ແຂວງ ຊອກຈັງ ຊ່ວຍເຫລືອ ຜູ້ທີ່ເຄີຍກະທຳຜິດແລ້ວກັບໃຈ ໄດ້ກັບຄືນເຊື່ອມຕົວເຂົ້າກັບວົງຄະນາຍາດ

(VOVWORLD) -ການຊ່ວຍເຫລືອຜູ້ທີ່ເຄີຍກະທຳຜິດພາຍຫລັງສິ້ນສຸດການປະຕິບັດຄຳຕັດສິນຈຳຄຸກ ໄດ້ກັບຄືນໄປເຊື່ອມຕົວເຂົ້າກັບວົງຄະນາຍາດ ນັ້ນແມ່ນຄວາມຮັບຜິດຊອບຂອງທົ່ວສັງຄົມ. ແຂວງ ຊອກຈັງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນ ທີ່ປະຕິບັດວຽກງານນີ້ໄດ້ເປັນຢ່າງດີ, ຊ່ວຍໃຫ້ຜູ້ທີ່ເຄີຍກະທຳຜິດ ແລ້ວກັບໃຈ, ສ້າງຊີວິດຄືນໃໝ່, ກາຍເປັນຜູ້ທີ່ເປັນປະໂຫຍດຕໍ່ສັງຄົມ.

ແຂວງ ຊອກຈັງ ຊ່ວຍເຫລືອ ຜູ້ທີ່ເຄີຍກະທຳຜິດແລ້ວກັບໃຈ ໄດ້ກັບຄືນເຊື່ອມຕົວເຂົ້າກັບວົງຄະນາຍາດ - ảnh 1ນັກໂທດ ຢູ່ ຄຸກກັກຂັງ ເມືອງໝີຕູ ແຂວງຊອກຈັງ. 

ອ້າຍ ເຈີນອຸດແອມ ຢູ່ຕາແສງ ລິກໂຮ້ຍເທຶ້ອງ ເມືອງ ເຈີນເດ່ ຖືກສານຕັດສິນຈຳຄຸກ 36 ເດືອນ ຍ້ອນລະເມີດກົດໝາຍ, ແຕ່ຍ້ອນມີການດັດສ້າງດີ ຈິ່ງຫຼຸດລົງຈຳຄຸກພຽງແຕ່ 30 ເດືອນ. ພາຍຫຼັງສິ້ນສຸດການປະຕິບັດຄຳຕັດສິນຂອງສານ, ກັບຄືນເມືອທ້ອງຖິ່ນ, ລາວໄດ້ຮັບການຊ່ວຍເຫຼືອຈາກທຸກຂັ້ນ, ຂະແຫນງການຂອງທ້ອງຖິ່ນ, ໂດຍສະເພາະແມ່ນຕຳຫຼວດຕາແສງ, ຍ້ອນມີຄວາມມານະພະຍາຍາມໃນການອອກແຮງງານ, ທຳມາຫາກິນ, ສະນັ້ນ ຊີວິດຄອບຄົວຂອງອ້າຍ ກໍ່ມີຄວາມເປັນປົກກະຕິ. ອ້າຍ ເຈີ່ນອຸດແອມ ເລົ່າສູ່ຟັງວ່າ:

ປະຈຸບັນ ຂ້າພະເຈົ້າເຝົ້າ ໜອງກຸ້ງ. ໃນປີນຶ່ງ ຮັບຈ້າງເຝົ້າ ຫນອງກຸ້ງ 2 ລະດູການ. ເງິນເດືອນທີ່ໄດ້ຮັບແມ່ນ 8 ລ້ານ/ເດືອນ, ເລື່ອງກິນຢູ່ ແມ່ນນາຍຈ້າງຮັບຜິດຊອບ. ຂ້າພະເຈົ້າຫາກໍ່ຊື້ລົດບັນທຸກຂົນສົ່ງຫີນ, ຊາຍ ແລະ ວັດສະດຸກໍ່ສ້າງ. ໃຜຈ້າງເຮັດຫຍັງກໍ ເຮັດໝົດທັງຜົວເມຍກໍ່ດຸໝັ່ນທຳມາຫາກິນ, ປຸກສ້າງເຮືອນໄດ້ 3 ປີແລ້ວ.  ຜົວເມຍກໍ່ສືບຕໍ່ພະຍາຍາມດຸໝັ່ນເຮັດວຽກເພື່ອລ້ຽງລູກ, ໃຫ້ລູກໄດ້ໄປໂຮງຮຽນ,   ຊີວິດການເປັນຢູ່ກໍໄດ້ປັບປຸງດີຂຶ້ນກ່ວາເກົ່າ.

ກໍເຊັ່ນດຽວກັນກັບ ອ້າຍ ເຈີນອຸດແອມ, ຮວິ່ງມີງຮວ່າງ ກໍ່ໄດ້ສິ້ນສຸດການປະຕິບັດຄຳຕັດສິນຂອງສານແມ່ນຈຳຄຸກ 8 ປີຢູ່ ຄຸກ ກາຍເຕົ່າ, ແຂວງ ກາເມົາ ເມື່ອໄດ້ກັບຄືນມາທ້ອງຖິ່ນ ໂດຍໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫລືອຈາກອຳນາດການປົກຄອງ ສະນັ້ນ ອ້າຍກໍ່ໄດ້ກັບຄືນເຊື່ອມຕົວກັບວົງຄະນາຍາດ. ອ້າຍ ຮວິ່ງມີງຮວ່າງ ໃຫ້ຮູ້ວ່າ:

        ຂ້າພະເຈົ້າ ໄດ້ກູ້ຢຶມເງິນຈຳນວນ 50 ລ້ານດົ່ງ (1,500 USD) ຈາກທະນາຄານ ນະໂຍບາຍ ເພື່ອທຳມາຫາກິນ. ປູກຕົ້ນໝາກສີດາໄດ້ 1,000 ຕົ້ນ, ເກັບກູ້ໄດ້ຕະຫລອດປີຕົ້ນໃຫຍ່ ແລະ ຕົ້ນນ້ອຍປ່ຽນກັນໃຫ້ໝາກ, ລວມລາຍຮັບແມ່ນ 30 ລ້ານດົ່ງ/ປີ (ກວ່າ 1,200 USD/ປີ). ໃນປີ 2020, ຂ້າພະເຈົ້າໄດ້ປູກຕົ້ນໝາກສີດາ, ກ່ອນນີ້ ຂ້າພະເຈົ້າເຮັດນາ.

ພ້ອມກັບຄວາມມີສະຕິຕື່ນຕົວ, ການກັບຄືນສູ່ຄວາມເປັນປົກກະຕິຂອງຜູ້ທີ່ເຄີຍກະທຳຜິດ, ບັນດາອົງການຈັດຕັ້ງມະຫາຊົນໄດ້ມີການພົບປະ, ຮັບຟັງຄວາມຄິດເຫັນຂອງຜູ້ທີ່ໄດ້ສິ້ນສຸດການປະຕິບັດໂທດຈຳຄຸກ ເພື່ອໃຫ້ຄຳແນະນຳ, ຄຳປືກສາ, ສອນວິຊາຊີບ, ແກ້ໄຂວຽກເຮັດງານທຳໃຫ້ເຂົາເຈົ້າ. ອຳນາດການປົກຄອງທ້ອງຖິ່ນກໍ່ຈັດຕັ້ງການຢ້ຽມຢາມ, ໃຫ້ກຳລັງໃຈ, ຊ່ວຍເຫຼືອເຂົາເຈົ້າໃຫ້ມີຄວາມໝັ້ນໃຈໃນການສ້າງຊີວິດຄືນໃໝ່. ພັນຕີ ແທງກວກທິ, ຫົວໜ້າຕຳຫຼວດຕາແສງ ລີກໂຮ້ຍເທື້ອງ, ເມືອງ ເຈີ່ນເດ່, ແຂວງ ຊອກຈັງ ໃຫ້ຮູ້ວ່າ:

“ອຳນາດການປົກຄອງທ້ອງຖິ່ນມີຄວາມເອົາໃຈໃສ່ ຊ່ວຍເຫຼືອຜູ້ທີ່ເຄີຍກະທຳຜິດ ກັບຄືນເຊື່ອມຕົວກັບວົງຄະນາຍາດ, ບໍ່ພຽງແຕ່ແມ່ນກໍລະນີອ້າຍ ເຈີ່ນອຸດແອມ. ທະນາຄານຍັງມີການໜູນຊ່ວຍເງິນກູ້ທະນາຄານ, ເງິນກູ້ເພື່ອເຮັດທຸລະກິດ ທຳການຜະລິດ, ການຄ້າຂາຍ, ລ້ຽງສັດ, ປູກຝັງ...”.

ແຂວງ ຊອກຈັງ ຊ່ວຍເຫລືອ ຜູ້ທີ່ເຄີຍກະທຳຜິດແລ້ວກັບໃຈ ໄດ້ກັບຄືນເຊື່ອມຕົວເຂົ້າກັບວົງຄະນາຍາດ - ảnh 2ພັນໂທ ແທກກວັກທີ ລົງຢ້ຽມຢາມແລະໂອ້ລົມກັບ ຜົວເມຍ ອ້າຍ ເຈີນອຸດແອມ.

ອຳນາດການປົກຄອງທຸກຂັ້ນ ແລະ ກຳລັງທີ່ມີຫນ້າທີ່ຮັບຜິດຊອບ ກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການສ້າງ ແລະ ທະວີຄູນບັນດາຮູບແບບການກັບຄືນເຊື່ອມຕົວເຂົ້າກັບວົງຄະນາຍາດ. ພັນໂທ ຫງວຽນແທງຖູ່ຍ, ຫົວຫນ້າຕຳຫລວດ ຕາແສງ ເທີຍອານໂຮ້ຍ ເມືອງ ເກແຊັກ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າ ໂຄສະນາກົດໝາຍໃຫ້ແກ່ບັນດາຜູ້ທີ່ຫາກໍ່ໄດ້ຮັບການປ່ອຍຕົວອອກຈາກຄຸກ ເພື່ອໃຫ້ເຂົາເຈົ້າສາມາດກຳໄດ້. ພ້ອມກັນນັ້ນ ເຂົາເຈົ້າກໍ່ຕ້ອງໃຫ້ສັນຍາຈະບໍ່ລະເມີດກົດໝາຍອີກ. ແຕ່ລະເດືອນ ກໍ່ມີການຕີລາຄາກ່ຽວກັບເຂົາເຈົ້າ.

ດ້ວຍຄວາມເອົາໃຈໃສ່, ການແບ່ງປັນຂອງອຳນາດການປົກຄອງແຂວງ ຊອກຈັງ, ບັນດາຜູ້ທີ່ເຄີຍຫຼົງກະທຳຜິດ ລ້ວນແຕ່ມີບ່ອນອີງເພື່ອທຳມາຫາກິນ, ເຊື່ອມຕົວເຂົ້າກັບວົງຄະນາຍາດ. ເຂົາເຈົ້າມີຄວາມໝັ້ນໃຈ, ມີກຳລັງຫນູນຕື່ມອີກເພື່ອກັບຄືນໄປຢູ່ນຳຄອບຄົວ ແລະ ສ້າງຊີວິດຄືນໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ