ວິທີສຳຜັດໃໝ່ກ່ຽວກັບການບໍລິການສາທາລະນະສຸກແລະການສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ

(VOVWORLD) -ປະຈຸບັນ, ຫ້ອງກວດພະຍາດ 4.0 ພວມແມ່ນຮູບແບບໜູນຊ່ວຍການປິ່ນປົວ ແລະ ສົ່ງເສີມສຸຂະພາບ ໄດ້ນຳໃຊ້ຢູ່ຫຼາຍປະເທດໃນໂລກ.

ວິທີສຳຜັດໃໝ່ກ່ຽວກັບການບໍລິການສາທາລະນະສຸກແລະການສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ - ảnh 1 Med 247 - ລະບົບຫ້ອງກວດພະຍາດດີຈີຕອນ ແລະ ສົ່ງເສີມສຸຂະພາບທາງໄກ

(ພາບ: med247.vn)

ຢູ່ຫວຽດນາມ, ມີບາງຮາກຖານສາທາລະນະສຸກ, ຫ້ອງກວດພະຍາດກໍ່ໄດ້ນຳໃຊ້ຮູບແບບຫັນສາທາລະນະສຸກເປັນດີຈີຕອນ, ເປີດໂອກາດກ້າວເຂົ້າສູ່ການນຳໃຊ້ໃໝ່ໃຫ້ແກ່ເຕັກໂນໂລຊີຂໍ້ມູນຂ່າວສານ, ພັດທະນາສາທາລະນະສຸກເອເລັກໂຕນິກ ໃນວຽກງານກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. ຮູບແບບນີ້ໄດ້ມີການປ່ຽນແປງໃໝ່ຕາມທິດທັນສະໄໝ, ຊັດເຈນ, ວ່ອງໄວ, ທັນການ, ພິເສດແມ່ນຊ່ວຍແພດໝໍຕິດຕາມການປິ່ນປົວຂອງຄົນເຈັບໄດ້. Med 247 - ລະບົບຫ້ອງກວດພະຍາດດີຈີຕອນ ແລະ ສົ່ງເສີມສຸຂະພາບທາງໄກ - ແມ່ນໜຶ່ງໃນບັນດາສິ່ງທີ່ພິສູດໃຫ້ເຫັນຜົນສຳເລັດເມື່ອສົມທົບເຕັກໂນໂລຊີ ແລະ ການແພດ.

        ດ້ວຍການພັດທະນາຂອງເຕັກໂນໂລຊີ ແລະ ຄວາມຕ້ອງການເບິ່ງແຍງດຸແລສົ່ງເສີມສຸຂະພາບຂອງປະຊາຊົນ, ປະຈຸບັນມີຫຼາຍການບໍລິການສົ່ງເສີມສຸຂະພາບໃໝ່ໄດ້ປະກົດຕົວຂຶ້ນ, ໃນນັ້ນມີຮູບແບບສົ່ງເສີມສຸຂະພາບຈາກທາງໄກ ແລະ ຫັນບັນດາການບໍລິການສາທາລະນະສຸກເປັນດີຈີຕອນ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຮາກຖານສາທາລະນະສຸກສາມາດສຳຜັດກັບຄົນເຈັບໃໝ່ທີ່ມີການກັ່ນກອງອາການໃນເບື້ອງຕົ້ນຜ່ານຮູບແບບທາງອອນລາຍໄດ້ຫຼາຍກວ່າ, ຈາກນັ້ນມີການບົ່ງມະຕິພະຍາດ ແລະ ໃຫ້ຄຳປຶກສາໃນເບື້ອງຕົ້ນໃຫ້ແກ່ຄົນເຈັບ. ຍ້ອນເຫດນັ້ນ, ເລື່ອງນຳໃຊ້ເຕັກໂນໂລຊີ 4.0 ເຂົ້າໃນຂະແໜງສາທາລະນະສຸກແມ່ນໄດ້ສວມບົດບາດສຳຄັນໃນສະພາບຄືໃນປະຈຸບັນ. ທ່ານ ຫງວຽນແອັງຕ໊ວນ, ຫົວໜ້າຝ່າຍບໍລິຫານ Ecomedic, ຖືວ່າ.

        “ອັດຕາຜູ້ນຳໃຊ້ໂທລະສັບມືຖືຢູ່ຫວຽດນາມ ກໍ່ຫຼາຍ, ກໍຄືລະດັບການສຳຜັດອິນເຕີແນັດຢູ່ຫວຽດນາມ ຫວ່າງມໍ່ໆມານີ້ໄດ້ມີການເຕີບໂຕຢ່າງແຮງ. ສະນັ້ນ, ເລື່ອງນຳໃຊ້ ແລະ ຜັນຂະຫຍາຍບັນດາມາດຕະການແກ້ໄຂທາງການແພດ ໂດຍອີງໃສ່ລະບົບ mobile health ແມ່ນງ່າຍທີ່ສຸດ, ສາມາດຜັນຂະຫຍາຍ, ສຳຜັດກັບປະຊາຊົນແຕ່ລະຄົນ. ນີ້ກໍ່ແມ່ນໜຶ່ງໃນບັນດາມາດຕະການແກ້ໄຂຊ່ວຍຫຼຸດຜ່ອນການບັນຈຸຄົນເຈັບຫຼາຍເກີນໄປໃຫ້ແກ່ບັນດາໂຮງໝໍສູນກາງໄດ້ເປັນຢ່າງດີ”.

        ໃນທ່າອ່ຽງນີ້, Med 247 ແມ່ນລະບົບຫ້ອງກວດພະຍາດດີຈີຕອນຫຼາຍຂະແໜງ, ນຳມາເຊິ່ງວິທີສຳຜັດໃໝ່ໃຫ້ແກ່ຜູ້ມີຄວາມຕ້ອງການສົ່ງເສີມສຸຂະພາບຮອບດ້ານຈາກລະບົບຫ້ອງກວດພະຍາດຢູ່ກັບທີ່, ໄປຄຽງຄູ່ກັນນັ້ນແມ່ນການສົ່ງເສີມສຸຂະພາບ, ປິ່ນປົວພະຍາດຈາກທາງໄກຜ່ານ video call. ເມື່ອສົມທົບກັບເຕັກໂນໂລຊີໃນບັນດາການເຄື່ອນໄຫວຢູ່ຫ້ອງກວດພະຍາດ, ຄົນເຈັບສາມາດສຳຜັດກັບການບໍລິການສາທານະລະສຸກທີ່ມີຄຸນນະພາບສູງໃນຈຸດເວລາທີ່ມີຄວາມຕ້ອງການ, ພິເສດແມ່ນບັນດາຄົນເຈັບທີ່ຢູ່ຫ່າງໄກ. ອ້າຍ ເຈືອງວູຕ໊ວນ, ຜູ້ຮ່ວມສ້າງຕັ້ງ ທັງເປັນຜູ້ອຳນວຍການຝ່າຍບໍລິຫານ Med 247, ໃຫ້ຮູ້ວ່າ.

        “ປະຈຸບັນ, ພວກຂ້າພະເຈົ້າພວມສຸມໃສ່ກຸ່ມແມ່ ແລະ ເດັກ. ປັດໃຈແກ່ນສານແມ່ນຄຸນນະພາບການກວດ, ປິ່ນປົວພະຍາດ, ສົ່ງເສີມສຸຂະພາບ, ເຮັດແນວໃດເພື່ອສ້າງຄວາມອຸ່ນອ່ຽນໃຈ, ຄວາມປອດໄພໃຫ້ແກ່ຜູ້ນຳໃຊ້. ພວກຂ້າພະເຈົ້າໄດ້ສ້າງຫ້ອງກວດ, ປິ່ນປົວພະຍາດທຳອິດຢູ່ໃນລະບົບເຕັກໂນໂລຊີພັດທະນາດ້ວຍຕົນເອງ ເພື່ອສາມາດຄຸ້ມຄອງຄຸນນະພາບການກວດ, ປິ່ວປົນພະຍາດໄດ້”.

        ໂລກພວມຫັນປ່ຽນດ້ວຍການປະຕິວັດອຸດສາຫະກຳ 4.0 ແລະ ຂະແໜງການແພດກໍ່ນອນຢູ່ໃນນັ້ນ. ເລື່ອງນຳໃຊ້ເຕັກໂນໂລຊີ 4.0 ໄດ້ຊ່ວຍໃຫ້ການບົ່ງມະຕິພະຍາດໄດ້ຢ່າງຊັດເຈນກວ່າ, ຄຸ້ມຄອງປະຫວັດຄົນເຈັບໄດ້ເປັນຢ່າງດີກວ່າ, ເຊື່ອມຕໍ່ກັບທ່ານໝໍໄດ້ໄວກວ່າ ແລະ ພິເສດແມ່ນປະຢັດລາຍຈ່າຍ ແລະ ເວລາໃຫ້ແກ່ຄົນເຈັບ. ປະຈຸບັນ, ບັນດາມາດຕະການແກ້ໄຂດ້ານສາທາລະນະສຸກຢູ່ຫວຽດນາມ ສ່ວນຫຼາຍຍັງແມ່ນຮູບແບບທີ່ເປັນມູນເຊື້ອ, ນັ້ນແມ່ນທ່ານໝໍ ແລະ ໂຮງໝໍ. ດ້ວຍຮູບແບບຂອງ Med 247, ມີຜູ້ນຳໃຊ້ການບໍລິການຫຼາຍກວ່າ, ໂດຍສະເພາະແມ່ນໄວໜຸ່ມເລືອກເອົາ ແລະ ໄດ້ຮັບການຕີລາຄາສູງ. ເອື້ອຍ ເຈິ່ນທິເວິນຮ່ວຽນ, ຢູ່ ຮ່ວາງມາຍ, ຮ່າໂນ້ຍ, ແບ່ງປັນວ່າ.

        “ກ່ອນນີ້, ເມື່ອໄປກວດ, ປິ່ນປົວພະຍາດຢູ່ໂຮງໝໍແຫ່ງຕ່າງໆ, ຂ້າພະເຈົ້າໄດ້ນຳໃຊ້ຮູບແບບຂຽນໃສ່ເຈ້ຍ, ແພດໝໍໄດ້ຈົດໃສ່ເຈ້ຍເພື່ອໃຫ້ເຮົາຕິດຕາມພະຍາດ, ກໍຄືບັນດາຄຳແນະນຳຂອງທ່ານໝໍ. ເລື່ອງຄຸ້ມຄອງເຈ້ຍດັ່ງກ່າວໄດ້ເຮັດໃຫ້ຂ້າພະເຈົ້າມັກລືມ ຫຼື ເຮັດເສຍ. ເລື່ອງນຳໃຊ້ເຕັກໂນໂລຊີເຂົ້າໃນການກວດ, ປິ່ນປົວພະຍາດຂອງ Med 247 ໄດ້ແກ້ໄຂຈຸດອ່ອນນີ້ໄດ້ຄື: ບອກເວລາກິນຢາ, ຕິດຕາມປະຫວັດພະຍາດຂອງຄົນເຈັບ... ເມື່ອມີຄວາມຕ້ອງການ, ພຽງແຕ່ນຳໃຊ້ໂທລະສັບມືຖືເທົ່ານັ້ນ ທ່ານໝໍຄົນອື່ນໆກໍ່ກຳແໜ້ນໄດ້ອາການສຸຂະພາບຂອງຄົນເຈັບແລ້ວ.”

        ເລື່ອງນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນວຽກງານເບິ່ງແຍງ, ສົ່ງເສີມສຸຂະພາບຢູ່ຫວຽດນາມ ທີ່ພວມມີບາດກ້າວພັດທະນາທີ່ສຳຄັນ, ສ້າງພື້ນຖານໃຫ້ແກ່ລະບົບສາທາລະນະສຸກແບບສະຫຼາດ ດ້ວຍ 3 ເສົາຄ້ຳຕົ້ນຕໍແມ່ນ ການປ້ອງກັນພະຍາດ ສົ່ງເສີມສຸຂະພາບແບບສະຫຼາດ, ກວດ, ປິ່ນປົວພະຍາດແບບສະຫຼາດ ແລະ ຄຸ້ມຄອງບໍລິການສາທາລະນະສຸກແບບສະຫຼາດ. ຕາມຂໍ້ສັງເກດຂອງນັກຊ່ຽວຊານຫຼາຍທ່ານແລ້ວ, ຕະຫຼາດສົ່ງເສີມສຸຂະພາບດີຈີຕອນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈະບັນລຸ 100 ຕື້ USD ໃນປີ 2020. ສະນັ້ນ, ຮູບແບບການເຄື່ອນໄຫວຄື Med 247 ແລະ ຫຼາຍຮາກຖານສາທາລະນະສຸກອື່ນໆ ຈະນັບມື້ນັບມີກາລະໂອກາດພັດທະນາຕື່ມອີກ, ພ້ອມທັງຊ່ວຍໃຫ້ປະຊາຊົນໄດ້ຊົມໃຊ້ບັນດາການບໍລິການສາທາລະນະສຸກທັນສະໄໝ ແລະ ມີເຕັກໂນໂລຊີສູງ.

ຕອບກັບ

ຂ່າວ/ບົດ​ອື່ນ