(VOVWORLD) -ບັນດາຫາດຊາຍທະເລຂາວທີ່ກວ້າງໃຫຍ່ໄພສານ, ແສງແດດເຫຼືອງອາຮາມສາດສ່ອງໃສ່ຊາຍແຕ່ລະເມັດ, ບັນດາການຄົ້ນຫາທີ່ເປັນເອກະລັກຄືຂີ່ອູດ, ຂີ່ລົດໂມໂຕ ຫຼື ນຸງ່ຊຸດອາພອນຢູ່ເຂດນີ້… ທັງໝົດເຫຼົ່ານີ້ໄດ້ສ້າງກຳລັງດຶງດູດໃຈພິເສດສຳເລັບເຂດທ່ອງທ່ຽວ ເບົ່າຈັ໊ງ ໃນແຂວງ ເລິມດົ່ງ. ສະຖານທີ່ທ່ອງທ່ຽວແຫ່ງນີ້ ພວມນັບມື້ກາຍເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ
ບັນດາຕູບຮັບໃຊ້ການພັກຜ່ອນຍາມທ່ຽງຢູ່ເຂດທ່ອງທ່ຽວເບົາຈັ້ງ |
ເມື່ອມາຮອດ ເບົ່າຈັ໊ງ ແຂກທ່ອງທ່ຽວຈະເຫັນປະຈັກຕາທັດຊະນີຍະພາບທີ່ກວ້າງໃຫຍ່ໄພສານ, ບັນດາໂນນຊາຍຂາວຕິດຕໍ່ກັນຢ່າງບໍ່ຂາດສາຍ. ໃຕ້ແສງແດດເຫຼືອງອາຮາມ, ລົມພັດຜ່ານໜ້າຊາຍ ໄດ້ສ້າງເປັນຮູບພາບທີ່ໜ້າປະທັບໃຈ ປຽບເໝືອນແດນສະຫວັນ, ທະເລຊາຍທີ່ຄັບແຄບຂອງ ຫວຽດນາມ
“ສະບາຍດີອ້າຍເອື້ອຍທີ່ໄດ້ມາຢ້ຽມຊົມເຂດທ່ອງທ່ຽວ ຢູU&Me. ຢູ່ທີ່ນີ້ອ້າຍເອື້ອຍຈະໄດ້ຄົ້ນຫາການຂີ່ອູດໃນເວລາ 15 ນາທີ ເພື່ອເດີນອ້ອມຮອບໂນນຊາຍນີ້ ເພື່ອຖ່າຍຮູບທີ່ລະນຶກ”
ເມື່ອຂີ່ອູດ, ແຂກທ່ອງທ່ຽວຈະໄດ້ເດີນຜ່ານແຕ່ລະຫາດຊາຍໃຕ້ທ້ອງຟ້າແຈ່ມໃສ ເງົາຂອງອູດໄດ້ພິມໃສ່ໜ້າຊາຍອັນໄດ້ສ້າງທັດຊະນີຍະພາບທີ່ງົດງາມດັ່ງໃນຝັນ ເຮັດໃຫ້ຄົນເຮົາຄຳນຶງເຖິງຮູບເງົາກ່ຽວກັບທະເລຊາຍຢູ່ຫ່າງໄກ. ນາງ ມາຣີນາ ແຂກທ່ອງທ່ຽວລັດເຊຍແບ່ງປັນວ່າ:
“ເມື່ອໄດ້ຂີ່ອູດ ກໍ່ປຽບເໝືອນຂີ່ມ້າ ແຕ່ຊ້າກວ່າ ແລະ ເປັນໜ້າປະທັບໃຈທີ່ສຸດ”.
ສຳລັບການຂີ່ອູດກໍ່ບໍ່ຈຳກັດເກນອາຍຸ, ພຽງແຕ່ມີຄວາມກ້າຫານເລັກນ້ອຍກໍ່ສາມາດຄົ້ນຫາການບໍລະການນີ້ໄດ້. ນ້ອງ ຖາຍອານ ອາຍຸ 12 ປີ ກໍ່ເວົ້າຄວາມໃນໃຈພາຍຫຼັງໄດ້ຂີ່ອູດຢູ່ ເບົ່າຈັ໊ງ ວ່າ:
“ນີ້ເປັນຄັ້ງທຳອິດທີ່ລູກໄດ້ຂີ່ອູດ. ເບື້ອງຕົ້ນກໍ່ຢ້ານໜ້ອຍໜຶ່ງ ຍ້ອນວ່າບໍ່ລື້ງແຕ່ພາຍຫຼັງບຶດໜຶ່ງກໍ່ຮູ້ສຶກວ່າເປັນໜ້າປະທັບໃຈທີ່ສຸດ”.
ນອກຈາກນັ້ນ ບັນດາສະຖານທີ່ທ່ອງທ່ຽວຢູ່ ເບົ່າຈັ໊ງ ກໍ່ຍັງມີການບໍລິການໃຫ້ເຊົ່າເຄື່ອງນຸ່ງຊຸດອາພອນ. ຢູ່ທີ່ນີ້ແຂກທ່ອງທ່ຽວກໍ່ສາມາດນຸ່ງຊຸດອາພອນເມື່ອໄປທະເລຊາຍ. ນາງ ຫວູຕວຽດມິງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:
“ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດດ້ວຍທັດຊະນີຍະພາບຢູ່ແຫ່ງນີ້, ໂນນຊາຍຂາວກວ້າງໃຫຍ່ໄພສານ ປຽບເໝືອນທະເລຊາຍ ຊາຮາຣາ ຮັດແຄບ. ຂ້າພະເຈົ້າກໍ່ໄດ້ເຊົ່າເຄື່ອງນຸ່ງຕາມແບບໄປທະເລຊາຍ ເພື່ອຄົ້ນຫາການຂີ່ອູດ ເຊິ່ງເປັນໂອກາດທີ່ດີທີ່ສຸດ ເພື່ອຖ່າຍຮູບເປັນທີ່ລະນຶກ”.
(ເທບ).
ນອກຈາກນັ້ນແຂກທ່ອງທ່ຽວກໍ່ສາມາດເລືອກເອົາການບໍລິການຂັບລົດໂມໂຕຊາຍ. ສຽງເຄື່ອງຈັກກໍ່ດັງຟົດສະນັ່ນຫວັ່ນໄຫວ, ລົດຈະໄດ້ຂຶ້ນລົງຄ້ອຍເຮັດໃຫ້ແຂກທ່ອງທ່ຽວມີຄວາມຕື່ນເຕັ້ນທີ່ສຸດ, ອ້າຍ ເລຫງອກດຽບ ໃຫ້ຮູ້ວ່າ:
“ເມື່ອໄດ້ແລ່ນລົດໂມໂຕກໍ່ຮູ້ສຶກຊົດຊື່ນທີ່ສຸດ. ຢູ່ທີ່ນີ້ອາກາດປອດໂປ່ງ, ຫາດຊາຍຂາວກວ້າງໃຫຍ່ໄພສານ. ແນ່ນອນວ່າ ຂ້າພະເຈົ້າຈະກັບຄືນມາຢາມຢູ່ແຫ່ງນີ້ອີກຫຼາຍຄັ້ງ”.
ຢູ່ເຂດທ່ອງທ່ຽວ ເບົ່າຈັ໊ງ,ບັນດາການບໍລິການກໍ່ລ້ວນແຕ່ໄດ້ຮັບການລົງທຶນເປັນແບບເປັນແຜນ ແລະ ຮັບປະກັນຄວາມປອດໄພ. ຈາກຖັນແຖວຜູ້ນຳທ່ຽວເປັນມືອາຊີບ,ການຂີ່ລົດໂມໂຕທີ່ທັນສະໄໝຕະຫຼອດຮອດການບໍລິການເຊົ່າຊຸດອາພອນ, ຖ່າຍຮູບທີ່ລະນຶກ, ທັງໝົດເຫຼົ່ານັ້ນໄດ້ສ້າງເປັນກຳລັງດຶງດູດໃຈໃນການເດີນທາງຄົ້ນຫາ. ທ່ານ ດັກຄຽມ ຜູ້ອຳນວຍການເຂດທ່ອງທ່ຽວ ເບົ່າຈັ໊ງ U&Meໃຫ້ຮູ້ວ່າ:
“ເມື່ອເຂົ້າມາເຂດທ່ອງທ່ຽວ ເບົ່າຈັ໊ງ U&Me, ແຂກທ່ອງທ່ຽວຈະໄດ້ຮັບການບໍລະການຂີ່ລົດ ATV ຂຶ້ນໂນນຊາຍ, ຫຼື ຂີ່ລົດຈິບຂຶ້ນໂນນຊາຍ ແລະ ຮັບປະທານບັນດາເຍື່ອງອາຫານພິເສດຂອງທ້ອງຖິ່ນ”.
ດ້ວຍເຂດຊາຍຂາວທີ່ກວ້າງໃຫຍ່ໄພສານຈົນສຸດສາຍຕາ ພ້ອມກັບການບໍລະການທີ່ດູດດື່ມ, ເຂດທ່ອງທ່ຽວ ເບົ່າຈັ໊ງ ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຍາມ. ການຄົ້ນຫາຢູ່ແຫ່ງນີ້ກໍ່ລ້ວນແຕ່ສ້າງຂີດໝາຍທີ່ຍາກຈະລືມໄດ້ປະກອບສ່ວນນຳ ເບົ່າຈັ໊ງ ກາຍເປັນເຄື່ອງໝາຍທ່ອງທ່ຽວທີ່ພົ້ນເດັ່ນຢູ່ດິນແດນເລິມດົ່ງ.