ຂະແໜງທ່ອງທ່ຽວແມ່ນໜຶ່ງໃນຈຳນວນ 4 ເສົາຄ້ຳຂອງພື້ນຖານເສດຖະກິດ ກຳປູເຈຍ, ພ້ອມກັບການສົ່ງອອກສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ; ກະສິກຳ; ການກໍ່ສ້າງ ແລະ ອະສັງຫາລິມະຊັບ. ພາຍຫຼັງຖືກຜົນສະທ້ອນຈາກພະຍາດໂຄວິດ - 19 ໃນໄລຍະຍາວ , ຂະແໜງການທ່ອງທ່ຽວ ກຳປູເຈຍ ພວມຮັບເອົາບັນດາສັນຍານຕັ້ງໜ້າຕໍ່ການຟື້ນຟູທີ່ໜ້າປະທັບໃຈ. ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ກຳປູເຈຍ ໃນປີ 2024 ບັນລຸ 6,7 ລ້ານເທື່ອຄົນ, ລື່ນກາຍລະດັບກ່ອນເກີດພະຍາດໂຄວິດ- 19. ປະຈຸບັນ, ຂະແໜງອຸດສາຫະກຳບໍ່ມີຄວັນຂອງປະເທດນີ້ ພວມມານະພະຍາຍາມຜັນຂະຫຍາຍບັນດາແຜນການໃໝ່, ເພື່ອເພີ່ມທະວີການແກ່ແຍ້ງສຳລັບແຂກທ່ອງທ່ຽວສາກົນ.
ບັນດາເຂດປູຊະນີຍະສະຖານເກົ່າແກ່, ກິດຈະກຳສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ, ທິວທັດທຳມະຊາດທີ່ເປັນຫຼາຍຮູບຫຼາຍແບບ ແລະ ພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະແມ່ນບັນດາທ່າແຮງຊ່ວຍໃຫ້ ກຳປູເຈຍ ດຶງດູດແຂກທ່ອງທ່ຽວສາກົນ. ບັນດາມໍລະດົກໂລກທີ່ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ຈົດຊື່, ຄື: ສວນສາທາລະນະບູຮານຄະດີ ອັງກໍວັດ, ເຂດວິຫານ Sambor Prei Kuk, ວິຫານ Preah Vihear ແລະ ເຂດວິຫານບູຮານຄະດີ Koh Ker, ລ້ວນແຕ່ແມ່ນບັນດາສະຖານທີ່ທີ່ມີຊື່ສຽງສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ແຂກທ່ອງທ່ຽວຍັງມີໂອກາດຄົ້ນຫາທິວທັດທຳມະຊາດທີ່ສວຍງາມ, ດ້ວຍບັນດາຫາດຊາຍທະເລທີ່ງາມຕາທີ່ສຸດ ພ້ອມກັບຝັ່ງທະເລທີ່ແກ່ຍາວຜ່ານ 4 ແຂວງ, ແມ່ນ: Preah Sihanouk, Kampot, Kep ແລະ Koh Kong.
“ຂ້າພະເຈົ້າເຫັນວ່າ ຢູ່ທີ່ນີ້ຍັງຮັກສາລັກສະນະ “ເໝືອນເດີມ” ຫຼາຍກວ່າສະຖານທີ່ອື່ນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຂ້າພະເຈົ້າເຄີຍໄປ ໄທ ແລະ ຢູ່ແຫ່ງນັ້ນກໍດີຄືກັນ, ແຕ່ຕາມຮູບແບບທ່ອງທ່ຽວທີ່ເປັນມືອາຊີບກວ່າ. ໃນຂະນະນັ້ນ, ເພື່ອນຈະຊອກຫາຄວາມຮູ້ສຶກທາງໃຈ ຫຼື ບັນດາຈຸດວັດທະນະທຳດັ້ງເດີມຂອງພື້ນທີ່ຕົວຈິງໄດ້ຍາກ, ນັ້ນແມ່ນສິ່ງທີ່ຂ້າພະເຈົ້າສາມາດເຫັນໄດ້ຢູ່ ກຳປູເຈຍ”.
“ນີ້ແມ່ນເທື່ອທີ 3 ທີ່ຂ້າພະເຈົ້າມາແຫ່ງນີ້ ແລະ ຂ້າພະເຈົ້າມັກຮັກແຫ່ງນີ້. ຢູ່ທີ່ນີ້, ຂ້າພະເຈົ້າຮູ້ສຶກມີຄວາມສະຫງົບສຸກ, ບໍ່ຕ້ອງເປັນຫ່ວງຕໍ່ສິ່ງໃດໝົດ. ຂ້າພະເຈົ້າມັກຮັກການຄົ້ນຫາບັນດາຮ້ານອາຫານ, ການພັກຜ່ອນຢ່ອນອາລົມຢູ່ແຄມຝັ່ງທະເລ Sihanoukville, ຫຼື ເດີນທາງໄປເກາະ Koh Rong. Siem Reap ກໍ່ສວຍງາມທີ່ສຸດ. ປະຊາຊົນຢູ່ແຫ່ງນີ້ເປັນມິດ, ອາຫານແຊບ ແລະ ມີຫຼາຍຮູບແບບ. ແຕ່ລະເທື່ອ, ເມື່ອຖາມຜູ້ໃດ, ເຂົາເຈົ້າກໍ່ສະແດງຄວາມຍີ້ມແຍ້ມແຈ່ມໄສເວົ້າກັບຂ້າພະເຈົ້າວ່າ “ຈົ່ງໄປບ່ອນນີ້, ລອງກິນເຍື່ອງອາຫານນີ້, ອາຫານນັ້ນ”.
ຕາມບົດລາຍງານຂອງກະຊວງທ່ອງທ່ຽວ ກຳປູເຈຍ ປະກາດ, ປີ 2024, ປະເທດນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 6,7 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 23% ເມື່ອທຽບໃສ່ປີ 2023, ສ້າງແຫຼ່ງລາຍຮັບ 3,63 ຕື້ USD, ເພີ່ມຂຶ້ນເກືອບ 18% ເມື່ອທຽບໃສ່ປີກ່ອນ. ໝາກຜົນດັ່ງກ່າວໄດ້ສ່ອງແສງປະສິດທິຜົນຂອງບັນດານະໂຍບາຍທີ່ ກຳປູເຈຍ ໄດ້ຜັນຂະຫຍາຍໃນໄລຍະຜ່ານມາ, ເພື່ອແນໃສ່ໂຄສະນາບັນດາສະຖານທີ່, ຜະລິດຕະພັນທ່ອງທ່ຽວທີ່ເປັນຫຼາຍຮູບຫຼາຍແບບ, ຍົກສູງການລົງຕົວຈິງໃຫ້ແກ່ແຂກທ່ອງທ່ຽວ. ກ່ອນນີ້, ກຳປູເຈຍ ໄດ້ຮັບຖືວ່າແມ່ນເໝາະສົມກັບບັນດາແຂກທ່ອງທ່ຽວແບບແບກກະເປົາເປ້, ລະດັບປານກາງ. ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ດ້ວຍການລົງທຶນຢ່າງແຮງຈາກພາກເອກະຊົນ, ປະເທດນີ້ພວມຄ່ອຍໆດຶງດູດເອົາແຂກທ່ອງທ່ຽວລະດັບສູງ ດ້ວຍຫຼາຍໂຮງແຮມ, ເຂດພັກຜ່ອນບຳລຸງສຸຂະພາບ, ແລະ ບັນດາການລົງຕົວຈິງລະດັບສາກົນຫຼາຍແຫ່ງ. ທ່ານນາງ Chhay Sivlin, ປະທານສະຫະສະມາຄົມບັນດາບໍລິສັດທ່ອງທ່ຽວ ກຳປູເຈຍ (CATA), ໃຫ້ຮູ້ວ່າ:
“ຄິດສະເລ່ຍ, ແຂກທ່ອງທ່ຽວສາກົນມາຢູ່ ກຳປູເຈຍ 5 ມື້ຈະມີລາຍຈ່າຍປະມານ 600 – 650 USD. ເຖິງຢ່າງໃດກໍ່ຕາມ, ມີຫຼາຍຄົນມີເງື່ອນໄຂກວ່າພ້ອມທີ່ຈະຈ່າຍຫຼາຍນັບພັນ USD ໃຫ້ແກ່ບັນດາການບໍລິການ 5 ດາວ. ນອກນັ້ນ, ແຂກທ່ອງທ່ຽວທີ່ມາຈາກພາກພື້ນ ອາຊີ - ປາຊີຟິກ ມີຄວາມຊິນເຄີຍຊື້ຂອງຕ້ອນທີ່ລະນຶກໃຫ້ແກ່ຍາດຕິພີ່ນ້ອງ, ເພື່ອນມິດ, ພິເສດແມ່ນແຂກທ່ອງທ່ຽວມາຈາກ ຈີນ. ຄິດສະເລ່ຍແຕ່ລະຄົນຈະຊື້ເຄື່ອງຂອງນັ້ນປະມານ 100 USD. ສະນັ້ນ, ພວກຂ້າພະເຈົ້າກໍ່ຍົກອອກມາດຕະການຊຸກຍູ້ການຜະລິດ, ຍົກສູງຄຸນນະພາບບັນດາຜະລິດຕະພັນຢູ່ພາຍໃນປະເທດ, ຄື: ເຄື່ອງຫັດຖະກຳ, ເຄື່ອງຕ່ຳແຜ່ນຕັດຫຍິບຈາກຜ້າໄໝ... ແມ່ນຈຸດທີ່ເປັນເອກະລັກສະເພາະຂອງ ກຳປູເຈຍ ເພື່ອສາມາດດຶງດູດແຂກທ່ອງທ່ຽວ”.
ປີ 2025, ກຳປູເຈຍ ໄດ້ວາງເປົ້າໝາຍດຶງດູດແຂກທ່ອງທ່ຽວສາກົນແຕ່ 7,2 – 7,5 ລ້ານເທື່ອຄົນ. ນັບແຕ່ຕົ້ນປີ, ຂະແໜງທ່ອງທ່ຽວຂອງປະເທດນີ້ໄດ້ປະຕິບັດບັນດາມາດຕະການເພື່ອກະຕຸ້ນການທ່ອງທ່ຽວ, ສ້າງຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວ, ຄື: ຫຼຸດລາຍຈ່າຍການອອກວີຊາເອເລັກໂຕນິກ (e-Visa) ສຳລັບວີຊາທ່ອງທ່ຽວ (T) ແລະ ວີຊາທຳມະດາ (E); ຜັນຂະຫຍາຍເຄື່ອງຂາຍປີ້ອັດຕະໂນມັດຢູ່ເຂດປະຊະນີຍະສະຖານ ອັງກໍ... ກະຊວງທ່ອງທ່ຽວ ກຳປູເຈຍ ກໍ່ຊຸກຍູ້ການຮ່ວມມືກັບບັນດາອົງການຜູ້ຕາງໜ້າຕ່າງປະເທດປະຈຳ ກຳປູເຈຍ, ບັນດາຄູ່ຮ່ວມມືພັດທະນາ ເພື່ອແນໃສ່ໂຄສະນາພາບພົດ “ປະເທດຂອງວັດທາດ” ແມ່ນສະຖານທີ່ທ່ອງທ່ຽວປອດໄພ, ອົບອຸ່ນ, ສີຂຽວ, ສະອາດ ແລະ ເປັນມິດ. ທ່ານນາງ Hun Dany, ໂຄສົກທັງເປັນລັດຖະມົນຕີກະຊວງທ່ອງທ່ຽວ ກຳປູເຈຍ, ເນັ້ນໜັກວ່າ:
“ທຳອິດ, ພວກຂ້າພະເຈົ້າຈະຍູ້ແຮງການໂຄສະນາການທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ເຊິ່ງແມ່ນສະຖານທີ່ເປັນມິດ ແລະ ປອດໄພ. ທີ 2, ເພີ່ມທະວີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຮັບໃຊ້ໃນຂະແໜງທ່ອງທ່ຽວ, ເພື່ອເຮັດແນວໃດໃຫ້ເຂົາເຈົ້າທັງມີຄວາມຮູ້, ທັກສະດ້ານວິຊາສະເພາະ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການ, ກໍຄືການແກ່ງແຍ້ງໃນຕະຫຼາດທ່ອງທ່ຽວ, ໄປທັດທຽມກັບການພັດທະນາເສດຖະກິດສັງຄົມເວົ້າລວມ ແລະ ຂະແໜງທ່ອງທ່ຽວເວົ້າສະເພາະ”.
ດ້ວຍຫຼາຍນະໂຍບາຍໃໝ່ ແລະ ການລົງທຶນຢ່າງແຮງນັ້ນ, ຂະແໜງທ່ອງທ່ຽວ ກຳປູເຈຍ ໄດ້ຕັ້ງຄວາມຫວັງສືບຕໍ່ບຸກທະລຸໃນໄລຍະຈະມາເຖິງ. ບັນດາສະຖານທີ່ຢ້ຽມຊົມ, ຈາກບັນດານະຄອນທີ່ຄຶກຄັກ ຕະຫຼອດຮອດເຂດຊົນນະບົດທີ່ສະຫງົບງຽບ, ແນ່ນອນວ່າ ຈະສ້າງການລົງຕົວຈິງທີ່ໜ້າຈົດຈຳໃນການເດີນທາງໄປຄົ້ນຫາ “ປະເທດວັດທາດ”.