ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຮັກສາມູນເຊື້ອ “ຮັກແພງມະນຸດຄືດັ່ງຮັກແພງຕົນເອງ”

(VOVWORLD) -

ໂດຍໄດ້ຮັບຖືວ່າແມ່ນປະຊາຄົມໃຫຍ່ເຂັ້ມແຂງດ້ວຍຈຳນວນຊາວ ຫວຽດນາມ ດຳລົງຊີວິດຫຼາຍກ່ວາໝູ່, ມາຮອດປະຈຸບັນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ມີໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ບ້ານເກີດເມືອງນອນ ກໍຄືປະເທດປະຈຳຖິ່ນ ຄື: ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງິ່ນ, ສ້າງພື້ນຖານໂຄງລ່າງ, ໂຮງໝໍ, ໂຮງຮຽນ, ປະກອບສ່ວນເຂົ້າງົບປະມານແຫ່ງລັດຂອງ ລາວ, ກໍ່ຄືໜູນຊ່ວຍເຄື່ອງອຸປະກອນການແພດເມື່ອເກີດໂລກລະບາດໄປຄຽງຄູ່ກັນນັ້ນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຍາມໃດກໍ່ຮັກສາລັກສະນະວັດທະນະທຳ, ຮີດຄອງປະເພນີ, ຄວາມງາມ, ໜູນຊ່ວຍບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ບໍ່ພຽງແຕ່ຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລາວ ເທົ່ານັ້ຫາກຍັງນັບ&a

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຮັກສາມູນເຊື້ອ “ຮັກແພງມະນຸດຄືດັ່ງຮັກແພງຕົນເອງ” - ảnh 1ຄວາມມ່ວນຊື່ນເມື່ອໄດ້ຮັບຂອງກິນ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ໄດ້ສ້າງຂຶ້ນມາຮອດ ໄລຍະປະຈຸບັນແມ່ນລຸ້ນທີ 5, ທີ 6 ແລ້ວ, ໂດຍແມ່ນປະຊາຄົມ ຊາວ ຫວຽດນາມ ຕ່າງປະເທດທີ່ມີຈຳນວນພົນລະເມືອງຫຼາຍກ່ວາໝູ່ຢູ່ລາວ ເຊິ່ງຄາດວ່າມີປະມານ 100.000 ຄົນ, ດ້ວຍມູນເຊື້ອຮັກຊາດ, ສາມັກຄີ, ຮັກສາສີສັນຊາດ, ມີການພົວພັນອັນດີງາມກັບອຳນາດການປົກຄອງ ແລະ ປະຊາຊົນປະເທດປະຈຳຖິ່ນ, ປະຕິບັດກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ, ປະກອບສ່ວນຫຼາຍຢ່າງໃຫ້ແກ່ລາວ ບໍ່ພຽງແຕ່ໃນໄລຍະສົງຄາມເທົ່ານັ້ນ ຫາກຍັງໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງສອງປະເທດ ລາວ - ຫວຽດນາມ ອີກດ້ວຍ.

ນອກຈາກການປະກອບສ່ວນອັນແທດຈິງໃຫ້ແກ່ປະເທດຊາດ ແລະ ປະເທດປະຈຳຖິ່ນແລ້ວ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວເວົ້າລວມ ແລະ ບັນດາພຸດທະສາສະນິກກະຊົນ ຫວຽດນາມ ອາໄສຢູ່ລາວ ເວົ້າສະເພາະ ໄດ້ມີການເຄື່ອນໄຫວຢ່າງຄວາມໝາຍ, ນັ້ນແມ່ນຊ່ວຍເຫຼືອຄົນທຸກຍາກ, ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ ຫຼື ເບິ່ງແຍງດູແລຄົນທີ່ມີອາການທາງປະສາດ. ການເຄື່ອນໄຫວດັ່ງກ່າວໄດ້ເສີມຂະຫຍາຍຈຸດດີງາມດ້ານວັດທະນະທຳ, ຄຸນຄ່າມະນຸດສະທຳຂອງຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນພິເສດລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.

ໃນກ່ວາ 3 ປີຜ່ານມາ, ແຕ່ລະວັນອາທິດບໍ່ວ່າຟ້າແດດ ຫຼື ຝົນຕົກ, ພາຍໃຕ້ການແນະນຳຂອງ ພະອາຈານ ທິກມິງກວາງ, ເຈົ້າອາວາດວັດ ເຟີດຕິກ ວຽງຈັນ, ບັນດາພຸດທະສາສະນິກກະຊົນ ໄດ້ປຸງແຕ່ງ, ກະກຽມເຂົ້າ ເພື່ອສົ່ງໃຫ້ບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ດ້ອຍໂອກາດຢູ່ສູນອຸປະກະລະສັງຄົມ ນະຄອນຫຼວງ ວຽງຈັນ. ບັນດາບຸກຄົນຢູ່ນີ້ສ່ວນຫຼາຍແມ່ນຄົນທີ່ມີອາການທາງປະສາດ, ຄົນເລລ້ອນ, ຜູ້ບໍ່ມີຍາດຕິພີ່ນ້ອງ ຫຼື ຜູ້ບໍ່ມີທີ່ຢູ່ອາໄສ ດັ່ງນັ້ນ ຈິ່ງຕ້ອງການການຊ່ວຍເຫຼືອທີ່ສຸດ. ເມື່ອແບ່ງປັນກ່ຽວກັບການເຄື່ອນໄຫວກຸສົນທີ່ມີຄວາມໝາຍແທດຈິງນີ້, ພະອາຈານ ທິກມິງກວາງ, ເວົ້າວ່າ:

ກ່ອນນີ້ 3 ປີ, ພວກຂ້າພະເຈົ້າມາຢ້ຽມຢາມສູນແຫ່ງນີ້, ປະຕິບັດວຽກງານການກຸສົນ ກໍ່ແມ່ນກັບເວລາເຂົາເຈົ້າກຳລັງກິນເຂົ້າ. ຄາບເຂົ້າື້ນັ້ນ, ມີແຕ່ເຂົ້າໜຽວກ້ອນໜຶ່ງ ແລະ ແກງ. ຫຼັງຈາກນັ້ນ, ຄະນະວຽກງານການກຸສົນຂອງວັດໄດ້ເລີ່ແຜ່ປັດໃຈການກຸສົນ, ພະຍາຍາມທຸກວັນອາທິດຈະແຕ່ງກິນເພື່ອປົວແປງຊີວິດຂອງເຂົາເຈົ້າໄດ້ສ່ວນໃດສ່ວນຶ່ງ”.

ນັບແຕ່ຮຸ່ງເຊົ້າ, ບັນດາສາສະນິກກະຊົນໄດ້ຈັດແບ່ງໃຫ້ຄົນລະວຽກ, ຜູ້ໄປຊື້ເຄື່ອງຢູ່ຕະຫຼາດ, ຜູ້ປຸງແຕ່ງອາຫານ. ອາຫານທີ່ໄດ້ກະກຽມນັ້ນແມ່ນອາຫານເຈ ແຕ່ບັນດາສາສະນິກກະຊົນໄດ້ລາຍການອາຫານຢ່າງມີໄຫວພິບ ແລະ ຄິດໄລ່ເຖິງທາດບຳລຸງຢ່າງຄົບຖ້ວນ. ພ້ອມກັບປະຊາຄົມຊາວ ຫວຽດນາມ ຢູ່ ລາວ ຍັງມີບັນດາຜູ້ໃຈບຸນໃຈກຸສົນ ໄດ້ໜູນຊ່ວຍເຂົ້າສານ, ເຂົ້າຈີ່, ໝາກໄມ້ຕື່ມອີກ. ດັ່ງນັ້ນ, ລາຍການອາຫານມີຄວາມອຸດົມສົມບຸນ, ແຊບ, ຊ່ວຍໃຫ້ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກໄດ້ກິນອາຫານທີ່ມີທາດບຳລຸງຢ່າງພຽງພໍ ແລະ ແຊບນຳອີກ.

ປ້າ ຫງວຽນທິລວານ, ອາຍຸ 63 ປີ, ໄດ້ເລົ່າສູ່ຟັງວ່າ: ນັບແຕ່ຄາວຍັງນ້ອຍ, ພໍ່ແມ່ໄດ້ບອກສອນວ່າ ຕ້ອງເຮັດວຽກງານການກຸສົນ, ຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ນັ້ນແມ່ນມູນເຊື້ອນັບແຕ່ກ່ອນມາຂອງຊາວ ຫວຽດນາມ, ຄືດັ່ງຄຳສຸພາສິດທີ່ວ່າ “ຮັກແພງມະນຸດຄືດັ່ງຮັກແພງຕົນເອງ”. ສຳລັບປ້າແລ້ວ, ເມື່ອລູກຫຼານໄດ້ເຕີບໃຫຍ່ ແລະ ສ້າງຄອບຄົວແລ້ວ, ເມື່ອມີເວລາຫວ່າງ ປ້າກໍ່ຈະເຮັດວຽກງານການກຸສົນ. ປ້າລວານ ແບ່ງປັນຄວາມໃນໃຈໃຫ້ຟັງວ່າ:

ຂ້າພະເຈົ້າແມ່ນຊາວ ຫວຽດນາມ, ມັກເຂົ້າວັດວາອາຮາມ ແລະ ຈິດໃຈບຸນ, ຂ້າພະເຈົ້າເຫັນວ່າອີຕົນເຂົາເຈົ້າຫຼາຍ ຍ້ອນວ່າ ເຂົາເຈົ້າບໍ່ມີບ່ອນເພິ່ງພາອາໄສ. ລັດໄດ້ໜູນຊ່ວຍສ່ວນໃດສ່ວນໜຶ່ງເທົ່ານັ້ນ, ດັ່ງນັ້ນ ເອື້ອຍນ້ອງພວກຂ້າພະເຈົ້າໄດ້ປຸງແຕ່ງເຂົ້າ ເພື່ອເຮັດວຽກງານການກະສົນ, ຊ່ວຍເຫຼືອບັນດາຜູ້ປະສົບກັບຄວາຫຍຸ້ງຍາກໃຫ້ໄດ້ຮັບຄວາມອົບອຸ່ນ ແລະ ພະອາຈານເທດໃຫ້ເຂົາຟັງ ເພື່ອຊາດໜ້າຖ້າມີຈິງ ຂໍໃຫ້ເຂົາເຈົ້າບໍ່ເປັນຄືແນວນີ້ອີກ”.

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຮັກສາມູນເຊື້ອ “ຮັກແພງມະນຸດຄືດັ່ງຮັກແພງຕົນເອງ” - ảnh 2ພະອາຈານຢູ່ວັດ ເຟີດຕິກ ວຽງຈັນ ແລະ ສາສະໜິກກະຊົນ ເຮັດວຽກງານກຸສົນຢູ່ ສູນອຸປະກະລະສັງຄົມ ນະຄອນຫຼວງ ວຽງຈັນ

ຕາມທ່ານ ສຸກວັນດາພອນ - ພະນັກງານຂອງສູນອຸປະກະລະສັງຄົມ ນະຄອນຫຼວງ ວຽງຈັນ ແລ້ວ, ປະຈຸບັນ, ສູນພວມເບິ່ງແຍງດູແລຜູ້ປະສົບກັບຄວາມຫຍຸ້ງຍາກ ກ່ວາ 250 ຄົນ, ຍ້ອນງົບປະມານຈຳກັດ, ດັ່ງນັ້ນ ການຮັບປະກັນທາດບຳລຸງກໍ່ຍັງບໍ່ໄດ້ດີປານໃດ. ຍ້ອນເຫດນັ້ນ, ທາງສູນໄດ້ສະໜັບສະໜູນເລື່ອງບັນດາສາສະນິກກະຊົນຊາວ ຫວຽດນາມ ຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ລາຍການອາຫານມີແຕ່ ເຂົ້າຜັດ, ເຂົ້າຈີ່, ນ້ຳນົມ, ນ້ຳຫວານ… ແຕ່ນັ້ນແມ່ນນ້ຳໃຈ, ຄວາມແບ່ງປັນ, ຄວາມເຫັນອົກເຫັນໃຈຈາກບັນດາສາສະນິກກະຊົນ. ທ່ານ ສຸກວັນດາພອນ ແບ່ງປັນວ່າ:

 
 

ໃນຫຼາຍປີຜ່ານມາ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ເວົ້າລວມ, ບັນດາສາສະນິກກະຊົນ ເວົ້າສະເພາະ ໄດ້ທຳການເຄື່ອນໄຫວການກຸສົນຕ່າງໆບໍ່ພຽງແຕ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນເທົ່ານັ້ນ ຫາກຍັງປະກອບສ່ວນໃຫ້ແກ່ປະເທດປະຈຳຖິ່ນອີກດ້ວຍ. ນ້ຳໃຈນັ້ນຍາມໃດກໍ່ໄດ້ຮັບການເສີມຂະຫຍາຍກ່ວາອີກ ເພື່ອໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ດ້ອຍໂອກາດໄດ້ຮັບການຊ່ວຍເຫຼືອນັບມື້ນັບຫຼາຍກ່ວາອີກ, ຜ່ານນັ້ນ ກໍ່ປະກອບສ່ວນສ້າງວັດທະນະທຳຂອງຊາວ ຫວຽດນາມ ຢູ່ປະເທດລ້ານຊ້າງ ໃຫ້ເຂັ້ມຂົ້ນກ່ວາອີກ, ກໍ່ຄືເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ ແລະ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ