ຄວາມຮູ້ສຶກຂອງຊາວໄທ ກັບ ອ່າວ ຮ້າລອງ.

(vovworld) - ສຳລັບຊາວ​ໄທ​ບາງ​ຄົນ​ແລ້ວ, ​ເມື່ອ​ໄປ​ທ່ອງ​ທ່ຽວຫລື​ປະຕິບັດ​ງານ​ຢູ່ ຫວຽດນາມໃນ​ແຕ່ລະ​ເທື່ອ, ສະຖານ​ທີ່​ທຳ​ອິດ​ທີ່​ເຂົາ​ເຈົ້າ​ເລ​ືອກ​ເຟັ້ນ​ແມ່ນ ອ່າວ​ຮ້າ​ລອງ. ເພາະວ່າ ອ່າວ​ຮ້າ​ລອງ​ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ຂອງ​ໂລກ 2 ຄັ້ງຈາກ​ອົງການ UNESCO ​ແລະ ຫວ່າງ​ແລ້ວ​ນີ້ ອົງການ New 7 Wonders ​ໄດ້ຄັດ​​ເລືອກ​ອ່າວ​ຮ້າ​ລອງ​ແມ່ນ​ຫນຶ່ງ​ໃນ 7 ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ໃຫມ່​ຂອງ​ໂລກ. ​

ຄວາມຮູ້ສຶກຂອງຊາວໄທ ກັບ ອ່າວ ຮ້າລອງ. - ảnh 1
ອ່າວ ຮ້າລອງ
ພາບ:antuongchaua.com.vn

        ນັກ​ຂ່າວ ບັນ​ດີດ ຣັດຈະ​ວັດທະນາ​ທະ​ດິນ ປະທານ​ກິ​ຕິ​ມະ​ສັກ ສະມາຄົມ​ນັກ​ຂ່າວ ອາ​ຊຽນ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າໄດ້​ມາ​ຢ້ຽມຢາມ ອ່າວ​ຮ້າ​ລອງ ເຖິງ 5 ຄັ້ງ​ແລ້ວ​ກໍ​ຕາມ ​ແຕ່ ຮ້າ​ລອງ ຍັງ​ຄົງ​ແມ່ນ​ສະຖານ​ທີ່​ທີ່ສ້າງຄວາມດູດ​ດື່ມໃຫ້ແກ່ທ່ານຢູ່. ປີ 1992 ​ແມ່ນ​ຄັ້ງ​ທຳ​ອິດທີ່​ທ່ານ​ມາ​ຢ້ຽມຢາມ ອ່າວ​ຮ້າ​ລອງ ພ້ອມ​ກັບ​ນັກ​ຂ່າວ​ອື່ນໆ 4 ທ່ານ​ທີ່​ມາ​ຈາກ ສິງກະ​ໂປ,         ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ​ແລະ ຟິລີບ​ປີນ. ​ໃນ​ເວລາ​ນັ້ນ ຢູ່ ຮ້າ​ລອງ ​ພຽງ​ແຕ່​ ມີກຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະມົງ​ເທົ່າ​ນັ້ນ ຫາກ​ບໍ່​ທັນ​ມີ​ກຳ​ປັ່ນ​ທ່ອງ​ທ່ຽວ​ທີ່ປະດັບ​ປະ​ດາ​ຢ່າງ​ສວຍ​ງາ​ມ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​​ເປັນ​ຈຳນວນ​ຫລວງຫລາຍ​ຄື​ປະຈຸ​ບັນ. ​​ໂດຍ​ໄດ້​ໄປ​ຢ້ຽມຢາມ​ຫລາຍ​ແຫ່ງ​ຢູ່​ໃນ​ໂລກ ​ແລະ ​ໄດ້​ຮັບ​ຊົມ​ມໍລະດົກ, ສິ່ງ​ມະຫັດສະຈັນ​ຫລາຍ​ແຫ່ງ ​ແຕ່​ສຳລັບ​ທ່ານ  ບັນ​ດີດ ​ແລ້ວ, ຮ້າ​ລອງ ຍາມ​ໃດ​ກໍ​ມີ​ຈຸດ​ດູດ​ດື່ມ​ສະ​ເພາະ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ຮັກສາ​ຄວາມ​ງາມ​ແບບ​ດັ້ງ​ເດີ່ມນັ້ນ, ຕາມ​ທ່ານ ບັນ​ດີດ ​ແລ້ວ, ຈຳ​ເປັນ​ຕ້ອງ​ມີ​ການ​ຮ່ວມ​ມື​ລະຫວ່າງ ລັດຖະບານ ​ແລະ ປະຊາຊົນ.

ສຽງ​ທ່ານ ບັນ​ດີດ


        ສຳລັບ​ທ່ານ​ນາງ ພອນ​ເພັນ ຮັນ​ຕະກຸນ ອະດີດ​ຄູ​ສອນ​ວິຊາ​ປະຫວັດສາດ, ຜູ້​ຊ່ຽວຊານ​ດ້ານ​ປະຫວັດສາດ ຫວຽດນາມ ສັງກັດ​ມະຫາວິທະຍາ​ໄລ​ວິຈິດ​ສິນ ​ໄທ ​ແລ້ວ, ອ່າວ​ຮ້າ​ລອງ ຍາມ​​ໃດ​ກໍ​ສ້າງຄວາມດູດ​ດື່ມໃຫ້ແກ່ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ພິ​ເສດ ສຳລັບ​ຜູ້​ທີ່​ນິຍົມ​ປະຫວັດສາດ ຫວຽດນາມ​ຄື​ທ່ານ​ນາງ:

ສຽງ​ທ່ານ​ນາງ ພອນ​ເພັນ
ຄວາມຮູ້ສຶກຂອງຊາວໄທ ກັບ ອ່າວ ຮ້າລອງ. - ảnh 2
ອ່າວ ຮ້າລອງ
ພາບ:internet

        ​ເຖິງ​ວ່າ​ເຂົາເຈົ້າແຕ່ລະຄົນ​ມີ​ຄວາມ​ຮູ​້ສຶກ​ແຕກ​ຕ່າງ​ກັນກໍຕາມ ​ແຕ່​ນັກ​ທ່ອງ​ທ່ຽວ ​ໄທ ມາ​ຢ້ຽມຢາມ​ອ່າວ​ຮ້າ​ລອງ ​ເກືອບທັງ​ໝົດນັ້ນ ລ້ວນ​ແຕ່​ຮູ້ສຶກວ່າ ອ່າວ​ຮ້າ​ລອງ​ມີ​ຄວາມ​ງາມ​ແບບ​ທຳມະຊາດ ​ແລະ ບັນຍາກາດ​ສະຫງົບ​ງຽບ. ນັກ​ປະພັນ ​ໄພ​ວະຣີນ ຂາວ​ງາມ ​ໃຫ້​ຮູ້​ວ່າ:

ສຽງ​ທ່ານ ​ໄພ​ວະຣີນ


        ຊາວ​ໄທ​ຫລາຍ​ຄົນ ພາຍຫລັງ​ໄປ​ຢ້ຽມຢາມ​ອ່າວ ຮ້າ​ລອງ ​ລ້ວນ​ແຕ່​ຖື​ວ່າ: ອ່າວ​ຮ້າ​ລອງ​ຂອງ ຫວຽດນາມ ​ແມ່ນ​ຄ້າຍຄື​ອ່າວ​ພາງງາ​ ຂອງ​ໄທ ພິ​ເສດ​ແມ່ນ​ທິວ​ທັດ​ທຳ​ມະ​ຊາດ​​ທີ່ໃຫຍ່​ໂຕ​ມະ​ໂຫຖານ ດ້ວຍ​​ໂງ່ນ​ຫີນ​ສູງຫລາຍ​ແຫ່ງ ປຽບເໝືອນ​ທາດ​ທີ່ຕັ້ງຢູ່ກາງ​ທະ​ເລ ​ແລະ ນ່ານຟ້າ.

 Kim Ngan

ຕອບກັບ

ຂ່າວ/ບົດ​ອື່ນ