(VOVWORLD) - ຜ່ານການເວລາ, ວາດຟ້ອນນີ້ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນວັດທະນະທຳຂອງ ລາວ.
(ລາຍການຟ້ອນລຳວົງ) |
ວາດຟ້ອນລຳວົງຂອງ ລາວ, ບໍ່ພຽງແຕ່ສ່ອງແສງເຖິງການດຳລົງຊີວິດ, ຈິດໃຈສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນ ລາວ ເທົ່ານັ້ນ, ຫາກຍັງແມ່ນວັດທະນະທຳມ່ວນຊື່ນ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ເຂດດິນແດນທີ່ປະຊາຊົນ ລາວ ພວມດຳລົງຊີວິດ. ຜ່ານການເວລາ, ວາດຟ້ອນລຳວົງ ໄດ້ກາຍເປັນຮູບແບບສິລະປະອ່ອນຫວານ, ມີສັນຍາລັກໂດດເດັ່ນ, ປະຈຸບັນແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ໃນວັດທະນະທຳຂອງ ລາວ. ທ້າຍປີ 2024 ຜ່ານມາ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຮັບຮອງເອົາວາດຟ້ອນນີ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຢ່າງເປັນທາງການ.
ວາດຟ້ອມລຳວົງ ມີຕົ້ນກຳເນີດຈາກຊຸມຊົນເຂດຊົນນະບົດ ລາວ, ເພື່ອສະເຫຼີມສະຫຼອງລະດູການເກັບກ່ຽວ. ຜ່ານການເວລາ, ວາດຟ້ອນນີ້ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນວັດທະນະທຳຂອງ ລາວ. ຟ້ອນລຳວົງ ລວມມີຫຼາຍວາດຟ້ອນທີ່ແຕກຕ່າງກັນ, ຄື: ຟ້ອນລຳຄອນສະຫວັນ, ລຳມະຫາໄຊ, ລຳຕັ່ງຫວາຍ, ຂັບຊຽງຂວາງ, ຂັບຊຳເໜືອ…
ຟ້ອນລຳວົງສາມາດເຂົ້າໃຈໄດ້ວ່າແມ່ນ “ຂັບຮ້ອງຟ້ອນຕາມຮູບວົງມົນ”, ເມື່ອເຄື່ອນຍ້າຍຈະໄປທາງກົງກັນຂ້າມກັບເຂັມໂມງ. ບັນດາຈັງຫວະຕົ້ນຕໍຂອງແມ່ຍິງຈະແມ່ນກ້ຽວແອນມື, ນີ້ວໂປ ແລະ ນີ້ວຊີ້ຈັບກີບໃສ່ກັນ, ສ່ວນນີ້ວອື່ນຈະແອນກົ່ງ ແລະ ແບກວ້າງອອກ. ສ່ວນຕີນແມ່ນ ກ້າວໄປສາມບາດແລ້ວຖອຍໜຶ່ງບາດ, ໄປຕາມຮູບວົງມົນພ້ອມກັບທຸກຄົນ. ສ່ວນສຳລັບຜູ້ຊາຍຈະຢ່າງຊ້າກວ່າ, ຮັບຟັງສຽງເພງ, ສຽງດົນຕີເພື່ອ “ປັບຕົວ” ໃຫ້ເຂົ້າກັບຈັງຫວະວາດຟ້ອນ. ແຕ່ລະຄົນຈະມີການສະແດງພອນສະຫວັນຂອງຕົນທີ່ແຕກຕ່າງກັນ, ສະນັ້ນ, ຮອບຟ້ອນລຳວົງຈະມີຫຼາຍຮູບຫຼາຍແບບ. ນາງ ຈິດລັດດາ ຈຳປາພັນ, ຜູ້ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ນະຄອນຫຼວງ ວຽງຈັນ, ແບ່ງປັນວ່າ:
(ນາງ ຈິດລັດດາ ຈຳປາພັນ)
(ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ) |
ທ້າຍປີ 2024 ຜ່ານມາ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຈົດຊື່ວາດຟ້ອນລຳວົງຂອງ ລາວ ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ. ເນື່ອງໃນໂອກາດນີ້ິ້, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ລາວ ບັນດາເຜົ່າ, ສະແດງຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈຕໍ່ເລື່ອງ UNESCO ຮັບຮອງເອົາວາດຟ້ອນລຳວົງຂອງ ລາວ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ.
(ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ)
ຢູ່ປະເທດດອກຈຳປາ, ນັບແຕ່ເດັກນ້ອຍໄປເຖິງຜູ້ເຖົ້າຜູ້ແກ່, ຜູ້ໃດກໍ່ຮູ້ຟ້ອນລຳວົງ, ທັງໝົດແມ່ນໄດ້ຮຽນມາຈາກຄວາມເບີກບ່ານມ່ວນຊື່ນລວມ ກາຍເປັນຄວາມຊິນເຄີຍ, ພຽງແຕ່ຮັບຟັງສຽງດົນຕີແມ່ນສາມາດຟ້ອນລຳວົງໄດ້ເລີຍ. ຟ້ອນລຳວົງໄດ້ກາຍເປັນໜຶ່ງໃນບັນດາຄວາມຕ້ອງການໃນການດຳລົງຊີວິດທາງດ້ານວັດທະນະທຳຂອງຊາດ ລາວ, ເຊີດຊູຄວາມງາມຂອງບັນດາຍິງສາວ ລາວ, ແມ່ຍິງບັນດາເຜົ່າ ລາວ. ແມ່ນນີ້ບໍ່ພຽງແຕ່ແມ່ນຮູບແບບບັນເທິງເທົ່ານັ້ນ, ຫາກຍັງແມ່ນວິທີທີ່ປະຊາຊົນ ລາວ ສະແດງຄວາມສາມັກຄີ, ຈິດໃຈຮັກແພງແຂກຄົນ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ປະຊາຄົມຢູ່ພາຍໃນປະເທດ, ໃນບັນດາການເຄື່ອນໄຫວພົບປະແລກປ່ຽນສາກົນອີກດ້ວຍ, ພິເສດແມ່ນໃນບັນດາການພົບປະແລກປ່ຽນມິດຕະພາບກັບ ຫວຽດນາມ.
(ທ້າວ ບຸຍຕວັນງອັກ ຢືນຢູ່ກາງ) |
ໂດຍເປັນຜູ້ເຮັດວຽກໃນຂົງເຂດສິລະປະ, ທ້າວ ບຸຍຕວັນງອັກ, ກໍ່ມີໂອກາດເຂົ້າຮ່ວມຫຼາຍເຫດການພົບປະແລກປ່ຽນລະຫວ່າງ 2 ປະເທດ ຫວຽດນາມ - ລາວ, ຕວັນງອັກ, ແບ່ງປັນວ່າ:
“ໂດຍເປັນຜູ້ທີ່ເຄີຍໄປປະຕິບັດງານຢູ່ ລາວ ເປັນຫຼາຍຄັ້ງ, ຂ້າພະເຈົ້າມີໂອກາດໄດ້ພົບປະແລກປ່ຽນ, ຮໍ່າຮຽນກັບເພື່ອນ ລາວ ຫຼາຍຄົນ. ພິເສດ, ເມື່ອຂ້າພະເຈົ້າເຂົ້າຮ່ວມການຟ້ອນລຳວົງ, ຂ້າພະເຈົ້າຮູ້ສຶກວ່າ, ວາດຟ້ອນນີ້ມີຄວາມເປັນເອກະລັກສະເພາະທີ່ສຸດ. ຜ່ານນີ້, ຂ້າພະເຈົ້າເຫັນໄດ້ຈິດໃຈສາມັກຄີ, ຄວາມຮັກແພງແຂກຄົນ ແລະ ມີຄວາມໝາຍຢ່າງເລິກເຊິ່ງໃນວາດຟ້ອນນີ້. ຂ້າພະເຈົ້າໄດ້ຮູ້ວ່າ, ຟ້ອນລຳວົງມີຫຼາຍຮູບແບບແຕກຕ່າງກັນ, ມີວາດຟ້ອນຂອງແຕ່ລະເຂດພາກ, ຄື: ສາລາວັນ, ຟ້ອນລຳວົງແມ່ນສຸມໃສ່ຈັງຫວະການໃຊ້ມື, ຂາທີ່ອ່ອນຊ້ອຍ. ຂ້າພະເຈົ້າຄິດວ່າ, ຖ້າຫາກມາປະເທດ ລາວ ແລ້ວ, ບໍ່ເຂົ້າຮ່ວມການຟ້ອນລຳວົງ, ບໍ່ເຂົ້າຮ່ວມພິທີບາສີສູ່ຂວັນ ແມ່ນຍັງບໍ່ທັນມາຮອດ ລາວ ເທື່ອ”.
ການດຳລົງຊີວິດຂອງປະຊາຊົນ ລາວ ເບິ່ງຄືວ່າແມ່ນລຽບງ່າຍ, ແຕ່ໃນພື້ນຖານວັດທະນະທຳ, ໃນຈິດໃຈຂອງເຂົາເຈົ້າ ພັດຊື່ຕົງ, ຟົດຟື້ນ, ມີຄວາມສຸດຈິດສຸດໃຈ ແລະ ພິເສດເຂົາເຈົ້າມັກຮ້ອງເພງ, ຟ້ອນ. ສະນັ້ນ, ບໍ່ແມ່ນມີແຕ່ຢູ່ໃນໂອກາດງານບຸນ, ບຸນປີໃໝ່ເຂົາເຈົ້າຈຶ່ງຂັບຮ້ອງ, ຟ້ອນເທົ່ານັ້ນ, ຫາກຍັງຢູ່ແຫ່ງໃດ ເມື່ອມີສຽງດົນຕີດັງຂຶ້ນເຂົາເຈົ້າໄດ້ເຊີນກັນເຂົ້າຟ້ອນລຳວົງ. ເລື່ອງອົງການ UNESCO ຮັບຮອງເອົາວາດຟ້ອນລຳວົງເປັນມໍລະດົກບໍ່ເປັນວັດຖຸຂອງມວນມະນຸດນັ້ນ ບໍ່ພຽງແຕ່ສ້າງຄວາມເປັນກຽດທີ່ສູງສົ່ງໃຫ້ແກ່ປະຊາຊົນ ລາວ ເທົ່ານັ້ນ, ຫາກຍັງສ້າງສະຕິຄວາມຮັບຮູ້, ຄວາມເຂົ້າໃຈທາງດ້ານວັດທະນະທຳ ແລະ ບັນດາມູນເຊື້ອອັນດີງາມຂອງປະຊາຊົນ ລາວ ບັນດາເຜົ່າທີ່ໄດ້ສືບທອດຜ່ານຫຼາຍລຸ້ນຄົນມາຮອດປະຈຸບັນ ອີກດ້ວຍ.