Bluezone - ໂປຼແກຼມດີເດັ່ນໃນການເລີ່ມດໍາເນີນທຸລະກິດ ແບບບໍ່ມີພົມແດນໃນພື້ນຖານດີຈີຕອນ

(VOVWORLD) -   ປັດຈຸບັນ, ຫວຽດນາມ ພວມປະເຊີນໜ້າກັບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ແລະ ຄວບຄຸມການແຜ່ລະບາດ, ການອັບເດດຂໍ້ມູນໃຫ້ປະຊາຊົນ ໄດ້ຢ່າງຊັດເຈນ ແລະ ທັນການ ພວມແມ່ນວຽກງານແຖວໜ້າຂອງລັດຖະບານ ຫວຽດນາມ. ເພື່ອປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19, ຫວຽດນາມ ໄດ້ໝູນໃຊ້ເຕັກໂນໂລຢີດີຈີຕອນ, ບົນພື້ນຖານການເຊື່ອມຕໍ່ອິນເຕີເນັດ ແລະ Bluezone - ໂປຼແກມຊ່ວຍຄົ້ນຫາປະຫວັດການສໍາຜັດກັບຜູ້ມີຄວາມສ່ຽງຕິດແປດເຊື້ອໂຄວິດ - 19 ໄດ້ຜັນຂະຫຍາຍຢ່າງວ່ອງໄວ.

 

        ໂປຼແກຼມ Bluezone ໂດຍກຸ່ມພັດທະນາ Bluezone ຂອງກຸ່ມບໍລິສັດເຕັກໂນໂລຢີ BKAV ສ້າງຂຶ້ນ ແລະ ພັດທະນາ. ໂດຍໄດ້ເປີດນໍາໃຊ້ໃນວັນທີ 28 ເມສາ 2020, Bluezone ໄດ້ນໍາໃຊ້ໃນໂທລະສັບມືຖືສະມາດໂຟນ ແລະ ຊ່ວຍບັນທຶກປະຫວັດການສໍາຜັດຂອງຜູ້ນໍາໃຊ້. ເມື່ອມີຜູ້ໜຶ່ງໄດ້ຢັ້ງຢືນວ່າຕິດເຊື້ອໂຄວິດ - 19, ໂປຼແກມດັ່ງກ່າວຈະຄົ້ນຫາໄດ້ຜູ້ທີ່ມີການສໍາຜັດໃກ້ ແລະ ດົນກັບຜູ້ຕິດເຊື້ອ, ຫຼັງຈາກນັ້ນ ຈະມີການກ່າວເຕືອນຢ່າງທັນການ. ທ່ານ ຫວູງອັກເຊີນ, ຮອງປະທານຜູ້ຮັບຜິດຊອບການຕ້ານມັນແວ (Malware) ຂອງ ກຸ່ມບໍລິສັດ BKAV - ຕາງໜ້າກຸ່ມພັດທະນາ Bluezone  ໃຫ້ຮູ້ວ່າ: ຕອນທໍາອິດ, ເຂົາເຈົ້າໄດ້ຕັ້ງຫຼາຍຊື່ ແຕ່ໃນສຸດທ້າຍ, ໄດ້ເລືອກເອົາຊື່ Bluezone. ໃນນັ້ນ, ຄໍາວ່າ Blue ແມ່ນສີຟ້າ, ເຊິ່ງເປັນສັນຍາລັກໃຫ້ແກ່ການປ້ອງກັນ, ເຂດປອດໄພ ແລະ ໄດ້ຮັບການປົກປ້ອງ. Bluezone ມີຄວາມໝາຍວ່າ ປ້ອງກັນ,  ທັງຊ່ວຍໃຫ້ຜູ້ນໍາໃຊ້ສາມາດອ່ານ ແລະ ຈື່ໄດ້ງ່າຍ.

        “ໂປຼແກຼມ Bluezone ໂດຍກະຊວງຖະແຫຼງຂ່າວ - ສື່ສານຫວຽດນາມ ແລະ ກະຊວງສາທາລະນະສຸກຫວຽດນາມ ຮັບຜິດຊອບຈັດຕັ້ງປະຕິບັດ, ພາຍໃຕ້ການຊີ້ນໍາຂອງນາຍົກລັດຖະມົນຕີ ແລະ ມີການເຂົ້າຮ່ວມການພັດທະນາຂອງກຸ່ມພັດທະນາ Bluezone ຂອງກຸ່ມບໍລິສັດ BKAV. ໂປຼແກຼມດັ່ງກ່າວ ຈະຊ່ວຍໃຫ້ປະຊາຊົນຕິດຕາມການສໍາຜັດໃກ້, ຊ່ວຍປະຊາຊົນປ້ອງກັນຕົວເອງ, ຊຸມຊົນຕໍ່ໜ້າການແຜ່ລະບາດຂອງໂລກລະບາດໂຄວິດ - 19. ໂປຼແກຼມດັ່ງກ່າວ ໄດ້ນໍາໃຊ້ເຕັກໂນໂລຢີ Bluetooth.”

        ບັນດາປະເທດຄື ອາເມລິກາ, ສິງກະໂປ, ອົດສະຕາລີ, ຫວຽດນາມ... ໄດ້ນໍາໃຊ້ໂປຼແກຼມຄົ້ນຫາປະຫວັດການສໍາຜັດກັບຜູ້ຕິດເຊື້ອມາແຕ່ເດືອນ ມີນາ ຫາ ເດືອນ ເມສາ ແລ້ວ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທໍາອິດທີ່ນໍາໃຊ້ເຕັກໂນໂລຢີເພື່ອ ຄົ້ນຫາປະຫວັດການສໍາຜັດຂອງຜູ້ນໍາໃຊ້ກັບຜູ້ຕິດເຊື້ອ. ດ້ວຍໂປຼແກຼມ Bluezone ນີ້, ຜູ້ທີ່ໄດ້ຢັ້ງຢືນວ່າມີຜົນກວດເປັນບວກກັບເຊື້ອໂຄວິດ - 19, ບຸກຄົນທີ່ມີການສໍາຜັດກັບຜູ້ຕິດເຊື້ອຄົນດັ່ງກ່າວໃນເວລາປະມານ 10 ນາທີ ດ້ວຍໄລຍະຫ່າງປະມານ 2 ແມັດ  ໃນຮອບເວລາ 14 ວັນນັ້ນ ຈະໄດ້ຮັບຄໍາກ່າວເຕືອນ ຕ້ອງປ້ອງກັນຕົວເອງ ແລະ ຊຸມຊົນ. ໂປຼແກຼມ Bluezone ຈະຊ່ວຍກໍານົດບໍລິເວນຂອງຜູ້ທີ່ເຄີຍມີການສໍາຜັດກັບຜູ້ຕິດເຊື້ອໄດ້ຢ່າງຊັດເຈນ, ຈໍາກັດຜູ້ທີ່ຕ້ອງແຍກຕົວ, ແທນທີ່ຕ້ອງແຍກຕົວນັບເປັນພັນຄົນ ເມື່ອກວດພົບ 1 ກໍລະນີຕິດເຊື້ອ. ທ່ານ ຫວູງອັກເຊີນ ໃຫ້ຮູ້ຕື່ມອີກວ່າ:

        “ໂປຼແກມດັ່ງກ່າວ ເມື່ອດາວໂຫຼດລົງໃນໂທລະສັບມືຖືແລ້ວ ຈະເຄື່ອນໄຫວແບບອັດຕະໂນມັດ ແລະ ບັນທຶກ ບັນດາການສໍາຜັດຂອງຜູ້ນໍາໃຊ້ໃນແຕ່ລະວັນໄວ້. ໃນກໍລະນີ, ຈໍານວນຄົນທີ່ທ່ານໄດ້ສໍາຜັດນັ້ນ ມີຜູ້ຕິດເຊື້ອໂຄວິດ - 19  ຫຼື ໄດ້ສໍາຜັດຢູ່ໃກ້ກັບຜູ້ຕິດເຊື້ອໂຄວິດ - 19,  ໂປຼແກຼມດັ່ງກ່າວ ຈະກ່າວເຕືອນທ່ານ ກ່ຽວກັບວັນເວລາທີ່ທ່ານໄດ້ສໍາຜັດກັບຜູ້ຕິດເຊື້ອ ຫຼື ຜູ້ຖືກສົງໄສຕິດເຊື້ອ. ຈາກນັ້ນ ຕ້ອງມີບັນດາມາດຕະການປ້ອງກັນຕົວເອງ ແລະ ຊຸມຊົນ”.

Bluezone - ໂປຼແກຼມດີເດັ່ນໃນການເລີ່ມດໍາເນີນທຸລະກິດ ແບບບໍ່ມີພົມແດນໃນພື້ນຖານດີຈີຕອນ - ảnh 1 ທ່ານ ຟ້າມຕວ໊ນຮຽບ, ຫົວໜ້າສູນບໍາລຸງກໍ່ສ້າງ BK – Holdings, ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ (ພາບ: Vietnam+)

        ຕາມການຕີລາຄາຂອງບັນດານັກຊ່ຽວຊານແລ້ວ, ໂປຼແກຼມ Bluezone ໄດ້ສະແດງໃຫ້ເຫັນກໍາລັງຄວາມສາມາດທາງດ້ານເຕັກໂນໂລຢີຂອງພື້ນຖານອຸດສາຫະກໍາເຕັກໂນໂລຢີ ຂໍ້ມູນຂ່າວສານ ຂອງ ຫວຽດນາມ ແລະ ກໍເປັນການຢັ້ງຢືນວ່າ ຫວຽດນາມໄດ້ເປັນເຈົ້າການໃນຂົງເຂດເຕັກໂນໂລຢີ. ທ່ານ ຟ້າມຕວ໊ນຮຽບ, ຫົວໜ້າສູນບໍາລຸງກໍ່ສ້າງ BK – Holdings, ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ, ຖືວ່າ:

        “ຄຸນຄ່າ ແລະ ຄຸນປະໂຫຍດຂອງໂປຼແກຼມ Bluezone ໄດ້ພັດທະນາຢ່າງລະອຽດລະອໍທີ່ສຸດ ແລະ ຂ້າພະເຈົ້າມີຄວາມປາດຖະໜາວ່າ ໂປຼແກຼມດັ່ງກ່າວ ຈະສືບຕໍ່ພັດທະນາກວ່າອີກ ແລະ ຈໍານວນຜູ້ນໍາໃຊ້ໂປຼແກຼມກັ່ັງກ່າວ ນັບມື້ນັບຈະເພີ່ມຂຶ້ນເມື່ອທຽບໃສ່ໂປຼແກຼມອື່ນໆຢູ່ໃນໂທລະສັບມືຖື. ຢູ່ຫວຽດນາມ, ພວກເຮົາເຊື່ອໝັ້ນໄດ້ວ່າ ຖ້າປະຊາຊົນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຄຸນປະໂຫຍດຂອງ ໂປຼແກມ Bluezone ນັ້ນ ຈະມີຮອດ 50 60 ລ້ານຄົນດາວໂຫຼດໂປຼແກຼມດັ່ງກ່າວມາໃຊ້”.

        ໂປຼແກຼມ Bluezone ແມ່ນຜະລິດຕະພັນປະດິດຄິດສ້າງຂອງບັນດາຜູ້ເກັ່ງກ້າສາມາດທີ່ໜຸ່ມນ້ອຍຂອງຫວຽດນາມ ແລະ ຈາກຜົນສໍາເລັດດັ່ງກ່າວ ຈະແມ່ນແບບຢ່າງໃຫ້ແກ່ປະຊາຄົມເລີ່ມດໍາເນີນທຸລະກິດ, ຫວຽດນາມ ເຫັນໄດ້ຊ່ອງຫວ່າງຂອງເຕັກໂນໂລຢີ ທີ່ພວມເປີດກາລະໂອກາດໃຫ້ແກ່ບັນດາແນວຄວາມຄິດປະດິດຄິດສ້າງທີ່ນໍາມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ, ພິເສດແມ່ນເປັນປະໂຫຍດແກ່ສັງຄົມ./. 

ຕອບກັບ

ຂ່າວ/ບົດ​ອື່ນ