ສິງກະໂປຢືນອັນດັບທີ 2 ກ່ຽວກັບດັດຊະນີແກ້ງແຍ້ງຜູ້ມີຄວາມເກັ່ງກ້າສາມາດສາກົນ

(vovworld)- ​ໂຮ​ງຮຽນ​ທຸລະ​ກິດ​ສາກົນ INSEAD ​ແມ່ນ​ຫນຶ່ງ​ໃນ​ບັນດາ​ໂຮງຮຽນ​ບຳລຸງສ້າງ​ລະດັບ​ເຫນືອມະຫາວິທະ​ຍາ​ໄລ​ຊັ້ນ​ນຳ​ຂອງ​ໂລກ ຫາ​ກໍ​ປະກາດ​ບັນຊີ​ລາຍ​ຊື່​ຈັດ​ອັນ​ດັບບັນດາ​ປະ​ເທດ ​ໂດຍ​ອີງ​ໃສ່​ດັດຊະນີ​​ແກ້ງ​ແຍ້​ງຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ສາກົນ. ​ໃນ​ນັ້ນສິງກະ​ໂປ​ຖືກ​ຈັດ​ອັນ​ດັບ​ທີ 2 ​ໃນ​ບັນຊີ​ລາ​ຍຊື່​ດັ່ງກ່າວ. ດັດຊະນີ​​ແກ້ງ​ແຍ້​ງຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ໄດ້​ຮັບ​ການ​ປະຕິບັດ​ປະຈຳ​ປີ ​ເພື່ອ​ຕີ​ລາຄາ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ປະ​ເທດ​ຫນຶ່ງ​ໂດຍ​ອີງ​ໃສ່​ຄຸນ​ນະພາ​ບ​ແຫ່ຼງ​ຊັບພະຍາກອນ​ມະນຸດ ຊື່​ງປະ​ເທດ​ນັ້ນ​ສາມາດ​ບຳລຸງ​ສ້າງ, ດຶງ​ດູດ​ເຂົາ​ເຈົ້າ. ​ເລື່ອງ​ຖືກ​ຈັດ​ອັນ​ດັບ​ທີ 2 ​ໃນ​ປີ​ນີ້ ​ໄດ້​ຢືນຢັນ​ເຖິງ​ນະ​ໂຍບາຍ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ປະສິດທິ​ຜົນ​ຂອງ​ສິງກະ​ໂປ​ໃນ​ຫລາຍ​ປີຜ່ານມາ.

ສິງກະໂປຢືນອັນດັບທີ 2 ກ່ຽວກັບດັດຊະນີແກ້ງແຍ້ງຜູ້ມີຄວາມເກັ່ງກ້າສາມາດສາກົນ - ảnh 1
ສິງ​ກະ​ໂປ​ກໍ​ດຶງ​ດູດ​ນັກ​ສຶກສາ​ຕ່າງປະ​ເທ​ດດີ​ເດັ່ນ​​​
photo:internet

        ຕາມ​ບັນຊີ​ລາຍ​ຊື່​ຈັດ​ອັນ​ດັບ​ກ່ຽວ​ກັບ​ດັດຊະນີ​​ແກ້​ງ​ແຍ້​ງຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ສາກົນ ​ໂດຍ​ໂຮງຮຽນ​ທຸລະ​ກິດ​ໂລກ INSEAD ຫາ​ກໍ່​ປະກາດ​: ມີສາມ​ປະ​ເທດ​ນຳ​ຫນ້າ​ນັ້ນ​ແມ່ນ ສະ​ວິດ, ສິງກະ​ໂປ ​ແລະ ​ດານ​ມາກ. ບັນດາ​ປະ​ເທດ ​ເອີ​ລົບ ກວມ​ສ່ວນ​ຫລາຍ​ໃນ​ຕາຕະລາງ​ຈັດ​ອັນ​ດັບ ​ແລະ ມີ​ພຽງ 2 ປະ​ເທດ​ບໍ່ຂຶ້ນ​ກັບ​ເອີ​ລົບ ນັ້ນ​ແມ່ນ ສິງ​ກະ​ໂປ ​ແລະ ອາ​ເມ​ລິ​ກາ ນອນ​ໃນ 10 ປະ​ເທດ​ນຳ​ຫນ້າ. ສິງ​ກະ​ໂປ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ ຍ້ອນ​ປະ​ເທດ​ນີ້​ ມີ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ມີ​ຫລາຍ​ປັດ​ໄຈ​ສະດວກ​​ເພື່ອ​ເປີດ​ກວ້າງ​ການດຳ​ເນີນ​ທຸລະ​ກິດ. ສິງ​ກະ​ໂປ​ກໍ​ດຶງ​ດູດ​ນັກ​ສຶກສາ​ຕ່າງປະ​ເທ​ດດີ​ເດັ່ນ​​​, ​ຜູ້​ມີ​ຄວາມ​ຊຳນານ​ງານ​ເປັນ​ຢ່າງ​ດີ ​ແລະ ​ໄດ້​ຮັບ​ການ​ບຳລຸງ​ສ້າງ…. ເປັນ​ຈຳນວນຫລາຍ. ທ່ານ Bruno Landvin ຜູ້ອຳ​ນວຍການ​ບໍລິຫານ ຮັບ​ຜິດ​ຊອບ​ບັນດາ​ດັດຊະນີ​ທົ່ວ​ໂລກ​ຂອງ INSEAD ​ໃຫ້​ຮູ້​ວ່າ: ສິງ​ກະ​ໂປ​ແມ່ນ​ປະ​ເທດ​ບໍ່​ພຽງ​ແຕ່​ດຶງ​ດຸດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ໂລກ​ຜ່ານ​ການ​ລົງ​ທຶນ​ຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ປະ​ເທດ​ນີ້ຍັງ​ຢາກ​​ໃຫ້ເຂົາ​ເຈົ້າ​ມາ​ເຮັດ​ວຽກ​​ຢູ່​ທີ່​ນີ້ ​ ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ສ້າງ​ບັນດາ​ບໍລິສັດ​ໃຫມ່, ວຽກ​ເຮັດ​ງານ​ທຳ​ໃຫມ່.

        “ມີ​ຫລາຍ​ຄົນ​ມາ​ສິງກະ​ໂປ ​ເພາະ​ວຽກ​ງານ​ດຳ​ເນີນ​ທຸລະ​ກິດ​ງາ່ຍ​ດາຍ ​ແລະ ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ຢູ່​ທີ່​ນີ້​ສູງ. ມີ​ປັດ​ໄຈ​ຫນຶ່ງ​ອີກ ນັ້ນ​ແມ່ນ​ກຳລັງຄວາມ​ສາມາດ​ຂອງບັນດາ​ມະຫາວິທະຍາໄລຂອງ​ທ້ອງ​ຖິ່ນ​ສາມາດ​ສະຫນອງ​ບັນດາ​ນັກ​ວິ​ສາວະ​ກອນ ​ແລະ ນັກ​ຄຸ້ມ​ຄອງ ຊື່​ງບັນດາ​ບໍລິສັດ​ຕ້ອງການ. ລະບົບ​ນະ​ໂຍບາຍ​ຂອງ​ ສິງກະ​ໂປ ກໍ​ອະນຸຍາດ ​ແລະ ສົ່ງ​ເສີມ​ແຮງ​ງານ​ຕ່າງປະ​ເທດ​ອາ​ໄສ ແລະ ເຮັດວຽກ​ຢູ່​ທີ່​ນີ້.”

        ຄຽງ​ຄູ່​ກັບ​ການ​ດຶງ​ດູດ​ແຫ​ລ່ງຊັບພະ​ຍາ​ກອນ​ມະນຸດ​ຕ່າງປະ​ເທດ, ບັນດາ​ການ​ປັບປຸງ​ທີ່​ກ່ຽວຂ້ອງ​ເຖິງ​ສະມັດ​ຕະພາບ​ແຮງ​ງານ​ຄື: ສ້າງ​ສະພາບ​ແວດ​ລ້ອມ​ທີ່ສະດວກ ​ເພີ່ມ​ກຳລັງ​ຄວາມ​ສາມາດ​ໃຫ້​ຄົນ​ງານ​ສຳ​ພັດ​ກັບ​ກາລະ​ໂອກາດ​ພັດທະນາ ​ແລະ ​​ບຳລຸງທັກ​ສະ ​ສິ່ງດັ່ງກ່າວໄດ້​ຊ່ວຍ​ໃຫ້ ສິງກະ​ໂປ ຖືກ​ຈັດ​ອັນ​ດັບ​ສູງ​ຄື​ດັ່ງກ່າວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ຜູ້​ຊ່ຽວຊານ​ຖື​ວ່າ ຍັງ​ມີ​ບາງ​ຂົງ​ເຂດທີ່ ສິງກະ​ໂປ ຄວນ​ສຸມ​ໃສ່​ຊຸກຍູ້. ທ່ານ Kwan Che Way, ຜູ້ອຳນວຍການ​ສະຖາບັນ​ຄົ້ນ​ຄ້ວາ​ແຫ​ລ່ງຊັບພະຍາກອນ​ມະນຸດ ສິງ​ກະ​ໂປ ​ໃຫ້​ຮູ້​ວ່າ: ຫນ່ຶງ​ໃນ​ບັນດາ​ຂົງ​ເຂດ​ນັ້ນ​ແມ່ນ ຊຸກຍູ້​ການ​ພັດທະນາ​ການ​ບຳລຸງ​ວິຊາ​ສະ​ເພາະ ​ແລະ ​ເຕັກ​ນິກ.

        “ ສິງ​ກະ​ໂປ ຍັງ​ຕ້ອງການ​ບັນດາ​ຜູ້​ມີ​ຄວາ​ມ​ເກັ່ງ​ກ້າ​ສາມາດ ​ແລະ ​ຄົນ​ງານ​ຕ່າງປະ​ເທດ, ​ໃນ​ຂະນະ​ທີ່​ຮັກສາ​ພື້ນຖານ​ເສດຖະກິດ​ເປີດ. ຄຽງ​ຄູ່​ກັນ​ນັ້ນ ຄວນ​ສືບ​ຕໍ່​ຮັບປະກັນ​ການ​ດຸນ​ດຽງ​ລະຫວ່າງ​ຄົນ​ງານ​ຕ່າງປະ​ເທດ ​ແລະ ຄົນ​ງານ ສິງ​ກະ​ໂປ, ​ເພື່ອ​ໃຫ້​ບັນດາ​ຄົນ​ງານ​ສິງ​ກະ​ໂປ ​ເຫັນ​ໄດ້​ບົດບາດ​ສຳຄັນ​ຂອງ​ຕົນ​ໃນ​ຕະຫລາດ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໂລກ. ຫລັງ​ຈາກ​ນັ້ນ ​ແມ່ນ​ສົ່ງ​ເສີມ​ບັນດາ​ການ​ເຄື່ອນ​ໄຫວ​ປັບປຸງ, ປ່ຽນ​ໃຫມ່​ຜະລິດ​ຕະພັນ. ສິງກະ​ໂປ ​ໄດ້​ສ້າງ​ຕັ້ງ​ບັນດາ​ສູນ​ຄົ້ນ​ຄ້ວາ ​ແລະ ພັດທະນາ​ສຳ​ເລັດ​ຜົນ ກໍ​ຄື​ພັດ​ທະ​ນາ​ການ​ເຄື່ອນ​ໄຫວ​ນີ້​ຜ່າ​ນການ​ດຶງ​ດູດ​ບັນດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ໂລກ​ມາ​ສິງກະ​ໂປ.”

        ດັດຊະນີ​​ແກ້ງ​ແຍ້​ງຜູ້​ມີ​ຄວາມ​ເກ່ັງ​ກ່າ​ສາມາດ​ໂລກ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ກວ່າ 103 ປະ​ເທດ, ກວມ​ກວ່າ 86% ຍອດ​ຈຳນວນພົນລະ​ເມືອງ​ໂລກ. ສະ​ນັ້ນ ​ເລື່ອງ​ຖືກ​ຈັດ​ອັນ​ດັບ 2 ​ໃນ​ຕາຕະລາງບັນຊີ​ລາຍ​ຊື່ດັ່ງກ່າວ ​ແມ່ນ​ການ​ຮັບ​ຮູ້​ຜົນສຳ​ເລັດ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ, ດຶງ​ດູດ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຂອງ​ສິງກະ​ໂປ. ປະຈຸ​ບັນ, ​ແຮງ​ງານ​ຕ່າງປະ​ເທດ​ປະກອບ 41% GDP ຂອງ​ສິງກະ​ໂປ. ຫນຶ່ງ​ໃນ​3ຍຸດ​ທະ​ສາດ​ພັດທະນາ​ສັງຄົມ​ທີ່​ຫາ​ກໍ​ປະກາດ​​ກໍ່ໄດ້​ຢື້​ນຢັນ​ໃຫ້​ເຫັນ​ວ່າ ລັດຖະບານ ສິງ​ກະ​ໂປ ມຸ່ງ​ໄປ​ເຖິງ​ການ​ຮັບປະກັນ​ການ​ເຕີບ​ໂຕ​ມີ​ຄຸນ​ນະພາ​ບ, ອີງ​ໃສ່​ການປັບປຸງ​ສະມັດ​ຕະພາບ​ຫາກ​ບໍ່​ພຽງ​ແຕ່​ເປີດ​ກວ້າງ​ກຳລັງ​ແຮງ​ງານ.

ຂ່າວ/ບົດ​ອື່ນ