ສວນພຶກສາຊາດ ແລະ ການກອບກູ້ສັດປ່າຢູ່ ລຸງງອກຮວ່າງ ໃນແຂວງ ເຮົ້າຢາງ
Trang -  
(VOVWORLD) -ເຂດອະນຸລັກທຳມະຊາດ ລຸງງອກຮວ່າງ ຕັ້ງຢູ່ເມືອງ ຝຸ້ງຫຽບ ແຂວງ ເຮົ້າຢາງ ໄດ້ຮັບຖືວ່າ ແມ່ນເຂດນິເວດທຳມະຊາດຢຸ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຢູ່ແຫ່ງນີ້ບໍ່ພຽງແຕ່ມີລະບົບພຶກສາຊາດທີ່ອຸດົມສົມບູນຂອງເຂດແມ່ນ້ຳລຳເຊທາງທິດຕາເວັນຕົກພາກໃຕ້ເທົ່ານັ້ນ ຫາກຍັງກາຍເປັນສວນພຶກສາຊາດ ພ້ອມທັງອະນຸລັກບັນດາພຶກສາຊາດນາໆຊະນິດໃນເຂດ ພ້ອມກັນນັ້ນກໍ່ແມ່ນແຫ່ງກອບກູ້ສັດປ່າ.
ນົກທີ່ຫາຍາກຖືກນຳມາລ້ຽງຢູ່ສວນ |
ດ້ວຍເນື້ອທີ່ປະມານ 2.800 ເຮັກຕາ, ເຂດອະນຸລັກພັນພຶກສາຊາດ ລຸງງອກຮວ່າງ ແມ່ນເຂດດິນນ້ຳຖ້ວມຂອງເຂດທາງທິດຕາເວັນຕົກແມ່ນ້ຳເຮົ້າ. ລຸງງອກຮວ່າງ ມີບັນດາເຂດຊີວິພາບຈະແຈ້ງ ທັດຊະນີຍະພາບຢູ່ແຫ່ງນີ້ຍັງຮົກເຮື້ອ ແລະ ມີລະບົບຊີວະນາໆພັນເປັນສະຖານທີ່ອະນຸລັກແຫຼ່ງແຊນພຶກສາຊາດ ແລະ ສັດປ່າ. ປັດຈຸບັນຢູ່ ລຸງງອກຮວ່າງ ເຊິ່ງແມ່ນແຫ່ງດຳລົງຊີວິດຂອງສັດ ພຶກສາຊາດຫຼາຍກວ່າ 90 ປະເພດ. ໃນນັ້ນມີສັດທີ່ມີຄ່າຫາຍາກຫຼາຍປະເພດຖືກຈັດເຂົ້າໃນປຶ້ມແດງ ຫວຽດນາມ ແລະ ໂລກ ຄື ນາກ, ເຕົ່າ, ງູເຫົ່າ… ນອກຈາກນັ້ນກໍ່ຍັງມີສັດປະເພດອື່ນໆຫຼາຍປະເພດຄື ທະນີ, ໄກ່, ນົກຍາງ…. ຕາມທ່ານ ລິວຊວັນໂຮ້ຍ ຜູ້ອຳນວຍການເຂດອະນຸລັກທຳມະຊາດ ລຸງງອກຮວ່າງແລ້ວ ການສ້າງຕັ້ງສວນພຶກສາຊາດ, ໃນນັ້ນ ມີເຂດລ້ຽງດູກອບກູ້ສັດປ່າ ແມ່ນເພື່ອແນໃສ່ເຕົ້າໂຮມພຶກສາຊາດ ແລະ ສັດຢູ່ທ້ອງຖິ່ນຫຼາຍປະເພດ ເຊິ່ງເປັນເງື່ອນໄຂສະດວກຮັບໃຊ້ການຄົ້ນຄວ້າອະນຸລັກ ພ້ອມທັງແນະນຳໃຫ້ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ. ທ່ານ ລິວຊວັນໂຮ້ຍ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ເຕົ້າໂຮມພຶກສາຊາດບາງປະເພດໃນທ້ອງຖິ່ນ ແລະ ຍັງມີເຂດລ້ຽງສັດບາງປະເພດທີ່ມີຄວາມສ່ຽງຖືກສູນພັນ. ແຕ່ລະປີຄະນະກຳມະການປະຊາຊົນແຂວງ ເຮົ້າຢາງ ກໍ່ໄດ້ສະໜອງຄ່າໃຊ້ຈ່າຍໃຫ້ພວກຂ້າພະເຈົ້າເພື່ອລ້ຽງ ແລະ ອະນຸລັກຮັກສາແຫຼ່ງແຊນນີ້”.
ສວນພຶກສາຊາດ ແລະ ກອບກູ້ສັດປ່າຢູ່ ລຸງງອກຮວ່າງ ໄດ້ຮັບການກໍ່ສ້າງໃນເນື້ອທີ່ກວ່າ 1 ເຮັກຕາ. ຢູ່ແຫ່ງນີ້ມີພຶກສາຊາດເກືອບ 90 ປະເພດທີ່ມີຄ່າຫາຍາກ. ໃນ 3 ປີທີ່ຜ່ານມາ ຢູ່ແຫ່ງນີ້ໄດ້ກອບກູ້ ແລະ ປ່ອຍສູ່ທຳມະຊາດຢູ່ ລຸງງອກຮວ່າງ ດ້ວຍຈຳນວນສັດປ່າຫຼາຍກວ່າ 3.000 ກິໂລກາມ ໃນນັ້ນຫຼາຍກວ່າໝູ່ແມ່ນ ງູ, ເຕົ່າ, ນົກ… ທ່ານ ເຈິ່ນແປ໊ແອັມ ຫົວໜ້າພະແນກວິທະຍາສາດ ແລະ ອະນຸລັກດິນນ້ຳຖ້ວມເຂດອະນຸລັກທຳມະຊາດ ລຸງງອກຮວ່າງ ໃຫ້ຮູ້ວ່າ:
“ແຕ່ລະປີ,ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບໄດ້ຄອບຄຸມສັດປ່າທີ່ມີຄ່າຫາຍາກຫຼາຍປະເພດ. ພວກຂ້າພະເຈົ້າໄດ້ກວດກາຄືນສຳລັບສັດປະຈຳຖິ່ນ ເພື່ອອະນຸລັກຮັກສາ”.
ພ້ອມກັບພຶກສາຊາດປະຈຳຖິ່ນທີ່ມີຄ່າຫາຍາກ, ຄວາມປະທັບໃຈທີ່ສຸດສຳລັບແຂກທ່ອງງທ່ຽວມາຢ້ຽມຊົມຢູ່ແຫ່ງນີ້ແມ່ນການລ້ຽງດູສັດຫຼາຍປະເພດລວມມີແຂ້, ງູເຫຼືອມ… ນາງ ເລທິຮ່ຽນ ຢູ່ຕາແສງ ເຕິນຝູແທັງ ເມືອງ ເຈົາແທັ່ງAແຂວງ ເຮົ້າຢາງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ໄປທັດສະນະສຶກສາຢູ່ຫຼາຍແຫ່ງໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລ້ວ ແຕ່ບໍ່ເຫັນຢູ່ບ່ອນໃດມີປາແຂ້ໃຫຍ່ຄື ລຸງງອກຮວ່າງ. ຢູ່ແຫ່ງນີ້ຍັງລ້ຽງດູອະນຸລັກສັດປ່າທີ່ມີຄ່າຫາຍາກຫຼາຍປະເພດ. ຢູ່ແຫ່ງນີ້ຖ້າຫາກວ່າ ຂະຫຍາຍການທ່ອງທ່ຽວທຳມະຊາດ ກໍ່ຈະເປັນການດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຫຼາຍທີ່ສຸດ”.
ດ້ວຍທັດຊະນີຍະພາບສະຫງົບງຽບຮົກເຮື້ອ ແລະ ເປັນໜ້າຈັບໃຈພ້ອມກັບຊີວະນາໆພັນອຸດົມສົມບູນ, ສວນພຶກສາຊາດ ແລະ ກອບກູ້ສັດປ່າຢູ່ ລຸງງອກຮວ່າງ ມີທ່າໄດ້ປຽບ ແລະ ທ່າແຮງບົ່ມຊ້ອນ ເພື່ອພັດທະນາການທ່ອງທ່ຽວທຳມະຊາດ. ຕາມແຜນຜັງແລ້ວ ແຂວງ ເຮົ້າຢາງ ພວມນຳເຂດນີ້ກາຍເປັນສູນກາງທ່ອງທ່ຽວໃຫຍ່ຂອງທ້ອງຖິ່ນເທື່ອລະກ້າວ,ສູ້ຊົນຮອດປີ 2030 ກາຍເປັນເຂດທ່ອງທ່ຽວແຫ່ງຊາດ.
Trang