ແກ້ງຫີນທີ່ເປັນເອກະລັກສະເພາະຢູ່ຟູ໋ອຽນ

(vovworld) - ຟູ໋​ອຽນ​ ແມ່ນ​ແຂວງ​ໜຶ່ງ​ຢູ່​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ກາງ​ຫວຽດ​ນາມ, ທີ່ຕິດ​ກັບ​ແຂວງ​ແຄ໋ງ​ຮ່​ວາ ແລະ ​ແຂວງບິ່ງ​ດິ້ງ. ທຳ​ມະ​ຊາດ​ໄດ້ບັນ​ດານ​ໃຫ້​ຟູ໋​ອຽນ ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ​ເຊິ່ງບໍ່​ເຄີຍ​ມີ​ຢູ່​ແຫ່ງ​ໃດ, ນັ້ນ​ແມ່ນ​ແກ້ງ​ຫີນ​ເດ້ຍ. ແກ້ງ​ຫີນ​ເບິ່ງ​ຄື​ຈານ​ຫຼາຍ​ອັນຂະ​ໜາດ​ໃຫ​ຍ່​​ຕັ້ງກ່າຍ​​​ກອງກັນ​​ຕາມຮູບ​ງ່ຽງໆຢູ່​ແຄມ​ຝັ່ງ​ທະ​ເລ​ທີ່​ຂຽວສະ​ອາດ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມ​ພາກນີ້, ເຊີນ​ທ່ານ​ມາ​ຢາມ​ແກ້ງ​ຫີນ​ທີ່​ສວຍ​ງາມ​ຂອງ​ແຂວງ​ຟູ໋​ອຽນ ຜ່ານ​ບົດ​ຂຽນ​ຂອງ​ ລານ​ແອງ, ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.


ແກ້ງຫີນທີ່ເປັນເອກະລັກສະເພາະຢູ່ຟູ໋ອຽນ - ảnh 1
ແກ້ງ​ຫີນ​ເດ້ຍ​ຢູ່​ຟູ໋​ອຽນ
(ພາບ: ອິນ​ເຕີ​ແນດ)

ແກ້ງ​ຫີນ​ເດ້ຍ ຂຶ້ນ​ກັບ​ເມືອງ​ຕູຍ​ອານ, ຫ່າງ​ຈາກ​ນະ​ຄອນ​ຕູຍ​ຮ່​ວາ ປະ​ມານ 40 ກມ. ອ້າຍ ເລ​ຮ່​ວາງ​ແທງ​ຕຸ່ງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຕູຍ​ຮ່​ວາ ​ພ້ອມ​ກັບ​ຂ້າ​ພະ​ເຈົ້າໄປ​ຢ້ຽມ​ຢາມ​ແກ້ງ​ຫີນ​ເດ້ຍ. ​ພວກ​ຂ້າ​ພະ​ເຈົ້າ​ຕ້ອງຂ້າມ​ເສັ້ນ​ທາງ​ຄົດ​ລ້ຽງ​ດ້ວຍ​ເບ​ຕົງ, ບາງ​ຕອນ​ຂຶ້ນ​ພູ, ບາງ​ຕອນ​ລົງ​ຄ້ອຍ, ທັງ​ສອງ​ພາກ​ທາງ​ແມ່ນ​ໂນນ​ພູ​ທີ່​ຂຽວ​ອຸ່ມ​ທູ່ມ, ພ້ອມ​ກັບ​ບັນ​ດາເຮືອນຫຼັງນ້ອຍທີ່​ຖືກ​ອ້ອມ​ຮອບ​ດ້ວຍ​ຮົ້ວ​​ຫີນ. ອ້າຍ ເລ​ຮ່​ວາງ​ແທງ​ຕຸ່ງ. ໃຫ້​ຮູ້​ວ່າ​ທາງ​ໄປຄື​ແນວນີ້, ບໍ່​ມີ​ໃຜ​ຄິດໄດ້​ວ່າ​ຕົນ​ເອງ​ພວມ​ໄປ​ທະ​ເລ, ຫາກ​ກຳ​ລັງຂື້ນ​ພູ. ແຕ່​ເມື່ອ​ຂ້າມ​ຄ້ອຍ​ຕອນ​ສູງ​ສຸດ​ແລ້ວ ກໍ່​ເຫັນ​ທະ​ເລ​ປະ​ກົດ​ຢູ່​ຕໍ່​ໜ້າ ດ້ວຍຮູບ​ພາບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ:


ແກ້ງຫີນທີ່ເປັນເອກະລັກສະເພາະຢູ່ຟູ໋ອຽນ - ảnh 2
ແກ້ງ​ຫີນ​ເດ້ຍ​ຢູ່​ຟູ໋​ອຽນ
(ພາບ: ອິນ​ເຕີ​ແນດ)

ຕໍ່​ໜ້າ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ຫາດ​ຫີນ​ທີ່​ໃຫ​ຍ່​ໂຕໂປ​ໂລ​ອອກ​ສູ່​ທະ​ເລ ເບິ່​ງ​ຄື​ວ່າ​ບັນ​ດາ​ເສົາ​ທີ່​ຖືກເຈາະ​ຄວັດສະ​ເໝີ​ກັນ ແລະ ຕັ້ງ​ກ່າຍກອງ​ກັນ​ຕາມ​ຮູບງ່ຽງ. ເມື່ອ​ເຫັນ​ປະ​ຈັກ​ຕາ​ຮູບ​ພາບ​​ທຳ​ມະ​ຊາດທີ່​ສວຍ​ງາມນີ້, ຜູ້​ຄົນ​ທັງຫຼາຍ​ຈະ​ຮູ້​ສຶກວ່າ​ຄວາມ​ທຸກ​ຍາກ​ລຳ​ບາກ, ຄວາມ​ອິດ​ເມື່ອຍ​​ໃນ​ຕົວ​ລ້ວນ​ແຕ່​ຖືກ​ຫາຍ​ໄປ​ໝົດ​ກ້ຽງ. ເສົາ​ຫີນ​ຮູບຫົກຫຼ່ຽມ, ​ຍາວແຕ່ 60 – 80 cm ນັບ ໝື່ນ​ເສົາ​ຕັ້ງ​ກ່າຍກອງ​ກັນ​ຄື​ຮູບ​ຮັງເຜິ້ງ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ.

ຕາມ​ການ​ຄົ້ນ​ຄ້​ວາ​ຫຼ້າ​ສຸດຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດແລ້ວ, ປາກ​ພູ​ໄຟ​ແມ່ນຢູ່​ເຂດ​ແກ້ງ​ຫີນ​ເດ້ຍ. ເວ​ລາຫີນ​ແຮ່ພົ່ນອອກ​ຈາກ​ພູ​ໄຟ​ ​ເມື່ອປະ​ສົບ​ກັບ​ນ້ຳ​ທະ​ເລ​ ມັນ​ບໍ່​ສາ​ມາດ​ພົ່ນ​ຂຶ້ນ​ໄດ້ ຈຶ່ງ​ເກີດປະ​ກົດ​ການ​ຂາດຫັກ ແລະ ສ້າງ​ເປັນ​ແກ້ງ​ຫີນ​ເດ້ຍແຫ່ງນີ້. ຕາມ​ເອ​ກະ​ສານ​ຕ່າງໆ​ແລ້ວ, ນອກ​ຈາກ​ແກ້ງ​ຫີນ​ເດ້ຍຢູ່​ເມກ​ຊີ​ໂກ​ ແລ້ວ, ແກ້ງ​ຫີນເດ້ຍຢູ່​ຟູ໋​ອຽນ ແມ່ນ​ແກ້ງ​ຫີນ​ໃຫ​ຍ່​ອັນ​ດັບ​ສອງ​ຢູ່​ໂລກ. ແລະ ແມ່ນ ແກ້ງ​ຫີນແຫ່ງ​ໜຶ່ງ​ດຽວຢູ່​ຫວຽດ​ນາມ​​ ​”.


ແກ້ງຫີນທີ່ເປັນເອກະລັກສະເພາະຢູ່ຟູ໋ອຽນ - ảnh 3
ແກ້ງ​ຫີນ​ເດ້ຍ​ຢູ່​ຟູ໋​ອຽນ
(ພາບ: ອິນ​ເຕີ​ແນດ)


ສັງ​ເກດຈາກ​ທາງ​ໄກເຫັນ​ວ່າ ບັນ​ດາ​ເສົາ​ຫີນ​ຄື​ດັ່ງ​ຈານຫຼາຍ​ອັນ​ຕັ້ງ​ກ່າຍ​ກອງກັນ. ແຕ່​ເມື່ອ​​ມາ​ຮອດ​ແລ້ວ​ກໍ່​ເຫັນ​ວ່າ ບັນ​ດາ​ເສົາ​ຫີນ​ນັ້ນ ແມ່ນໂງ່ນ​ຫີນ​ໃຫ​ຍ່ກວ່າ 1 ຕາ​ລາງ​ກິ​ໂລ​ແມັດ ແລະ ໂງ່ນ​ຫີນ​ນັ້ນ​ມີ​ບັນ​ດາ​ຮອຍ​ແຕກສະ​ເໝີ​ກັນ​ສ້າງ​ເປັນ​ຮູບຫົກຫຼ່ຽມ ແລະ ຮູບ​ມົນ. ຄາດ​ວ່າ​ມີ​ເສົາ​ຫີນ​ປະ​ມານ 35.000 ເສົາ​ຕັ້ງ​ກ່າຍກອງ​ກັນ​ສ້າງ​ເປັນ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມແຫ່ງນີ້. ຕາມ​ບັນ​ດາ​ນັກ​ທໍ​ລະ​ນີ​ສາດ​ແລ້ວ, ນີ້​ແມ່ນ​ຫີນ bazan ທີ່​ມີ​ມາ​ກ່ອນນີ້​ນັບ​ຮ້ອຍ​ລ້ານ​ປີ. ທຳ​ມະ​ຊາດ​ໄດ້​ສ້າງ​ເປັນ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ, ເຊິ່ງ​ເຕັກ​ນິກ​​ທີ່ທັນ​ສະ​ໄໝ​​ບໍ່​ສາ​ມາດ​​ເຮັດ​ໄດ້​ຄື​ແນວ​ນັ້ນ. ອ້າຍ ຫງວຽນ​ແທງ​ເຫືອງ, ຢູ່​ຕາ​ແສງ​ຕູຍ​ອານ, ໃຫ້​ຮູ້​ວ່າ:

ເມື່ອ​ຍັງ​ຮຽນ​ຫ້ອງ ປໍ4, ປໍ5, ຂ້າ​ພະ​ເຈົ້າ​ເຄີຍ​ມາ​ອາບ​ນ້ຳ​ທະ​ເລ​, ຕຶກ​ປາຢູ່​ທີ່ນີ້.ຂ້າ​ພະ​ເຈົ້າ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ໄດ້​ຮັບ​ການ​ກຳ​ເນີດ​ຢູ່​ທີ່ນີ້. ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ແລ້ວ, ແຕ່​ເຫັນ​ວ່າ​ແກ້ງ​ຫີນນີ້​ເປັນ​ເອ​ກະ​ລັກ​ພິ​ເສດ​ສະ​ເພາະ, ບໍ່​ຄ່ອຍ​ມີ​ຢູ່​ແຫ່ງ​ໃດ"


ແກ້ງຫີນທີ່ເປັນເອກະລັກສະເພາະຢູ່ຟູ໋ອຽນ - ảnh 4
ແກ້ງ​ຫີນ​ເດ້ຍ​ຢູ່​ຟູ໋​ອຽນ
(ພາບ: ອິນ​ເຕີ​ແນດ)


ຢູ່​ອ້ອມ​ແກ້ງ​ຫີນ​ເດ້ຍ​ຍັງ​ມີ​ເກາະ, ພູ​ຫີນຫຼາຍ​ແຫ່ງ. ແຕ່​ມີ​ພຽງ​ແກ້ງ​ຫີນ​ເດ້ຍ​ແມ່ນ​ໄດ້​
ຮັບ​ການ​ບັນ​ດານ​ຈາກ​ທຳ​ມະ​ຊາດ​​ເປັນ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ ແລະ ສ້າງ​ຄວາມ​ດູດ​ດື່ມ​​ເທົ່າ​ນັ້ນ. ຢູ່​ມໍ່​ກັບ​ແກ້ງ​ຫີນ​ເດ້ຍ​ມີ​ຫາດ​ບ່າງ, ດ້ວຍ​ຂີ້​ຊາຍ​ຂາວກ້ຽງ ແລະ ນ້ຳ​ທະ​ເລ​ຂຽວ​ສະ​ອາດ. ເອີ້ນ​ວ່າ​ຫາດ​ບ່າງ ເພາະ​ວ່າ​ຢູ່​ທີ່ນີ້​ມີ​ຕົ້ນ​ຫູກວາງ (ຫວຽດ​ນາມ​ເອີ້ນ​ວ່າ​ຕົ້ນ​ບ່າງ) ຫຼາຍ​ຕົ້ນ. ອ້າຍ ຕຸ່ງ​ໃຫ້​ຮູ້​ວ່າ:

“ແກ້ງ​ຫີນ​ເດ້ຍ​ສົມ​ທົບ​ກັບ​ຫາດ​ບ່າງ ເຊິ່ງ​ແມ່ນ​ຫາດ​ອາບ​ນ້ຳ​ທະ​ເລ​ທີ່​ສວຍ​ງາມ, ພ້ອມ​ກັບ​ແກ້ງ​ອົງ (ແກ້ງ​ເຈົ້າ​ພໍ່) ແກ້ງ​ບ່າ (ແກ້ງ​ເຈົ້າ​ແມ່) ຢູ່​ທິດ​ໃຕ້ ແລະ ອ່າວ​ຊວນ​ດ່າຍ ຢູ່​ທິດ​ເໜືອ ຈະ​ກາຍ​ເປັນ​ເຂດ​ທ່ອງ​ທ່ຽວ​ທະ​ເລ​ເກາະ​ທີ່​ດູດ​ດື່ມກວ່າ​ໝູ່​ຢູ່​ຟູ໋​ອຽນ ໃນ​ປະ​ຈຸ​ບັນ. ພາຍຫຼັງ​ໄປ​ຢ້ຽມ​ຢາມ​ແກ້ງ​ຫີນ​ເດ້ຍ​ແລ້ວ​ນັກ​ທ່ອງ​ທ່ຽວ​ອາດຈະ​ລົງ​ອາບ​ນ້ຳ​ທະ​ເລ ແລະ ຂີ່​ເຮືອ​ຈາກ​ຫາດ​ບ່າງ​ອອກ​ສູ່​ທະ​ເລປະ​ມານ 10 ກມ ເພື່ອ​ດຳ​ນ້ຳ​ຊົມ​ຫີນ​ປະ​ກາ​ລັງ​ໄດ້.”



ແກ້ງຫີນທີ່ເປັນເອກະລັກສະເພາະຢູ່ຟູ໋ອຽນ - ảnh 5
ແກ້ງ​ຫີນ​ເດ້ຍ​ຢູ່​ຟູ໋​ອຽນ
(ພາບ: ອິນ​ເຕີ​ແນດ)

ພາຍຫຼັງອາບ​ນ້ຳ​ທະ​ເລ, ຊົມ​ຫີນ​ປະ​ກາ​ລັງ, ຕຶກ​ປາ ແລະ ນັ່ງພັກ​ຜ່ອນເທິງ​ແຜ່ນ​ຫີນຊົມ​ຄື້ນ​ທະ​ເລ​ທົບ​ໃສ່​ຝັ່ງ, ນັກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ. ຜ່ານການ​ເວ​ລາ​ນັບ​ພັນ​ປີ, ພ້ອມ​ກັບຄື້ນ​ທະເລ ບາງ​ຄັ້ງ​ອ່ອນ​ໂຍນ, ບາງ​ຄັ້ງ​ຮ້າຍ​ແຮງນັ້ນ ແຕ່​ບໍ່​ສາ​ມາດ​ເຮັດ​ໃຫ້​​ຄວາມ​ງາມຂອງ​ແກ້ງ​ຫີນ​ເດ້ຍ​ຖືກ​ຫາຍ​ໄປ. ດ້ວຍທັດ​ສະ​ນີ​ຍະ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​, ພ້ອມ​ກັບ​ຄວາມ​ເປີດ​ອົກ​ເປີດ​ໃຈ​ຂອງ​ປະ​ຊາ​ຊົນ​ຟູ໋​ອຽນ ນັ້ນ ໄດ້​ສ້າງ​ຄວາມ​ດຶງ​ດູດ​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ​ຢາກ​ກັບ​ມາ​ຢ້ຽມ​ຢາມ​ແຫ່ງນີ້​ອີກຫຼາຍ​ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ