ໝູ່ບ້ານຮ່ວາງມາຍ, ເຂດດິນບູຮານຢູ່ທິດໃຕ້ນະຄອນຫຼວງຮ່າໂນ້ຍ

(vovworld) - ໃນ​ທ່າມກາງຄຸ້ມ​ຖະໜົນ​ທີ່​ຄຶກ​ໂຄມ​ໜາ​ແໜ້ນ, ດ້ວຍ​ບັນດາຕຶກ​ອາຄານ​ຫຼາຍຊັ້ນທີ່ຕັ້ງ​​ຢູ່ຕິດ​ກັນນັ້ນ, ມີ​ຫຼາຍແຫ່ງ​ຍັງ​ມີ​ຄວາມສະຫງົບ​ງຽບ​ຄື​: ສາລາ​ບ້ານ, ວັດວາອາ​ຮາມ, ຕົ້ນ​​ໄຮ, ນ້ຳສ້າງ​ທີ່​ເກົ່າ​ແກ່. ທັງ​ໝົດ​ເຫຼົ່າ​ນັ້ນແມ່ນ​ຮ່ອງຮອຍ​ຂອງ​ໝູ່ບ້ານ​ບູຮານຢູ່​ແຄມ​ເມືອງ​ຫຼວງ​ທັງ​ລອງ ​ໃນ​ເມື່ອ​ກ່ອນ. ນັ້ນ​ແມ່ນ​ໝູ່​ບ້ານ​ບູຮານຮ່ວາງ​ມາຍ, ປະຈຸ​ບັນ​ແມ່ນ​ຕາ​ແສງຮ່ວາງ​ວັນ​ທຸ, ​ເມືອງຮ່ວາງ​ມາຍ, ນະຄອນ​ຮ່າ​ໂນ້ຍ. ​ເຊີນ​ທ່ານ​ໄປ​ຢ້ຽມຢາມ​ເຂດ​ດິນ​ບູຮານ​ນີ້ຜ່ານ​ບົດ​ຂຽນ​ຂອງ To Tuan ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ.

ໝູ່ບ້ານຮ່ວາງມາຍ, ເຂດດິນບູຮານຢູ່ທິດໃຕ້ນະຄອນຫຼວງຮ່າໂນ້ຍ - ảnh 1

ໝູ່ບ້ານບູຮານຮ່ວາງມາຍ

(ພາບ: google.com.vn)

        ຕາມ​ພົງສາວະດານ​​ແລ້ວ, ຮ່ວາງ​ມາຍ ​ຕັ້ງ​ຢູ່​ເຂດ​ດິນ​ທີ່​ເກົ່າ​ແກ່​ເຊິ່ງ​ປະກົດ​ມີນັບ​ແຕ່​ດົນ​ນານ​ມາແລ້ວ​. ກ່ອນ​ນີ້​ປະມານ 4000 – 3000 ປີ​ໄດ້​ມີ​ຄົນມາ​ດຳລົງ​ຊີວິດ​ໃນ​ເຂດ​ດິນ​ດັ່ງກ່າວ. ​ໃນຊຸມ​ປີ 60 ຂອງ​ສະຕະວັດ​ກ່ອນ, ບັນດາ​ນັກ​ຄົ້ນ​ຄ້ວາ​ປະຫວັດສາດ​ເດີມ​ໄດ້​ຊອກ​ເຫັນ​ວັດຖຸ​ພັນ​ອັນ​ລ້ຳ​ຄ່າ​ຫຼາຍ​ສິນ, ​ໃນ​ນັ້ນ​ມີ​ເຄື່ອງມື​ດ້ວຍ​ຫີນ. ​​ກ່ອນນີ້​, ຮ່ວາງ​ມາຍແມ່ນ​ເຂດ​ດິນ​ທີ່​ກວ້າງ​ໃຫຍ່, ດ້ວຍ​ບັນດາບ້ານ ​ແລະ ທົ່ງ​ນາ. ​ເມື່ອ​ເມືອງ​ຫຼວງ​ທັງ​ລອງ ​ໄດ້​ຮັບ​ການ​ສ້າງ​ຕັ້ງຂື້ນ, ​ເຂດ​ດິນ​ແຫ່ງ​ນີ້​​ຈຶ່ງກາຍ​​ເປັນສະຖານ​ທີ່ປ້ອງ​ກັນ​​ເມືອງ​ຫຼວງ. ​ໃນ​ເບື້ອງ​ຕົ້ນ​ເຂດ​ດິນ​ນີ້​ມີ​ຊື່ວ່າ ​ໂກ​ມາຍ, ປະຊາຊົນ​ເຄີຍ​ເອີ້ນ​ວ່າ ​ແກ​ເມີ, ​ເພາະວ່າ​ປະຊາຊົນ​ຢູ່​ເຂດ​ນີ້​ດຳລົງ​ຊີວິດ​ດ້ວຍ​ອາຊີບ​ປູກ​ຕົ້ນ​ເໝີຍ. ​ເມື່ອ​ລະດູ​ໜາວ​ວຽນມາ, ດອກ​ເໝີຍບານ​​ອອກ​ໃນ​ທົ່ວ​ເຂດປຽບ​ເໝືອນ​ປ່າ​ດອກ​​ເໝີຍ​, ​ເຊິ່ງລວມມີ​ດອກ​ເໝີຍ​ສີ​ເຫຼືອງ ​ເອີ້ນ​ວ່າ (ຮ່ວາງ​ມາຍ), ສີຂາວ​ເອີ້ນ​ວ່າ (​ແບກ​ມາຍ) ​ແລະ ສີ​ບົວ​ເອີ້ນ​ວ່າ (ຮົ່ງມາຍ). ມາ​ຮອດ​ປະຈຸ​ບັນ​ເຂົາ​ເຈົ້າ​ໄດ້​ເອົາ​ຊື່​​ດອກ​ໄມ້​ເຫຼົ່າ​ນັ້ນ​ມາ​ຕັ້ງ​ຊື່​​ໃຫ້ຖະໜົນ ​ແລະ ໝູ່​ບ້ານ. ໝູ່ບ້ານ​ຮ່ວາງ​ມາຍ​ ມີ​ປູຊະນີຍະສະຖານ​ຫຼາຍ​ແຫ່ງ​ ທີ່​ມີ​ຄຸນຄ່າ​ດ້ານ​ສະຖາປັດຕະຍະກຳ ​ແລະ ປະຫວັດສາດ. ​ໃນ​ນັ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ວັດງາ​ມີ, ​​ເຊິ່ງແມ່ນ​ກິດຈະກຳ​ພຸດທະ​ສາສະໜາ​ທີ່​ຕິດ​ພັນ​ກັບປະຫວັດ​​ແຫ່ງ​ການສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ທັງ​ລອງ - ຮ່າ​ໂນ້ຍ. ຕາມ​ພົງສາວະດານ​ແລ້ວ, ວັດ​ງາ​ມີ ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນຢູ່​ໝູ່ບ້ານ​ຮ່ວາງ​ມາຍ, ພາຍຫຼັງ​ທີ່​ເຈົ້າ​ຊີວິດ Ly Cong Uan ຍ້າຍ​ເມືອງ​ຫຼວງ​ຈາກ​ຮວາ​ລື ມາຕັ້ງ​ຢູ່ທັງ​ລອງ. ​ເປັນ​ອັນວ່າ​ວັດ​ງາ​ ໄດ້​ມີ​ມາ​ກ່ອນ​ນີ້​ນັບ​ພັນ​ປີ

ໝູ່ບ້ານຮ່ວາງມາຍ, ເຂດດິນບູຮານຢູ່ທິດໃຕ້ນະຄອນຫຼວງຮ່າໂນ້ຍ - ảnh 2

ສາລາບ້ານຮ່ວາງມາຍ
(ພາບ: google.com.vn)

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວັດ​ງາ ​ໄດ້​ຮັບ​ການ​ບຸລະນະສ້ອມ​ແປງ​ຢ່າງ​ສວຍ​ງາມ, ພິ​ເສດ, ຫວ່າງ​ແລ້ວ​ນີ້​ຊາວ​ທ້ອງ​ຖີ່​ນ ​ແລະ ​ແຂກ​ທີ່​ມາ​ຈາກ​ທຸກ​ສາ​ລະ​ທິດ​ໄດ້​ບໍລິຈາກ​ເງິນ​ນັບ​ຕື້​ດົ່ງ​ ເພື່ອ​ຫຼໍ່​ລະຄັງ​ທອງ​ໜັກ​ກວ່າ 1 ​ໂຕນ​ຄືນ​ໃໝ່ ​ແລະ ວັນ​ທີ 4 – 10 ປີ 2012 ປະຊາຊົນ ​ແລະ ສາສະ​ນິກະ​ຊົນ​​ໄດ້​ຈັດ​ພິທີ​ເປີດ​ນຳ​ໃຊ້​ລະຄັງ​ນີ້. ​ໃນ​ໝູ່​ບ້ານ​ຮ່ວາງ​ມາຍ​ ຍັງ​ມີ​ສາລາ​ບ້ານຮ່ວາງ​ມາຍ​ທີ່​ບູຊາ​ພົນ​ໂທ Tran Khat Can ​ແລະ​ ນ້ອງ​ຊາຍ​ຂອງ​ເພິ່ນແມ່ນ Tran Hang, ​ເຊິ່ງປະຊາຊົນ​ຢູ່​ທີ່​ນີ້ຖື​ວ່າ​ແມ່ນ​ອໍລະຫັນ​ຂອງ​ໝູ່​ບ້ານ, ນັ້ນແມ່ນ​ຜູ້ທີ່​ໄດ້ມີ​ຄຸນງາມຄວາມດີ​ໃນ​ການ​ຕີ​ເສິກ​ຕ່າງ​ດ້າວ, ກໍ່ສ້າງ​ບ້ານ​ເມືອງ. ຫ່າງ​ຈາກ​ນັ້ນ​ບໍ່​ໄກ​ປານ​ໃດ ​ແມ່ນ​ສາລາ​ເຕືອງມາຍ, ​ໃນ​ນັ້ນມີ​ຮູບ​ປັ້ນ Tran Khat Chan ດ້ວຍ​ຫີນ. ຢູ່​ໃນ​ໝູ່​ບ້ານ​ຍັງ​ມີ​ນ້ຳສ້າງ​ບູຮານ​ຮູບ​ມົນ, ນ້ຳ​ໃສຫຼາຍ​ແຫ່ງ​ອີກ. ອ້າຍ Nguyen Trong Nghia, ຊາວໝູ່ບ້ານຮ່ວາງ​ມາຍ, ​ໃຫ້​ຮູ້​ວ່າ:

        ”​ກ່ອນ​ນີ້, ໃນ​ໝູ່ບ້ານ​ຮ່ວາງ​ມາຍ ມີ​ນ້ຳສ້າງ​​ເກົ່າ​ແກ່ 10 ​ແຫ່ງ, ​ແຕ່​ປະຈຸ​ບັນ​ຍັງ​ຮັກສາ​ນ້ຳສ້າງ​ເກົ່າໄວ້​ໄດ້ 3 ​ແຫ່ງ​​ເທົ່າ​ນັ້ນ. ​ຊາວໝູ່ບ້ານ​ໃນ​ເມື່ອ​ກ່ອນພຽງ​ແຕ່​ໃຊ້​ນ້ຳສ້າງ​ເທົ່າ​ນັ້ນ. ມາ​ຮອດ​ປະຈຸ​ບັນ, ນ້ຳສ້າງຍັງ​ຄົງ​​ໃສ​ເຢັນ​ຢູ່. ນ້ຳສ້າງ​ໃນ​ໝູ່​ບ້ານຮ່ວາງ​ມາຍ ງາມ​ຫຼາຍ​. ບໍ່​ມີ​ນ້ຳສ້າງ​ຢູ່​ບ້ານ​ໃດ​ສາມາດ​ປຽບທຽບ​ໄດ້”.

ໝູ່ບ້ານຮ່ວາງມາຍ, ເຂດດິນບູຮານຢູ່ທິດໃຕ້ນະຄອນຫຼວງຮ່າໂນ້ຍ - ảnh 3

ນ້ຳສ້າງບູຮານໃນບ້ານຮ່ວາງມາຍ

(ພາບ: google.com.vn)

        ​ໃນ​ປະຫວັດສາດ, ​ຮ່ວາງ​ມາຍ ຍັງ​ມີ​ຊື່​ສຽງ​ດ້ວຍ​​ບັນດາບ້ານ​ປຸງ​ແຕ່ງ​ອາຫານ ດ້ວຍ​ອາຫານ​ທີ່​ມີ​ຊື່​ສຽງ​ຫຼາຍ​ເຍື່ອງ. ພິ​ເສດ​ເຫຼົ້າ​ບ້ານ​ເມີ (ຮ່ວາງ​ມາຍ) ​ແມ່ນ​ແຊບ​ທີ່​ສຸດ​ໃນ​ເຂດ. ທ່ານ  Nguyen Duy Quy, ຫົວໜ້າຄະນະຄຸ້ມຄອງສາລາ ບ້ານຮ່ວາງມາຍ, ​ໃຫ້​ຮູ້​ວ່າ:

        ”ໝູ່​ບ້ານ​ຮ່ວາງ​ມາຍ ​ໃນ​ເມື່ອ​ກ່ອນ​ມີ 4 ບ້ານ​ອາຊີບ​ຄື: ບ້ານ​ມາຍ​ດົ້ງ, ຜະລິດ​ສະ​ເພາະ​ເຕົ້າຮູ້. ບ້ານ​ເຕືອງມາຍ​ ຕົ້ມ​ເຂົ້າໜຽວ, ບ້ານ​ຮ່ວາງ​ມາຍ​​ປູກ​ຕົ້ນ​ໝາກ​​ເຂືອ, ບ້ານ​ດ່ວາຍ ​ແລະ ບ້ານ​ດົງ​ ປູກຜັກກາດ. ປະຈຸ​ບັນ, ​ເຖິງ​ວ່າ​ຈະ​ໄປ​ແຫ່ງ​ໃດ​ເຂົາ​ເຈົ້າ​ກໍ່​ເຕື້ອງ​ເຖິງ​ບັນດາ​ຜະລິດ​ຕະພັນ​ດັ່ງກ່າວ​ຂອງ​ໝູ່​ບ້ານ​ຮ່ວາງ​ມາຍຢູ່

          ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ຮ່ວາງ​ມາຍ​ ໄດ້​ກາຍ​ເປັນ​ຄຸ້ມຖະໜົນທີ່​ທັນ​ສະ​ໄໝ​​ແລ້ວ​ກໍ່ຕາມ, ​ແຕ່ຢູ່​ຕາມ​ຖະໜົນ​ສາຍ​ຕ່າງໆ​ຍັງ​ຄົງ​ຮັກສາ​ບັນດາ​ຮ່ອງຮອຍ​ຂອງ​ໝູ່​ບ້ານ​ບູຮານ. ຕະຫຼາດ​ຮ່ວາງ​ມາຍ​ ຕັ້ງ​ຢູ່​ແຄມ​ທາງ​ເຂົ້າ​ໝູ່​ບ້ານ​ຍັງ​ຄົງ​ມີ​ສີສັນ​ຂອງ​ຕະຫຼາດ​ບ້ານ​ນາ​ຢູ່. ​ຢູ່​ຕາມ​ຄຸ້ມ​ຖະໜົນ, ຊີວິດຍາມ​ໃດ​ກໍ່​ມີ​ຄວາມອຶກ​ກະ​ທຶກ​ຄຶກຄົມ, ​ແຕ່​​ພວກ​ເຮົາ​ສາມາດ​ເຫັນ​ໄດ້​ວ່າ ຊາວ​​ຮ່ວາງ​ມາຍ ​ແມ່ນ​ຄົນ​​ທີ່​ມີ​ຄວາມເປີດ​ອົກ​ເປີດ​ໃຈ ​ແລະ ​ຮັກ​ແພງ​ແຂກຄົນ​ທີ່​ສຸດ​. ປະຈຸ​ບັນ, ຮ່ວາງ​ມາຍ ​ແມ່ນ​ແຫ່ງ​ທີ່​ມີ​ລະດັບ​ຫັນ​ເປັນ​ຕົວ​ເມືອງ​ຢ່າງ​ວ່ອງ​ໄວ, ມີ​ເຮືອນຕຶກ​ຫຼາຍ​ຊັ້ນຫາ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ, ອັນ​ໄດ້​ເຮັດ​ໃຫ້​ເຂດ​ດິນ​ຮ່ວາງ​ມາຍ ​ໃນ​ເມື່ອ​ກ່ອນ​ກາຍ​ເປັນ​ເຂດ​ຕົວ​ເມືອງ​ທີ່​ຄຶກ​ໂຄມ​ໜ້າ​ແໜ້ນ​ຢູ່​ທາງ​ທິດ​ໃຕ້​ນະຄອນຫຼວງ​ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ