ຮ່ວມມືຍົກສູງຄຸນນະພາບກວດສອບບັນຊີລະຫວ່າງ ສາມປະເທດ ຫວຽດນາມ ລາວ ແລະ ກຳປູເຈຍ

(vovworrld) - ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ໃນ​ຂົງ​ເຂດ​ກວດ​ສອບ​ແຫ່ງ​ລັດ​ລະຫວ່າງ​ສາມ​ປະ​ເທດ ຫວຽດນາມ,​ ລາວ ​ແລະ ກຳປູ​ເຈຍ ນັບ​ມື້​ນັບ​ເພີ່ມ​ທະວີ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ​ແຕ່ລະ​ປີ, ອົງການ​ກວດ​ສອບ​ແຫ່ງ​ລັດ​ຂອງ​ທັງ​ສາມ​ປະ​ເທດ ລ້ວນ​ແຕ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ບົດຮຽນ​ຂອງ​ແຕ່ລະ​ປະ​ເທດ​ໃນ​ກາ​ນເຄື່ອນ​ໄຫວ​ກວດ​ສອບ. ຍົກ​ສູງ​ຄຸນ​ນະພາ​ບບົດ​ລາຍ​ງານ​ຂອງ​ອົງການ​ກວດ​ສອບ​ສູງ​ສຸດ​ຂອງ​ສາມ​ປະ​ເທດ ຫວຽດນາມ, ລາວ ​ແລະ ກຳ​ປູ​ເຈຍ ນັ້ນ​ແມ່ນຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາສາ​ມ ຝ່າຍ​ຄັ້ງ​ທີ 4 ຊຶ່ງ​ດຳ​ເນີນ​ໄປ​ຢູ່​ ​ແຂວງ ນີງບີ່​ງ ປະ​ເທດ ຫວຽດນາມ ​ຫວ່າງ​ແລ້ວ​ນີ້.

ຮ່ວມມືຍົກສູງຄຸນນະພາບກວດສອບບັນຊີລະຫວ່າງ ສາມປະເທດ  ຫວຽດນາມ ລາວ ແລະ ກຳປູເຈຍ - ảnh 1
ກອງປະຊຸມສຳມະນາກວດສອບແຫ່ງລັດສາມປະເທດ ຫວຽດນາມ, ລາວ
 ແລະ ກຳປູເຈຍ
ພາບ:internet

        ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ຮູບ​ການ, ​ເນື້ອ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ​ໃນ​ຂົງ​ເຂດ​ກວດ​ສອບ​ແຫ່ງ​ລັດ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີຫລາຍ​ຮູບ​ຫລາຍ​ແບບ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ. ​ເລື່ອງ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ, ຂົງ​ເຂດ​ກວດ​ສອບ​ໃຫມ່ ​ແລະ ວິຊາ​ສະ​ເພາະ​ໃນ​ການ​ເຄື່ອນ​ໄຫວ​ກວດ​ສອບ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ​ເພື່ອ​ໃຫ້​ສາມ​ອົງການ​ກວດ​ສອບ​ແຫ່ງ​ລັດ ຊ່ວຍ​​ເຫລືອ​ເຊິ່ງກັນ ​ແລະ ກັນ ພ້ອມ​ກັນ​ພັດທະນາ. ດຣ ບົວ​ສີ ຫລໍ່ວັນ​ໄຊ​, ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ສປປ ລາວ ​ໃຫ້​ຮູ້​ວ່າ:

ສຽງ​ທ່ານ​ ບົວສີ ຫລໍ່​ວັນ​ໄຊ


        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ຊ່ຽວຊານ​ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ບັນດາ​ບົດຮຽນ​ຂອງ​ແຕ່ລະ​ປະ​ເທດ​ໃນ​ການຈັດ​ຕັ້ງ​ສ້າງ, ກວດກາ, ​ຈຳຫນ່າຍ​ບົດ​ລາຍ​ງານ​ກວດ​ສອບ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ການ​ເຄື່ອນ​ໄຫວ​ກວດ​ສອບ. ນອກ​ນັ້ນ ບັນດາ​ຜູ້​ແທນ​ກໍ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການກວດ​ສອບ ​ແລະ ບົດ​ລາຍ​ງານ​ກວດ​ສອບ, ປ່ຽນ​ໃຫມ່​ວຽກ​ງານ​ພະນັກງານ,​ ບຳລຸງ​ສ້າງ​ພະນັກງານ​ກວດ​ສອບ, ພິ​ເສດ ​ແມ່ນ​ວິ​ທີ​ການ, ຂັ້ນ​ຕອນ​ກວດ​ສອບ​ຄຸນ​ນະພາ​ບການກວດ​ສອບ, ບົດ​ລາຍ​ງານ​ກວດ​ສອບ, ສ້າງ ​ແລະ ປະກາດ​ໃຊ້​ບັນດາ​ສຳ​ເນົາ​ເອກະສານ, ແບບ​ຟອມບົດ​ລາຍ​ງານ​ກວດ​ສອບ. ທ່ານ​ນາງ Som Kim Sua ປະທານອົງການ​ກວດ​ສອບ​ລາຊະ​ອານາຈັກ ກຳປູ​ເຈຍ ຖື​ວ່າ:

        “​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບບົດ​ລາຍ​ງານ​ການກວດ​ສອບ ຕ້ອງ​ສ້າງ​ແຜນ​ການກວດ​ສອບ​ຢ່າງ​ຖືກຕ້ອງ, ສົມທົບ​ກັບ​ເລື່ອງ​ກວດ​ສອບ​ຢ່າງ​ຈະ​ແຈ້ງ. ພະນັກງານ​ກວດ​ສອບ ຕ້ອງ​ມີ​ຄວາມ​ຊຳນານ​ງານ ພ້ອມ​ກັບ​ຄຸນສົມບັດດີ, ມີ​ຄວາມ​ສາມາດ​ໃນ​ການ​ແກ້​ໄຂ​ບັນຫາ​ເກີດ​ຂຶ້ນ​ໃນ​ວິວັດ​ການ​ປະຕິບັດ​ກວດ​ສອບ, ພິ​ເສດ​ຕ້ອງ​ມີ​ລະບົບ​ກວດກາ​ພາຍ​ໃນ​ອົງການເພື່ອ​ໃຫ້​ທຸກ​ວຽກ​ງານ​ມີ​ຄວາມຊັດ​ເຈນ​ກວ່າ. ພ້ອມ​ກັນ​ນັ້ນ ຂໍ້​ມູນ​ຂ່າວສານ​ທັງ​ໝົດ​ໃນ​ບົດ​ລາຍ​ງານ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ດຸນ​ດ່ຽງລະຫວ່າງ​ຂໍ້​ມູນ​ຂ່າວສານ​ທີ່ຕັ້ງຫນ້າ ​ແລະ ກ່ຽວ​ກັບ​ສິ່ງຫຍໍ້​ທໍ້.”

ຮ່ວມມືຍົກສູງຄຸນນະພາບກວດສອບບັນຊີລະຫວ່າງ ສາມປະເທດ  ຫວຽດນາມ ລາວ ແລະ ກຳປູເຈຍ - ảnh 2
ການນຳອົງການກວດສອບສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ
ພາບ: internet

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈຳ​ເປັນ​ຕ້ອງ​ເປີດ​ເຜີຍ​ບົດ​ລາຍ​ງານ​ກວດ​ສອບ ​ແລະ ໝາກຜົນ​ການກວດ​ສອບ​ແຫ່ງ​ລັດ. ທ່ານ Doan Xuan Tien,  ຮອງ​ຫົວຫນ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ປີ 2007 ມາ​ຮອດ​ປະຈຸ​ບັນ, ​ແຕ່ລະ​ປີ ອົງການ​ກວດ​ສອບ​ແຫ່ງ​ລັດ ລ້ວນ​ແຕ່​ຈັດ​ຕັ້ງ​ເປີດ​ເຜີຍ​ບົດ​ລາຍ​ງານ​ກວດ​ສອບ​ປະຈຳ​ປີ ດ້ວຍ​ຂໍ້​ມູນ​ຂ່າວສານ​ຢ່າງ​ຄົບ​ຖ້ວນ ຈາກ​ບັນດາ​ບົດ​ລາຍ​ງານ​ການກວດ​ສອບ​ສ້າງ​ຂຶ້ນ ​ແລະ ຈຳຫນ່າຍ​ໃນ​ປີ. ບັນດາ​ຂໍ້​ມູນ​ຂ່າ​ວສານ​ໄດ້​​ຮັບ​ການເປ​ີດ​ເຜີຍ ​ແລະ ສະຫນອງ​ໃຫ້​ແກ່​ບັນດາ​ອົງການ​ທີ່​ມີ​ສິດ​ອຳນາດ​ຢ່າງ​ທັນ​ການ ​ໄດ້​ນຳ​ມາ​ຊຶ່ງປະສິດທິ​ຜົນ ​ເມື່ອ​ບັນດາ​ຫົວຫນ່ວຍ​ຖືກ​ກວດສອບ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປັບປຸງ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຊຶ່ງ​ອົງການ​ກວດ​ສອບ​ແຫ່ງ​ລັດ​ໄດ້​ຍົກ​ອອກ​ຕໍ່​ຫາງ​ສຽງ. ບັນດາ​ໝາກຜົນ​ຈາກບົດ​ລາຍ​ງານ​ກວດ​ສອບ​ຂອງ ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ.”

        ກອງ​ປະຊຸມ​ສຳ​ມະ​ນາ “ການ​ຮ່ວມ​ມື​ຍົກ​ສູງ​ຄຸນ​ນະພາ​ບກວດ​ສອບ​ສາມ​ປະ​ເທດ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ຄັ້ງ​ນີ້ ມີ​ຄວາ​ມໝາຍ​ສຳຄັນ​ຍິ່ງ, ປະກອບສ່ວນ​  ເພີ່ມທະວີ ​ແລະ ຮັດ​ແຫນ້ນ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສາມ​ປະ​ເທດ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ​ເວົ້າ​ລວມ ​ແລະ ອົງການ​ກວດ​ສອບ​ແຫ່ງ​ລັດ​ສາມ​ປະ​ເທດ ​ເວົ້າ​ສະ​ເພາະ. ໝາກຜົນ​ຈາກ​ກອງ​ປະຊຸມ​ສຳ​ມະ​ນາ ຈະ​ສືບ​ຕໍ່​ຄົ້ນ​ຄ້ວາ​ເພື່ອໝູນ​​ໃຊ້​ເຂົ້າ​ໃນ​ພຶດຕິ​ກຳຕົວ​ຈິງຂອງການເຄື່ອນໄຫວກວດສອບຂອງແຕ່ລະປະເທດ, ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການ
ຂອງສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນສາມປະເທດໃຫ້ນັບມື້ນັບດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ