(VOVWORLD) -ໃນຊຸມວັນນີ້ ນະຄອນຫຼວງ ຮ່າໂນ້ຍມີຄວາມງົດງາມໃນທ່າມກາງສີທຸງແດງດາວຄຳ ກຽມພ້ອມຕ້ອນເຫດການ 80 ປີ ແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ. ບໍ່ພຽງແຕ່ແມ່ນສະຖານທີ່ຈັດບັນດາການເຄື່ອນໄຫວການເມືອງ, ວັດທະນະທຳທີ່ມີຂອບຂະໜາດໃຫຍ່ເທົ່ານັ້ນ ຮ່າໂນ້ຍ ຍັງກາຍເປັນບັນດາສະຖານທີ່ທ່ອງທ່ຽວຄົ້ນຫາພິເສດສຳລັບແຂກທ່ອງທ່ຽວທັງຫຼາຍ ເນື່ອງໃນໂອກາດນິີ້.
ເສົາທຸງຮ່າໂນ້ຍ |
ບັນດາຫູຟັງທີ່ໃໝ່ໆ ໜ້າຈໍທັນສະໄໝແມ່ນເຄື່ອງວັດຖຸທີ່ຫາກໍ່ນຳເຂົ້າເຂດຮັບໃຊ້ຂອງຫໍພິພິທະພັນວິຈິດສິນ ຫວຽດນາມ ໃນຊຸມວັນຕົ້ນເດືອນ ສິງຫາ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ທ່ານ ຫງວຽນແອັງມິງ ຜູ້ອຳນວຍການຫໍພິພິທະພັນໃຫ້ຮູ້ວ່າ
“ມຸ່ງໄປສູ່ພິທີສະເຫຼີມສະຫຼອງ 80 ປີ ແຫ່ງວັນຊາດ ຫວຽດນາມ, ໃນວັນທີ 15 ສິງຫາ ພວກຂ້າພະເຈົ້າໄດ້ເປີດງານວາງສະແດງ ບັນດາຜູ້ເປັນລູກຮັກຂອງປະເທດຊາດ, ຕໍ່ຈາກນັ້ນແມ່ນບັນດາເວທີສະແດງດົນຕີ, ແລະ ນັບແຕ່ວັນທີ 1 ຫາວັນທີ 3 ກັນຍາ ຫໍພິພິທະພັນຈະເປີດປະຕູຕ້ອນຮັບແຂກທ່ອງທ່ຽວໂດຍບໍ່ເກັບຄ່າ”.
ສ່ວນຢູ່ຮ່ອງຮອຍສະຖານຄຸກ ຮວ່າລໍ່ ແຫ່ງທີ່ບັນດານັກຮົບປະຕິວັດ ຫວຽດນາມ ໄດ້ຖືສັດຕູກັກຂັງໃນໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດນັ້ນ, ວຽກງານກະກຽມຕ້ອນຮັບແຊກໄດ້ກຳເນີນຢ່າງລອບຄອບຖີ່ຖ້ວນ. ແຂກທ່ອງທ່ຽວຄົນໜຶ່ງໃຫ້ຮູວ່າ:
“ນ້ອງມີຄວາມພາກພູມໃຈທີ່ສຸດ ເມື່ອໄດ້ມາຢ້ຽມຊົມຮ່ອງຮອຍສະຖານ ໃນໂອກາດເຫດການ 80 ປີ ແຫ່ງວັນຊາດ ເພື່ອຈະຮູ້ສຶກເຖິງນ້ຳໃຈຮັກຊາດຂອງຄົນລລຸ້ນກ່ອນໆ ແລະ ນ້ອງເຫັນວ່າມີຄວາມເອກອ້າງທະນົງໃຈຍ້ອນວ່າ ເຮົາແມ່ນຊາວ ຫວຽດນາມ”.
ມາທ່ອງ ຮ່າໂນ້ຍ ໃນໂອກາດນີ້ແຂກທ່ອງທ່ຽວຈະໄດ້ຄົ້ນຫານະຄອນຫຼວງ ຮ່າໂນ້ຍ ຜ່ານລະບົບລົດໄຟປະກອບດ້ວຍ 10 ຕູ້
(ເທບ).
ບັນດາຕູ້ລົດໄຟພວມເຮັດໃຫ້ສຳເລັດ ເພື່ອສາມາດນຳເຂົ້າໃຊ້ການນັບແຕ່ວັນທີ 19 ສິງຫາ ທີ່ຈະມາເຖິງ. ແຕ່ລະວັນຈະມີ 3 ຖ້ຽວ ເຊິ່ງເລີ່ມເດີນທາງຈາກສະຖານີ ຮ່າໂນ້ຍ, ຜ່ານສະຖານີ ລັອງບຽນ, ຢາເລິມ, ອຽນວຽນ, ສະຖານີ ຕື໋ເຊີນ ໃນ
ແຂວງ ບັກນິງ. ທ່ານ ມາຍວັນຫງອກ ຫົວໜ້າໂຮງຈັກ ສ້ອມແປງຫົວລົດໄຟ, ຕູ້ລົດໄຟ ສັງກັດບໍລິສັດຫຸ້ນສ່ວນລົດໄຟ ຢາເລິມ ແບ່ງປັນວ່າ:
“ຕູ້ລົດໄຟສອງຊັ້ນນີ້ ພວກຂ້າພະເຈົ້າໄດ້ອອກແບບສອງປີມານີ້. 6 ເດືອນຕົ້ນປີນີ້ກໍ່ໄດ້ສຳເລັດແລ້ວ, ຈາກວັດຖຸດິບສົ້ນເຂົ້າ, ວັດຖຸ ແລະ ເຕັກນິກພວກຂ້າພະເຈົ້າກໍ່ພະຍາຍາມເຮັດ ເພື່ອເພີ່ມລັກສະນະຄວາມປານີດ. ໃນຕູ້ລົດໄຟກໍ່ມີລະບົບໄວຟາຍ, ມີຈຸດຕ່າງໆ ເພື່ອສາກໂທລະສັບມືຖື”.
ໃນໂອກາດນີ້, ກໍ່ມີຮ້ານກາເຟຫຼາຍຮ້ານຢູ່ ຮ່າໂນ້ຍ ກໍ່ຖືກປະດັບປະດາຢ່າງສວຍງາມ. ແຕ່ລະແຈກໍ່ກາຍເປັນຈຸດເພື່ອຖ່າຍຮູບທີ່ລະນຶກສຳລັບຫຼາຍຄົນ. ມີແຂກທ່ອງທ່ຽວບາງຄົນ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຈະແນະນຳທາງສື່ສັງຄົມຄື ເຟດບຸກ ຫຼື ຕິ໊ກຕ໊ອກ... ພວກຂ້າພະເຈົ້າຢາກແຜ່ກະຈາຍນ້ຳໃຈຮັກຊາດ, ແນະນຳໃຫ້ແຂກທ່ອງທ່ຽວຕ່າງປະເທດກ່ຽວກັບສະຖານທີ່ຖາຍຮູບທີ່ມີຄວາມໝາຍ”.
“ຂ້າພະເຈົ້າເຫັນວ່າ ນັກຮຽນ ແລະ ເພື່ອນຮ່ວມອາຊີບໄດ້ຖາຍຮູບຢູ່ບັນດາສະຖານທີ່ປະດັບປະດາຢ່າງສວຍງາມ ເພື່ອຕອບສະໜອງເຫດການວັນຊາດທີ 2 ກັນຍາ”.
ບັນດາການເຄື່ອນໄຫວ ເວີກຊັອບ ໄດ້ຈັດຂຶ້ນຢູ່ຫຼາຍແຫ່ງໃນນະຄອນ ຮ່າໂນ້ຍ ເນຶ່ອງໃນໂອກາດວັນຊາດ. ແຂກທ່ອງທ່ຽວສາມາດປະດັບປະດາກຸມປະເພນີ ດ້ວຍຮູບທຸງຊາດ, ຮູບແຕ້ມທິວທັດທຳມະຊາດຢູ່ທຸກແຫ່ງໃນປະເທດ ຫວຽດນາມ ຫຼື ລອງແຕ່ງອາຫານເຄື່ອງດື່ມ. ນາງ ຫງວຽນຢ້ຽວລິງ ຜູ້ສ້າງຕັ້ງ ຈອຍເວີກຊັອບ ແບ່ງປັນວ່າ:
“ນີ້ແມ່ນໜຶ່ງໃນບັນດາສະຖານທີ່ເຊິ່ງແຂກທ່ອງທ່ຽວສາມາດມາຄົ້ນຫາ; ບໍ່ພຽງແຕ່ໄດ້ກິນດື່ມ, ຫຼື ໄປຄົ້ນຫາສິ່ງທີ່ໃໝ່ອ່ຽມເທົ່ານັ້ນ ເຂົາເຈົ້າຍັງຮູ້ຈັກເຖິງວັດທະນະທຳ ແລະ ຈິດໃຈຮັກຊາດຂອງຊາວ ຫວຽດນາມ ຄືແນວໃດ”.
ຈາກການຫວນຄືນກະແສເວລາຢູ່ຕາມຫໍພິພິທະພັນ, ຮ່ອງຮອຍສະຖານປະຫວັດສາດຕະຫຼອດຮອດການຈັດຕັ້ງບັນດາການເຄື່ອນໄຫວຄົ້ນຫາໃນແຕ່ລະແຈຖະໜົນ, ນະຄອນຫຼວງ ຮ່າໂນ້ຍ ພວມວາດພາບເຖິງເລື່ອງລາວ ກ່ຽວກັບນ້ຳໃຈຮັກຊາດດ້ວຍວິທີອັນລຽບງ່າຍ ແຕ່ມີຄວາມເອກອ້າງທະນົງໃຈ. ການເດີນທາງຄົ້ນຫາ ຮ່າໂນ້ຍ ມີຄວາມຟົດຟື້ນມ່ວນຊື່ນ ແລະ ດູດດື່ມຫຼາຍຂຶ້ນສຳລັບແຂກທ່ອງທ່ຽວທັງຫຼາຍ.