ວັດແທັ່ງ - ວັດບູຮານຕັ້ງຢູ່ແຄມແມ່ນ້ຳກີ່ກຸ່ງ

(VOVWORLD) -ວັດແທັ່ງເຊິ່ງແມ່ນວັດບູຮານ ຖືກຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານທີ່ລືຊື່  ເປັນທີ່ຮູ້ຈັກກັນດີຈາກແຂກທ່ອງທ່ຽວທັງຫຼາຍເມື່ອມາຢາມແຂວງລ້າງເຊີນ. ຄວາມເກົ່າແກ່ ແລະບັນດາເລື່ອງລາວປະຫວັດສາດຂອງວັດນີ້ ໄດ້ຮັບການຮັກສາໄວ້ຜ່ານໄລຍະນັບຮ້ອຍປີອັນໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ
ວັດແທັ່ງ - ວັດບູຮານຕັ້ງຢູ່ແຄມແມ່ນ້ຳກີ່ກຸ່ງ - ảnh 1ວັດແທັ່ງແມ່ນວັດບູຮານ ຖືກຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດ

     ວັດແທັ່ງຕັ້ງຢູ່ແຄມແມ່ນ້ຳກີ່ກຸ່ງທີ່ນະຄອນລ້າງເຊີນໄດ້ຮັບການປຸກສ້າງໃນສະຕະວັດທີ XV ວັດນີ້ມີຊື່ເອີ້ນວ່າເຮືອງເລິມຕຶ ຫຼັງຈາກນັ້ນ ກໍ່ໄດ້ປ່ຽນຊື່ເປັນ ຢຽນແຄັງຕຶ ແລະ ຕ່ວນແຄັງຕຶ. ຮອດປີ 1796 ວັດນີ້ຖືກຍົກຍ້າຍມາຕັ້ງຢູ່ສະຖານທີ່ປັດຈຸບັນຫ່າງຈາກຈຸດທີ່ຕັ້ງເກົ່າ 200 ແມັດ. ວັດແທັ່ງມີສະຖາປັດຕະຍະກຳແບບວັດທົ່ວໄປຢູ່ ຫວຽດນາມ. ວັດລວມມີ 8 ຫ້ອງໃຫຍ່ນ້ອຍແລະໄດ້ຮັບການບູລະນະປະຕິສັງຂອນຢ່າງເປັນປະຈຳ.  ຫຼັງຄາຂອງວັດຖືກແກະຄວັດສະຫຼັກຢ່າງລະອຽດອ່ອນດ້ວຍຮູບສັດສີ່ປະເພດຄືມັງກອນ,ສິງໂຕ,ເຕົ່າ,ນົກອິນຊີ.ບັນດາເສົາໃນວັດກໍ່ລ້ວນແຕ່ຖືກເຮັດດ້ວຍໄມ້ດູ່ສູງ 9 ແມັດແລະຖືກແກະຄວັດສະຫຼັກຢ່າງລະອຽດອ່ອນຕາມແບບອາຊີຕາເວັນອອກ. ປະຕູວັດຖືກແກະຄວັດສະຫຼັກປຽບເໝືອນຮູບພາບສວຍງາມ. ພິເສດໃນວັດຍັງເກັບຮັກສາລະຄັງມີນ້ຳໜັກ 600 ກິໂລກາມຖືກຫຼໍ່ດ້ວຍທອງແຕ່ປີ 1671 ໃນສະໄໝເຈົ້າຊີວິດ ເລຮວ່ຽນຕົງ ພ້ອມດ້ວຍແຜ່ນສີລາຈາລຶກຂອງວັດຖືກປຸກສ້າງປີ 1796 ໃນສະໄໝເຈົ້າຊີວິດແກັ່ງທິ້ງ.  ເຂົ້າໄປວັດແທັ່ງແຂກທ່ອງທ່ຽວຍັງໄດ້ຢ້ຽມຊົມພະແກ້ວພະພຸດທະເຈົ້າທີ່ຍັກໃຫຍ່ ມີນ້ຳໜັກຫຼາຍກວ່າ 30 ໂຕນ. ອ້າຍຮວ່າງມິງຫວູ ຊາວນະຄອນລ້າງເຊີນແບ່ງປັນວ່າ:

   “ແຕ່ຄາວຍັງນ້ອຍຂ້າພະເຈົ້າຖືກປູ່ຍ່າພໍ່ແມ່ພາໄປວັດນີ້ ເພື່ອຢ້ຽມຊົມທິວທັດຂອງວັດເມື່ອໃຫຍ່ຂຶ້ນຂ້າພະເຈົ້າພ້ອມດ້ວຍຄອບຄົວກໍ່ເຄີຍໄປວັດນີ້. ບໍ່ສະເພາະຂ້າພະເຈົ້າເອງເທົ່ານັ້ນສຳລັບຫຼາຍຄົນວັດນີ້ບໍ່ພຽງແຕ່ສະຖານທີ່ທ່ອງທ່ຽວຈິດວິນຍານເທົ່ານັ້ນ ຫາກຍັງມີຄຸນຄ່າດ້ານວັດທະນະທຳມີຄວາມໝາຍທາງດ້ານຈິດໃຈຢ່າງໃຫຍ່ຫຼວງທີ່ສຸດ”.

 ປັດຈຸບັນວັດແທັ່ງພວມແມ່ນສະຖານທີ່ຕັ້ງສຳນັກງານຂອງຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມແຂວງ ລ້າງເຊີນ.ແຕ່ລະປີຢູ່ແຫ່ງນີ້ ຍັງແມ່ນສະຖານທີ່ຈັດຕັ້ງບັນດາເຫດການສຳຄັນຍິ່ງຂອງພຸດທະສາສະໜາຄືງານບຸນຫໍ່ເຂົ້າປະດັບດິນ, ວັດບຸນວິສາຄະບູຊາ... ພະອາຈານໃຫຍ່ ທິກກວ໋າງຈວ່ຽນ ຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງລ້າງເຊີນ ເຈົ້າອະທິການວັດແທັ່ງ ໃຫ້ຮູ້ວ່າ:

 “ພວກອັດຕະມາຍາມໃດກໍ່ພະຍາຍາມເພື່ອໃຫ້ວຽກງານຄຸ້ມຄອງວັດ ຮັກສາຄວາມງາມທັດຊະນີຍະພາບ, ຄວາມເຄັ່ງຂຶມທາງດ້ານການໄຫວ້ບູຊາ ປະຕິບັດການປະຕິສັງຂອນວັດເປັນຢ່າງດີ. ປັດຈຸບັນໃນວັດຍັງມີບັນດາປັດໄຈຢ່າງຄົບຖ້ວນຂອງວັດບູຮານຫວຽດນາມດ້ວຍຄວາມງາມທາງດ້ານສະຖາປັດຕະຍາກຳຄວາມງາມທາງດ້ານປະຫວັດສາດແລະປະຫວັດສາດ”. 

ວັດແທັ່ງທີ່ນະຄອນລ້າງເຊີນໃນປັດຈຸບັນມີຮູບຫຼໍ່ທອງ 53 ຮູບ ປີ 2007 ວັດແທັ່ງໄດ້ຖືກຈົດເຂົ້າບັນຊີລາຍຊື່ສະຖີຕິຢູແນັດດ້ວຍນາມມະຍົດ“ວັດມີຮູບຫຼໍ່ທອງຫຼາຍກວ່າໝູ່ຢູ່ ຫວຽດນາມ”.  ວັດແທັ່ງຍັງໄດ້ຖືກຈົດຊື່ເຂົ້າໃນປຶ້ມສະຖີຕິຫວຽດນາມຫວຽດກິງ  ນັ້ນແມ່ນວັດປ່ອຍໂຄມໄຟພາວະນາໃຫ້ມີຄວາມຢູ່ເຢັນສຸກຫຼາຍກວ່າໝູ່ຢູ່ ຫວຽດນາມ. ໃນບຸນວິສາຂະບູຊາ ເວສັກໃນຄ່ຳຄືນວັນທີ 18 ພຶດສະພາປີ 2008 ບັນດາພະພິກຂຸເປັນປະທານພິທີ, ພຸດທະສາສະນິກກະຊົນໄດ້ພ້ອມກັນຂ່ຳນັບຊົມເຊີຍວັນບຸນວິສາຂະບູຊາດ້ວຍການປ່ອຍໂຄມໄຟ 10.000 ໜ່ວຍ ອັນໄດ້ສ້າງເປັນຮູບພາບທີ່ງົດງາມທີ່ສຸດ. ທ່ານ ປອ
ຮວ່າງວັນປ໊າວ ປະທານສະມາຄົມມໍລະດົກແຂວງລ້າງເຊີນໃຫ້ຮູ້ວ່າ:

 “ຄຸນຄ່າຂອງວັດນີ້ ແມ່ນມີຄວາມເປັນເອກະລັກ ແລະ ຫາຍາກທີ່ສຸດ. ນີ້ກໍ່ແມ່ນປາກົດການວັດທະນະທຳເມື່ອວັດນີ້ນອນຢູ່ໃນກຸ່ມປູຊະນີຍະສະຖານປະຫວັດສາດ ແມ່ນສັນຍາລັກຂອງແຂວງລ້າງເຊີນເວົ້າລວມ ແລະ ໃນຈິດໃຈຂອງປະຊາຊົນເວົ້າສະເພາະ. ວັດນີ້ຍັງໄດ້ຮັບຖືວ່າແມ່ນຫຼັກໝາຍທາງດ້ານວັດທະນະທຳກ່ຽວກັບການເຫຼື້ອມໃສພຸດທະສາສະໜາ ໃນຈິດໃຈຂອງປະຊາຊົນ. ນີ້ກໍ່ແມ່ນສະຖານທີ່ພົ້ນເດັ່ນເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດມາຄົ້ນຫາສາງວັດທະນະທຳທີ່ໃຫຍ່ໂຕຂອງແຂວງລ້າງເຊີນ.”

 ວັດແທັ່ງແມ່ນແຫ່ງສະຫງົບງຽມທັງແມ່ນແຫ່ງທີ່ບັນດາພະສົງສຳມະເນນພຸດທະສາສະນິກກະຊົນມາຈາກສາລະທິດເຄີຍມານີ້ ສະແດງຄວາມເຄົາລົບນັບຖືຕໍ່ພະພຸດທະເຈົ້າ. ວັດນີ້ຍັງແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານດຶງດູດແຂກທ່ອງທ່ຽວທັງຢູ່ໃກ້ ແລະໄກມາວັດຢ່າງຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ