ຮ່ວາງຮຽບ, ນັກດົນຕີປະຕິວັດທີ່ເກັ່ງກ້າສາມາດ

(vovworld) – ​ນັກ​ດົນຕີ ຮ່ວາງ​ຮຽບ ຫາ​ກໍ່​ເຖິງ​ແກ່​ມໍລະນະ​ກຳ, ລວມອາຍຸ​82 ປີ, ​ແຕ່​ບັນດາ​ບົດ​ປະພັນ​ດົນຕີ​ຂອງ​ທ່ານຄື ”ຄິດ​ຮອດ​ຮ່າ​ໂນ້ຍ”,
”ສຽງຂັບ​ຢູ່​ແຄມ​ຝັ່ງ​ແມ່ນ້ຳຮ່ຽນ​ເລືອ​ງ”, ”ສາຍພູ​ຫຼວງ​ຕາ​ເວັນ​ອອກ - ສາຍພູ​ຫຼວງ​ຕາ​ເວັນ​ຕົກ”, ”​ໃບ​ໄມ້​ສີ​ແດງ”, “​ລຳແມ່​ນ້ຳ​ໃນ​ຍາມ​ເຍົາ​ໄວ“ ຍັງ​ຄົງ​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ຜູ້​ຟັງ​ຕະຫຼອດ​ໄປ. ​ດົນ​ຕີຂອງ ຮ່ວາງ​ຮຽບ ກໍ່​ປຽບ​ເໝືອນ​ນິດ​ໄສ​ໃຈດີ​ຂອງ​ທ່ານ.

ຮ່ວາງຮຽບ, ນັກດົນຕີປະຕິວັດທີ່ເກັ່ງກ້າສາມາດ - ảnh 1

ນັກ​ດົນຕີ ຮ່ວາງ​ຮຽບ

(ພາບ: ອີນເຕີເນັດ)

60 ປີ ​​ແຫ່ງ​ການ​ປະພັນດົນ​ຕີ, ນັກ​ດົນຕີ ຮ່ວາງ​ຮຽບ ສາມາດ​​ແຕ່ງ​ບົດ​ເພງ​ໄດ້ນັບ​ຮ້ອຍ​ບົດ, ບັນດາ​ບົດ​ເພງ​ຂອງ​ທ່ານ​​ທັງ​ມີລັກສະນະ​ບັນດິດ, ທັນ​ສະ​ໄໝ, ​ແລະ ພື້ນ​ເມືອງ. ມີ​ຫຼາຍ​ບົດ​ຕິດ​ພັນ​ກັບ​ຂີດ​ໝາຍ​ປະຫວັດສາດຂອງປະ​ເທດ​. ແຕ່ ສິ່ງ​ສຳຄັນ​ກວ່າ ນັ້ນ​ແມ່ນ​, ບັນ​ດາ​ບົດ​ເພງ​ຂອງ​ທ່ານໄດ້​ຝັງ​ເລິກ​ໃນ​ຈິດ​ໃຈ​ຂອງ​ຜູ້​ຟັງ..  ​ໃນ​ຊຸມ​ປີ​ທຳ​ອິດ ພາຍຫຼັງ​ສັນຍາ​ປາ​ຮີ ກ່ຽວ​ກັບ​ສັນຕິພາບ​ຢູ່​ອິນດູຈີນ ​ໄດ້​ຮັບ​ການ​ລົງ​ນາມ, ສອງ​ພາກ​ເໜືອ - ​ໃຕ້ ຫວຽດນາມ​ ຖືກ​ຕັດ​ແຍກ​ຊົ່ວຄາວ​ນັ້ນ, ປະຊາຊົນ​ຫວຽດນາມ ​ໄດ້​ຮັບ​ຟັງ​ທຳນອງ​ເພງ​ທີ່​ອ່ອນ​ຊອນ​ຂອງ​ບົດ​ເພງ ”ສຽງຂັບ​ຢູ່​ແຄມ​ຝັ່ງ​ແມ່​ນ່ຳຮ່ຽນ​ເລືອ​ງ”, ປ່ຽບ​ເໝືອນ​ຄຳ​ປຸກ​​ລະ​ດົມ​ປະຊາຊົນ​ຈົ່ງມີ​ຄວາມ​ເຊື້ອ​ໝັ້ນ​ຕໍ່​ວັນ​ປະ​ເທດ​ຊາດເປັນ​ເອກະ​ພາບ. ຜູ້​ນິຍົມ​ດົນຕີ​ໄດ້​ຮູ້ຈັກ​ເຖິງ​ນັກ​ດົນຕີ ຮ່ວາງ​ຮຽບ ຜ່ານ​ບົດ​ເພງ​ດັ່ງກ່າວ.

ບົດເພງ Cau ho ben ben Hien Luong


ນັກ​ດົນ​ຕີ ຮ່​ວາງ​ຮຽບ​ ກຳ​ເນີດ​ເມື່ອ​ວັນ​ທີ 1/10/1931, ຢູ່​ຕາ​ແສງ ມີ້​ຮຽບ, ເມືອງ​ເຈີ້​ເມີ໋ຍ, ແຂວງ​ອານ​ຢາງ. ທ່ານ​ເລີ່ມ​ແຕ່ງ​ບົດ​ເພງ​ນັບ​ແຕ່​ປີ​ມີ​ອາ​ຍຸ 17 ປີ, ແຕ່​ຮອດ​ປີ 1957, ເມື່ອ​ໄປ​ເຕົ້າ​ໂຮມ​ຢູ່​ພາກ​ເໜືອ, ຜູ້​ຟັງ​ຈຶ່ງ​ຮູ້​ຈັກເຖິງ​ທ່ານ​ຜ່ານ​ບົດ​ເພງ “ສຽງ​ຂັບ​ຮ້ອງ​ແຄມ​ຝັ່ງແມ່ນ້ຳ​ຮ່ຽນ​ເລືອງ”. ມາ​ຮອດ​ປະ​ຈຸ​ບັນ​, ນັກ​ດົນ​ຕີ ຮ່​ວາງ​ຮຽບ​ ສາ​ມາດ​ແຕ່​ບົດ​ເພງ​ໄດ້ 400 ກວ່າ​ບົດ. ໃນ​ນັ້ນ​ບົດ​​ເພງ​ທີ່ທ່ານແຕ່ງ​ນັບ​ແຕ່ຊຸມ​ປີ​ຕົ້ນຂອງ​ການ​ຕໍ່​ຕ້ານ​ມາ​ຮອດ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ແມ່ນ​ປະ​ມານ 200 ບົດ. ໜຶ່ງ​ໃນ​ບັນ​ດາ​ບົດ​ເພງ​ທີ່​ມີ​ຊື່​ສຽງ​ໃນ​ໄລ​ຍະ​ນັ້ນ​ແມ່ນ​ບົດ​ເພງ: ໃບ​ໄມ້​ແດງ; ສາຍ​ພູຫຼວງ​ຕາ​ເວັນ​ອອກ, ສາຍ​ພູຫຼວງ​ຕາ​ເວັນ​ຕົກ; ນາງ​ສາວເຫຼົາໜາມ; ເສັ້ນ​ທາງເຕັມ​ໄປ​ດ້ວຍ​ໃບໄມ້ໝາກ​ຂາມ… ຕາມນັກ​ດົນ​ຕີ ຟ້າມງອກ​ຄອຍ, ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ດົນ​ຕີ​ຫວຽດ​ນາມ​ ແລ້ວ, ຮູບ​ພາບ​ປະ​ເທດ​ ແລະ ຊາດຫວຽດ​ນາມ ຍາມ​ໃດ​ກໍ່​ປະ​ກົດ​ໃນ​ບັນ​ດາ​ບົດ​ເພງ​ຂອງ​ນັກ​ດົນ​ຕີ​ ຮ່​ວາງ​ຮຽບ.

        “ພາ​ລະ​ກິດ​ປະ​ດິດ​ແຕ່ງ​ບົດ​ເພງ​ຂອງ​ນັກ​ດົນ​ຕີ ຮ່​ວາງ​ຮຽບ ຊ້ອນ​ແຝງດ້ວຍບົດ​ຮຽນ​ແຫ່ງ​ການດຳ​ລົງ​ຊີ​ວິດ ແລະ ລະ​ດັບວັດ​ທະ​ນະ​ທຳ, ລະ​ດັບ​ດົນ​ຕີ​ສູງ. ບັນ​ດາ​ບົດ​ເພງ​ທີ່​ທ່ານ​ແຕ່ງ​ໃນ​ຕະຫຼອດ​ໄລ​ຍະ​ຕໍ່​ຕ້ານ 2 ຄັ້ງ ແມ່ນ​ມີຫຼາຍ​ຮູບຫຼາຍ​ສີ ດ້ານ​ພາ​ສາ. ອາດ​ເວົ້າ​ໄດ້​ວ່າ, ຮ່​ວາງ​ຮຽບ ແມ່ນອະ​ນຸ​ສາ​ວະ​ລີ​ແຫ່ງ​ພາ​ສາດົນ​ຕີ

        ນອກ​ຈາກບັນ​ດາ​ບົດ​ເພງປະ​ຕິ​ວັດ ແລະ ບົດ​ເພງ​ກ່ຽວ​ກັບ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງນອນ, ຕໍ່​ປະ​ເທດ​ຊາດ​ແລ້ວ. ນັກ​ດົນ​ຕີ ຮ່​ວາງ​ຮຽບ ​ຍັງ​ແຕ່ງຫຼາຍ​ບົດ​ເພງ​ກ່ຽວ​ກັບ​ຄວາມ​ຮັກ​ລະ​ຫວ່າງ​ບ່າວ​ສາວ​ຄື​ບົດ​ເພງ: ຍາມ​ນົກແອ່ນ​ບິນ; ນ້ອງ​ລໍ​ຖ້າ​ອ້າຍ​ກັບ​ມາ; ບ່ອນ​ອ້າຍ​ພົບ​ນ້ອງ; … ບົດ​ເພງ​ ຄິດ​ຮອດ ຮ່າ​ໂນ້ຍ​ຂອງ​ນັກ​ດົນ​ຕີ ຮ່​ວາງ​ຮຽບ ແມ່ນ​ບົດ​ເພງ​ທີ່ທ່ານ​ແຕ່ງ​ໃນ​ຊຸມ​ປີ​ທ້າຍ​ສະ​ຕະ​ວັດ​ທີ 20 ເຊິ່ງ​ເ​ວົ້າ​ເຖິງຄວາມ​ຮັກ​ທີ່​ມີ​ຕໍ່​ນະ​ຄອນ​ຢູ່​ແຄມ​ແມ່ນ້ຳແດງ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບົດ​ເພງ​ທີ່​ມີ​ຊື່​ສຽງ​ກ່ຽວ​ກັບ ຮ່າ​ໂນ້ຍ. ບົດ​ເພງນີ້​ເວົ້າ​ເຖິງ​ຄວາມ​ສະ​ເທືອນ​ໃຈ​ຂອງ​ຜູ້​ທີ່​ໄດ້​ອອກ​ໄປ​ໄກ​ຈາກ​​​ນະ​ຄອນຮ່າ​ໂນ້ຍ, ແຕ່​ສຳ​ນວນ, ທຳ​ນອງ​ຂອງບົດເພງນີ້​​​ຍັງເຮັດ​ໃຫ້​ຊາວ​ຮ່າ​ໂນ້ຍ​ ມີ​ຄວາມ​ສະ​ເທືອນ​ໃຈອີກ​ນຳ ​ບົດ​ເພງ​ມີ​ຕອນ​ກ່າວ​ວ່າ, “ຄິດ​ຮອດ​ຖະ​ໜົນ​ເຄິມ​ທຽນ​ເຕັມ​ໄປ​ດ້ວຍ​ຮົ່ມ​ໄມ້, ສຽງ​ຈັກ​ຈັນ​ໃນ​ຍາມ​ແລ້ງ”, ແລະ​ຄິດ​ຮອດ​ຖະ​ໜົນ​ທີ່​ຄັບ​ຄາ​ໜາ​ແໜ້ນ ແລະ ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ຍາ​ມ​ຕ້ອນ​ຮັບ​ປີ​ໃໝ່.

ບົດເພງ Nho Ha Noi


        ນັກ​ຮ້ອງ ເຕີ໋ນ​ມິນ, ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ນັກ​ຮ້ອງ​ສະ​ແດງ​ບົດ​ເພງ​ຂອງ​ນັກ​ດົນ​ຕີ ຮ່​ວາງ​ຮຽບ ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ ແບ່ງ​ປັນ​ວ່າ:

        “ອາດ​ເວົ​້າ​ໄດ້​ວ່າ​ບົດ​ເພງ​ຄິດ​ຮອດ​ຮ່າ​ໂນ້ຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບົດ​ເພງ​ມ່ວນ​ທີ່​ສຸດ​ກ່ຽວ​ກັບ​ຮ່າ​ໂນ້ຍ, ນະ​ຄອນຫຼວງ​ຂອງ​ປະ​ເທດ​ຊາດ. ບົດ​ເພງນີ້​ຈະ​ຍືນ​ຍົງ​ຄົງ​ຕົວ​ໃນ​ໃຈ​ຂອງ​ຊາວ ຮ່າ​ໂນ້ຍ​ຕະຫຼອດ​ໄປ. ຄຽງ​ຂ້າງ​ນັ້ນ, ນັກ​ດົນ​ຕີ ຮ່​ວາງ​ຮຽບ ຍັງ​ມີ​ບົດ​ເພງ​ອື່ນໆ​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ສະ​ເພາະຫຼາຍ​ບົດ​ອີກ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ບັນ​ດາ​ບົດ​ເພງນີ້​ແມ່ນ​ສາງ​ດົນ​ຕີ​ທີ່​ມີ​ຄ່າ, ບໍ່​ແມ່ນ​ວ່າ​ນັກ​ດົນ​ຕີ​ຜູ້​ໃດ​ກໍ່​ມີ.”

ຮ່ວາງຮຽບ, ນັກດົນຕີປະຕິວັດທີ່ເກັ່ງກ້າສາມາດ - ảnh 2

ນັກດົນຕີ ຮ່ວາງຮຽບ ແລະ ເມຍ

(ພາບ: ອີນເຕີເນັດ)

        ທ່ານ​ຍັງ​ມີ​ຄວາມ​ສາ​ມາດ​ໃນ​ການ​ຫັນ​ບົດ​ກະ​ວີເປັນ​ບົດ​ເພງອີກ, ​ຕົວ​ຢ່າງ​ຄື​ບົດ: ໄຫວ້​ອາ​ໄລ​ສຸ​ສານ​ລຸງ​ໂຮ່, ສຽງ​ຂັບ​ຮ້ອງ​ແຄມ​ແມ່ນ້ຳຮ່ຽນ​ເລືອງ, ໃບ​ໄມ້​ແດງ… ນັກ​ປະ​ພັນ ຫງວຽນ​ກວາງ​ຊ໋າງ, ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ເອີ້ນ ຮ່​ວາງ​ຮຽບ​ ວ່າ ນັກ​ດົນ​ຕີ, ນັກ​ກະ​ວີ. ເຖິງວ່າ​ທ່ານ​ບໍ່​ແຕ່ງ​ບົດ​ກະ​ວີ ແຕ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ກະ​ວີຂອງ​ທ່ານ​ພັດ​ເລິກ​ເຊິ່ງ ແລະ ລະອຽດ​ລະ​ອໍ​ທີ່​ສຸດ. ດ້ວຍ​ຄວາມ​ສາ​ມາດ​ປະ​ສານ​ສຽງດົນ​ຕີຂອງ​ຕົນ, ບັນ​ດາ​ບົດກະ​ວີ​ໄດ້​ກາຍ​ເປັນ​ບົດ​ເພງ​ທີ່​ອອນ​ຊອນ, ເຕັມ​ໄປ​ດ້ວຍ​ຄວາມ​ສະ​ເທືອນ​ໃຈ. ”

        ​ເມື່ອ​ສຳ​ນວນ​ໃນ​ບົດ​ກະ​ວີ​ໄດ້​ກາຍ​ເປັນສຳ​ນວນ​ໃນ​ບົດ​ເພງຂອງ​ທ່ານ​ແລ້ວ, ຍັງ​ຄົງ​ຮັກ​ສາ​ຄວາມ​ໝາຍ​ແລະ​ຄຸນ​ຄ່າ​ເດີມ​ໄວ້​ໄດ້, ມັນ​ໄດ້​ສ້າງ​ເປັນ​ປະ​ສິດ​ທິ​ຜົນ​ຢ່າງ​ໃຫ​ຍ່ຫຼວງ.

ບົດເພງ Nho ve dong song tuoi tho


        ປີ 2000, ນັກ​ດົນ​ຕີ ຮ່​ວາງ​ຮຽບ ໄດ້​ຮັບ​ລາງວັນ ໂຮ່​ຈີ​ມິນ ກ່ຽວ​ກັບ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ໃຫ້​ບັນ​ດາ​ບົດ​ ”ສຽງຂັບ​ຢູ່​ແຄມ​ຝັ່ງ​ແມ່ນ້ຳຮ່ຽນ​ເລືອ​ງ”, ”ສາຍພູ​ຫຼວງ​ຕາ​ເວັນ​ອອກ - ສາຍພູ​ຫຼວງ​ຕາ​ເວັນ​ຕົກ”, “ໄຫວ້​ຂ່ຳ​ນັບ​ສຸ​ສານ​ລຸງ​ໂຮ່”, “ຄິດ​ຮອດ​ຮ່າ​ໂນ້ຍ”. ປະ​ຈຸ​ບັນ​ຜູ້​ແຕ່ງ​ບັນ​ດາ​ບົດ​ເພງ​ທີ່​ມີ​ຊື່​ສຽງ​ດັ່ງ​ກ່າວ​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ແຕ່​ບັນ​ດາ​ບົດ​ເພງ​ຂອງ​ທ່ານ​ຍັງ​ຄົງ​ຍື່ນ​ຍົງ​ຄົງ​ຕົວ​ກັບການ​ເວ​ລາ​ຢູ່.

       

ຕອບກັບ

ຂ່າວ/ບົດ​ອື່ນ