ນ້ຳໃຈມະນຸດສ້າງຄວາມອົບອຸ່ນໃຫ້ແກ່ຄົນເຈັບຕິດໂລກມະເຮັງ

(VOVWORLD) -ໃນອາກາດໜາວຈັດ ເມື່ອກາງເດືອນທັນວາ, ມີລາຍການໜຶ່ງທີ່ມີຄວາມໝາຍວັດທະນະທຳມະນຸດ ໄດ້ສ້າງຄວາມອົບອຸ່ນໃຫ້ແກ່ບັນດາຄົນເຈັບທີ່ທຸກຍາກຖືກຕິດໂລກມະເຮັງ ໃນໂຮງໝໍໂລກກ້ອນເບົ້າມະເຮັງ ຮ່າໂນ້ຍ ເຊິ່ງແມ່ນແຫ່ງພວມປິ່ນປົວຄົນເຈັບກວ່າ 10.000 ເທື່ອຄົນໃນແຕ່ລະປີ. ນັ້ນແມ່ນໂຄງການໄດ້ມອບໝວກແລນ, ແພພັນຄໍ ແລະ ຊ່ວຍໜູນເງິນປິ່ນປົວໃຫ້ແກ່ຄົນເຈັບ 30 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ, ອັນໄດ້ຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຄົນເຈັບລົງສ່ວນໃດສ່ວນໜຶ່ງໃນຊຸມວັນທ້າຍປີ ທີ່ພວມຢູ່ຫ່າງໄກຈາກຄອບຄົວ
ນ້ຳໃຈມະນຸດສ້າງຄວາມອົບອຸ່ນໃຫ້ແກ່ຄົນເຈັບຕິດໂລກມະເຮັງ - ảnh 1ຄົນເຈັບຕິດໂລກມະເຮັງໄດ້ຮັບການປິ່ນປົວດ້ວຍນ້ຳໃຈມະນຸດ 

ຍ້ອນຖືກຕິດພະຍາດຮຸນແຮງ ແລະ ຕ້ອງປິ່ນປົວເປັນໄລຍະຍາວ, ມີຄົນເຈັບຫຼາຍຄົນຕິດໂລກມະເຮັງຕ້ອງພັກການ, ສູນເສຍລາຍຮັບ, ຮ້າຍແຮງກວ່ານັ້ນກໍ່ຕ້ອງຕ້ານຢັນກັບໂລກພະຍາດດ້ວຍຕົວເອງດ້ວຍຄວາມເສຍຫວັງ. ຄວາມອິດເມື່ອຍຂອງຄົນເຈັບກໍ່ແມ່ນຄວາມເປັນຫວ່ງເປັນໄຍ ຂອງຍາດຕິພີ່ນ້ອງ, ຍິ່ງເຮັດໃຫ້ຄອບຄົວຂອງເຂົາເຈົ້າເພີ່ມຄວາມທຸກຍາກຫຼາຍຂຶ້ນ.  ເມື່ອຄວາມໜາວຂອງລະດູໜາວໄດ້ວຽນມາ, ສຳລັບຄົນເຈັບຕິດໂລກມະເຮັງຍິ່ງໜາວຈັດກວ່າເວລາໃດໝົດ. 

“ອາກາດໜາວແລ້ວ ແຕ່ກໍ່ຕ້ອງສົ່ງທາດເຄມີປິ່ນປົວພະຍາດ, ເຮົາຮູ້ສຶກວ່າຍິ່ງເມື່ອຍ ແລະ ເສຍຫວັງ. ສອງສາມມານີ້ຂ້າພະເຈົ້າຕ້ອງສັກຢາບຳລຸງສະໝອງ”

. “ອາກາດໜາວໄດ້ວຽນມາສອງສາມມື້ມານີ້, ພວກຂ້າພະເຈົ້າຮູ້ສຶກວ່າບໍ່ສະບາຍ ແລະ ເມື່ອຍຫຼາຍ. ຜູ້ມີສຸຂະພາບປົກກະຕິຍັງຈະຕ້ອງຮູ້ສຶກເມື່ອຍແລ້ວ, ໃສຈີເວົ້າເຖິງຜູ້ເຈັບເປັນຄືພວກຂ້າພະເຈົ້າ”.

“ເມື່ອນອນເທິງຕຽງນອນຂອງໂຮງໝໍກໍ່ຮູ້ສຶກອົບອຸ່ນ, ແຕ່ເມື່ອອອກໄປນອກໜາວຫຼາຍ, ຄວາມດັນເລືອດຫຼຸດລົງ, ໂອ໋! ໜາວຫຼາຍ”.

ນັ້ນແມ່ນການແບ່ງປັນຄວາມໃນໃຈທີ່ເຕັມໄປດ້ວຍຄວາມເປັນຫວ່ງເປັນໄຍ ຂອງບັນດາຄົນເຈັບທີ່ພວມນອນປິ່ນປົວຢູ່ໂຮງໝໍໂລກກ້ອຍເບົ້າມະເຮັງ ຮ່າໂນ້ຍ. ເມື່ອເຂົ້າໃຈໄດ້ເຖິງຄວາມເຈັບປວດຂອງຄົນເຈັບ, ໂຮງໝໍໂລກກ້ອນເບົ້າມະເຮັງ ຮ່າໂນ້ຍ ໄດ້ສົມທົບກັບນັກສຶກສາຫວຽດນາມຢູ່ ສ ເກົາຫຼີ ແລະ ຜູ້ໃຈບຸນໃຈກຸສົນບາງຄົນທີ່ໄດ້ໃຫ້ຂອງຂວັນບາງຢ່າງເຊິ່ງລວມມີ ແພພັນຄໍ, ໝວກໃຫ້ແກ່ຄົນເຈັບ 30 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານ ປອ ຫວຽນວິງກວາງ ຜູ້ອຳນວຍການໂຮງໝໍໂລກກ້ອນເບົ້າມະເຮັງ ຮ່າໂນ້ຍ ກໍ່ໄດ້ລົງຮອດບ່ອນເພື່ອມັດແພໃໝ່ໃສ່ຄໍຄົນເຈັບ ແລະ ມອບໝວກໃຫ້ແກ່ຄົນເຈັບ ຂະນະທີ່ເຂົາເຈົ້າຖືກຜົມຫຼົ່ນບໍ່ເຫຼືອຈັກເສັ້ນ ເພາະຕ້ອງສົ່ງທາດເຄມີ. 

“ພວກຂ້າພະເຈົ້າຖືຄົນເຈັບເປັນໃຈກາງ. ໃນຊຸມມື້ທີ່ອາກາດໜາວຈັດຢູ່ ຮ່າໂນ້ຍ ພວກຂ້າພະເຈົ້າຫວັງຢາກຈັດຕັ້ງລາຍການໜຶ່ງ ເພື່ອແບ່ງປັນຄວາມອົບອຸ່ນ, ນ້ຳໃຈມະນຸດລະຫວ່າງແພດໝໍກັບຄົນເຈັບ ເພື່ອໃຫ້ຄົນເຈັບເພີ່ມຄວາມເຊື່ອໝັ້ນ, ປົວແປງອາການສຸຂະພາບເພື່ອຕ້ານຢັນກັບໂລກພະຍາດ”.

 ເມື່ອໄດ້ຮັບຂອງຂວັນທີ່ມີຄວາມໝາຍຈາກໂຮງໝໍ ແລະ ຜູ້ໃຈບຸນໃຈກຸສົນ, ຄົນເຈັບ ໂດ໊ດິ້ງອຶງ ອາຍຸ 83 ປີ ຢູ່ແຂວງ ນາມດິ້ງ ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

“ພວກຂ້າພະເຈົ້າຢູ່ຊົນນະບົດ, ເສດຖະກິດຄອບຄົວຖືກຈຳກັດ, ອາຍຸກໍ່ສູງແລ້ວ ບໍ່ສາມາດເຮັດຫຍັງໄດ້ເງິນ. ເມື່ອໄດ້ຮັບຄວາມເອົາໃຈໃສ່ຈາກໂຮງໝໍ ແລະ ບັນດາຜູ້ໃຈບຸນໃຈກຸສົນ, ພວກຂ້າພະເຈົ້າຮຸ້ສຶກວ່າ ຄວາມເຈັບປວດກໍ່ໄດ້ຖືກບັນເທົາລົງສ່ວນໃດສ່ວນໜຶ່ງ”.

ສຳລັບຄົນເຈັບອື່ນໆ, ຄວາມເຈັບປວດຈາກພະຍາດໂລຄາກໍ່ໄດ້ຖືກຫຼຸດຜ່ອນລົງ ແລະ ລະດູໜາວເບິ່ງຄືວ່າກໍ່ບໍ່ຮູ້ສຶກໜາວອີກເມື່ອນ້ຳໃຈມະນຸດ ໄດ້ນຳຄວາມອົບອຸ່ນມາໃຫ້. 

“ຄົນເຈັບຕິດໂລກມະເຮັງມີຄວາມຫວັງຢາກມີຊີວິດຕື່ມອີກໃນແຕ່ລະເດືອນແຕ່ລະວັນ. ພວກຂ້າພະເຈົ້າພຽງແຕ່ກ່າວຄຳຂອບໃຈຕໍ່ບັນດາຈິດໃຈໂອບອ້ອມອາລີ”.

“ຂອງຂວັນນີ້ແມ່ນມີຄວາມໝາຍທີ່ສຸດ ສຳລັບພວກຂ້າພະເຈົ້າໃນຊຸມວັນທີ່ອາກາດໜາວຈັດນີ້. ແພພັນຄໍ, ໝວກແຕ່ລະຜືນ, ມູນຄ່າກໍ່ບໍ່ຫຼາຍປານໃດ, ແຕ່ມັນສະແດງໃຫ້ເຫັນນ້ຳໃຈມະນຸດ, ຄວາມອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ”.

ສືບຕໍ່ບັນດາວຽກງານເພື່ອການກຸສົນ, ໂຮງໝໍໂລກກ້ອນເບົ້າມະເຮັງ ຮ່າໂນ້ຍ ພວມເຊື່ອມຕໍ່ກັບບັນດາຜູ້ໃຈບຸນໃຈກຸສົນ ເພື່ອຊ່ວຍບັນດາຄົນເຈັບທີ່ທຸກຍາກ ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມມ່ວນຊື່ນ, ຄືດັ່ງທຸກສິ່ງທຸກຢ່າງທີ່ທາງໂຮງໝໍໄດ້ເຮັດໃນໄລຍະທີ່ຜ່ານມາ, ດ້ວຍ 28 ໂຄງການເຄື່ອນໄຫວເພື່ອການກຸສົນ ໄດ້ປະຕິບັດໃນພຽງ 6 ເດືອນທີ່ຜ່ານມາ. ຂອງຂວັນກວ່າ 5.000 ພູດ, ເຂົ້າກິນເກືອບ 3.000 ພູດ ແລະ ເງິນສົດ 100 ລ້ານກວ່າດົ່ງ ໄດ້ຊ່ວຍໜູນໃຫ້ແກ່ຄົນເຈັບທຸກຍາກເກືອບ 6.000 ຄົນ, ອັນໄດ້ປະກອບສ່ວນບັນເທົາຄວາມເຈັບປວດຍ້ອນໂລກພະຍາດ ແລະ ຕໍ່ພະລັງແຮງໃຫ້ແກ່ຄົນເຈັບດ້ວຍນ້ຳໃຈມະນຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ