ໜອງຈ່າມ -ສະຖານທີ່ທ່ອງທ່ຽວທີ່ປະທັບໃຈໃນແຜນທີີ່ທ່ອງທ່ຽວ ຫວຽດນາມ.

(VOVWORLD) -ໜອງຈ່າມ ຫ່າງຈາກນະຄອນ ໂຮ່ຈີມິນ ປະມານ 120 ກິໂລແມັດ. ໜອງຈ່າມ ມີລະບົບຊີວະພາບທີ່ເປັນເອກະລັກ, ຢູ່ແຫ່ງນີ້ມີຄວາມປະສົມປະສານລະຫວ່າງປ່າດົງດິບທີ່ກວ້າງໃຫຍ່ໄພສານ ແລະ ຫາດຊາຍທະເລທີ່ຮົກເຮື້ອເປັນໜ້າຈັບໃຈ
 
ໜອງຈ່າມ -ສະຖານທີ່ທ່ອງທ່ຽວທີ່ປະທັບໃຈໃນແຜນທີີ່ທ່ອງທ່ຽວ ຫວຽດນາມ. - ảnh 1ຄວາມງາມແບບຮົກເຮື້ອຢູ່ໜອງຈ່າມ

    ໂດຍແມ່ນສະຖານທີ່ທ່ອງທ່ຽວລືຊື ເຄີຍໄດ້ຮັບເລືອກແມ່ນໜຶ່ງໃນບັນດາຫາດຊາຍທະເລຮົກເຮື້ອ ແລະ ງາມທີ່ສຸດໃນໂລກ, ໜອງຈ່າມ ຖືກຂະໜານນາມວ່າ ແມ່ນເມືອງເອກທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບຢູ່ເຂກພາກໃຕ້ ດ້ວຍຝັ່ງທະເລຍາວ 30 ກິໂລແມັດ ທີ່ມີນ້ຳທະເລໃສຂຽວເຢັນ ແລະ ບັນດາຫາດຊາຍຂາວຍາວຢຽດຈົນສຸດສາຍຕາ. ພ້ອມກັບເຂດອະນຸລັກທຳມະຊາດ ບິ່ງເຈົາ - ເຟືອກບິ໋ວ ໃນເນື້ອທີ່11.000 ກວ່າເຮັກຕາ, ໄດ້ຊ່ວຍໜອງຈ່າມ ກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ມີຄຸນນະພາບ ອາກາດດີທີ່ສຸດຢູ່ ຫວຽດນາມ. ພ້ອມກັບທ່າໄດ້ປຽບຂອງເຂດປ່າດົງດິບ, ໜອງຈ່າມ ຍັງມີຝັ່ງທະເລດ້ວຍຊາຍຂາວງົດງາມ ສາມາດຮັກສາຄວາມງາມແບບດັ້ງເດີມ ເຊິ່ງເປັນການເຊື້ອເຊີນນັກທ່ອງທ່ຽວມາອາບນ້ຳທະເລ. ຢູ່ແຫ່ງນີ້ອາກາດອົບອຸ່ນຕະຫຼອດປີ  ພ້ອມກັບອຸນຫະພູມເປັນປົກກະຕິແຕ່ 25C - 30C. ແຂກທ່ອງທ່ຽວຄົນໜຶ່ງແບ່ງປັນວ່າ:

 “ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມານີ້ ແລະ ຮູ້ສຶກມີສິ່ງໃດສິ່ງໜຶ່ງທີ່ລື້ງເຄີຍ ແລະ ເປັນໜ້າຮັກທີ່ສຸດ. ທະເລດິນຟ້າກວ້າງໃຫຍ່ໄພສານ ມີລົມພັດມາເຢັນສະບາຍ. ຂ້າພະເຈົ້າຢາກກັບຄືນຢາມແຫ່ງນີ້ອີກຫຼາຍໆເທື່ອ”.

ດ້ວຍສະຖານທີ່ທີ່ດີ, ທິວທັດທຳມະຊາດງົດງາມ, ຫາດຊາຍທະເລຮົກເຮື້ອກໍ່ແມ່ນບັນດາປັດໄຈເຮັດໃຫ້ ໜອງຈ່າມ ສາມາດດຶງດູດນັກລົງທຶນແຖວໜ້າມາຜັນຂະຫຍາຍບັນດາໂຄງການພັກຜ່ອນ ບຳລຸງສຸຂະພາບລະດັບສູງ. ນັກລົງທຶນ ເຈິ່ນກວາງຮີ ແບ່ງປັນວ່າ:

“ສິ່ງທີ່ນຳມາເຊິ່ງຜົນປະໂຫຍດຫຼາຍທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ ນັ້ນແມ່ນ ໜອງຈ່າມ ມີທີ່ຕັ້ງພູມສາດຢູ່ໃກ້ກັບນະຄອນ ໂຮ່ຈີມິນ. ໜອງຈ່າມ ໄດ້ຮັບການຕີລາຄາຈາກໜັງສືພິມສາກົນວ່າ ແມ່ນໜຶ່ງໃນບັນດາຫາດຊາຍທະເລງາມທີ່ສຸດໃນໂລກ. ດັ່ງນັ້ນ ນີ້ກໍ່ແມ່ນໜຶ່ງໃນບັນດາເຫດຜົນຫຼັກ ເພື່ອໃຫ້ພວກເຮົາມາລົງທຶນ. ປັດຈຸບັນໜອງຈ່າມ ຍັງແມ່ນສະຖານທີ່ທ່ອງທ່ຽວໃໝ່ອ່ຽມ. ດັ່ງນັ້ນການບໍລິການບັນເທີງກໍ່ຍັງບໍ່ອຸດົມສົມບູນເທື່ອ, ພວກເຮົາອາດຈະກໍ່ສ້າງຮ້ານກິນດື່ມ ພັດຕະຄານ ມຸ່ງໜ້າສູ່ທະເລທີ່ງົດງາມ”.

     ທາງຝ່າຍນັກລົງທຶນຕ່າງປະເທດ, ໃນກາງເດືອນ ພຶດສະພາ ທີ່ຜ່ານມາThe Grand ໂຮ່ຈ່າມ ໄດ້ເລີ່ມລົງມືກໍ່ສ້າງໂຄງການໃໝ່ໃນເນື້ອທີ່ 35 ເຮັກຕາ ເຊິ່ງເປັນຂີດໝາຍຍຸດທະສາດໃນການເຄື່ອນໄຫວ ພັດທະນາເຂດທ່ອງທ່ຽວປະສົມລະດັບສາກົນຢູ່ ຫວຽດນາມ. ທ່ານ ຕົວແຮນ ຜູ້ອຳນວຍການຝ່າຍບໍລິຫານ ພາກພື້ນອາຊີຕາເວັນອອກສຽງໃຕ້, ຕາງໜ້າກອງທຶນ Warburg pincusເຈົ້າຂອງໂຄງການລົງທຶນໃຫ້ຮູ້ວ່າ:

 “ໂຄງການໃຫຍ່ຂອງພວກຂ້າພະເຈົ້າມີມູນຄ່າ 1,4 ຕຶື້ USD ໄດ້ລົງທຶນຢູ່ໜອງຈ່າມ ແລະ ເທື່ອນີ້ມີມູນຄ່າ 1 ຕື້ USD. ໃນໄລຍະໃໝ່ຈະກໍ່ສ້າງຫ້ອງນອນ 6.000 ກວ່າຫ້ອງ ແລະ ສາມາດຕ້ອນຮັບແຂກທ່ອງທ່ຽວໄດ້ 18.000ເທື່ອຄົນ. ເມື່ອສຳເລັດການກໍ່ສ້າງ, ເດີແກຣນ ໂຮ່ຈ່າມ ຈະກາຍເປັນເຂດຕາກອາກາດລະດັບໂລກຕາມຮູບແບບ MICE ແລະ ກາຍເປັນໜຶ່ງໃນບັນດາເຂດທ່ອງທ່ຽວໃຫຍ່ທີ່ສຸດໃນທົ່ວໂລກ”.

 ຕາມທ່ານ ຮວິ່ງຟີແຄັ໊ງ ປະທານຄະນະກຳມະການປະຊາຊົນຕາແສງ ໂຮ່ຈາມ, 6 ເດືອນ ຕົ້ນປີ 2025, ທາງທ້ອງຖິ່ນໄດ້ຕ້ອນຮັບແຂກທ່ອງທ່ຽວ 3.000.000 ເທື່ອຄົນ ໃນນັ້ນມີແຂກສາກົນ 915.000 ເທື່ອຄົນ. ລາຍຮັບຄາດວ່າບັນລຸ 3.340 ຕື້ ກວ່າດົ່ງ. ທ່ານ ຮວິ່ງຟີແຄັ໊ງ ໃຫ້ຮູ້ວ່າ ພື້ນຖານໂຄງລ່າງຄົມມະນາຄົມກໍ່ແມ່ນໄມ້ງັດທີ່ສຳຄັນໃຫ້ແກ່ຂະແໜງທ່ອງທ່ຽວຢູ່ຕາແສງ ໂຮ່ຈ່າມ ໃນອະນາຄົດ. ພິເສດສະໜາມບິນສາກົນ ລອງແທັງ ເມື່ອເຂົ້າສູ່ໃຊ້ການຈະສ້າງໂອກາດໃຫ້ເຂດທະເລທາງພາກໃຕ້ ໄດ້ຕ້ອນຮັບແຂກທ່ອງທ່ຽວຢ່າງຫຼວງຫຼາຍ ເປັນຕົ້ນແມ່ນສາກົນ. ເສັ້ນທາງຫຼວງຕົວເມືອງ ໂຮ່ຈ່າມ - ສະໜາມບິນສາກົນ ລອງແທັງ ເມື່ອກໍ່ສ້າງສຳເລັດກໍ່ຈະປະກອບສ່ວນສ້າງຕາໜາງຄົມມະນາຄົມໃຫ້ສົມບູນແບບຊ່ວຍພັດທະນາຂະແໜງທ່ອງທ່ຽວ ການບໍລິການພັດທະນາຢ່າງແຂງແຮງຕາມລະດັບສາກົນ ໃຫ້ແກ່ບໍລິເວນ ໜອງຈ່າມ.

ຕອບກັບ

ຂ່າວ/ບົດ​ອື່ນ