ການກໍ່ສ້າງໂຄງລ່າງເຊື່ອມຕໍ່ອິນເຕີເນັດຊັບພະສິ່ງ ໃນການປະຕິວັດອຸດສະຫະກຳ 4.0

(VOVWORLD) -ປັດຈຸບັນຫວຽດນາມ ພວມສ້າງຍຸດທະສາດວິທະຍາດເຕັກໂນໂລຊີ ແລະ  ປ່ຽນແປງໃໝ່ປະດິດຄິດສ້າງ, ວິໄສທັດ 2035 ແຜນການປະຕິວັດອຸດສະຫະກຳຄັ້ງທີ່ 4. ໜຶ່ງໃນບັນດາບັນຫາທີ່ເປັນແກ່ນສານນັ້ນແມ່ນເຕັກໂນໂລຊີ ຕ້ອງນຳໃຊ້ໃນທຸກຂະແໜງອາຊີບ, ຂົງເຂດເສດຖະກິດ-ສັງຄົມ ແລະ ການຂຸດຄົ້ນຕະຫຼາດອິນເຕີເນັດຊັບພະສິ່ງ, ກໍ່ສ້າງໂຄງລ່າງເຊື່ອມຕໍ່ອິນເຕີເນັດຊັບພະສິ່ງ ຮັບໃຊ້ແກ່ການປະຕິວັດອຸດສະຫະກຳ 4.0 ໃຫ້ດີ  ພວມແມ່ນບຸລິມະສິດແຖວໜ້າ
ການກໍ່ສ້າງໂຄງລ່າງເຊື່ອມຕໍ່ອິນເຕີເນັດຊັບພະສິ່ງ  ໃນການປະຕິວັດອຸດສະຫະກຳ 4.0 - ảnh 1 (ພາບປະກອບ)

ຄວາມສຳນຶກກ່ຽວກັບອິນເຕີເນັດຊັບພະສິ່ງ (Internet of thinhs-IOT) ຫຼື ຍັງເອີ້ນວ່າເຄືອຂ່າຍຊັບພະສິ່ງເຊື່ອມຕໍ່ກັບອິນເຕີເນັດ ໄດ້ປະກົດມີໃນມໍ່ໆມານີ້, ໃນສະພາບທີ່ເຕັກໂນໂລຊີທົ່ວໂລກພວມເບັ່ງບານ. IOT ແມ່ນເຄືອຂ່າຍເຊື່ອມຕໍ່ກັນ, ໃນນັ້ນບັນດາເຄືອ່ງພາຫະນະທີ່ເຊື່ອມຕໍ່ກັນ ແລະ ເຄື່ອງສະຫຼາດ… ໄດ້ຖືກນຳໃຊ້ເຕັກໂນໂລຊີ, ສ້າງໂອກາດໃຫ້ແກ່ໂລກທີ່ມີຈິງ ຖືກເຊື່ອມຕໍ່ໂດຍກົງເຂົ້າກັບລະບົບເຄື່ອງຄອມພິວເຕີ ອັນໄດ້ເຮັດໃຫ້ເພີ່ມສະມັດຕະພາບ, ຄວາມໄວ້ວາງໃຈ ແລະ ຜົນປະໂຫຍດທາງດ້ານເສດຖະກິດ, ພ້ອມກັນນັ້ນ ກໍ່ສາມາດຫຼຸດຜ່ອນການແຊກແຊງຂອງມະນຸດ. ພວກເຮົາອາດຈະມີຄວາມເຂົ້າໃຈແບບງ່າຍດາຍວ່າ IOT ສາມາດຊ່ວຍຫັນເປັນອັດຕະໂນມັດ ໃນບັນດາຂະແໜງການ, ບັນດາຂົງເຂດເສດຖະກິດ-ສັງຄົມເກືອບທັງໝົດຊຶ່ງບໍ່ຕ້ອງການມີການກະທົບຕໍ່ກັນໂດຍກົງ ລະຫວ່າງມະນຸດດ້ວຍກັນ ຫຼື ລະຫວ່າງມະນຸດກັບເຄື່ອງຄອມພິວເຕີ. ທ່ານ ຟານແທັງເຊີນ ຜູ້ອຳນວຍການຮັບຜິດຊອບທາງດ້ານເຕັກໂນໂລຊີ ຂອງບໍລິສັດ FPTIS ໃຫ້ຮູ້ວ່າ:

     “ອິນເຕີເນັດຊັບພະສິ່ງແມ່ນມີຈຸດປະສົງຂອງມັນ ເຮັດແນວໃດຈະສ້າງໃຫ້ມີ ບັນດາການເຊື່ອມຕໍ່ກັນຫຼາຍຂຶ້ນ ແບບສະດວກສະບາຍກວ່າ ດ້ວຍຂໍ້ມູນສຸດທ້າຍແມ່ນສະໜອງໃຫ້ແກ່ມະນຸດ. ອິນເຕີເນັດຊັບພະສິ່ງ ແມ່ນການເຊື່ອມຕໍ່ລະຫວ່າງມະນຸດກັບທຸກສິ່ງ, ດ້ວຍທຸກໆຂໍ້ມູນຖືກແກ້ໄຂແບບອັດຕະໂນມັດ ໃຫ້ແກ່ມະນຸດຜ່ານການຕິດຕໍ່ພົວພັນ ລະຫວ່າງມະນຸດກັບເຄື່ອງພາຫະນະ. ນີ້ກໍ່ແມ່ນພາຫະນະໃໝ່ເພື່ອໃຫ້ມະນຸດ ສ້າງໃຫ້ມີຊ່ອງທາງແລກປ່ຽນຂໍ້ມູນຂ່າວສານ ເພື່ອໜູນຊ່ວຍກະທົບຕໍ່ກັນ. ຍົກຕົວຢ່າງຄືເມື່ອກ່ອນນີ້ ຂະນະທີ່ມີການຫັນປ່ຽນ ແລະ ເກີດການຕິດຂັດທີ່ມີລັກສະນະທົ່ວໂລກນັ້ນ, ບັນດາການນຳລັດຖະບານຕ່າງໆ ຕ້ອງຂີ່ເຮືອບິນໄປພົບກັນເພື່ອແລກປ່ຽນ, ດັ່ງນັ້ນ ກາລະໂອກາດເພື່ອແກ້ໄຂອາດຈະ  ຜ່ານໄປ, ແຕ່ໃນປັດຈຸບັນມີຊ່ອງທາງເຊື່ອມຕໍ່ນັ້ນ ກໍ່ສາມາດປະຕິບັດໄດ້ຢ່າງວ່ອງໄປຜ່ານເຕັກໂນໂລຊີ.”

     ຕໍ່ໜ້າການກະທົບຈາກການປະຕິວັດອຸດສະຫະກຳ 4.0 ຂອງເຕັກໂນໂລຊີດີຈີຕອນ, ການກໍ່ສ້າງໂຄງລ່າງເຊື່ອມຕໍ່ອິນເຕີເນັດຊັບພະສິ່ງ ເພື່ອຮັບໃຊ້ການປະວັດອຸດສາຫະກຳ 4.0 ໄດ້ເປັນຢ່າງດີ ພວມແມ່ນຄວາມຕ້ອງການຢ່າງຮີບດ່ວນຂອງ ຫວຽດນາມ. ເພື່ອຍູ້ແຮງບັນດາຂະແໜງການຜະລິດ, ຍູ້ໄວບັນດາການຫັນປ່ຽນດີຈີຕອນແຫ່ງຊາດ ແລະ ກໍ່ສ້າງສັງຄົມອັດສະລິຍະ, ຫວຽດນາມພວມສູ້ຊົນເຖິງປີ 2020 ຈະກາຍເປັນປະເທດສາມາດ ຮັບປະກັນ ໂຄງລ່າງເຊື່ອມຕໍ່ອິນເຕີເນັດຊັບພະສິ່ງໂດຍພື້ນຖານ. ລັດຖະບານຫວຽດນາມກໍ່ພວມສ້າງຍຸດທະສາດ ວິໄສທັດ 2035 ແຜນການປະຕິວັດອຸດສະຫະກຳຄັ້ງທີ 4 ໃຫ້ແກ່ຫວຽດນາມ. ທ່ານລັດຖະມົນຕີ ກະຊວງວິທະຍາສາດເຕັກໂນໂລຊີ ຫວຽດນາມ ຈູ ງອັກ ແອັງ ເນັ້ນໜັກທີ່ກອງປະຊຸມສຳມະນາເມື່ອມໍ່ໆມານີ້ ຢູ່ນະຄອນໂຮ່ຈີມິນວ່າ:

    “ທົ່ວທັງໂລກພວມຢູ່ໃນທ່າອ່ຽງເພີ່ມທະວີການຮ່ວມມື, ຮ່ວມສຳພັນທາງດ້ານເສດຖະກິດສາກົນ ໂດຍອີງໃສ່ບັນດາຜົນງານ ແລະ ການພັດທະນາຂອງວິທະຍາສາດເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ພິເສດແມ່ນບັນດາເຕັກໂນໂລຊີຈຸດສຸມຂອງການປະຕິວັດອຸດສະຫະກຳ 4.0 ຊຶ່ງໄດ້ ແລະ ພວມເຮັດໃຫ້ຊີວິດສັງຄົມປ່ຽນແປງຢ່າງເລິກເຊິ່ງ. ສຳລັບຫວຽດນາມ ການສຳພັດກັບວິໄສທັດຍຸດທະສາດ, ກຳນົດກາລະໂອກາດ ແລະ ສິ່ງທ້າທາຍໃນສະພາບການປະຕິວັດເຕັກໂນໂລຊີຄັ້ງທີ 4 ແມ່ນເສັ້ນທາງທີ່ວ່ອງໄວ ແລະ ມີປະສິດທິຜົນ ເພື່ອເລືອກເຟັ້ນເອົາບັນດາການກຳນົດທິດ, ວິທີການແກ້ໄຂລະດັບຊາດ ອັນໄດ້ສ້າງບາດກ້າວພັດທະນາຢ່າງກະໂດດຂັ້ນ, ຫຼຸດຜ່ອນຄວາມແຕກໂຕ່ນກັນກ່ຽວກັບລະດັບການພັດທະນາ ກັບບັນດາປະເທດໃນໂລກ”.

    ອິນເຕີເນັດຊັບພະສິ່ງ (IOT) ພວມ ແລະ ຈະແມ່ນທ່າອ່ຽງເຕັກໂນໂລຊີທີ່ຈະພັດທະນາຢ່າງແຂງແຮງ ໃນໄລຍະທີ່ຈະມາເຖິງ. ປັດຈຸບັນ ສັງກາດ IOT ພຽງແຕ່ຢູ່ໃນໄລຍະເບື້ອງຕົ້ນ  ແລະ ກາລະໂອກາດເພື່ອຈະນຳໜ້າທ່າອ່ຽງນີ້ ກໍ່ໄດ້ຈັດແບ່ງໃຫ້ແກ່ທຸກໆປະເທດໃນໂລກ ຢ່າງສຳໝ່ຳສະເໝີ ໃນນັ້ນກໍ່ມີຫວຽດນາມ. IOT ກໍ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຈະນຳໃຊ້ໃນຂົງເຂດກະສິກຳ, ສາທາລະນະສຸກ, ການຕັດຫຍິບ, ບັນດາຂະແໜງທີ່ມີທ່າແຮງຂອງ ຫວຽດນາມ. ປັດຈຸບັນ ບັນດາວິສາຫະກິດຫວຽດນາມ  ພວມຄ່ອຍໆຮັບເອົາກາລະໂອກາດ ເພື່ອເຊື່ອມຕໍ່ກັບທົ່ວໂລກ, ຈາກນັ້ນກໍ່ວາງອອກ, ວິທີການຍຸດທະສາດລົງທຶນ ດຳເນີນການຜະລິດບັນດາຜະລິດຕະພັນ IOT ຕາມທ່າແຮງສະເພາະຂອງຕົນ. ຄາດວ່າໃນໄລຍະທີ່ຈະມາເຖິງ ແທນທີ່ການຜະລິດ ຊອັບແວ ໃຫ້ແກ່ໂລກນັ້ນ, ຫວຽດນາມ ຈະສ້າງບັນດາຄຸນຄ່າ ທາງດ້ານກຳລັງພາຍໃນທີ່ເປັນແກ່ນສານໃນການພັດທະນາ  ຊອັບແວ.

ຕອບກັບ

ຂ່າວ/ບົດ​ອື່ນ