ປະຊາຊົນມີຄວາມພາກພູມໃຈ ຍ້ອນໄດ້ຮັບເງິນໜູນຊ່ວຍຈາກລັດຖະບານໃນເວລາເກີດໂລກລະບາດໂຄວິດ-19

(VOVWORLD) -ລັດຖະບານຫວຽດນາມ ໄດ້ຜັນຂະຫຍາຍບ້ວງເງິນໜູນຊ່ວຍແຫ່ງຊາດກ່ຽວກັບການຮັບປະກັນຊີວິດສັງຄົມ ດ້ວຍຈຳນວນ 62.000 ຕື້ດົ່ງ (ປະມານ 2,6 ຕື້ USD) ຊ່ວຍໃຫ້ປະຊາຊົນຜູ້ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ- 19.
ປະຊາຊົນມີຄວາມພາກພູມໃຈ ຍ້ອນໄດ້ຮັບເງິນໜູນຊ່ວຍຈາກລັດຖະບານໃນເວລາເກີດໂລກລະບາດໂຄວິດ-19 - ảnh 1(ພາບປະກອບ: VGP)

ນີ້ແມ່ນນະໂຍບາຍໜູນຊ່ວຍປະຊາຊົນຢ່າງທັນການ. ພິເສດ, ບັນດາຜູ້ມີຄວາມສ່ຽງສູງກວ່າເພິ່ນຄື: ຜູ້ອອກແຮງງານເສລີ, ຄົນທຸກຍາກ ເຂົາເຈົ້າມີຄວາມດີໃຈ ເມື່ອໄດ້ຮັບການໜູນຊ່ວຍຈາກລັດຖະບານ, ໄດ້ຊ່ວຍໃຫ້ເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໄດ້ສ່ວນໃດສ່ວນໜຶ່ງ.

        ບ້ວງເງິນໜູນຊ່ວຍຊີວິດສັງຄົມຂອງລັດຖະບານລວມມີ 7 ກຸ່ມເປົ້າໝາຍ ແລະ  2 ນະໂຍບາຍພິເສດສະເພາະອື່ນ. ມີປະຊາຊົນປະມານ 20 ລ້ານຄົນໄດ້ຮັບຜົນປະໂຫຍດຈາກບ້ວງເງິນໜູນຊ່ວຍນີ້. ຈຸດພິເສດຂອງບ້ວງເງິນໜູນຊ່ວຍທີ່ ບໍ່ເຄີຍມີມາກ່ອນນີ້ ທັງໄດ້ຮັບການປະກາດໃຊ້ຈາກລັດຖະບານວ່າ ແມ່ນການໜູນຊ່ວຍໃຫ້ທັງຜູ້ອອກແຮງງານເສລີ, ບໍ່ມີສັນຍາແຮງງານ. ບ້ວງເງິນໜູນຊ່ວຍດັ່ງກ່າວໄດ້ນຳເອົາ ຄວາມອຸ່ນອ່ຽນໃຈມາໃຫ້ປະຊາຊົນຢ່າງແທ້ ຈິງ, ປະກອບສ່ວນແກ້ໄຂບັນດາຄວາມຫຍຸ້ງຍາກ, ລຳບາກໃນການດຳລົງຊີວິດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ລັດ. ເອື້ອຍ ຫງວຽນທິຮ່ວານ, ບ້ານເກີດຢູ່ແຂວງ ນາມດິ້ງ, ເປັນຜູ້ອອກແຮງງານເສລີຢູ່ຮ່າໂນ້ຍ, ແບ່ງປັນວ່າ.

        “ແມ່ລູກພວກຂ້າພະເຈົ້າເຊົ່າເຮືອນຢູ່ຖະໜົນ ຮ່າວນາມ, ແຕ່ລະເດືອນຕ້ອງຈ່າຍຄ່າເຊົ່າ ແມ່ນ 1,5 ລ້ານດົ່ງ. ຕາມທຳມະດາ ຂ້າພະເຈົ້າໄປຊື້ເຄື່ອງຂອງເສດເຫຼືອຢູ່ຕາມເຮືອນຕ່າງໆ, ແຕ່ລະມືກໍ່ຫາໄດ້ປະມານແສນໜຶ່ງ, ປະຈຸບັນບໍ່ໄດ້ໄປເຮັດວຽກ,  ບໍ່ມີເງິນ ໃຊ້ຈ່າຍເຂົ້າໃນການດຳລົງຊີວິດປະຈຳວັນ. ທາງລັດກໍ່ໄດ້ຊ່ວຍເຫຼືອ, ຂ້າພະເຈົ້າກໍ່ບໍ່ເປັນຫ່ວງອີກແລ້ວ ເພາະວ່າ ມີເງິນ ຊື້ເຂົ້າໄວ້ກິນ ເປັນ 2 – 3 ເດືອນ”.

        ສ່ວນແມ່ເຖົ້າ ໂດ້ທິມຸ່ຍ, ເຊິ່ງແມ່ນຊາວຮ່າໂນ້ຍ, ແບ່ງປັນວ່າ, ຕອນປະສົບກັບຄວາມຫຍຸ້ງຍາກ, ໄດ້ຮັບຄວາມເອົາໃຈໃສ່ຈາກລັດ, ແມ່ເຖົ້າມີຄວາມອຸ່ນອ່ຽນໃຈໄດ້ສ່ວນໃດສ່ວນໜຶ່ງ.

        “ປະຈຸບັນບໍ່ມີໃຜ  ມາຈ້າງຂ້າພະເຈົ້າ ໄປເຮັດວຽກ, ຜົວກໍ່ເປັນຄົນພິການ, ຄອບຄົວຂ້າພະເຈົ້າແມ່ນຄອບຄົວທຸກຍາກ. ຄວາມຈິງ ແລ້ວ ປະຊາຊົນຜູ້ທຸກຍາກຍາມໃດກໍ່ຢາກໄດ້ຮັບການຊ່ວຍເຫຼືອ. ລັດມີຄວາມເອົາໃຈໃສ່ຄືແນວນັ້ນແມ່ນດີທີ່ສຸດ. ນີ້ແມ່ນການໜູນຊ່ວຍໃນຈຸດເວລາທີ່ປະສົບກັບຄວາມທຸກຍາກ ປະຊາຊົນຂອບໃຈລັດ, ລັດຖະບານຢ່າງສຸດອົກສຸດໃຈ. ເຖິງວ່າຊ່ວຍເຫຼືອໄດ້ເທົ່າໃດ ຈະໜ້ອຍ ຫຼື ຫຼາຍກໍ່ແມ່ນສິ່ງລ້ຳຄ່າທັງນັ້ນ”.

        ຕາມກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ແລ້ວ, ສຳລັບບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ, ຜູ້ໄດ້ຮັບອຸປະກາ ລະສັງຄົມ, ຄົນທຸກຍາກ, ໃກ້ຈະທຸກຍາກ ແມ່ນໄດ້ຮັບການໜູນຊ່ວຍ 3 ເດືອນ, ກຳນົດການຈ່າຍເງິນໃຫ້ເທື່ອດຽວໃນເດືອນເມສາ ຫຼື ເດືອນ ພຶດສະພາ 2020. ການໜູນຊ່ວຍຜູ້ມີຄຸນງາມຄວາມດີ, ຜູ້ໄດ້ຮັບອຸປະກາ ລະສັງຄົມ ຈະແມ່ນຂະແໜງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ເປັນຜູ້ຜັນຂະຫຍາຍ; ຜູ້ທຸກຍາກ, ໃກ້ຈະທຸກຍາກ ຈະແມ່ນອຳນາດການປົກຄອງຂັ້ນບ້ານ, ຕາແສງເປັນຜູ້ປະຕິບັດ. ສຳລັບບັນດາເປົ້າໝາຍມີການພົວພັນແຮງງານ, ການໜູນຊ່ວຍຈະປະຕິບັດຢ່າງສຸດຂີດເປັນເວລາ 3 ເດືອນ ດ້ວຍເນື້ອໃນຈິດໃຈທີ່ວ່າ ເດືອນໃດລາຍຮັບຖືກຕົກຕ່ຳ, ເດືອນໃດມີເງື່ອນໄຂ ແມ່ນຈະຈ່າຍໃຫ້ເດືອນນັ້ນ. ສຳລັບເລື່ອງໃຫ້ວິສາຫະກິດກູ້ຢືມດ້ວຍດອກເບ້ຍ 0% ເພື່ອຈ່າຍເງິນເດືອນ, ວິສາຫະກິດກູ້ຢືມ, ທາງທະນາຄານນະໂຍບາຍສັງຄົມ ຈະ ໂອນ ເຂົ້າບັນຊີຂອງຜູ້ອອກແຮງງານໂດຍກົງ. ສຳລັບເປົ້າໝາຍຜູ້ອອກແຮງງານເສລີແມ່ນກຸ່ມຍາກທີ່ຢັ້ງຢືນໄດ້ທີ່ສຸດ, ສະນັ້ນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສະເໜີການໜູນຊ່ວຍໃຫ້ຜູ້ອອກແຮງງານເສລີ ຕົ້ນຕໍຈະແມ່ນອຳນາດການປົກຄອງທີ່ຢູ່ອາໄສຂອງຜູ້ອອກແຮງງານເປັນຜູ້ປະຕິບັດ ຫຼື ສາມາດໄປຮັບເອົາຢູ່ບ່ອນຈົດທະບຽນພັກອາໄສ. ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ໃຫ້ຮູ້ວ່າ.    “ຄວາມຮຽກຮ້ອງທີ່ໄດ້ວາງອອກໃນປະຈຸບັນແມ່ນການໜູນຊ່ວຍຕ້ອງຖືກເປົ້າໝາຍ ໃນເວລາໄວທີ່ສຸດ ຕາມການຊີ້ນຳຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ. ດ້ວຍ ເງິນຈຳນວນຫຼວງຫຼາຍ, ມີຫຼາຍເປົ້າໝາຍ, ຫຼາຍຮູບຫຼາຍແບບ ຫ້າມເດັດຂາດບໍ່ ໃຫ້ເກີດສະພາບການຈ່າຍເງິນໃຫ້ ປະຊາຊົນບໍ່ຄົບຕາມຈຳນວນ”.

        ບ້ວງເງິນໜູນຊ່ວຍແຫ່ງຊາດກ່ຽວກັບການຮັບປະກັນຊີວິດສັງຄົມໃຫ້ແກ່ບັນດາເປົ້າໝາຍຜູ້ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ- 19, ຮັບປະກັນການດຳລົງຊີວິດຂອງເຂົາເຈົ້າຢູ່ໃນລະດັບພື້ນຖານ. ທ່ານ ບຸ່ຍຊິ້ເລີ້ຍ, ຮອງປະທານຄະນະກຳມະການບັນດາບັນຫາສັງຄົມ, ໃຫ້ຮູ້ວ່າ.

        “ພວກເຮົາມີບັນດາມາດຕະຖານຢ່າງລະອຽດເພື່ອເຜີຍແຜ່ໃຫ້ອຳນາດການປົກຄອງຂັ້ນຮາກຖານກຳ ໄດ້, ຕິດຕາມສັງລວມ, ສ້າງບັນຊີລາຍຊື່ດ້ວຍເປົ້າໝາຍແມ່ນຮັບປະກັນໃຫ້ຖືກຄົນ, ບົນພື້ນຖານນັ້ນແມ່ນເພື່ອໃຫ້ພວກເຮົາຈັດຕັ້ງຜັນຂະຫຍາຍ ການປະຕິບັດຢ່າງທັນການ ເພື່ອແກ້ໄຂການດຳລົງຊີວິດ. ກຳນົດເປົ້າໝາຍສ້າງບັນຊີລາຍຊື່ ແລະ ປະຕິບັດນະໂຍບາຍໃຫ້ເປັນຢ່າງດີ, ຍົກສູງບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງອຳນາດການປົກຄອງທ້ອງຖິ່ນ ແລະ ທັງລະບົບການເມືອງເຂົ້າຮ່ວມ. ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກຂອງແນວໂຮມ ຕ້ອງເຂົ້າຮ່ວມການຕິດຕາມ, ກວດກາ”.

        ບັນດາມາດຕະການໜູນຊ່ວຍຂອງລັດ ໃນຊ່ວງ ເວລານີ້ ໄດ້ສະແດງໃຫ້ເຫັນບົດບາດ “ໜູນຊ່ວຍ” ຂອງລັດ ທີ່ມີຄວາມໝາຍຢ່າງແທດຈິງ, ຮີບດ່ວນເປັນຕາຍ ແລະ ມະນຸດສະທຳ ເພື່ອແນໃສ່ປະຕິບັດໜ້າທີ່ຄວບຄູ່, ທັງປະກອບສ່ວນເຂົ້າໃນການປ້ອງກັນ, ຕ້ານໂລກລະບາດ, ແຕ່ຍັງຕ້ອງໃຫ້ເສດຖະກິດ ສືບຕໍ່ມີການເຕີບໂຕ, ຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນ. ປະຊາຊົນປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ ແນວທາງ, ແຜນນະໂຍບາຍ, ມາດຕະການປະຕິບັດຂອງລັດໃນຊ່ວງ ເວລາເກີດໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ