ເຮືອນຝາດິນ - ຄວາມງາມທາງດ້ານສະຖາປັດຕະຍະກຳ ທີ່ມີຊີວິດຊີວາໃນທ່າມກາງພູຜາປ່າໄມ້ ແຂວງ ຮ່າຢາງ

(VOVWORLD) -ແຂວງ ຮ່າຢາງ ເຂດພູສູງທາງທິດເໜືອຂອງ ຫວຽດນາມ ດ້ວຍສາຍພູຫີນສູງຊັນ ມີສະຖາປັດຕະຍະກຳທີ່ໄດ້ຄົງຕົວນັບແຕ່ໃດໆມາ ນັ້ນແມ່ນເຮືອນຝາດິນ. ເຮືອນຝາດິນຫຼັງຕ່າງໆແມ່ນຈຸດວັດທະນະທຳເປັນສັນຍາລັກແຫ່ງຄວາມທົນທານ, ຄວາມຄ່ອງແຄ້ວ ແລະ ສາມາດແທດເໝາະກັບເງື່ອນໄຂດິນຟ້າອາກາດຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ, ເຜົ່າຢ້າວ, ເຜົ່າໄຕ່… ຢູ່ດິນແດນທາງທິດເໜືອຂອງ ຫວຽດນາມ. ແຕ່ສິ່ງທີ່ພິເສດກວ່ານັ້ນ ແມ່ນບັນດາເຮືອນຝາດິນຢູ່ແຫ່ງນີ້ ພວມກາຍເປັນໂຮມສະເຕທ່ອງທ່ຽວຊຸມຊົນ ເພື່ອຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາພັກເຊົາ ຄົ້ນຫາສີສັນວັດທະນະທຳທ້ອງຖິ່ນ
ເຮືອນຝາດິນ - ຄວາມງາມທາງດ້ານສະຖາປັດຕະຍະກຳ ທີ່ມີຊີວິດຊີວາໃນທ່າມກາງພູຜາປ່າໄມ້ ແຂວງ ຮ່າຢາງ - ảnh 1ເຮືອນຝາດິນຂອງຊາວເຜົ່າຢ້າວໃນແຂວງຮ່າຢາງ

    ໂດຍບໍ່ແມ່ນເຮືອນຫຼາຍຊັ້ນ, ບໍ່ໄດ້ເທເບຕົງເສີມເຫຼັກ, ເຮືອຍຝາດິນຖືກປຸກສ້າງຈາກໜ້າດິນດ້ວຍສີມືອັນຄ່ອງແຄ້ວຂອງຊາວທ້ອງຖິ່ນ

      ເຮືອນຝາດິນ ຖືກເຮັດດ້ວຍດິນດາກ ດ້ວຍໃຊ້ເວລາກໍ່ສ້າງນັບສີບວັນ. ເຮືອນຝາດິນແຕ່ລະຫຼັງກໍ່ແມ່ນໄລຍະອອກແຮງງານທີ່ທົນທານຂອງນາຍຊ່າງກໍ່ສ້າງ. ຫຼັງຄາຂອງເຮືອນເຄີຍມຸງດ້ວຍດິນຂໍສອງຊັ້ນ ຫຼື ຖືກມຸງດ້ວຍຫຍ້າ ອັນໄດ້ສ້າງຄວາມອ່ອນໂຍນ ແລະ ປະສົມກົມກືນກັບທັດຊະນີຍະພາບພູຜາປ່າໄມ້. ອ້າຍ ຫຼີຕ່າເມື່ອຍ ເຈົ້າຂອງໂຮມສະເຕ ກວນບະ ຕາຍໂກ ຂຶ້ນກັບເມືອງ ກວນບະ ແຂວງ ຮ່າຢາງ ແບ່ງປັນວ່າ:

      “ເຮືອນຝາດິນ ຕິດພັນກັບຈຸດວັດທະນະທຳຂອງຊາວເຂດພູສູງ ຮ່າຢາງ ເວົ້າລວມ ແລະ ສຳລັບຊາວເຜົ່າຢ້າວ ເວົ້າສະເພາະ. ທຸກໆຄອບຄົວຢູ່ທີ່ນີ້ກໍ່ລ້ວນແຕ່ກໍ່ສ້າງເຮືອນຝາດິນຄືແນວນີ້”.

     ບໍ່ພຽງແຕ່ແມ່ນບ່ອນຢູ່ເທົ່ານັ້ນ, ເຮືອນຝາດິນໃນທຸກວັນນີ້ ພວມກາຍເປັນຈຸດທີ່ພົ້ນເດັ່ນຂອງທ່ອງທ່ຽວຊຸມຊົນໃນແຂວງ ຮ່າຢາງອີກດ້ວຍ, ຈາກ ດົ່ງວັນ,ແມ່ວວາກ ຕະຫຼອດຮອດ ອຽນມິງ ກວນບະ, ຫຼາຍຄອບຄົວໄດ້ດັດສ້າງ, ຮັກສາ ແລະ ປະກອບພາຫະນະເຄື່ອງໃຊ້ໃນຄອບຄົວທີ່ທັນສະໄໝຢ່າງຄ່ອງແຄ້ວ, ອັນໄດ້ສ້າງເປັນໂຮມສະເຕທີ່ເອກະລັກ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ແຕ່ຍັງແທດເໝາະກັບແຂກທ່ອງທ່ຽວສາກົນ. ທ່ານ ເລືອງຍຸຍແຢັວງ ຜູ້ອຳອຳນວຍການບໍລິສັດທ່ອງທ່ຽວ ຟາຍສະຕາ ໃຫ້ຮູ້ວ່າ:

       “ບັນດາຄອບຄົວໂຮມສະເຕ ຍັງສາມາດຮັກເຮືອນປະເພນີ ແຕ່ຍັງຄົງຮັບປະກັນຄົບທຸກປັດໄຈ ເພື່ອຮັບໃຊ້ຄວາມຕ້ອງການຂອງແຂກທ່ອງທ່ຽວ, ຍົກຕົວຢ່າງຄື ໂຮມສະເຕ ຍັງມີເຮືອນລວມ ແລະ ຫ້ອງນອນສະເພາະ ເພື່ອໃຫ້ແຂກທ່ອງທ່ຽວຮ່ວມຊີວິດ. ສຳລັບແຂກທ່ອງທ່ຽວຕ່າງປະເທດ ເຂົາເຈົ້າຊົມຊອບເຮືອນແບບນີ້ທີ່ສຸດ”.

    ມາພັກເຊົາຢູ່ຕາມໂຮມສະເຕຊຸມຊົນຢູ່ບ້ານ ໂລໆຈ່າຍ ເມືອງ ດົ່ງວັນ ແຂວງ ຮ່າຢາງ, ເມື່ອກ້າວເຂົ້າປະຕູໂຂງ, ແຂກທ່ອງທ່ຽວຈະໄດ້ຕ້ອນຮັບດ້ວຍບັນດາບົດເພງວາດຟ້ອນຂອງຊາວເຜົ່າໂລໆ, ຕໍ່ຈາກນັ້ນແມ່ນຮັບຊົມຄວາມງາມຂອງເຮືອນຝາດີນ

      ສຳລັບແຂກທ່ອງທ່ຽວຫຼາຍຄົນ, ການພັກເຊົາໃນເຮືອນຝາດິນກໍ່ແມ່ນການຄົ້ນຫາທີ່ແປກປະຫຼາດ, ເມື່ອມາຢູ່ເຮືອນແບບນີ້ກໍ່ພາໃຫ້ມະນຸດໄດ້ເຊື່ອມຕົວເຂົ້າກັບດິນຟ້າອາກາດ ແລະ ການດຳລົງຊີວິດຂອງຊາວທ້ອງຖິ່ນ. ນາງ ຫວໍທິແທັງຈຸກ ແຂກທ່ອງທ່ຽວມາຈາກ ດ່າໜັງ ເປີດເຜີຍວ່າ:

      “ຢູ່ໃນແຕ່ລະໜູ່ບ້ານ ເຮົາກໍ່ບັນທຶກທັດຊະນີຍະພາບທີ່ເປັນໜ້າຈັບໃຈນີ້. ນີ້ແມ່ນຄວາມເປັນເອກະລັກ ແລະ ດູດດື່ມທີ່ສຸດ. ເຮົາຊົມຊອບຄວາມລຽບງ່າຍ ແລະ ຮົກເຮື້ອເຊັ່ນນີ້. ຕອນເຊົ້າມື້ນີ້ເຮົາກໍ່ໄດ້ຍ່າງເລາະຮອບໜຶ່ງ  ເຮືອນແຕ່ລະຫຼັງຢູ່ທີ່ນີ້ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າ”.

    ມາແຫ່ງນີ້ແຂກທ່ອງທ່ຽວຍັງໄດ້ຮັບຟັງການເລົ່າເລື່ອງກ່ຽວກັບເຜົ່າມົ້ງ, ເຜົ່າຢ້າວ ເຜົ່າໂລໆ ແລະ ໄດ້ຮຽນຮູ້ວິທີເຮັດບັ໊ນໄຍ່, ຕົ້ມເຫຼົ້າສາລີ ຫຼື ນັ່ງຂ້າງເຕົາໄຟຟັງສຽງແຄນເປັນໜ້າມ່ວນຫູ. ເມື່ອເວົ້າເຖິງຄວາມດູດດື່ມຂອງເຮືອນຝາດິນ, ອ້າຍ ຫຼີຕ່າເມື່ອຍ ໃຫ້ຮູ້ຕື່ມອີກວ່າ:

      “ມາແຫ່ງນີ້ແຂກທ່ອງທ່ຽວຈະໄດ້ຄົ້ນຫາສິ່ງທີ່ແປກປະຫຼາດເປັນເອກະລັກ ເຊິ່ງຍາກຈະຫາໄດ້ຢູ່ແຫ່ງອື່ນ. ໃນປັດຈຸບັນ ແຂກທ່ອງທ່ຽວກໍ່ຊົມຊອບເຮືອນຝາດິນແບບນີ້ທີ່ສຸດ”.

     ປັດຈຸບັນໃນທົ່ວ, ການຫັນເປັນຕົວເມືອງພວມຖືກຍູ້ແຮງ, ແຕ່ແຂວງ ຮ່າຢາງ ຍັງຄົງຮັກສາເຮືອນຝາດິນ ປຽບເໝືອນຄຳຕັກເຕືອນກ່ຽວກັບຄຸນຄ່າຂອງສີສັນທ້ອງຖິ່ນ. ນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ເພື່ອຢັ້ງຢືນວ່າ ຖ້າຫາກວັດທະນະທຳໄດ້ຮັບການຮັກສາຢ່າງຖືກຕ້ອງນັ້ນ, ຈະບໍ່ພຽງແຕ່ຫຼ້າສະໄໝເທົ່ານັ້ນ ຫາກຍັງກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ