ່ອນທີ່ຈະເຂົ້າປະຕູໂຂງຂອງວັດ ຈະເຫັນຫໍບູຊາ ຮຸ່ງບ໋າວດ້ຽນ ໝາຍເຖິງຫໍບູຊາພະພຸດ ຕາມບ໋າວ ແລະ ຢູ່ທາງຫຼັງກໍ່ແມ່ນບ່ອນບູຊາບັນດາພະອໍລະຫັນທີ່ມີຄຸນງາມຄວາມດີໃນການສ້າງວັດ”.
ວັດນອນເນືອກ ມີພະພຸດທະຮູບຖືກຫຼໍ່ດ້ວຍທອງໃຫຍ່ກວ່າໝູ່ຢູ່ ຫວຽດນາມ. ຮູບຫຼໍ່ຖືກຕັ້ງຢູ່ກາງວັດມີນ້ຳໜັກເຖິງ 30 ໂຕນ, ດ້ວຍວງສູງແມ່ນ 6,5 ແມັດ. ອາຈານອົງທຳອິດທີ່ເປັນເຈົ້າອະທິການວັດນອນເນືອກ ມີຊື່ວ່າ ໂຮ່ເຈົາລິວ (633 – 1011) ພະອົງແມ່ນຫຼານຂອງເຈົ້າຊີວິດ ໂງກວ່ຽນ ເຊິ່ງແມ່ນເຈົ້າຊີວິດອົງທຳອິດຂອງລາດຊະວົງ ໂງ ຢູ່ຫວຽດນາມ. ພະອົງແມ່ນ ພະອາຈານມະຫາອົງທຳອິດເຊິ່ງໄດ້ຮັບນາມມະຍົດຈາດລັດສັກດີນາແມ່ນພະພິຂຸໃຫຍ່ ເຊິ່ງແມ່ນນາມມະຍົດອັນສູງສົ່ງທີ່ສຸດໃນສາສະໜາ ແລະ ການດຳລົງຊີວິດ. ພະອາຈານ ທິກຮາຍເທື່ອງ ຢູ່ວັດນອນເນືອກ ໃຫ້ຮູ້ວ່າ:
“ຕາມເອກະສານທາງສາສະໜາໄດ້ບັນທຶກວ່າ ຂະນະທີ່ພະອໍລະຫັນ ແທັ໊ງຢ໊ອງ ກັບຄືນສູ່ພູ ເວະລິງ ເພື່ອບວດຈຳສິນ, ກໍ່ໃນຄືນໜຶ່ງກໍ່ຝັນເຫັນເທວະດາປົກປ້ອງສາສະໜາ ເຊິ່ງໄດ້ມາຊ່ວຍພະອາຈານມະຫາຢູ່ແຫ່ງນີ້ ໃນການເຄື່ອນໄຫວສາສະໜາ. ຕອນເຊົ້າມື້ຕໍ່ມາພະອົງໄດ້ຂຶ້ນພູເຫັນຕົ້ນໄມ້ມີເມກ 5 ສີຢູ່ເທິງ ແລະ ພະອົງໄດ້ຕັດຕົ້ນໄມ້ນັ້ນເພື່ອແກະຄວັດສະຫຼັກຮູບພະ ຊາມົນທຽນເວືອງ ເພື່ອໄຫວ້ບູຊາ ນັບແຕ່ນັ້ນມາວັດກໍ່ໃສ່ຊື່ວ່າ ວັດຊອັກທຽນເວືອງ”.
ໃນບໍລິເວນ ວັດນອນເນືອກ ກໍ່ມີສະຖາບັນສົງງ ຫວຽດນາມ ເຊິ່ງໄດ້ຮັບການກໍ່ສ້າງ ເພື່ອບຳລຸງກໍ່ສ້າງຜູ້ມີຄວາມສາມາດທາງສາສະໜາ. ອ້າຍ ເລຫິວຢຸ໊ງ ຊາວທ້ອງຖິ່ນຢູ່ໃກ້ ວັດນອນເນືອກ ເລົ່າສູ່ຟັງວ່າ:
“ວັດນອນເນືອກມີທິວທັດງົດງາມ ມີຕົ້ນໄມ້ຂຽວຫຼາຍຕົ້ນມີພູມີໜອງນ້ຳ. ວັດຖືກອອກແບບກໍ່ສ້າງຢ່າງກົມກຽວ. ເມື່ອມີໂອກາດມາຢາມວັດ ແຂກທ່ອງທ່ຽວຈະເຫັນຈິດວິນຍານຂອງມະນຸດ ສະຫວາດສະເຫວີຍ ແລະ ມີຄວາມສະຫງົບສຸກ”.
ດ້ວຍສະຖາປັດຕະຍາກຳທີ່ເກົ່າແກ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະຫວັດສາດ, ວັດນອນເນືອກບໍ່ພຽງແຕ່ແມ່ນວັດສັກສິດເທົ່ານັ້ນ ຫາກຍັງແມ່ນສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານທີ່ລືຊື່ຢູ່ ຫວຽດນາມ ອີກດ້ວຍ.
Vinh Phong