ເສັ້ນທາງສາຍພູຫຼວງ - ເສັ້ນທາງການທະຫານພຽງແຕ່ໜຶ່ງບໍ່ມີສອງ

(VOVWORLD) -ໃນພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ, ເສັ້ນທາງສາຍພູຫຼວງໄດ້ກາຍເປັນສັນຍາລັກອຳມະຕະ, ສະແດງໃຫ້ເຫັນເຈດຈຳນົງຕັດສິນໃຈສູ້ຮົບ, ຕັດສິນໃຈເອົາຊະນະຂອງຊາດ ຫວຽດນາມ. ບົນເສັ້ນທາງເທບນິຍາຍນີ້, ທະຫານຊາວໜຸ່ມຕະລຸມບອນ ປະຊາຊົນຮັບໃຊ້ສະໜາມຮົບໄດ້ຜ່ານຜ່າທຸກຄວາມເປັນອັນຕະລາຍ ເພື່ອເປີດທາງ ຮັກສາທາງ ຮັບປະກັນການລຳລຽງຈາກແນວຫຼັງພາກເໜືອໃຫ້ແກ່ສະໜາມຮົບພາກໃຕ້. ນີ້ບໍ່ພຽງແຕ່ແມ່ນເສັ້ນທາງຄົມມະນາຄົມທີ່ສຳຄັນ ເປັນຂົວເຊື່ອມຕໍ່ລະຫວ່າງແນວຫຼັງກັບແນວໜ້າເທົ່ານັ້ນ ຫາກຍັງເປັນສັນຍາລັກແຫ່ງຄວາມຄາດຫວັງມີເອກະລາດ ເສລີພາບ ແລະ ທ້ອງໂຮມປະເທດຊາດເປັນເອກະພາບອີກດ້ວຍ

ເສັ້ນທາງສາຍພູຫຼວງ - ເສັ້ນທາງການທະຫານພຽງແຕ່ໜຶ່ງບໍ່ມີສອງ - ảnh 1ຂະບວນລົດບົນເສັ້ນທາງສາຍພູຫຼວງລຳລຽງໃຫ້ສະໜາມຮົບພາກໃຕ້

   ເສັ້ນທາງສາຍພູຫຼວງໄດ້ກຳເນີດຂຶ້ນກົງກັບວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄືວັນທີ 19 ພຶດສະພາ ປີ 1959. ຈາກເນື້ອທີ່ປ່າສາຍພູຫຼວງທີ່ກວ້າງໃຫຍ່ໄພສານ, ບາດຕີນກ້າວທຳອິດຂອງບັນດານັກຮົບໃນກອງກຳລັງພິເສດ (ກອງກຳລັງ 559) ໄດ້ເລີ່ມເປີດທາງໄປຍັງພາກໃຕ້. ຊຸມວັນທຳອິດເສັ້ນທາງສາຍພູຫຼວງຍັງເປັນທາງດິນ ແບບຮົກເຮື້ອ. ພາຫະນະຂົນສົ່ງຕົ້ນຕໍ່ແມ່ນໃຊ້ກະພາ ຫຼື ໃຊ້ລົດຖີບ. ພົນຈັດຕະວາ ຮວ່າງແອັງຕ໊ວນ ອະດີດຮອງຫົວໜ້າການເມືອງກົມໃຫຍ່ເຕັກນິກກະຊວງປ້ອງກັນປະເທດຫວນຄືນວ່າ:

      “ແຕ່ປີ 1959 ເມື່ອໄດ້ຮັບການສ້າງຕັ້ງຂຶ້ນ ກຳລັງໃນເບື້ອງຕົ້ນມີພະນັກງານນັກຮົບພຽງແຕ່ 500 ຄົນເທົ່ານັ້ນ ເຊິ່ງສ່ວນຫຼາຍແມ່ນພະນັກງານນັກຮົບພາກໃຕ້. ເສັ້ນທາງນີ້ແມ່ນເສັ້ນທາງທີ່ພວກເຮົາໄດ້ເຄື່ອນໄຫວນັບແຕ່ໄລຍະຕໍ່ຕ້ານຕ້ານ ຝຣັ່ງ”.

       ດ້ວຍເຈດຈຳນົງຕັດສິນໃຈສູ້ຮົບ ພ້ອມກັບຄວາມກ້າຫານນັ້ນ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ນຳໃຊ້ເຄື່ອງມືແບບປະຖົມປະຖານ ເພື່ອເປີດກວ້າງທາງຫຼາຍຕອນທີ່ສາມາດໃຫ້ລົດຍົນຍານພາຫະນະແລ່ນຜ່ານ. ພົນຈະຕະວາ ຫວໍເສີ໋ ອະດີດຮອງຜູ້ບັນຊາການແມ່ທັບນ້ອຍ 12 ເຊິ່ງແມ່ນໜຶ່ງໃນບັນດາອ້າຍທະຫານສາຍພູຫຼວງໃນຄາວນັ້ນໃຫ້ຮູ້ວ່າ:

      “ໃນຄາວນັ້ນເມື່ອປີ 1968, ກອງພັນ 98 ໄດ້ເປີດທາງ 500 ກິໂລແມັດ ຈາກເມືອງລໍ່ ແຂວງ ແທັງຮວ໊າ ໄປຮອດສາມແຍກຊາຍແດນ ແລ່ນຮອດຈຳປາສັກ ທະຫານຕ້ອງຜ່ານບັນດາເຂດພູສູງ ຫ້ວຍ, ແມ່ນ້ຳ. ໃນເບື້ອງຕົ້ນຍັງບໍ່ມີປະສົບການ ດັ່ງນັ້ນມີພຽງແຕ່ຊາວໜຸ່ມຕະລຸມບອນ ເຊິ່ງຕົ້ນຕໍ່ແມ່ນທະຫານຊ່າງແສງ ແລະ ທະຫານບົກເພື່ອເປີດທາງເທົ່ານັ້ນ. ໄລຍະຕໍ່ມາພວກຂ້າພະເຈົ້າກໍ່ໄດ້ນຳໃຊ້ລົດເຮັດທາງ ແລະ ວັດຖຸລະເບີດຈຳນວນໜຶ່ງ ເພື່ອເປີດທາງໃຫ້ສະດວກ”.

      ຕາມພົນຈັດຕະວາ ຫວໍເສີ໊ ແລ້ວ ຖ້າຫາກປະລິມານລູກລະເບີດ ເຊິ່ງສັດຕູໄດ້ຖິ້ມລົງໃສ່ພາກເໜືອ ຫວຽດນາມ ແມ່ນ 10 ລ້ານກວ່າໂຕນນັ້ນ ສະເພາະເສັ້ນທາງສາຍພູຫຼວງກໍ່ຕ້ອງຮັບລູກລະເບີດ 4 ລ້ານກວ່າໂຕນ. ກຳລັງທະຫານຊ່າງແສງທຳການມ້າງຮື້ ແລະ ເກັບກູ້ລູກລະເບີດຍັງບໍ່ທັນແຕກ, ກໍ່ສ້າງຂົວ 3.000 ແຫ່ງ, ຖົມຂຸມລະເບີດນັບພັນຂຸມ ຊ່ວຍທາງຄົມມະນາຄົມທະລຸໂລ່ງ. ພາຍຫຼັງກໍ່ສ້າງເປັນເວລາ 16 ປີ ແຕ່ປີ 1959 ຫາ 1975, ຈາກທາງດິນຮັບໃຊ້ການຕິດຕໍ່ສື່ສານຜ່ານບັນດາເຂດປ່າ, ເສັ້ນທາງສາຍພູຫຼວງໄດ້ຂະຫຍາຍດ້ວຍຍອດລວງຍາວຂຶ້ນເຖິງ 17.000 ກິໂລແມັດ ແລ່ນຜ່ານ 20 ແຂວງ ນະຄອນ ແລະ ຜ່ານສາມປະເທດ ຫວຽດນາມ ລາວ ແລະ ກຳປູເຈຍ ເຊື່ອມຕໍ່ລະຫວ່າງບັນດາບໍລິເວດຍຸດທະສາດ, ທະຫານເຂດຕ່າງໆ ພົນຈັດຕະວາ ເລືອງຊີຍຸງ ອະດີດຜູ້ບັນຊາການແມ່ທັບນ້ອຍ 12 ຫວນຄືນວ່າ:

     “ກຳລັງທະຫານຊ່າງແສງໄດ້ເປີດທາງ, ຄາວນັ້ນສັດຕູຕີສະກັດດ້ວຍທຸກວິທີ. ບັນດາຈຸດທີ່ສຳຄັນຖືກບຸກໂຈມຕີທຳລາຍໃນຕະຫຼອດວັນ ແລະ ຄືນ. ແຕ່ທະຫານ ຫວຽດນາມ ໄດ້ສະແດງໃຫ້ເຫັນເຈດຈຳນົງຜ່ານຜ່າທຸກຄວາມຫຍຸ້ງຍາກ ຄວາມເປັນອັນຕະລາຍ ເພື່ອໄປສູ່ຜົນສຳເລັດ”.

      ພາຍຫຼັງວັນປົດປ່ອຍພາກໃຕ້ເປັນເວລາ 50 ປີ, ເສັ້ນທາງສາຍພູຫຼວງເມື່ອກ່ອນນີ້ໄດ້ກາຍເປັນສັນຍາລັກແຫ່ງການພັດທະນາ ແລະ ຄວາມສາມັກຄີກ. ບັນດາສະຖານທີ່ຖືກຕີທຳລາຍໃນປັດຈຸບັນໄດ້ກາຍເປັນສະຖານທີ່ແດງ ເພື່ອສຶກສາອົບຮົມນ້ຳໃຈຮັກຊາດໃຫ້ໄວໜຸ່ມ. ພົນຈັດຕະວາ ເລືອງຊີຍຸງ ຖືວ່າ:

     “ເສັ້ນທາງສາຍພູຫຼວງແຫ່ງເທບນິຍາຍຈະຖືກປະຫວັດສາດຂອງຊາດຈົດຈຳຕະຫຼອດໄປ. ນີ້ແມ່ນຂົວເຊື່ອມຕໍ່ລະຫວ່າງພາກເໜືອ ພາກໃຕ້. ອາດຈະຢັ້ງຢືນວ່າ ຖ້າບໍ່ມີກຳລັງຂອງເສັ້ນທາງສາຍພູຫຼວງນັ້ນ ພາກໃຕ້ກໍ່ບໍ່ອາດມີກຳລັງແຮງເພື່ອປົດປ່ອຍ ເພື່ອຕີຊະນະຕໍ່ສັດຕູໄດ້”.

     ຈາກທາງດິນໃນສົງຄາມ ປັດຈຸບັນເສັ້ນທາງນີ້ໄດ້ບືນຕົວຂຶ້ນກາຍເປັນເສັ້ນທາງບບົກທີ່ສຳຄັນ ເຊື່ອມຕໍ່ລະຫວ່າສອງພາກເໜືອໃຕ້ ນຳມາເຊິ່ງພະລັງຊີວິດໃໝ່ໃຫ້ແກ່ພື້ນຖານເສດຖະກິດປຸກລຸກຄວາມສາມາດບົ່ມຊ້ອນຂອງບັນດາເຂດ ແລະ ທ້ອງຖິ່ນທາງທິດຕາເວັນຕົກຂອງພາກໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ