ໜອງ ເກັ່ງແຈ່ - ແກ້ວມະນີຂຽວຂອງນະຄອນ ຊົງກົງ ແຂວງ ຖາຍງວຽນ.

(VOVWORLD) -ໂດຍນອນຫ່າງຈາກໃຈກາງນະຄອນ ຖາຍງວຽນ ປະມານ 20 ກິໂລແມັດ ໄປທາງທິດໃຕ້, ໜອງ ເກັ່ງແຈ່ ແມ່ນສະຖານທີ່ທ່ອງທ່ຽວທຳມະຊາດທີ່ງົດງາມ ຂຶ້ນກັບຕາແສງ ບິ່ງເຊີນ ນະຄອນ ຊົງກົງ ແຂວງ ຖາຍງວຽນ. ດ້ວຍເນື້ອທີ່ໜ້ານ້ຳປະມານ 80 ເຮັກຕາ, ໜອງ ເກັ່ງແຈ່ ແມ່ນໜອງນ້ຳໂດຍມະນຸດຂຸດເອງ ຖືກອ້ອມຮອບໄປດ້ວຍເກາະດອນຫຼາຍກວ່າ 50 ໜ່ວຍ. ທັດຊະນີຍະພາບຢູ່ແຫ່ງນີ້ມີຄວາມກົມກຽວລະຫວ່າງໜ້ານ້ຳຂຽວໃສເຢັນ ພ້ອມກັບບັນດາສາຍພູອ້ອມຮອບ ແລະ ປ່າຂຽວອຸ່ມທຸມໄດ້ສ້າງຮູບພາບທຳມະຊາດທີ່ເປັນໜ້າຈັບໃຈ.
ໜອງ ເກັ່ງແຈ່ - ແກ້ວມະນີຂຽວຂອງນະຄອນ ຊົງກົງ ແຂວງ ຖາຍງວຽນ. - ảnh 1ໜອງ ເກັ່ງແຈ່-ສະຖານທີ່ທ່ອງທ່ຽວໃໝ່ໃນແຂວງຖາຍງວຽນ 

    ໜອງ ເກັ່ງແຈ່ ຖືກດຶງດູດໃຈໃນຍາມເຊົ້າຂະນະທີ່ນ້ຳໝອກກົ້ວປົກຄຸມໄປທົ່ວໜ້ານ້ຳ ແລະ ຮອດຕອນບ່າຍແສງແດດສາດສ່ອງລົງໜ້ານ້ຳ ເຮັດໃຫ້ທັດຊະນີຍະພາບເພີ່ມຄວາມງົດງາມຫຼາຍຂຶ້ນ. ທ່ານ ຟານວນຈິ໊ງ ສະມາຊິກສະຫະກອນທ່ອງທ່ຽວຊຸມຊົນ ເກັ່ງແຈ່ ນະຄອນ ຊົງກົງ ແຂວງ ຖາຍງວຽນ ໃຫ້ຮູ້ວ່າ:

 “ລະບົບແຫຼ່ງນ້ຳຂອງໜອງ ເກັ່ງແຈາ ເລີ່ມມາຈາກລະບົບໂຄ້ງກົງ ຕາມດ໋າວ ແມ່ນລະບົບພູດິນ ດັ່ງນັ້ນມີທາດເຄມີຫຼາຍຍຮູບຫຼາຍສີກວ່າເມືອ່ທຽບໃສ່ບັນດາເຂດເລີ່ມມາຈາກພູຫີນ. ປາຂອງໜອງ ເກັ່ງແຈ່ ກໍ່ມີລາຄາຂາຍສູງກວ່າເມື່ອທຽບໃສ່ໜອງອື່ນໆຢູ່ເຂດໃກ້ຄຽງ”.

ບໍ່ພຽງແຕ່ມີທັດຊະນີຍະພາບງົດງາມ, ອາຫານການກິນອຸດົມສົມບູນ, ໜອງ ເກັ່ງແຈ່ ຍັງແມ່ນສະຖານທີ່ດຳລົງຊີວິດຂອງຫຼາຍເຜົ່າຄື ເຜົ່າໄຕ່, ນຸ່ງ, ສານຢີ່ວ ແລະ ເຜົ່າກິ່ງດ້ວຍຈຸດວັດທະນະທຳທີ່ເປັນເອກະລັກ ແລະ ມີມາແຕ່ດົນນານ. ນີ້ແມ່ນເງື່ອນໄຂສະດວກເພື່ອພັດທະນາການທ່ອງທ່ຽວຊຸມຊົນ. ປີ 2019 ສະຫະກອນທ່ອງທ່ຽວ ເກັ່ງແຈ່ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍສະມາຊິກ 19 ຄົນເຂົ້າຮ່ວມດຳເນີນທຸລະກິດການບໍລິການຕ່າງໆ. ໂດຍແມ່ນຜູ້ມີຄວາມຜູກພັນກັບການພັດທະນາການທ່ອງທ່ຽວຂອງໜອງ ເກັ່ງແຈ່ ມາແຕ່ດົນນານທ່ານ ຟານວັນຈິ໊ງ ແບ່ງປັນວ່າ:

 “ນັບແຕ່ປີ 2019, ບັນດາຂະແໜງການຂັ້ນຕ່າງໆໃນນະຄອນ ຊົງກົງ ໄດ້ກຳນົດທິດວ່າ ພວກຂ້າພະເຈົ້າເຮັດທ່ອງທ່ຽວ ແລະ ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ພວກຂ້າພະເຈົ້າພັດທະນາການທ່ອງທ່ຽວ. ຫວັງວ່າໃນປີໜ້າ ຫຼື ຊຸມປີຕໍ່ໄປພວກຂ້າພະເຈົ້າຈະພັດທະນາຕາມທິດຍືນຍົງ”.

ປັດຈຸບັນເຂດໜອງ ເກັ່ງແຈ່ ໄດ້ພັດທະນາການທ່ອງທ່ຽວດີພໍສົມຄວນ ຂະນະທີ່ໄດ້ມີບັນດາໂຮມສະເຕ, ພັດຕະຄານຮັບໃຊ້ແຂກທ່ອງທ່ຽວມາພັກເຊົາ. ດ້ວຍການກຳນົດທິດກາຍເປັນເຂດຕົວເມືອງຊີວະພາບ ແລະ ພັກຜ່ອນຍ່ອນອາລົມ, ໃນໄລຍະທີ່ຈະມາເຖິງໜອງ ເກັ່ງແຈ່ ຈະໄດ້ເຊື່ອມຕໍ່ພື້ນຖານໂຄງລ່າງກັບເຂດທ່ອງທ່ຽວລະດັບຊາດໜອງ ໜຸຍກົກ ແລະ ບັນດາເຂດໃກ້ຄຽງໃນແຂວງ ຖາຍງວຽນ ເພື່ອອະນາຄົດອັນໃກ້ໆນີ້ໜອງ ເກັ່ງແຈ່ ຈະກາຍເປັນສະຖານທີ່ທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ. ທ່ານ ຫງວຽນແທັງລວນ ຫົວໜ້າສູນສົ່ງເສີມທ່ອງທ່ຽວແຂວງ ຖາຍງວຽນ ໃຫ້ຮູ້ວ່າ:

“ສະຖານທີ່ທ່ອງທ່ຽວຊຸມຊົນ ເກັ່ງແຈ່ ຢູ່ທີ່ນີ້ໄດ້ມີພື້ນຖານດ້ານວັດຖຸ ຮັບປະກັນເງື່ອນໄຂຕ້ອນຮັບບັນດາຄະນະນັກທ່ອງທ່ຽວ. ມາທ່ຽວໜອງ ເກັ່ງແຈ່, ແຂກທ່ອງທ່ຽວຈະໄດ້ຄົ້ນຫາຄວາມງາມໃນໜອງ, ຢ້ຽມຊົມໂນນແປກປຽບເໝືອນ ດ່າຫຼາດ”.

ດ້ວຍທັດຊະນີຍະພາບທີ່ເປັນເອກະລັກ ແລະ ທີ່ຕັ້ງທີ່ສະດວກ, ໜອງ ເກັ່ງແຈ່ ພວມຄ່ອຍໆກາຍເປັນສະຖານທີ່ທ່ອງທ່ຽວທີ່ງົດາມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ. ນາງ ວີທິຖຳ ຫົວໜ້າສູນປະສານງານທ່ອງທ່ຽວພາກຕາເວັນຕົກແຂວງ ເງະອານ ໃຫ້ຂໍ້ສັງເກດວ່າ:

 “ຂ້າພະເຈົ້າເຫັນວ່າ ນີ້ໄດ້ຮັບຖືວ່າ ເປັນຊັບສົມບັດ ແລະ ເປັນປະສິດທິຜົນຂອງການທ່ອງທ່ຽວຊຸມຊົນ. ຂ້າພະເຈົ້າຄິດວ່າ ຮູບແບບນີ້ຈະປະສົບຜົນສຳເລັດ ແລະ ຈະໄດ້ຮັບແຂກທ່ອງທ່ຽວດ້ວຍຈຳນວນຫຼາຍ ຖ້າຫາກວ່າເຮົາຮູ້ໂຄສະນາເຜີຍແຜ່ຫຼາຍກວ່າອີກ”.

ນອກຈາກໂນນຊາ ເຕິນເກືອງ, ໜອງ ໜຸຍກົກ ແລ້ວ, ໜອງ ເກັ່ງແຈ່ ຢູ່ແຂວງ ຖາຍງວຽນ ພວມໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວທັງຫຼາຍ ແລະ ເຂົາເຈົ້າໄດ້ເລືອກເອົາເປັນສະຖານທີ່ທ່ອງທ່ຽວທາງໄກ ທີ່ມີທຳມະຊາດສະຫງົບສຸກສວຍສົດງົດງາມ.ຢູ່ແຫ່ງນີ້ພວມຄ່ອຍໆກາຍເປັນສະຖານທີ່ທ່ອງທ່ຽວທຳມະຊາດຊຸມຊົນ ດຶງດູດແຂກທ່ອງທ່ຽວມາຄົ້ນຫາຍ້ອນທັດຊະນີຍະພາບຮົກເຮື້ອ, ອາກາດປອດໂປ່ງເຢັນສະບາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ