ສວນ​ປູກ​ກວ້ຍມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ່​ປະ​ເທດ ກຳ​ປູ​ເຈຍ

(VOVWORLD) -ໂດຍໃຊ້ຈຳນວນເງິນ 13.000USD ເພື່ອລົງທຶນເຂົ້າໃນການປູກກວ້ຍໃນເນື້ອທີ່ດິນ 1 ເຮັກຕາ, ພາຍຫຼັງໄລຍະ 9 ເດືອນກໍສາມາດເກັບກ່ຽວເປັນຄັ້ງທຳອິດ ເຊິ່ງມີຜົນກຳໄລບັນລຸທົບເກືອບ 2 – 3 ເທົ່າ (ປະມານ 35.000 – 40.000USD). ນັບແຕ່ລະດູເກັບກ່ຽວທີ 2 ກໍຈະໄດ້ເກັບກ່ຽວໄວກວ່າ, 6 ເດືອນ ກໍສາມາດເກັບກ່ຽວມາໄດ້ 35.000 – 40.000 USD/ເຮັກຕາ.  ສວນປູກກ້ວຍດັ່ງກ່າວ ໂດຍ ບໍລິສັດ ຮວ່າງແອັງຢາລາຍ Agrico (HAGL Agrico) ສັງກັດກຸ່ມບໍລິສັດ ຮວ່າງແອັງຢາລາຍ ຫວຽດນາມ ລົງທຶນພັດທະນາຢູ່ 3 ແຂວງຂອງ ກຳປູເຈຍ ຄືແຂວງ Stung Treng, Rattanakiri, Kratie. ຮອດທ້າຍປີ 2019, ເນື້ອທີ່ດິນໄດ້ເພີ່ມຂຶ້ນເຖິງກວ່າ 7.000 ເຮັກຕາ, ແຕ່ລະປີ, ສວນກ້ວຍດັ່ງກ່າວສາມາດເກັບກ່ຽວເປັນ 2 ຄັ້ງ ດ້ວຍລາຍຮັບບັນລຸກວ່າ 600 ລ້ານ USD. ນີ້ກໍແມ່ນສວນກວ້ຍທີ່ມີຂອບຂະໜາດ ແລະສະມັດຕະພາບການຜະລິດໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນປັດຈຸບັນ.

 

        ຕາມຕົວເລກສະຖິຕິຮອດທ້າຍປີ 2019 ຂອງກະຊວງກະສິກຳ, ປ່າໄມ້, ການປະມົງ ກຳປູເຈຍແລ້ວ, HAGL Agrico ໄດ້ເລີ່ມຜັນຂະຫຍາຍໂຄງການປູກກວ້ຍຢູ່ ກຳປູເຈຍ ນັບແຕ່ປີ 2016. ພາຍຫຼັງ 3 ປີ, ເນື້ອທີ່ສວນປູກໝາກກວ້ຍຂອງບໍລິສັດ HAGL Agrico ຢູ່ ກຳປູເຈຍ ໄດ້ເພີ່ມຂຶ້ນເຖິງກວ່າ 7.000 ເຮັກຕາ, ໃນນັ້ນ ມີ 3.000 ເຮັກຕາ ໄດ້ໃຫ້ຜົນເກັບກ່ຽວແລ້ວ. ກ່ຽວກັບປະລິມານຜະລິດຕະພັນ, HAGL Agrico ເກັບກ່ຽວໝາກກວ້ຍໄດ້ 300.000 ໂຕນຕໍ່ປີ. ໃນຂະນະນັ້ນ, ຟີລິບປິນ ພາຍຫຼັງການພັດທະນາຂະແໜງອຸດສາຫະກຳກ້ວຍຂອງຕົນ, ສວນປູກກວ້ຍໃຫຍ່ທີ່ສຸດຂອງເຂົາເຈົ້າບັນລຸພຽງແຕ່ຂອບຂະໜາດ 5.000 ເຮັກຕາເທົ່ານັ້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດກໍຄືຄວາມຕັດສິນໃຈໃນການລົງທຶນທີ່ຍາວນານຂອງ HAGL Agrico ເຂົ້າໃນຂະແໜງກະສິກຳເວົ້າລວມ ແລະ ເຂົ້າໂຄງການຢູ່ ກຳປູເຈຍເວົ້າສະເພາະ. ທ່ານ Gray Quibradero, ຜູ້ຄຸ້ມຄອງດ້ານເຕັກນິກ - ໂຮງງງານກວ້ຍ HAGL Agrico ຢູ່ ກໍາປູເຈຍ ໃຫ້ຮູ້ວ່າ:

        “ສວນປູກກວ້ຍຂອງ HAGL Agrico ແມ່ນສວນທີ່ມີຂອບຂະໜາດໃຫຍ່ທີ່ສຸດ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ພວມພັດທະນາຢ່າງກະໂດດຂັ້ນດ້ວຍຈຸດປະສົງຢາກກາຍເປັນ “ເສືອໃຫຍ່” ຂອງຂະແໜງອຸດສາຫະກໍາໝາກກວ້ຍຢູ່ ອາຊີ. ດັ່ງນັ້ນ, ພວກຂ້າພະເຈົ້າພວມ ພະຍາຍາມກໍ່ສ້າງພື້ນຖານໂຄງລ່າງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຂັ້ນຕອນຜະລິດກວ້ຍໃຫ້ສົມບູນແບບກວ່າອີກ. ບໍ່ພຽງແຕ່ສົ່ງອອກກວ້ຍໄປຍັງຕະຫຼາດ ຈີນ ເທົ່ານັ້ນ, ໝາກກວ້ຍຍັງໄດ້ສົ່ງອອກໄປຍັງ ສ.ເກົາຫຼີີ, ຍີ່ປຸ່ນ ອີກດ້ວຍ ແລະ ກໍຈະເປີດກວ້າງອອກຕະຫຼາດຫຼາຍແຫ່ງອື່ນໆອີກດ້ວຍ. ການກໍານົດທິດຂອງບໍລິສັດ ແມ່ນກາຍເປັນບໍລິສັດສະໜອງຜະລິດຕະພັນກວ້ຍແຖວໜ້າໃນຕະຫຼາດສາກົນ”.

        ໂດຍມີສອງປັດໄຈທີ່ຊ່ວຍໃຫ້ HAGL Agrico ປະສົບຜົນສໍາເລັດໃນການຜັນຂະຫຍາຍສວນປູກກວ້ຍມີຂອບຂະໜາດໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ນີ້. ການໝູນໃຊ້ວິທະຍາສາດເຕັກໂນໂລຢີ ໄດ້ຮັບຖືວ່າແມ່ນປັດໄຈຕັດສິນຊີ້ຂາດ. ໝູນໃຊ້ເຕັກໂນໂລຢີຫົດນໍ້າແບບຢອດຈາກ ອິດສະຣາແອັນ, ລະບົບຄວບຄຸມລະດັບຄວາມຊຸ່ມ, ທາດບໍາລຸງເຖິງຕົ້ນກວ້ຍແຕ່ລະຕົ້ນ. ການເຄື່ອນໄຫວຄວບຄຸມໂລກລະບາດໄດ້ຮັບການປະຕິບັດຢ່າງຄົບຊຸດ ດ້ວຍບັນດາພາຫະນະທັນສະໄໝ ເຊິ່ງລວມມີທັງລົດໂບນ, ເຮືອບິນບໍ່ມີຄົນຂັບ, ເຮືອບິນມີຄົນຂັບ. ທ່ານ Gray Quibradero, ຜູ້ຄຸ້ມຄອງດ້ານເຕັກນິກ - ໂຮງງງານກວ້ຍ HAGL Agrico ຢູ່ ກຳປູເຈຍ ແບ່ງປັນວ່າ:

        “ວິທະຍາສາດເຕັກໂນໂລຢີ ແມ່ນທ່າແຮງທີ່ໜ້າປະທັບໃຈຂອງສວນປູກກວ້ຍໃຫຍ່ທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ນີ້. ທີໜຶ່ງແມ່ນ, ໄດ້ປະກອບສ່ວນຊ່ວຍສະພາບແວດລ້ອມຢູ່ນີ້ນີ້ຂຽວສະອາດຫຼາຍ. ທີສອງແມ່ນ, ບັນດາການເຄື່ອນໄຫວຜະລິດ ລ້ວນແຕ່ປະຕິບັດຢ່າງງ່າຍດາຍກວ່າ. ໃນໄລຍະເວລາສັ້ນໆ, ທຸກການເຄື່ອນໄຫວຄືເກັບກ່ຽວ, ປຸງແຕ່ງຂັ້ນຕົ້ນ, ປຸງແຕ່ງ, ຫຸ້ມຫໍ່, ຮັກສາພາຍຫຼັງການເກັບກ່ຽວ, ຈັດໃສ່ຕູ້ container ແລະ ສົ່ງອອກ ລ້ວນແຕ່ໄດ້ຮັບການປະຕິບັດຢ່າງວ່ອງໄວ, ຊັດເຈນ ແລະ ສາມາດຄົ້ນຫາທີ່ມາຂອງກວ້ຍແຕ່ລະໜ່ວຍໄດ້”.

ສວນ​ປູກ​ກວ້ຍມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ່​ປະ​ເທດ ກຳ​ປູ​ເຈຍ - ảnh 1 ມີແຮງງານກວ່າ 10.000 ຄົນ ທີ່ມາຈາກຫຼາຍປະເທດ ພວມເຮັດວຽກຢູ່ສວນກວ້ຍແຫ່ງນີ້ 

        ຊັບພະຍາກອນມະນຸດແມ່ນປັດໄຈສໍາຄັນ ທີ່ຊ່ວຍສວນປູກກວ້ຍທີ່ກວ້າງໃຫຍ່ໄພສານນີ້ເຄື່ອນໄຫວ ແລະ ນໍາມາເຊິ່ງຜົນສໍາເລັດໃຫ້ແກ່ບໍລິສັດ HAGL Agrico. ມີແຮງງານກວ່າ 10.000 ຄົນ ທີ່ມາຈາກຫຼາຍປະເທດ ພວມເຮັດວຽກຢູ່ສວນກວ້ຍແຫ່ງນີ້ ເຊິ່ງລວມມີຊາວ ກໍາປູເຈຍ, ຫວຽດນາມ, ຟີລິບປິນ, ຈີນ, ສິງກະໂປ... ໃນນັ້ນ ແຮງງານ ກໍາປູເຈຍ ກວມເອົາ 60 – 70%. ທ້າວ Kim Somneag ແລະ Sok Rith, ເຊິ່ງເປັນກໍາມະກອນໂຮງງານກວ້ຍ HAGL Agrico ແບ່ງປັນວ່າ:

        “ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ມາເຮັດວຽກຢູ່ນີ້. ບໍ່ພຽງແຕ່ຫາໄດ້ວຽກເຮັດງານທໍາ, ມີລາຍຮັບເປັນປົກກະຕິເທົ່ານັ້ນ, ຂ້າພະເຈົ້າຍັງໄດ້ເຂົ້າຮ່ວມບັນດາລາຍການບໍາລຸງສ້າງ ແລະ ຍົກສູງລະດັບວິຊາການໃຫ້ແກ່ຜູ້ອອກແຮງງານຢູ່ທ້ອງຖິ່ນອີກດ້ວຍ”.

        “ການນໍາບໍລິສັດມີຄວາມເອົາໃຈໃສ່ເຖິງກໍາມະກອນຫຼາຍ ແລະ ລົງພົບປະ, ຢ້ຽມຢາມບ່ອນພັກອາໄສຂອງກໍາມະກອນເປັນປະຈໍາ. ພ້ອມກັນນັ້ນ, ຍັງເອົາໃຈໃສ່ເຖິງການແກ້ໄຂບັນດາຂໍ້ຕັດຂັດທີ່ເກີດຂຶ້ນໃໝ່ໄດ້ຢ່າງທັນການ, ສ້າງເງື່ອນໄຂໃຫ້ພວກຂ້າພະເຈົ້າໄດ້ດໍາລົງຊີວິດ, ເຮັດວຽກຖາວອນຢູ່ບໍລິສັດ”.

        ໄປຄຽງຄູ່ກັບການສ້າງແຜນການຜະລິດດໍາເນີນທຸລະກິດໃຫ້ສົມບູນແບບແລ້ວ, HAGL Agrico ກໍ່ໄດ້ກໍ່ສ້າງກິດຈະກໍາສະຫວັດດີການໃຫ້ກໍາມະກອນຄື ເຮືອນຢູ່, ໂຮງຮຽນ, ສຸກສາລາ, ວັດ, ລະບົບນໍ້າສະອາດ, ຕາໜ່າງໄຟຟ້າ ແລະ ຄົມມະນາຄົມໃຫ້ແກ່ທ້ອງຖິ່ນທີ່ທາງບໍລິສັດກໍາລັງເຄື່ອນໄຫວ.ທ່ານ ເຈືອງແທັ່ງລອງ, ຜູ້ອໍານວຍການດ້ານການເງິນ, HAGL Agrico ຢູ່ ກໍາປູເຈຍ ໃຫ້ຮູ້ວ່າ:

        “ສໍາລັບHAGL Agrico, ບໍ່ພຽງແຕ່ມີບັນດາກະຊວງ, ຂະແໜງການຂອງແຂວງເທົ່ານັ້ນ, ຫາກບັນດາພະນັກງານ ກໍໃຫ້ການຕີລາຄາສູງຕໍ່ປະສິດທິຜົນໂດຍໂຄງການຂອງບໍລິສັດ HAGL Agrico ນໍາມາໃຫ້. ໂຄງການໄດ້ປະກອບສ່ວນເຂົ້າໃນວົງເງິນສົ່ງອອກຢູ່ ກໍາປູເຈຍ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນທ້ອງຖິ່ນ. ເພາະສະນັ້ນ, ໂຄງການຂອງ HAGL Agrico ຍາມໃດກໍໄດ້ຮັບການສະໜັບສະໜູນຂອງອໍານາດການປົກຄອງປະເທດປະຈໍາຖິ່ນ, ພ້ອມທັງໄດ້ຮັບການຕີລາຄາສູງສໍາລັບການພັດທະນາເສດຖະກິດແບບຍືນຍົງ ແລະ ຂະບວນວິວັດແຫ່ງການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຂອງ ກໍາປູເຈຍ ໃນຊຸມປີຜ່ານມາ”.

        ຕາມການສັງເກດຂອງການນໍາ HAGL Agrico ແລ້ວ, ລະດັບການເຕີບໂຕປະລິມານຜະລິດຕະພັນຂອງແຕ່ລະປີຢູ່ ກໍາປູເຈຍ ໃນໄລຍະຈະມາເຖິງ ແມ່ນໄວຫຼາຍ ບັນລຸປະມານ 500.000 ໂຕນໃນປີ 2020. ເພື່ອແນໃສ່ຕອບສະໜອງໄດ້ຕາມຄວາມຕ້ອງການ, ສະເລ່ຍແຕ່ລະປີີ, HAGL Agrico ພວມມີຄວາມຕ້ອງການຮັບສະໝັກແຮງງານຢູ່ທ້ອງຖິ່ນ ແຕ່ 2.000 – 3.000 ຄົນ ດ້ວຍລາຍຮັບສະເລ່ຍແມ່ນແຕ່ 400 USD ຂຶ້ນໄປ. ນີ້ແມ່ນໂອກາດສ້າງວຽກເຮັດງານທໍາທີ່ສໍາຄັນໃຫ້ແກ່ປະຊາຊົນ ກໍາປູເຈຍ. ພ້ອມກັນນັ້ນ, ໄປຄຽງຄູ່ກັບການເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງໂຮງງານປຸງແຕ່ງແລ້ວ, ບໍລິສັດ HAGL Agrico ຈະຍູ້ແຮງການສ້າງເຄື່ອງໝາຍການຄ້າ, ການຈໍາໜ່າຍຜະລິດຕະພັນ ແນໃສ່ຕອບສະໜອງໄດ້ຕາມຄວາມຕ້ອງການນັບມື້ນັບສູງຂອງຕະຫຼາດ./. 

ຕອບກັບ

ຂ່າວ/ບົດ​ອື່ນ