ບົດຮຽນຂອງ ສິງກະໂປໃນການຮັບມືກັບຄວາມສ່ຽງຜິດປົກກະຕິ

(vovworld)- ​ໃນ​ສະພາບ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ໄພ​ທຳ​ມະ​ຊາດ, ​ໄພພິບັດ​ໄດ້​ເຮັດ​ໃຫ້ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຖືກ​ຢຸດ​ຕິ, ​ໃນ​ໄລຍະ​ຜ່ານ​ມາ ສິງກະ​ໂປ​ໄດ້​ມີ​ຫລາຍ​ມາດ​ຕະການ​ຊ່ວຍ​​ເຫລືອ​ບັນດາ​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ພັດທະນາ. ​ໃນ​ນັ້ນ ​ໂຄງການ“ຄຸ້ມ​ຄອງ​ປະສິດທິ​ພາບ​ການ​ເຄື່ອນ​ໄຫວ​ວິ​ສາ​ຫະກິດ” ຂອງ​ສິງກະ​ໂປ​ພວມ​​ແມ່ນ​ບັນຫາ​ທີ່​ບັນດາ​ປະ​ເທດ​ຄື: ​ໄທ, ຫວຽດນາມ, ຟິລິບ​ປີນ ມີ​ຄວາມສົນ​ໃຈ ​ແລະ ຖອດ​ຖອນ​ບົດຮຽນ. ​

        ພື້ນ​ຖານ​ເສດຖ​ະກິດ​ເປີດ​ໄດ້​ນຳ​ມາ​​ໃຫ້​ປະ​ເທດ​ສິງກະ​ໂປ​ຫລາຍ​ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ, ​ແຕ່​ກໍ​ເກີດ​ຄວາມ​ສ່ຽງ​ຫລາຍ​ຢ່າງ​ກ່ຽວ​ກັບຄວາມ​ປອດ​ໄພ​ຢູ່​ສຳນັກງານ​ເຮັດ​ວຽກ, ການ​ສະຫນອງ​ບໍລິການ​ຫລື​ຄວາມ​ສ່ຽງ​ຈາກ​ຝ່າຍ​ທີ 3. ວິ​ສາ​ຫະກິດ​ຈະ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ບັນດາ​ຄວາມ​ສ່ຽງ​ດັ່ງກ່າວ​ເມື່ອ​ໄພ​ທຳ​ມະ​ຊາດ ​ເກີດ​ຂຶ້ນ. ສະ​ນັ້ນ ​ໂຄງການ​ ຄຸ້ມ​ຄອງ​ປະສິດທິ​ພາບ​ການ​ເຄື່ອນ​ໄຫວ​ວິ​ສາ​ຫະກິດ” ຂອງ​ສິງກະ​ໂປ​ໄດ້​ຮັບ​ການ​ປະຕິບັດ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນດາ​ວິ​ສາ​ຫະກິດ​ກ່ຽວ​ກັບ​ການ​ສ້າງ​ແຜນການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ຮັບ​ມື​ກັບ​ບັນດາ​ຄວາມ​ສ່ຽງ​ໃນ​ວິວັດ​ການ​ເຄື່ອນ​ໄຫວ. ​ແຜນການ​ດັ່ງກ່າວ​ຕ້ອງ​ມີ​ການ​ຕີ​ລາຄາ​ສັງ​ລວມບັນດາ​ການ​ກະທົບ​ທີ່​ອາດ​ຈະ​ນາບ​ຂູ່​ເຖິງ​ວິວັດ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ, ຈາກ​ນັ້ນ ສ້າງ​ຕັ້ງ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ເຫດ, ສ້າງ​ວິທີ​ການ​ຮັບ​ມື​ເມື່ອ​ເກີດ​​ເຄາະ​ຮ້າຍ​ຢ່າງ​ມີ​ປະສິດທິ​ຜົນ ກໍ​ຄື​ວິທີ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ພາຍຫລັງ​ເກີດ​ເຄາະ​ຮ້າຍ​ຢ່າງ​ວ່ອງ​ໄວ​ທີ່​ສຸດ. ​ໂຄງການ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສິງກະ​ໂປ​ ຮັກສາ​ຊັບ​ສິນ, ພື້ນຖານ​ໂຄງ​ລ່າງ, ບັນ​ເທົາ​ຄວາມ​ເສຍ​ຫາຍ​ເທົ່າ​ນັ້ນ ຫາກ​ຍັງ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ, ​ເຮັດ​ໃຫ້​ວິ​ສາ​ຫະກິດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ອີກ​ດ້ວຍ. ທ່ານ Teiter Long, ຜູ້ອຳນວຍການ​ບໍລິຫານ​ບໍລິສັດ Land and Sea ​ໃຫ້​ຮູ້​ວ່າ:

        “​ເຖິງ​​ວ່າ​ບໍ່​ວ່າ​ສິ່ງ​​ໃດ​ເກີດ​ຂຶ້ນຄື ​ໄພພິບັດທຳ​ມະ​ຊາດຫລື​ວິ​ກິດ​ການ​ກໍ​ຕາມ ​ແຕ່​ບັນດາ​ບໍລິການ​ຂອງ​ພວກ​ຂ້າພະ​ເຈົ້າ​ຍັງ​​ສະຫນອງ​ເຖິງ​ຜູ້​ບໍລິ​​ໂພ​ກອຸປະ​ໂພ​ກ. ສຳລັບ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລ​ະກິດ​ຂອງ​ພວກ​ຂ້າພະ​ເຈົ້າ, ຫນັງສື​ຢັ້ງຢືນ​ຄຸ້ມ​ຄອງ​ປະສິດທິ​ພາບການ​ເຄື່ອນ​ໄຫວ​ແມ່ນ​ຄ້າຍຄື​ການ​ຮັບປະກັນ​ສຳລັບ​ລູກ​ຄ້າ.”

ບົດຮຽນຂອງ ສິງກະໂປໃນການຮັບມືກັບຄວາມສ່ຽງຜິດປົກກະຕິ - ảnh 1
ປະເທດສິງກະໂປ
ພາບ:internet

        ​ໂຄງການ​ຄຸ້ມ​ຄອງ​“ປະສິດທິ​ພາບ​ການ​ເຄື່ອນ​ໄຫວ​ວິ​ສາ​ຫະກິດ” ຂອງ​ສິງກະ​ໂປ​ໄດ້​ຮັບ​ການ​ປຸກລະດົມ​ນັບແຕ່​ປີ 2010 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ຫລາຍ​ຂະ​ແຫນງ​ດຳ​ເນີນ​ທຸລະ​ກິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ໂຄງການ​ໄດ້​ຮັບ​ການ​ຮັບຮອງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໃນ​ໄລຍະ​ຕົ້ນ​ແຫ່ງ​ການ​ປະຕິບັດ, ​ໂຄງການ “ຄຸ້ມ​ຄອງ​ປະສິດທິພາບ​ການ​ເຄື່ອນ​ໄຫວ​ວິ​ສາ​ຫະກິດ” ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​​ແມ່ນ​ຫນ້ອຍ. ຫນຶ່ງ​ໃນ​ຈຳນວນ​ນັ້ນ​ແມ່ນ​ວິ​ສາ​ຫະກິດ​ບໍ່​ຄິດ​ໄລ່​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ແຜນການ​ດຳ​ເນີນ​ທຸລະ​ກິດ​ໃນ​ການ​ຮັບ​ມື​ກັບ​​ຄວາມ​ສ່ຽງ​ຈາກ​​ໄພ​ພິບັດທຳ​ມະ​ຊາດ ​. ນອກ​ນັ້ນ  ຍາມ​ໃດບັນດາ​ວິ​ສາ​ຫະກິດກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດ ​ແລະ ບໍ່​ຢາກ​ຈ່າຍ​ເງິນ​​​​ໃຫ້​ແກ່​ການ​ຄົ້ນ​ຄ້ວາ, ຕີ​ລາຄາ ​ແລະ ສ້າງ​ແຜນການ​ນີ້. ທ່ານ Chu Giun Wa ຮອງ​ຜູ້ອຳນວຍການ ຄະນະ​ສ້າງ​ກຳລັງ​ແຮງ, ສະມາຄົມ​ວິ​ສາ​ຫະກິດ ສິງກະ​ໂປ ​ໃຫ້​ຮູ້​ວ່າ: ​ເລື່ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ເຂົາ​ເຈົ້າ​​ໄດ້​ສວມ​ບົດບາດ​ສຳຄັນ.

        “​ໄລຍະ​ຕົ້ນ ຄຳ​ນິຍາມ​ດັ່ງກ່າວ​​ແມ່ນບັນຫາ​ໃຫມ່​ອ່ຽມຢູ່ ສິງກະ​ໂປ. ຜູ້​ຄົນຮູ້​ຈັກ​ ກໍ​ຄື​ສົນ​ໃຈ​ຕໍ່​ໂຄງການພຽງ​ເລັກ​ນ້ອຍ. ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຫລາຍ​ຄັ້ງ​ເພື່ອ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ເຫັນ​ໄດ້​ຜົນ​ຮ້າຍ​ຢ້ອນ​ຫລັງ​ເມື່ອ​​ວິ​ກິດ​ການ, ​ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນ. ສະ​ນັ້ນ ຖ້າ​ຫາກ​ບໍ່​ເຂົ້າ​ໃຈ, ​ເຂົາ​ເຈົ້າ​ຈະ​ບໍ່​ຕີ​ລາຄາ​ສູງ​ບົດບາດ​ຂອງ​ການ​ສ້າງ​ແຜນການ​ຮັບ​ມື.”

ບົດຮຽນຂອງ ສິງກະໂປໃນການຮັບມືກັບຄວາມສ່ຽງຜິດປົກກະຕິ - ảnh 2

        ຄຽງ​ຄູ່​ກັນ​ນັ້ນ ການ​ໂຄສະນາ​ເຖິງ​ບັນດາ​ວິ​ສາ​ຫະກິດ, ລັດຖະບານ ສິງກະ​ໂປ​ຍັງ​ປະຕິບັດ​ບັນດາ​ນະ​ໂຍບາຍ​ສົ່ງ​ເສີມ ​ແລະ ຫນູນ​ຊ່ວຍ​ເຂົາ​ເຈົ້າ. ທຳ​ອິດ ສິງກະ​ໂປ​ປະກາດ​ໃຊ້​ມາດຖານ​ກ່ຽວ​ກັບ “ການ​ຄຸ້ມ​ຄອງ​ປະສິດທິພາບ​ການ​ເຄື່ອນ​ໄຫວ​ວິ​ສາ​ຫະກິດ” ​ໄດ້​ນຳ​ໃຊ້​ສຳລັບ​ບັນດາ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ທຸກ​ຂະ​ແຫນງ​ເສດຖະກິດ. ຕໍ່​ຈາກ​ນັ້ນ, ລັດຖະບານ ຫນູນ​ຊ່ວຍ​ລາຍ​ຈ່າຍສ່ວນ​ຫນຶ່ງ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ບັນລຸ​ມາດຖານ​ດັ່ງກ່າວ​ຄື: ລາຍ​ຈ່າຍ​ບຳລຸງ​ສ້າງ​ພະນັກງານ, ຄ່າຈ້າງ​ຜູ້​ທີ່​ປຶກສາ​ຂອງ​ຝ່າຍ​ທີ 3, ລາຍ​ຈ່າຍ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ. ສະ​ນັ້ນ ​ໂຄງການ​ຮັບ​ມື​ກັບ​ເຄາະ​ຮ້າຍ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ​ໃນ​ປະຊາ​ຄົມ​ວິ​ສາ​ຫະກິດ ສິງກະ​ໂປ. ​ໂຄງການ“ຄຸ້ມ​ຄອງ​ປະສິດທິ​ພາບ​ການ​ເຄື່ອນ​ໄຫວ​ວິ​ສາ​ຫະກິດ” ຂອງ​ສິງກະ​ໂປ ​​ແມ່ນ​ບັນຫາ​ທີ່​ຫລາຍ​ປະ​ເທດ​ຖືກ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດມີ​ຄວາມ​ສົນ​ໃຈ ​ແລະ ຖອດ​ຖອນ​ບົດຮຽນ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ລາຍ​ຈ່າຍ​ປ້ອງ​ກັນ​ບັນດາ​ເຫດການ​ເກິ​ດຂຶ້ນ​ຜິດ​ປົກກະຕິຍາມ​ໃດ​ກໍ​ຫນ້ອຍ​ກວ່າ​ເມື່ອ​ທຽບ​ໃສ່ຄວາມ​ເສຍ​ຫາຍ​ທີ່ມັນ​ກໍ່​ຂຶ້ນ ຖ້າ​ຫາກ​ບໍ່​ໄດ້​ຮັບ​ມື​ຢ່າງ​ທັນ​ການ. ​ໃນ​ສະພາບ​ການ​ພື້ນຖານ​ເສດຖະກິດ​ບັນດາ​ປະ​ເທດ​ລ້ວນ​ແຕ່​ມີ​ການ​ກະທົບ​ເຊິ່ງກັນ ​ແລະ ກັນ ຍ້ອນ​ຜົນ​ສະທ້ອນ​ຂອງ​ວິວັດ​ການ​ໂລກາ​ພິວັດ, ບັນດາ​ປະ​ເທດ​ໄດ້​ກະກຽມ​ຮັບ​ມື​ກັບ​ທຸກ​ຄວາມ​ສ່ຽງ​ຄື​ສິງກະ​ໂປ​ຈະ​ແມ່ນ​ຄູ່​ຮ່ວມ​ມື​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ຄູ່​ຄ້າ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ