ສະໜາມຫຼວງ ບາດິ່ງ - ສັນຍາລັກແຫ່ງຄວາມເອກອ້າງທະນົງໃຈຂອງຊາດ.

(VOVWORLD) -ຊາດ ຫວຽດນາມ ພວມດຳລົງຊີວິດໃນຊຸມວັນລະດູໃບໄມ້ຫຼົ່ນເດືອນ ກາຍາ ທີ່ມີຄວາມເອກອ້າງທະນົງໃຈ ຂະນະທີ່ທົ່ວປະເທດພ້ອມກັນມຸ່ງໄປສູ່ຈຸດເວລາປະຫວັດສາດຂອງ ວັນຊາດ ທີ 2 ກັນຍາ.ກ່ອນນີ້ 80 ປີຢູ່ແຫ່ງນີ້ ທ່ານປະທານ ໂຮຈີມິນ ໄດ້ກ່າວຖະແຫລງການປະກາດເອກະລາດສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ໂດຍນອນຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ, ສະຖານທີ່ທີ່ສັກສິດນີ້ປັດຈຸບັນສືບຕໍ່ແມ່ນແຫ່ງເຕົ້າໂຮມຂອງຊາວ ຫວຽດນາມ ແລະ ສາກົນນັບລ້ານໆຄົນ ເພື່ອພ້ອມກັນຫວນຄືນຈຸດເວລາປະຫວັດສາດທີ່ບໍ່ອາດຫຼົງລືມໄດ້.
ສະໜາມຫຼວງ ບາດິ່ງ - ສັນຍາລັກແຫ່ງຄວາມເອກອ້າງທະນົງໃຈຂອງຊາດ. - ảnh 1ກ່ອນນີ້ 80 ປີຢູ່ແຫ່ງນີ້ ທ່ານປະທານ ໂຮຈີມິນ ໄດ້ກ່າວຖະແຫລງການປະກາດເອກະລາດສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ

     ສະໜາມຫຼວງບາດິງມີລວງຍາວ 320 ແມັດ, ກວ້າງ 100 ແມັດ ຖືກແບ່ງເປັນ 210 ກາໂຣຫຍ້າ ຖືກຕິດຕໍ່ກັນດ້ວຍທາງຍ່າງ. ຢູ່ກາງສະໜາມຫຼວງແມ່ນເສົາທຸງຊາດສູງ 25 ແມັດ. ສະຖາປັດຕະຍະກຳສະໜາມຫຼວງແມ່ນການປະສານສົມທົບລະຫວ່າງເຂດສາທາລະນະທີ່ກວ້າງໃຫຍ່, ທັດຊະນີຍະພາບຂຽວສົດງົດງາມພ້ອມກັບບັນດາກິດຈະກຳສະຖາປັດຕະຍະກຳປະຫວັດສາດຄື ສຸສານປະທານ ໂຮ່ຈີມິນ, ອະນຸສາວະລີອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ວັດເສົາດຽວ ແລະ ຫໍສະພາແຫ່ງຊາດ. ສະໜາມຫຼວງໄດ້ຜ່ານການບູລະນະສ້ອມແປງ 5 ຄັ້ງ, ແຕ່ລະຄັ້ງກໍ່ລ້ວນແຕ່ຕິດພັນກັບຂີດໝາຍສຳຄັນຂອງປະເທດຊາດ. ປີ 1945 ຢູ່ແຫ່ງນີ້ໄດ້ຮັບການເປີດກວ້າງ ເພື່ອຕ້ອນຮັບປະຊາຊົນນັບແສນຄົນໃນວັນປະກາດເອກະລາດ. ປີ 1954 ສະໜາມຫຼວງໄດ້ຮັບບູລະນະພາຍຫຼັງນະຄອນຫຼວງໄດ້ຮັບການປົດປ່ອຍ. ຮອດປີ 1969 ຢູ່ເຂດນີ້ອີກເທື່ອໜຶ່ງໄດ້ປ່ຽນແປງເພື່ອຮັບໃຊ້ພິທີໄຫວ້ອາໄລປະທານ ໂຮ່ຈີມິນ. ໄລຍະ 2008 – 2010 ກໍ່ມີການບູລະນະສ້ອມແປງຢ່າງຮອບດ້ານໃນໂອກາດ 1000 ປີ ແຫ່ງວັນ ທັງລອງ. ນັບແຕ່ເດືອນ ມິຖຸນາ ປີ 2025 ສະໜາມຫຼວງ ບາດິ່ງ ກໍ່ຖືກເປີດກວ້າງໄປຍັງທິດໃຕ້ ແລະ ຖືກຍົກລະດັບທັດຊະນີຍະພາບເຂດສູນກາງການເມືອງແຫ່ງຊາດ. ທ່ານ ພັນເອກ ຫງວຽນເຖລຶກ ຮອງຜູ້ບັນຊາການແມ່ທັບນ້ອຍ 12 ກະຊວງປ້ອງກັນປະເທດ ເຊິ່ງແມ່ນກົມກອງດຳເນີນການບູລະນະທັດຊະນີຍະພາບ ໃຫ້ຮູ້ວ່າ:

“ເນື້ອທີ່ ແລະ ຂອບເຂດຂອງບໍລິເວນເປີດກວ້າງແມ່ນປະມານ 7300 ຕາແມັດ ລວມມີ 28 ກາໂຣຫຍ້າ ແລະ ທາງຍ່າງ, ເດີ່ນ ຮຸງເວືອງ ເປີດກວ້າງ 1000 ຕາແມັດ”.

ໂດຍນອນຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ, ສະໜາມຫຼວງ ບາດິ່ງ ບໍ່ພຽງແຕ່ແມ່ນເຂດມີທັດຊະນີຍະພາບສວຍສົດງົດງາມເທົ່ານັ້ນ, ຢູ່ແຫ່ງນີ້ຍັງແມ່ນຈັດຕັ້ງບັນດາເຫດການທີ່ສຳຄັນຍິ່ງຂອງຊາດ ຫວຽດນາມ ອີກດ້ວຍ ຈາກເວທີກຽດຕິຍົດປະຫວັດສາດ ເມື່ອວັນທີ 2 ກັນຍາ ປີ 1945 ຕະຫຼອດບັນດາພິທີສະເຫຼີມສະຫຼອງ, ພິທີໂຮມຊຸມນຸມມິດຕິງທີ່ມີຂອບຂະໜາດໃຫຍ່ຂອງປະເທດຊາດ, ສະໜາມຫຼວງ ບາດິ່ງ ກາຍເປັນສັນຍາລັກແຫ່ງເອກະລາດ ເສລີພາບ ແລະ ຄວາມຄາດຫວັງ ບືນຕົວຂຶ້ນຂອງຊາດ ຫວຽດນາມ ທີ່ອົງອາດກ້າແກ່ນ  

ນັບແຕ່ປີ 2001 ມາຮອດປັດຈຸບັນ ແຕ່ລະວັນຢູ່ແຫ່ງນີ້ຍັງດຳເນີນພິທີລະດັບຊາດຂອງ ຫວຽດນາມ ນັ້ນແມ່ນພິທີເຄົາລົບທຸງຊາດໃນເວລາ 6 ໂມງເຊົ້າລະດູຮອ້ນ ແລະ 6 ໂມງ 30 ນາທີ ຍາມລະດູໜາວ

“ພວກຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈ ເມື່ອເຫັນທຸງຊາດ ຫວຽດນາມ, ເພງຊາດກໍ່ໄດ້ບັນເລັງຂຶ້ນ ແລະ ກໍ່ໄດ້ຢືນຢູ່ຕໍ່ໜ້າສະໜາມຫຼວງເຄົາລົບທຸງຊາດ”

 “ພວກຂ້າພະເຈົ້າກໍ່ໄດ້ຕື່ນແຕ່ເຊົ້າເພື່ອຢືນເປັນລຳດັບເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະ ເຂົາຄຳນັບສຸສານປະທານ ໂຮ່ຈີມິນ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ”.

ພິເສດໃນຊຸມວັນຕົ້ນເດືອນ ກັນຍາ, ຢູ່ສະໜາມຫຼວງ ບາດິ່ງ ປະຫວັດສາດໄດ້ດຳເນີນພິທີເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ 80 ແຫ່ງວັນການປະຕິວັດປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ ເຊິ່ງມີການເຂົ້າຮ່ວມຂອງຊາວ ຫວຽດນາມ ແລະ ເພື່ອນມິດສາກົນຢ່າງຫຼວງຫຼາຍ

“ຂ້າພະເຈົ້າແມ່ນນັກຮົບເກົ່າຢູ່ສະໜາມຮົບ ກວ໋າງຈິ. ຂ້າພະເຈົ້າມີຄວາມຕື້ນຕັນໃຈ ເມື່ອໄດ້ມານີ້ໃນວັນຊາດ. ຂ້າພະເຈົ້າຮູ້ສຶກເປັນກຽດ ເມື່ອໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງທົ່ວທັງຊາດ”.

ພ້ອມກັບຊາວ ຫວຽດນາມ ຢູ່ພາຍໃນປະເທດ, ມີແຂກທ່ອງທ່ຽວສາກົນຫຼາຍຄົນກໍ່ມີຄວາມນິຍົຍົມນັບຖືເມື່ອມາຢາມສະໜາມຫຼວງ ບາດິ່ງ ໃນໂອກາດວັນບຸນໃຫຍ່

“ຂ້າພະເຈົ້າພາກພູມໃຈ ແລະ ມີຄວາມສຸກເມື່ອໄດ້ມີໜ້າຢູ່ນີ້. ມານີ້ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກຂອງຊາວ ຫວຽດນາມ ທີ່ສະຫງວນໃຫ້ແກ່ບ້ານເກີດເມືອງນອນປະເທດຊາດ”.

80 ປີທີ່ຜ່ານມາສະໜາມຫຼວງ ບາດິ່ງ ຍາມໃດກໍ່ເປັນສັນຍາລັກທີ່ສັກກະລະບູຊາ ແມ່ນຫົວໃຈຂອງຮ່າໂນ້ຍ ແລະ ຂອງປະເທດຊາດ. ຢູ່ແຫ່ງນີ້ຍັງສະແດງໃຫ້ເຫັນພະລັງຊີວິດຂອງຊາດ ຫວຽດນາມ ທີ່ຍາມໃດກໍ່ມີຄວາມເຄົາລົບນັບຖືອະດີດຕະການ ແລະ ບືນຕົວຂຶ້ນສ້າງອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ