English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

15°C - 28°C

ການ​ທ່ອງ​ທ່ຽວ​ລາວ​ມີ​ການ​ເຕີບ​ໂຕ​ຢ່າງ​ກະ​ໂດດ​ຂັ້ນ

(VOVWORLD) - ຂະແໜງການທ່ອງທ່ຽວພວມມີການພັດທະນາໂດຍໄວ, ຕໍ່ເນື່ອງ ແລະ ກາຍເປັນຂະແໜງຫຼັກແຫຼ່ງທີ່ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການພັດທະນາເສດຖະກິດຂອງຫຼາຍປະເທດໃນໂລກ, ໃນນັ້ນມີປະເທດ ສປປ.ລາວ. ລັດຖະບານ ລາວ ຖືການທ່ອງທ່ຽວແມ່ນຂະແໜງເສດຖະກິດປາຍແຫຼມ, ກະຕຸກຊຸກຍູ້ລະບົບຂະແໜງ ພັດທະນາ ພ້ອມທັງຜ່ານນັ້ນເພື່ອສ້າງວຽກເຮັດງານທຳ ແລະ ມີແຫຼ່ງລາຍຮັບຕື່ມອີກ ເພື່ອນຳມາເຊິ່ງແຫຼ່ງເງິນຕາຕ່າງປະເທດໃຫ້ແກ່ລາວ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດຢ່າງໝັ້ນຄົງເຂັ້ມແຂງ.



ການ​ທ່ອງ​ທ່ຽວ​ລາວ​ມີ​ການ​ເຕີບ​ໂຕ​ຢ່າງ​ກະ​ໂດດ​ຂັ້ນ - ảnh 1ພາບປະກອບ: VOV

ປີ 2024, ລາວຜັນຂະຫຍາຍ “ປີທ່ອງທ່ຽວ ລາວ 2024” ໃນທົ່ວປະເທດດ້ວຍຄຳຂວັນ “ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ”, ຜ່ານນັ້ນ ກໍ່ໄດ້ດຶງດູດແຂກທ່ອງທ່ຽວກ່ວາ 8.000.000 ເທື່ອຄົນ, ລວມມີແຂກພາຍໃນປະເທດ ກ່ວາ 3.900.000 ເທື່ອຄົນ ແລະ ແຂກທ່ອງທ່ຽວສາກົນ ກ່ວາ 4.000.000 ເທື່ອຄົນ. ລາຍຮັບມາຈາກການທ່ອງທ່ຽວບັນລຸກ່ວາ 1,7 ຕື້ USD, ລື່ນກາຍຄາດໝາຍທີ່ໄດ້ວາງອອກ. ທ່ານຮອງນາຍົກລັດຖະມົນຕີລາວ ກິແກ້ວ ໄຂຄຳພິທູນ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ໃຫ້ຮູ້ວ່າ:

 ເພື່ອບັນລຸໄດ້ບັນດາຜົນສຳເລັດນັ້ນ, ລາວ ໄດ້ມີຫຼາຍການປ່ຽນແປງກ່ຽວກັບນະໂຍບາຍວີຊາ, ວິທີການໂຄສະນາເຜີຍແຜ່ພາບພົດຂອງປະເທດຊາດ ກໍ່ຄືວິທີການດຳເນີນການເຄື່ອນໄຫວທ່ອງທ່ຽວ. ກ່ຽວກັບນະໂຍບາຍວີຊາ, ລາວໄດ້ປ່ຽນແປງຫຼາຍເນື້ອໃນເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວ ໃນນັ້ນຕ້ອງເວົ້າເຖິງບາງນະໂຍບາຍວິຊາເພື່ອດຶງດູດແຂກທ່ອງທ່ຽວທີ່ມາຈາກທົ່ວທຸກບ່ອນໃນໂລກຄື: ເພີ່ມເວລາພັກເຊົາຢູ່ລາວ ສຳລັບແຂກທ່ອງທ່ຽວທີ່ມາຈາກບັນດາປະເທດຄື: ອົດສະຕາລີ, ນິວຊີແລນ, ອາເມລິກາ, ການາດາ, ໂອຕາລິດ, ແບນຊິກ, ແດນມາກ, ແຟງລັງ, ຝລັ່ງ, ເຢຍລະມັນ, ເອຢິບ, ອຽນລັງ…

ກ່ຽວກັບການໂຄສະນາເຜີຍແຜ່, ລັດຖະບານ ແລະ ບັນດາອົງການທ່ອງທ່ຽວ ລາວ ໄດ້ໝູນໃຊ້ບັນດາພື້ນຖານສື່ສັງຄົມອອນໄລຄື: Facebook, Instagram, TikTok ແລະ YouTube ເພື່ອແນະນຳທິວທັດທຳມະຊາດທີ່ສວຍງາມ, ວັດທະນະທຳ ແລະ ອາຫານການກິນຂອງປະເທດ, ສະໜອງຂໍ້ມູນລະອຽດກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ, ວັນບຸນ ແລະ ການເຄື່ອນໄຫວທ່ອງທ່ຽວ. ນອກຈາກນັ້ນ ລັດຖະບານ ລາວ ຍັງເປັນເຈົ້າການຮ່ວມມືກັບບັນດາບໍລິສັດການບິນເພື່ອເປີດບັນດາເສັ້ນທາງສາຍການບິນຕື່ມອີກ, ພິເສດແມ່ນເຊື່ອມຕໍ່ກັບບັນດາປະເທດບ້ານໃກ້ເຮືອນຄຽງຄື: ໄທ, ຫວຽດນາມ, ຈີນ, ສົ່ງເສີມບັນດາບໍລິສັດທ່ອງທ່ຽວຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງປະເທດຊາດ. ທ່ານ ອີມມານ ປານິດ ປະທານສະມາຄົມການທ່ອງທ່ຽວນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ:

 ໄປຄຽງຄູ່ກັນນັ້ນ, ການທ່ອງທ່ຽວໄດ້ປະກອບສ່ວນສຳຄັນເຂົ້າໃນການແກ້ໄຂວຽກເຮັດງານທຳໃຫ້ແກ່ສັງຄົມ, ສ້າງລາຍຮັບ, ສົ່ງເສີມບັນດາວິສາຫະກິດທ່ອງທ່ຽວ, ວິສາຫະກິດທີ່ກ່ຽວຂ້ອງ, ການຜະລິດກະສິກຳ, ເຄື່ອງຫັດຖະກຳ ກາຍເປັນຜະລິດຕະພັນສະໜອງໃຫ້ແກ່ແຂກທ່ອງທ່ຽວ, ເພີ່ມທະວີການຮ່ວມມື, ການເຂົ້າຮ່ວມຂອງປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາແຫຼ່ງຊັບພະຍາກອນທ່ອງທ່ຽວຕາມທິດຍືນຍົງ, ພິເສດແມ່ນພັດທະນາການທ່ອງທ່ຽວວັດທະນະທຳ, ທຳມະຊາດ, ປະຫວັດສາດ, ກະສິກຳ, ນຳການທ່ອງທ່ຽວກາຍເປັນໜ້າທີ່ລວມຂອງທຸກຂະແໜງການ, ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໃນທົ່ວປະເທດ. ທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ໃຫ້ຮູ້ຕື່ມອີກວ່າ:
 

ກ່ຽວກັບການກຳນົດທິດຂອງແຜນການ 2025, ລັດຖະບານລາວ ຈະສຸມໃສ່ປັບປຸງບັນດາເສັ້ນທາງໄປຍັງເຂດທ່ອງທ່ຽວ ແລະ ບັນດາຮາກຖານທ່ອງທ່ຽວ, ການຄົມມະນາຄົມເພື່ອຮັບໃຊ້ແຂກທ່ອງທ່ຽວໃຫ້ມີຄວາມສະດວກ, ປອດໄພ, ປະທັບໃຈ ແລະ ບັນລຸມາດຕະຖານ; ສົ່ງເສີມບັນດາຜູ້ພັດທະນາສະຖານທີ່ທ່ອງທ່ຽວປັບປຸງການເຄື່ອນໄຫວ ແລະ ການບໍລິການທ່ອງທ່ຽວເພື່ອໃຫ້ມີຫຼາຍຮູບຫຼາຍແບບກ່ວາ ດ້ວຍວິທີການດຶງດູດປະຊາຄົມທ້ອງຖິ່ນ ແລະ ເຂດເອກະຊົນເຂົ້າຮ່ວມດ້ວຍບັນດາບົດຮຽນປະສົບການທີ່ອຸດົມສົມບູນ, ສືບຕໍ່ຍົກສູງຄຸນນະພາບ ແລະ ມາດຕະການການບໍລິການຂອງບັນດາວິສາຫະກິດທ່ອງທ່ຽວໃນທົ່ວປະເທດ, ສຸມໃສ່ຕີລາຄາ ແລະ ຢັ້ງຢືນມາດຖານການທ່ອງທ່ຽວ ອາຊຽນ ແລະ ມາດຖານການທ່ອງທ່ຽວ ລາວ ເພື່ອຮັບປະກັນໃຫ້ແຂກທ່ອງທ່ຽວມີການທ່ອງທ່ຽວທີ່ເປັນໜ້າຈົດຈຳ ແລະ ປອດໄພ. ທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ແບ່ງປັນວ່າ:

 ປີ 2025, ລັດຖະບານລາວ ໄດ້ຕັ້ງຄາດໝາຍຈະຕ້ອນຮັບແຂກທ່ອງທ່ຽວສາກົນ ກ່ວາ 4,3 ລ້ານເທື່ອຄົນ, ອາດເວົ້າໄດ້ວ່າຄາດໝາຍນີ້ສູງກ່ວາຕົວເລກ 4,1 ລ້ານເທື່ອຄົນຂອງປີ 2024, ນຳມາເຊິ່ງລາຍຮັບປະມານ 1 ຕື້ USD. ພ້ອມກັນນັ້ນ, ການທ່ອງທ່ຽວພາຍໃນປະເທດກໍ່ໄດ້ຮັບຄວາມເອົາໃຈໃສ່ ດ້ວຍຄາດຫວັງຢ່າງໜ້ອຍສຸດຈະມີແຂກທ່ອງທ່ຽວພາຍໃນປະເທດ 4,1 ລ້ານເທື່ອຄົນ, ສ້າງລາຍຮັບກ່ວາ 678.000.000 USD, ດ້ວຍເວລາພັກເຊົາສະເລ່ຍ 3 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ