ເດືອນ 3 ຢູ່ເຂດໄຕງວຽນ ຊຶ່ງແມ່ນຊ່ວງເວລາຈັດງານບຸນອັນເປັນເອກະລັກ

(VOVWORLD) -ເຂດໄຕງວຽນຍາມເດືອນ 3 ແມ່ນເຕັມໄປດ້ວຍແສງແດດ ແລະ ລົມພັດມາເຢັນສະບາຍ ຊຶ່ງໄດ້ຮັບການສັນລະເສີນຈາກແຂກທ່ອງທ່ຽວວ່າ ແມ່ນຊ່ວງເວລາທີ່ງາມກວ່າໝູ່ຢູ່ດິນແດນແຫ່ງນີ້ ແລະ ນີ້ກໍແມ່ນຈຸດເວລາທີ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຫ່ງນີ້ຈັດຫຼາຍງານບຸນອັນເປັນປະເພນີຂອງຕົນ

ບັນດາເຜົ່າຢູ່ເຂດໄຕງວຽນເຊັ່ນ: ບານາ, ເຢີຣາຍ, ເຊີດັງ, ເມີນົງ, ເອເດ….ໄດ້ຖືເອົາລະດູບານໃໝ່ແມ່ນຍາມຈັດງານບຸນ, ພ້ອມກັນພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກ, ລະດູການຜະລິດໄດ້ຮັບຜົນດີ, ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກ         .

ເດືອນ 3 ຢູ່ເຂດໄຕງວຽນ ຊຶ່ງແມ່ນຊ່ວງເວລາຈັດງານບຸນອັນເປັນເອກະລັກ - ảnh 1 ເດືອນ 3 ຢູ່ເຂດໄຕງວຽນ ຊຶ່ງແມ່ນຊ່ວງເວລາຈັດງານບຸນ

     ຊ່ວງເວລາຈັດງານບຸນຂອງ ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດໄຕງວຽນ ແມ່ນເລີ່ມແຕ່ຕົ້ນປີ ແລະ ແກ່ຍາວຈົນຮອດທ້າຍເດືອນ 3 . ຊ່ວງເວລານີ້, ພໍ່ແມ່ພີນ້ອງຊາວບ້ານໄດ້ມີໂອກາດເຕົ້າໂຮມກັນຢູ່ສາລາບ້ານ, ຫໍວັດທະນະທຳຂອງໝູ່ບ້ານເພື່ອທຳພິທີໄຫວ້ບູຊາເທວະດາຟ້າແຖນ ແລ້ວກໍຮັບປະທານອາຫານ ແລະ ພ້ອມກັນຟ້ອນລຳທຳເພງ ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳທາງດ້ານຈິດວິນຍານທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງເຂດໄຕງວຽນອີກດ້ວຍ.

    ສຳລັບພໍ່ແມ່ພີນ້ອງຊາວເຜົ່າເຊີດັງ, ຊຸມວັນບຸນຍາມຕົ້ນລະດູບານໃໝ່ ແມ່ນໂອກາດເພື່ອໃຫ້ເຂົາເຈົ້າພ້ອມກັນຟ້ອນລຳທຳເພງໃນທ່າມກາງສຽງກອງສຽງຄ້ອງດັງກ້ອງກັງວານໄປທົ່ວເຂດ, ພ້ອມທັງເລົ່າໃຫ້ກັນຟັງເລື່ອງລາວຕ່າງໆຜ່ານກອນລຳປະຫວັດສາດກໍຄືກົກເຄົ້າເຫງົ້າກໍຂອງເຂດໄຕງວຽນອີກດ້ວຍ. ງານບຸນຂອງຊົນເຜົ່າເຊີດັງ ເຄີຍກ່ຽວຂ້ອງເຖິງຊີວິດກະສີກຳ, ໃນນັ້ນ ມີບຸນເຂົ້າໃໝ່, ພິທີພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ ເພື່ອສົມມະນາຄຸນເທວະດາເຂົ້າທີ່ໄດ້ຊ່ວຍໃຫ້ ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ. ເຄື່ອງຂອງຖະຫວາຍບູຊາເທວະດາຟ້າແຖນ,  ຄັ້ງໃດກໍຕ້ອງມີຊີ້ນໝູ, ເຂົ້າຈ້າວ. ໃນພິທີໄຫວ້ບູຊາຊຶ່ງຖືກຈັກຂຶ້ນຢູ່ສາລາບ້ານນັ້ນ, ເຈົ້າເຫຼົ່າຂອງໝູ່ບ້ານລາຍງານກັບເທວະດາຟ້າແຖນກ່ຽວກັບສະພາບການຜະລິດກະສີກຳຂອງພໍ່ແມ່ປະຊາຊົນໃນບ້ານ ພ້ອມກັບບັນດາວັດຖຸເຄື່ອງຂອງຖະຫວາຍບູຊາທີ່ຊາວບ້ານໄດ້ເຮັດຄື : ເຂົ້າ, ຊີ້ນໄກ່, ຊີ້ນໝູ…ພ້ອມທັງພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ, ເນື້ອທີ່ພືດພັນທັນຍາຫານບໍ່ຖືກສັດຕູພືດທຳລາຍເພື່ອໃຫ້ ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກ. ລຸງ ອາຄາວ ຢູ່ຕາແສງ ດັກອາງ, ເມືອງຫງອກໂຮ່ຍ, ແຂວງກອນຕຸມ ໃຫ້ຮູ້ວ່າ :

    “ ທັງບ້ານຈັດຕັ້ງການຕີຄ້ອງ, ທຸກໆຄອບຄົວໃນບ້ານກໍເຊື້ອເຊີນກັນມາຮັບປະທານອາຫານ, ມີເຂົ້າໃໝ່, ຊີ້ນໝູ, ຊີ້ນໄກ່. ພາຍໃນເວລາ 2 ວັນ, ທຸກໆຄົນກໍເຮັດຕາມຄຳຊີ້ນຳຂອງເຈົ້າເຫລົ່າ ມາຊຸມແຊວມ່ວນຊື່ນນຳກັນ ”      

     ແລະ ກໍໃນຊຸມມື້ຕົ້ນລະດູບານໃໝ່, ຊາວເຜົ່າເຢີຣາຍ ແລະ ບານາຢູ່ເຂດໄຕງວຽນ ເຄີຍທຳພິທີສົມມະນາຄຸນຕໍ່ເທວະດາຟ້າແຖນ, ພາວະນາໃຫ້ຢູ່ດີມີແຮງ. ພິທີນີ້ຍັງຖືກເອີ້ນວ່າ ພິທີ Lih ຊຶ່ງໄດ້ມີມາແຕ່ດົນນານ ຊຶ່ງຖືກຈັດຂຶ້ນເພື່ອສົມມະນາຄຸນຕໍ່ເທວະດາຟ້າແຖນ ທີ່ໄດ້ຊ່ວຍໃຫ້ຊາວບ້ານມີລະດູການຜະລິດໄດ້ຮັບຜົນດີ ຫຼືສົມມະນາຄຸນຕໍ່ຄຸນງາມຄວາມດີຂອງພໍ່ແມ່ທີ່ໄດ້ໃຫ້ກຳເນີດ ແລະ ລ້ຽງດູໃຫ້ເຕີບໃຫຍ່ຄືທຸກວັນນີ້. ການທຳພິທີນີ້ ຍັງແມ່ນເພື່ອພາວະນາໃຫ້ຍາດຕິພີນ້ອງໃນຄອບຄົວມີສຸຂະພາບເຂັ້ມແຂງ, ມີຄວາມໂຊກດີ, ຊາວບ້ານບໍ່ຖືກຕິດພະຍາດໂລຄາ. ເຄື່ອງຂອງຖະຫວາຍບູຊາ ລວມມີ ໄກ່ໂຕໜຶ່ງເພື່ອໄຫວ້ບູຊາຟ້າແຖນ, ຫມູໂຕ 1 ເພື່ອສົມມະນາຄຸນຕໍ່ພໍ່ແມ່, ປູ່ຍ່າຕາຍາຍ ແລະ ງົວໂຕໜຶ່ງເພື່ອເພື່ອເຊື້ອເຊີນພໍ່ແມ່ພີນ້ອງຊາວບ້ານມາກິນ. ພາຍຫຼັງຂັ້ນຕອນທຳພິທີສິ້ນສຸດລົງ, ຊາວບ້ານທຸກໆຄົນ ພ້ອມກັນຍົກຈອກອວຍພອນກັນ, ພ້ອມກັນຮັບປະທານອາຫານ, ໂອ້ລົມກັນຢ່າງມ່ວນຊື່ນ.

    ສຳລັບຊາວເຜົ່າເອເດ, ຍາມເດືອນ 3 ກໍແມ່ນຈຸດເວລາເພື່ອຈັດງານບຸນພາວະນາໃຫ້ຟ້າຝົນດີ ແລະ ພິທີຜູກສ່ຽວ. ລຸງ ອາເອ ຮງຶກ ຢູ່ບ້ານ ອາຢຸນ, ຕາແສງອີອາ ກູເອ, ເມືອງ ກືມະກາ, ນະຄອນ ບວນມາຖວດ ໃຫ້ຮູ້ວ່າ : 

    “  ພິທີພາວະນາໃຫ້ຟ້າຝົນດີ ຂອງຊາວເຜົ່າເອເດ ແມ່ນພິທີໄຫວ້ບູຊາທີ່ສຳຄັນຂອງຊາວບ້ານ. ພວກຂ້າພະເຈົ້າໄຫວ້ບູຊາ ຟ້າແຖນ ເພື່ອພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ບໍ່ເກີດໄພພິບັດທຳມະຊາດ, ຈາກນັ້ນ ບັນດາເນື້ອທີ່ນາ, ພືດພັນທັນຍາຫານ ຈະເຕີບໂຕ, ລະດູການເກັບກ່ຽວຈະໄດ້ຮັບຜົນດີ. ນີ້ກໍແມ່ນພິທີກຳ ຊຶ່ງພວກຂ້າພະເຈົ້າໄດ້ຮັກສາໄວ້ຜ່ານຫຼາຍເສັ່ນຄົນ ຈົນຮອດປະຈຸບັນ. ”

        ໃນຍາມລະດູບານໃໝ່, ຊາວເຜົ່າບານາ ກໍເຄີຍຈັດບຸນຢາດນ້ຳ ເພື່ອໄຫວ້ບູຊາເທວະດານ້ຳ. ໃນຊຸມມື້ຈັດງານບຸນ, ກໍແມ່ນຊ່ວງເວລາທີ່ຊາວບ້ານມີຊີວິດໃນທ່າມກາງຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມອົບອຸ່ນ.

    ຍາມຕົ້ນປີໃໝ່ ກໍແມ່ນຈຸດເວລາທີ່ບັນດາຊົນເຜົ່າຢູ່ເຂດໄຕງວຽນ ມີການເຄື່ອນໄຫວຈັດຕັ້ງງານບຸນທາງດ້ານຈິດວິນຍານຕ່າງໆເຊັ່ນ : ພິທີຕັ້ງສຸສານໃໝ່ໃຫ້ຜູ້ທີ່ໄດ້ລ່ວງລັບ, ພິທີແທງຄວາຍ…ທັງໝົດເຫຼົ່ານັ້ນ ກໍໄດ້ສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນມູນເຊື້ອ, ຈິດໃຈສາມັກຄີຂອງສະມາຊິກທຸກໆຄົນໃນວົງຄະນະຍາດ, ພ້ອມທັງເປັນການສືບທອດ ແລະ ຮັກສາມູນເຊື້ອອັນດີງາມຂອງປະຊາຊົນເຂດໄຕງວຽນໄວ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ