ຫວຽດນາມ ຮັບດຳລົງບົດບາດເປັນປະທານໝູນວຽນ ຄະນະກຳມະການ ອາຊຽນ ປະຈຳ Buenos Aires
(VOVWORLD) - ວັນທີ 19 ມີນາ, ທ່ານນາງ ໂງມິງງວຽດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ, ດ້ວຍຖານະເປັນປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳນະຄອນຫຼວງ Buenos Aires, ໄດ້ເປັນປະທານກອງປະຊຸມສະໄໝສາມັນຄັ້ງທີ 42 ຢູ່ສຳນັກງານສະຖານທູດ ຫວຽດນາມ.
(ພາບປະກອບ: chinhphu.vn) |
ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ພ້ອມດ້ວຍເອກອັກຄະລັດຖະທູດ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ເອກອັກຄະລັດຖະທູດ ໄທ ໄດ້ປຶກສາຫາລືກ່ຽວກັບແຜນການຄາດຄະເນຈະຜັນຂະຫຍາຍໃນໄລຍະຈະມາເຖິງ ແນໃສ່ສົ່ງເສີມ, ໂຄສະນາພາບພົດ ແລະ ທີ່ຕັ້ງຂອງບັນດາປະເທດ ອາຊຽນ ຢູ່ ອາກຊັງຕິນ. ບັນດາເອກອັກຄະລັດຖະທູດ ອາຊຽນ ກໍເຫັນດີຕໍ່ບັນດາຂໍ້ສະເໜີຂອງ ຫວຽດນາມ, ຊຸກຍູ້ການເຮັດວຽກກັບບັນດາອົງການອຳນາດການປົກຄອງ, ປະຊາຄົມວິສາຫະກິດເພື່ອຍູ້ແຮງການເຊື່ອມຕໍ່, ເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ - ການເມືອງ.
ໄປຄຽງຄູ່ກັບການຈັດບັນດາການເຄື່ອນໄຫວຂອງ ອາຊຽນ ຢ່າງເປັນທາງການຄື ເຫດການ ອາຊຽນ ຢູ່ ສະພາແຫ່ງຊາດ ອາກຊັງຕິນ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ກໍຈະເປັນປະທານບັນດາການເຄື່ອນໄຫວພົວພັນແລກປ່ຽນໃນວັນຄອບຄົວ ອາຊຽນ ຢູ່ນະຄອນຫຼວງ Buenos Aires ຂອງ ອາກຊັງຕິນ.