ຮ່າງກົດໝາຍວ່າດ້ວຍແຮງງານອິນໂດເນເຊຍສະບັບປັບປຸງ- ບາດລ້ຽວສຳລັບແມ່ບ້ານ

(vovworld)- ກໍ​ເຊັນ​ດຽວ​ກັນ​ກັບ​ຫລາຍ​ປະ​ເທດ​ອື່ນ, ປະຈຸ​ບັນ ອິນ​ໂດ​ເນ​ເຊຍ ພວມ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ບັນດາ​ບັນຫາ​ໃຫຍ່​ໃນ​ວຽກ​ງານ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ ​ແລະ ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຄົນ​ງານ, ພິ​ເສດ​ສຳລັບ​ບັນດາ​ອາຊີບ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃຈ​່ຈາກ​ສັງຄົມ​ປານ​​ໃດ​ຄື: ອາຊີບ​ຊ່ວຍ​ວຽກ​ຄອບຄົວ(​ແມ່​ບ້ານ). ຫວ່າງ​ແລ້ວ​ນີ້, ສະພາ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ​ໄດ້​ຕົກລົງ​ປະຕິບັດການປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​. ​ຫນຶ່ງ​ໃນ​ບັນດາ​ເນື້ອ​​ໃນ​ສຳຄັນ​ຂອງ​ຮ່າງ​ກົດໝາຍ​ສະບັບ​ປັບ​ປຸງ​ດັ່ງກ່າວ ​ແມ່ນ​ວາງ​ອອກ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ລະດັບ​ເງິນ​ເດືອນ, ​ເງື່ອນ​ໄຂ​​ເຮັດ​ວຽກ ​ແລະ ບັນດາ​ມາດຕະຖານ, ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ສຳລັບ​ກຸ່ມ​ບຸກຄົນ​ເຮັດ​ວຽກ​ງານ​ດັ່ງກ່າວ.

        ປະຈຸ​ບັນ ອິນ​ໂດ​ເນ​ເຊຍ ມີ​ຄົນ​ງານ​​​ປະມານ 10,7 ລ້ານ​ຄົນ​ພວມ​ເຮັດ​ອາຊີບ​ແມ່​ບ້ານ​ໃນ​ບັນດາ​ຄອບຄົວ. ​ເຂົາ​ເຈົ້າ​ສ່ວນ​ຫລາຍ​ມາ​ຈາກ​​ເຂດ​ຊົນນະບົດ ​ແລະ ພຽງ​ແຕ່​ໄດ້​ຮຽນ​ຈົບ​ຊັ້ນ​ປະຖົມ​ເທົ່າ​ນັ້ນ. ລະດັບ​ເງິນ​ເດືອນ ​ແລະ ​ເງື່ອນ​ໄຂ​ເຮັດ​ວຽກ​ຂອງ​​ເຂົາ​ເຈົ້າ​ບໍ່​ໄດ້​ຮັບປະກັນ ​ແລະ ເຄີຍ​ເຮັດ​ວຽກຕະຫລອດ 12 ຊົ່ວ​ໂມງ/ມື້, ບໍ່​ມີ​ມື້​ພັກ​ຜ່ອນ. ນອກ​ນັ້ນ ​ບັນດາ​ແມ່​ບ້ານ​ນີ້ ບໍ່​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ​ເທື່ອ. ທ່ານ  Poempida Hidayatulloh, ນັກ​ສ້າງ​ກົດໝາຍ​ຂຶ້ນ​ກັບ​ພັກ Golkar ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ​ເມື່ອ​ບັນດາ​ຄອບຄົວ​ຢາກ​ຈ້າງ​ແມ່​ບ້ານ, ​ເຂົາ​ເຈົ້າ​ປາດ​ຖະຫນາ​ວ່າ​ແມ່​ບ້ານ​ຜູ້ນັ້ນສາມາດ​ເຮັດ​ທຸກ​ວຽກ​ງານ​ໄດ້. ສິ່ງ​ນີ້​ບໍ່​ຍຸຕິ​ທຳ ​ເພາະວ່າ ຄວາ​ມຮັບຜິດຊອບ​ຕ້ອງ​ສົມ​ກັບ​ເງິນ​ເດືອນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ.”

ຮ່າງກົດໝາຍວ່າດ້ວຍແຮງງານອິນໂດເນເຊຍສະບັບປັບປຸງ- ບາດລ້ຽວສຳລັບແມ່ບ້ານ - ảnh 1
ປະຈຸ​ບັນ ອິນ​ໂດ​ເນ​ເຊຍ ພວມ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​​ບັນຫາ​ໃຫຍ່​ໃນ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ
ພາບປະກອບ:internet

        ສາຍ​ເຫດ​ຫນຶ່ງ​ອີກທີ່ເຮັດ​ໃຫ້​ເງິນ​ເດືອນ​ຂອງ​ແມ່​ບ້ານ​ຕຳ່ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບການບຳລຸງສ້າງ​ວິຊາ​ຊີບ. ​ໃນ​ຂະນະ​ນັ້ນ ພາລະ​ກອນ​ເບິ່ງ​ແຍງ​ເດັກ​ທີ່ໄດ້​ຮຽນ​ບັນດາ​ຊຸດ​ຮຽນ​ພື້ນຖານ​ກ່ຽວ​ກັບ​ທາດ​ບຳລຸງ, ຮັກສາສຸຂະພາບ ມີ​ລະດັບ​ເງິນ​ເດືອນ​ປະມານ 300 USD/​ເດືອນ. ສ່ວນລະດັບ​ເງິນ​ເດ​ືອນຂອງ​ແມ່​ບ້ານ​ບໍ່​ໄດ້​ຮຽນ​ວິຊາ​ຊີບ​ ​ໄດ້​ຮັບ ພຽງ 150 USD ເທ່ົານັ້ນ ​ເຖິງ​ວ່າ​ວຽກ​ງານ​ທີ່​ເຂົາ​ເຈົ້າ​ຮັບຜິດຊອບ​ລວມມີ ການ​​ເບິ່ງ​ແຍງ​ເດັກ ​ແລະ ​ວຽກງານທຸກຢ່າງ​ໃນ​ຄອບຄົວ​ອີກ. ປ້າ Niken Rahendrawan, ຊື່​ງ​ແມ່ນຜູ້ຈ້າງ​ແມ່​ບ້ານ​ໃຫ້​ຮູ​້ວ່າ: ຍາກ​ທີ່​ຈະຊອກ​ໄດ້​ແມ່​ບ້ານ​ຄົນ​ຫນຶ່ງ​ທັງຊຳນານງານ, ທັງບໍລິສຸດ ​ອ່ານອອກ​ຂຽນເປັນ.

        “​ເມື່ອ​ແມ່​ບ້ານ​ເລີ່​ມເຮັດວຽກ​, ພວກ​ຂ້າພະ​ເຈົ້າ​ເອົ​າ​ໃຈ​ໃສ່​ເຖິງ​ຄວາມ​ສະຫລາດ​ສະຫລຽວຂອງ​ເຂົາ​ເຈົ້າ. ​ແມ່​ບ້ານຄົນ​ຫນຶ່ງ​ມີ​ຄວາມ​ສະຫລາດ​ສະຫລຽວບາງ​ເທື່ອ​ບໍ່​​ແມ່ນ​ຜູ້​ເຮັດ​ວຽກ​ດຸ​ຫມັ່ນ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ປຶກສາ​ຫາລື​ລະດັບ​ເງິນ​ເດືອນ​ກ່ອນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຂົາ​ເຈົ້າ​ບໍ່​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ໄດ້.”

        ຄຽງ​ຄູ່​ກັບ​ການ​ຮັບປະກັນ​ບັນດາ​ສິດຜົນປະ​ໂຫຍ​ດພື້ນຖານ​ຂອງ​ແມ່​ບ້ານ, ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ສະບັບ​ປັບປຸງ​ຢູ່ ອິນ​ໂດ​ເນ​ເຊຍ ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ສອນ​ວິຊາ​ຊີບໂດຍບັງຄັບ​ສຳລັບ​ບັນດາ​ບໍລິສັດ​ເປັນກາງ​ເຄີຍ​ເປັນ​ນາຍ​ຫນ້າ​ກ່ຽວກັບຜູ້ຊ່ວຍ​ວຽກ​ຄອບຄົວ. ​ປ້າ Ruminah ຫົວຫນ້າ​ຫ້ອງການ​ຮັບສະໝັກ​ແມ່​ບ້ານ ຢູ່ ຢາ​ກາກ​ຕາ ​ໃຫ້​ຮູ້​ວ່າ:

        “​ການ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຕ້ອງ​ເສຍ​ຄ່າ​ອຸປະກອນ​ການ​ຮຽນ, ຄູສອນ. ຄ່າ​ບໍລິການ​ຈະ​ປ່ຽນ​ແປງ. ລະດັບ​ເງິນ​ເດືອນ​ຂອງ​​ແມ່​ບ້ານ​ກໍ​ໄດ້​ຮັບ​ການ​ປັບປຸງ. ສະ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ ມາດຕະຖານ​ທີ່​ວາງ​ອອກ​ໃຫ້​ເຂົາ​ເຈົ້າ​ກໍ​ຕ່າງ​ກັນ.”

        ປະຈຸ​ບັນ ຄວາມ​ຕ້ອງການ​ຮັບສະໝັກ​​ຄົນ​ງານ​ຊ່ວຍ​ວຽກ​ໃນ​ຄອບຄົວ​ຢູ່ ອິນ​ໂດ​ເນ​ເຊຍ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ໃນ​ຂະນະ​ຈຳນວນ​ຜູ້​ຈົດ​ທະບຽນ​ມາ​ຊ່ວຍ​ວຽກ​​ໃນ​ຄອບຄົວ​ກໍ່​ຫລຸດ​ລົງ. ສະ​ນັ້ນ ​ເພື່ອ​ຮັບປະກັນດ້ານ​ກົດໝາຍ, ​ເງື່ອນ​ໄຂ​ເຮັດ​ວຽກ, ລະດັບ​ເງິນ​ເດືອນ​ສຳລັບ​ແມ່​ບ້ານ, ບັນດາ​ບໍລິສັດ​ຮັບ​ສະໝັກຄົນ​ງານ​ປາດ​ຖະຫນາ​ຈະ​ປັບປຸງ​ບັນຫາ​ນີ້​ໄດ້. ຄຽງ​ຄູ່​ກັນ​ນັ້ນ ຮ່າງ​ກົດໝາ​ຍວ່າ​ດ້ວຍ​ຄົນ​ງານ​ສະບັບ​ໃຫມ່​ຂອງ ອິນ​ໂດ​ເນ​ເຊຍ ຈະ​​ເຮັດ​ໃຫ້​ຄວາມ​ຮັບຮູ້​ຂອງ​ຄົນ​ງານ​ປ່ຽນ​ແປງ​, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ, ສິດຜົນປະ​ໂຫຍ​ດ, ພັນທະ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ຊຳນານ​ງານ​ກວ່າ. ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ກໍ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ຕີ​ລາຄາ​ກ່ຽວ​ກັບ​ການ​ປະກອບສ່ວນ​ຂອງ​​ແມ່​ບ້ານ​ຕໍ່​ສັງຄົມ​ຢ່າງ​ຍຸຕິ​ທຳ​ກວ່າ. ບາດ​ລ້ຽວນີ້​ ຫວັງ​ວ່າ​ຈະ​ດຳ​ເນີນ​ໃນ​ທ້າຍ​ປີ​ນີ້ ​ເມື່ອ​ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ພິຈາລະນາ​ຮັບຮອງ​ເອົາ​ກົດໝາຍ​ສະບັບ​ດັ່ງກ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ